ກອງບັນຊາການທະຫານຊາຍແດນແຂວງເຊີນລາ ກັບກອງບັນຊາການປ້ອງກັນຄວາມສະຫງົບ ແລະກອງບັນຊາການທະຫານແຂວງຫົວພັນ ເພີ່ມທະວີການຮ່ວມມື

14:51 | 25/01/2024

ກອງບັນຊາການທະຫານຊາຍແດນແຂວງເຊີນລາ ແລະ ກອງບັນຊາການປ້ອງກັນຄວາມສະຫງົບ ແລະກອງບັນຊາການທະຫານແຂວງຫົວພັນ ເພີ່ມທະວີການຮ່ວມມື

ຫວຽດນາມ ເພີ່ມທະວີການຮ່ວມມື ແລະ ບຳລຸງສ້າງຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ ຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຫວຽດນາມ ເພີ່ມທະວີການຮ່ວມມື ແລະ ບຳລຸງສ້າງຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ ຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ
ແຂວງ ອານຢາງ ສສ.ຫວຽດນາມ ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນບັນດາທ້ອງຖິ່ນຂອງກຳປູເຈຍ  ໃນການປ້ອງກັນ ແລະຄວບຄຸມ ໂລກລະບາດ COVID-19 ແຂວງ ອານຢາງ ສສ.ຫວຽດນາມ ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນບັນດາທ້ອງຖິ່ນຂອງກຳປູເຈຍ ໃນການປ້ອງກັນ ແລະຄວບຄຸມ ໂລກລະບາດ COVID-19

ໃນລະຫວ່າງວັນທີ 23 ແລະ 24 ມັງກອນ, ຄະນະປະຕິບັດງານຂອງກອງບັນຊາການປ້ອງກັນຄວາມສະຫງົບ ແລະກອງບັນຊາການທະຫານແຂວງຫົວພັນ (ສປປ ລາວ) ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ ແລະມອບຂອງຂວັນໃຫ້ກອງບັນຊາການທະຫານຊາຍແດນແຂວງເຊີນລາ (ສສ ຫວຽດນາມ) ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງຫວຽດນາມ.

ກອງບັນຊາການທະຫານຊາຍແດນແຂວງເຊີນລາ ກັບກອງບັນຊາການປ້ອງກັນຄວາມສະຫງົບ ແລະກອງບັນຊາການທະຫານແຂວງຫົວພັນ ເພີ່ມທະວີການຮ່ວມມື

ຄະນະປະຕິບັດງານກອງບັນຊາການທະຫານແຂວງຫົວພັນ ຢ້ຽມຢາມ, ອວຍພອນບຸນເຕັດກອງບັນຊາການທະຫານຊາຍແດນແຂວງເຊີນລາ. ພາບ: qdnd.vn

ທີ່ການພົບປະ, ຕາງໜ້າການນຳກອງບັນຊາການປ້ອງກັນຄວາມສະຫງົບ ແລະກອງບັນຊາການທະຫານແຂວງຫົວພັນ (ສປປ ລາວ), ທ່ານພົນຈັດຕະວາ ຄຳເມືອງ ໂຄດວົງຄູນ, ຫົວໜ້າການທະຫານກອງບັນຊາການທະຫານແຂວງຫົວພັນ ໄດ້ສົ່ງຄຳອວຍພອນປີໃໝ່ເຖິງພະນັກງານ, ນັກຮົບຂອງກອງບັນຊາການທະຫານຊາຍແດນແຂວງເຊີນລາ; ພ້ອມທັງສະແດງຄວາມປາດຖະໜາວ່າ ສາຍພົວພັນການຮ່ວມມືລະຫວ່າງທະຫານຊາຍແດນແຂວງເຊີນລາ ກັບກອງບັນຊາການປ້ອງກັນຄວາມສະຫງົບ ແລະກອງບັນຊາການທະຫານແຂວງຫົວພັນ ຈະນັບມື້ນັບສະໜິດຕິດພັນຮັດແໜ້ນຂຶ້ນຕື່ມ.

ໃນໄລຍະທີ່ຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ, ກອງບັນຊາການທະຫານແຂວງຫົວພັນ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງຫົວພັນ ໄດ້ຮັກສາການພົບປະແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນສະພາບການຢ່າງເປັນປະຈໍາ, ສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດໜ້າທີ່; ສົມທົບກັນລາດຕະເວນສອງຝ່າຍເພື່ອປົກປັກຮັກສາເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ; ປະຕິບັດການຄຸ້ມຄອງ ແລະຄວບຄຸມການເຂົ້າ-ອອກເມືອງ, ຈັດຕັ້ງການຝຶກອົບຮົມ, ການຝຶກຊ້ອມໃຫ້ເປັນຢ່າງດີ;... ຕໍ່ສູ້ຕ້ານອາດຊະຍາກຳປະເພດຕ່າງໆຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນອາດຊະຍາກຳຢາເສບຕິດ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະຮັບປະກັນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມສະຫງົບຢູ່ເຂດຊາຍແດນໄວ້ໃຫ້ໝັ້ນຄົງ.

ກອງບັນຊາການທະຫານຊາຍແດນແຂວງເຊີນລາ ກັບກອງບັນຊາການປ້ອງກັນຄວາມສະຫງົບ ແລະກອງບັນຊາການທະຫານແຂວງຫົວພັນ ເພີ່ມທະວີການຮ່ວມມື

ຄະນະປະຕິບັດງານກອງບັນຊາການປ້ອງກັນຄວາມສະຫງົບແຂວງຫົວພັນ ຢ້ຽມຢາມ, ອວຍພອນບຸນເຕັດ ກອງບັນຊາການທະຫານຊາຍແດນແຂວງເຊີນລາ. ພາບ: qdnd.vn

ໂດຍຕາງໜ້າການນໍາກອງບັນຊາການທະຫານຊາຍແດນແຂວງ ເຊີນລາ, ທ່ານພັນເອກພິເສດ ຫງວຽນດິ່ງຮວນ, ຫົວໜ້າກອງບັນຊາການທະຫານຊາຍແດນແຂວງເຊີນລາ ໄດ້ສະແດງຄວາມເຄົາລົບຕໍ່ຄວາມຮັກແພງ, ນ້ຳໃຈອັນດີງາມ, ຄວາມເອົາໃຈໃສ່ ແລະການຊ່ວຍເຫຼືອຈາກກອງບັນຊາການທະຫານ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງຫົວພັນ ທີ່ສະຫງວນໃຫ້ແກ່ທະຫານຊາຍແດນແຂວງເຊີນລາ ໃນໄລຍະຜ່ານມາ; ພ້ອມທັງຫວັງວ່າສອງຝ່າຍຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ ແລະປະສົບການໃນການກໍ່ສ້າງຂອບເຂດບໍລິເວນ, ຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນ ຫວຽດນາມ - ລາວ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.