ກຽມພ້ອມໃຫ້ການພົບປະແລກປ່ຽນນາຍທະຫານໜຸ່ມທະຫານປ້ອງກັນຊາຍແດນ ຫວຽດນາມ ກັບນາຍທະຫານໜຸ່ມກົມໃຫຍ່ສັນຕິບານ, ກົມໃຫຍ່ຕຳຫຼວດ ລາວ

13:55 | 31/05/2024

ຍສໝ ​- ໃນລະຫວ່າງ 2 ວັນຂອງວັນທີ 30 ແລະ 31 ພຶດສະພາ, ຄະນະປະຕິບັດງານຂອງກົມການເມືອງທະຫານປ້ອງກັນຊາຍແດນ ໂດຍທ່ານ ພັນເອກ ຫງວຽນແທ່ງຫາຍ, ຮອງຫົວໜ້າກົມການເມືອງ ທະຫານປ້ອງກັນຊາຍແດນ ໄດ້ລົງເຄື່ອນໄຫວສຳຫຼວດ, ວິເຄາະ, ຕີລາຄາແຕ່ລະຈຸດທີ່ຕັ້ງ, ສະຖານທີ່ ຮັບໃຊ້​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ພົບ​ປະ​ແລກປ່ຽນ​ພະນັກງານ​ໜຸ່ມ​ທະຫານ​ປ້ອງ​ກັນ​ຊາຍ​ແດນ ​ຫວຽດນາມ ກັບ​ພະນັກງານ​ໜຸ່ມ​ກົມ​ໃຫຍ່​​ສັນຕິບານ, ກົມ​​ໃຫຍ່ຕຳຫຼວດ​ ​ລາວ, ຢູ່ 2 ​ແຂວງ​ ບິ່ງ​ດິ້ງ ​ແລະ ກອນ​ຕູມ.

ທະຫານປ້ອງກັນຊາຍແດນ ກວາງຈີ້ ປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນປະຊາຊົນລະຫວ່າງ ຫວຽດນາມ - ລາວ
ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືປ້ອງກັນຊາຍແດນ
ກຽມພ້ອມໃຫ້ການພົບປະແລກປ່ຽນນາຍທະຫານໜຸ່ມທະຫານປ້ອງກັນຊາຍແດນ ຫວຽດນາມ ກັບນາຍທະຫານໜຸ່ມກົມໃຫຍ່ສັນຕິບານ, ກົມໃຫຍ່ຕຳຫຼວດ ລາວ

ທ່ານ ພັນ​ເອກ ຫງວຽນ​ແທ່ງ​ຫາຍ, ຮອງ​ຫົວໜ້າ​ການ​ເມືອງທະຫານ​ປ້ອງ​ກັນ​ຊາຍ​ແດນ ​ໄດ້​ເຮັດ​ວຽກ​ກັບ​ກອງ​ບັນຊາ​ການທະຫານ​ປ້ອງ​ກັນ​ຊາຍ​ແດນ ກອນ​ຕູມ. ພາບ: ໄທກິມງາ

ຢູ່ທີ່ແຂວງ ກອນຕູມ, ຄະນະປະຕິບັດງານໄດ້ລົງກວດກາບັນດາສະຖານທີ່ຕ່າງໆເຊັ່ນ: ໂຮງແຮມ, ເວທີ, ຫໍປະຊຸມ, ສະໜາມກິລາ ແລະ ສະຖານທີ່ຈັດພິທີຕ້ອນຮັບຄະນະນາຍທະຫານ​ໜຸ່ມ ລາວ ເຂົ້າຮ່ວມການພົບປະແລກປ່ຽນ; ສະຖານທີ່ ​ແລະ ເປົ້າໝາຍ​ນອນໃນການ​ເຄື່ອນ​ໄຫວ​ມອບ​ທຶນການ​ສຶກສາ, ​ເຂົ້າ​ຮ່ວມ​ໂຄສະນາ​ອົບຮົມ, ​ສຶກສາ​ກົດໝາຍ​ໃຫ້​ປະຊາຊົນ​ສອງ​ຟາກຊາຍ​ແດນ, ປູກ​ຕົ້ນ​ໄມ້​ທີ່​ລະນຶກ... ​ແນໃສ່ເພື່ອ​ຮັບໃຊ້​​ບ່ອນ​ກິນ​ດື່ມ, ພັກ​ເຊົາ ​ແລະ ການ​ເຄື່ອນ​ໄຫວ​ສົນທະນາ, ທ່ອງ​ທ່ຽວ, ການ​ແລກ​ປ່ຽນ​ວັດ​ທະ​ນະ​ທໍາ​, ສິ​ລະ​ປະ ​ແລະ ​ກິ​ລາໃຫ້ດີ​ທີ່​ສຸດ​.

