ກອງບັນຊາການທະຫານຊາຍແດນຫວຽດນາມ ມອບທຶນການສຶກສາ ແລະງົວພັນໃຫ້ປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ - ລາວ

11:45 | 07/12/2023

ກອງບັນຊາການທະຫານຊາຍແດນຫວຽດນາມ ມອບທຶນສຶກສາ ແລະງົວພັນໃຫ້ປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ - ລາວ

ມອບທຶນການສຶກສາ 41 ທຶນ ໄປຮຽນຕໍ່ຢູ່ ອາເມລິກາ ໃຫ້ແກ່ນັກຮຽນມັດທະຍົມຕອນປາຍ ແຂວງ ກຽນຢາງ ມອບທຶນການສຶກສາ 41 ທຶນ ໄປຮຽນຕໍ່ຢູ່ ອາເມລິກາ ໃຫ້ແກ່ນັກຮຽນມັດທະຍົມຕອນປາຍ ແຂວງ ກຽນຢາງ
Lawrence S. Ting ມອບທຶນການສຶກສາ ຈຳນວນ 8,5 ຕື້ດົ່ງ ໃຫ້ແກ່ນັກຮຽນ, ນັກສຶກສາ Lawrence S. Ting ມອບທຶນການສຶກສາ ຈຳນວນ 8,5 ຕື້ດົ່ງ ໃຫ້ແກ່ນັກຮຽນ, ນັກສຶກສາ

ໃນຂອບເຂດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທີ 1, ຕອນເຊົ້າວັນທີ 6 ທັນວາ, ຢູ່ຕາແສງ ເປີ່ອີ, ເມືອງ ງອກໂຮ່ຍ, ແຂວງ ກອນຕູມ, ໄດ້ດຳເນີນລາຍການມອບທຶນການສຶກສາ “ສົ່ງເສີມນ້ອງນັກຮຽນໄປໂຮງຮຽນ” ແລະມອບງົວພັນໃຫ້ປະຊາຊົນຢູ່ເຂດຊາຍແດນຫວຽດນາມ - ລາວ. ກ່ອນໜ້ານັ້ນ, ການເຄື່ອນໄຫວທີ່ຄ້າຍຄືກັນກໍ່ໄດ້ດຳເນີນຢູ່ເຂດຊາຍແດນ ຫວຽດນາມ - ກໍາປູເຈຍ.

ກອງບັນຊາການທະຫານຊາຍແດນຫວຽດນາມ ມອບທຶນການສຶກສາ  ແລະງົວພັນໃຫ້ປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ - ລາວ

ນັກຮຽນທີ່ໄດ້ຮັບທຶນການສຶກສາ “ສົ່ງເສີມນ້ອງນັກຮຽນໄປໂຮງຮຽນ”. ພາບ: qdnd.vn

ທີ່ພິທີມອບ-ຮັບ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ມອບທຶນການສຶກສາ 100 ທຶນໃຫ້ນັກຮຽນ 100 ຄົນ, ໃນນັ້ນມີນັກຮຽນຫວຽດນາມ 50 ຄົນ, ນັກຮຽນລາວ 50 ຄົນ, ມອບງົວພັນ 20 ໂຕໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ສອງຟາກຊາຍແດນຫວຽດນາມ-ລາວ, ໃນນັ້ນມີງົວພັນ 10 ໂຕ ໄດ້ມອບໃຫ້ 10 ຄອບຄົວຢູ່ບໍລິເວນຕາແສງ ເປີ່ອີ, ເມືອງງອກໂຮ່ຍ, ແຂວງກອນຕູມ, ຫວຽດນາມ ແລະງົວພັນອີກ 10 ໂຕ ໄດ້ມອບໃຫ້ບັນດາຄອບຄົວຢູ່ເຂດບ້ານພູເກືອ, ເມືອງພູວົງ, ແຂວງອັດຕະປື, ລາວ.

ກອງບັນຊາການທະຫານຊາຍແດນຫວຽດນາມ ມອບທຶນການສຶກສາ  ແລະງົວພັນໃຫ້ປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ - ລາວ

ທ່ານພັນເອກພິເສດ ຫງວຽນກວກເກື່ອງ, ຮອງຫົວໜ້າການເມືອງທະຫານຊາຍແດນຫວຽດນາມ ມອບງົວພັນໃຫ້ປະຊາຊົນ. ພາບ: qdnd.vn

ກ່າວຄຳເຫັນນະທີ່ນີ້, ທ່ານພັນເອກພິເສດ ເລມິງຈິ້ງ, ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງ ກອນຕູມ ໃຫ້ຮູ້ວ່າ ການເຄື່ອນໄຫວທີ່ມີຄວາມໝາຍນີ້ໄດ້ປະກອບສ່ວນໜູນຊ່ວຍນັກຮຽນບືນຕົວຂຶ້ນໃນການຮ່ຳຮຽນ ແລະຊ່ວຍເຫຼືອບັນດາຄອບຄົວທີ່ປະສົບຄວາມຫຍຸ້ງຍາກຢູ່ສອງຟາກຊາຍແດນໃນການຜະລິດ, ເພີ່ມລາຍຮັບ, ເຮັດໃຫ້ຊີວິດການເປັນຢູ່ມີສະຖຽນລະພາບ. ພ້ອມດຽວກັນນີ້ ການເຄື່ອນໄຫວດັ່ງກ່າວກໍ່ໄດ້ປະກອບສ່ວນຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງປະຊາຊົນຢູ່ສອງຟາກຊາຍແດນກ່ຽວກັບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ, ຄວາມຮັບຜິດຊອບ, ໜ້າທີ່ກໍ່ສ້າງ ແລະປົກປັກຮັກສາບັນດາເຂດຊາຍແດນ; ສ້າງນໍ້າໃຈສາມັກຄີ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ຍືນຍົງອັນຍາວນານຂອງປະຊາຊົນສອງຟາກຊາຍແດນ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

ບູນມີ

ເຫດການ
302 Found

Found

The document has moved here.