ຕາງໜ້າຄະນະປະຕິບັດງານ, ທ່ານ ພັນເອກ ຫງວຽນແທ່ງຫາຍ ໄດ້ຕີລາຄາຢ່າງສູງບັນດາການກະກຽມຢ່າງລອບຄອບ, ຄວາມເປັນເຈົ້າການໃນວຽກງານປຶກສາຫາລື, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການວິຊາສະເພາະຂັ້ນເທິງ, ການນໍາທ້ອງຖິ່ນທຸກຂັ້ນຂອງກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກອນຕູມ, ສ້າງປະຖົມປັດໄຈທີ່ສຳຄັນໃຫ້ແກ່ຄວາມສໍາເລັດຂອງໂຄງການແລກປ່ຽນທີ່ຈະມາເຖິງ.

ກຽມພ້ອມໃຫ້ການພົບປະແລກປ່ຽນນາຍທະຫານໜຸ່ມທະຫານປ້ອງກັນຊາຍແດນ ຫວຽດນາມ ກັບນາຍທະຫານໜຸ່ມກົມໃຫຍ່ສັນຕິບານ, ກົມໃຫຍ່ຕຳຫຼວດ ລາວ

ດ່ານ​ຊາຍ​ແດນ​ສາ​ກົນ ເບີອີ (ແຂວງ ກອນ​ຕູມ). ພາບ: ໄທກິມງາ

ທ່ານຮອງຫົວໜ້າການເມືອງທະຫານ​ປ້ອງ​ກັນ​ຊາຍ​ແດນ ເນັ້ນໜັກວ່າ: ການກະກຽມທີ່ລະມັດລະວັງ, ລອບຄອບກ່ອນການພົບປະແລກປ່ຽນແມ່ນຫຼັກຖານສະແດງເຖິງຄວາມສາມັກຄີ, ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງກອງບັນຊາການທະຫານປ້ອງກັນຊາຍແດນ ຫວຽດນາມ ແລະ ກົມໃຫຍ່ປ້ອງກັນຄວາມສະຫງົບ, ກົມໃຫຍ່ຕຳຫຼວດ ລາວ, ປະກອບສ່ວນເຂົ້າໃນການປັບປຸງສາຍພົວພັນມິຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ. ເສີມຂະຫຍາຍບັນດາປະສົບການ, ໝາກຜົນທີ່ບັນລຸໄດ້ ຜ່ານບັນດາການພົບປະແລກປ່ຽນກ່ອນໜ້ານີ້, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກອນຕູມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກເພື່ອປະຕິບັດສຳເລັດໜ້າທີ່ຂອງຕົນ.

ກຽມພ້ອມໃຫ້ການພົບປະແລກປ່ຽນນາຍທະຫານໜຸ່ມທະຫານປ້ອງກັນຊາຍແດນ ຫວຽດນາມ ກັບນາຍທະຫານໜຸ່ມກົມໃຫຍ່ສັນຕິບານ, ກົມໃຫຍ່ຕຳຫຼວດ ລາວ

ຄະນະ​ສຳ​ຫຼວດ​ຢູ່​ເຂດ​ວິຫານບູຊາ ໄຕ​ເຊີນ​ຕາມກຽດ (ແຂວງ ບິ່ງ​ດິ້ງ). ພາບ: ໄທກິມງາ

ກຽມພ້ອມໃຫ້ການພົບປະແລກປ່ຽນນາຍທະຫານໜຸ່ມທະຫານປ້ອງກັນຊາຍແດນ ຫວຽດນາມ ກັບນາຍທະຫານໜຸ່ມກົມໃຫຍ່ສັນຕິບານ, ກົມໃຫຍ່ຕຳຫຼວດ ລາວ

ຄະນະ​ສຳ​ຫຼວດ​ຢູ່​ເຂດ​ທ່ອງ​ທ່ຽວ ກີກໍ່, ຕາ​ແສງ ​ເຍີນລີ, ​ແຂວງ ບິ່ງ​ດິ້ງ. ພາບ: ໄທກິມງາ

ຢູ່​ທີ່ແຂວງ ບິ່ງ​ດິ້ງ, ຄະນະ​ໄດ້​ໄປ​ສຳ​ຫຼວດ​ໂຮງ​ແຮມ, ​ເຂດ​ວິຫານບູຊາ ໄຕ​ເຊີນ​ຕາມກຽດ ​ແລະ ບັນດາສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ແຂວງ ບິ່ງ​ດິ້ງ ​ແລະ ຄາດ​ວ່າ​ຈະ​ມີ​ຄະນະ​ນາຍທະຫານ​ໜຸ່ມ ​ລາວ​ ໄປ​ຢ້ຽມຢາມ.

ທ່ານ ພັນເອກ ຫງວຽນແທ່ງຫາຍ ສະເໜີໃຫ້ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ບິ່ງດິ້ງ ມີແຜນການຕ້ອນຮັບຄະນະນາຍທະຫານກົມໃຫຍ່ສັນຕິບານ, ກົມໃຫຍ່ຕຳຫຼວດ ລາວ ໃຫ້ລອບຄອບ, ປອດໄພ, ສ້າງພາບພົດອັນດີງາມຂອງປະເທດຊາດ ແລະ ປະຊາຊົນ ຫວຽດ​ນາມ ກັບ​ເພື່ອນມິດສະຫາຍ ລາວ.

ຄາດ​ວ່າ, ການ​ພົບ​ປະ​ແລກປ່ຽນ​ພະນັກງານ​ໜຸ່ມ​ທະຫານ​ປ້ອງ​ກັນ​ຊາຍ​ແດນ ​ຫວຽດນາມ ກັບ​ພະນັກງານ​ໜຸ່ມ​ກົມ​ໃຫຍ່​ສັນຕິບານ, ກົມ​ໃຫຍ່​ຕຳຫຼວດ​ ລາວ ຈະ​ດຳ​ເນີນ​ໃນ​ກາງ​ເດືອນ ກໍລະກົດ ປີ 2024.

ປຸກລະດົມການເສັງອອນໄລ “ຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ” ປຸກລະດົມການເສັງອອນໄລ “ຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ”

ຍສໝ - ຕອນ​ບ່າຍ​ວັນ​ທີ 27 ພະຈິກ, ຢູ່​ ຮ່າ​ໂນ້ຍ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ (BPD) ​ໄດ້ປຸກລະດົມການເສັງອອນໄລ “ຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ”.

ປິດຊຸດຝຶກອົບຮົມວິຊາການປ້ອງກັນຊາຍແດນໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປິດຊຸດຝຶກອົບຮົມວິຊາການປ້ອງກັນຊາຍແດນໃຫ້ແກ່ພະນັກງານກອງທັບປະຊາຊົນລາວ

ຍສໝ - ພາຍຫຼັງໜຶ່ງເດືອນທີ່ຜ່ານຜ່າຄວາມຫຍຸ້ງຍາກດ້ານສະພາບດິນຟ້າອາກາດ ແລະຄວາມແຕກຕ່າງກັນດ້ານພາສາ, ຊຸດຝຶກອົບຮົມກໍ່ໄດ້ສຳເລັດຕາມແຜນການທີ່ໄດ້ວາງອອກ.

ມິງດຶກ

ເຫດການ
302 Found

Found

The document has moved here.