| ກອງບັນການທະຫານຊາຍແດນແຂວງເຊີນລາ ແລະ ກອງຮ້ອຍທະຫານຊາຍແດນ 231, ປກຊ ແຂວງ ຫົວພັນ ຈັດກອງປະຊຸມສ່ອງແສງ | |
| ແທງຮວ໋າ ແລະ ຫົວພັນ: ຈັດຕັ້ງກອງປະຊຸມຝຶກອົບຮົມວຽກງານໂຄສະນາກ່ຽວກັບການປ້ອງກັນຊາຍແດນ ປີ 2019 |
ຫວ່າງແລ້ວນີ້, ຢູ່ຄ້າຍທະຫານຊາຍແດນ ດ່ານສາກົນນາແມວ, ກອງບັນຊາການທະຫານຊາຍແດນແຂວງ ແທງຮ໋ວາ ໄດ້ຈັດຕັ້ງພິທີມອບຊີມັງ 50 ໂຕນ ແລະເຂົ້າສານ 2 ໂຕນ ໜູນຊ່ວຍໃຫ້ກອງບັນຊາການທະຫານແຂວງ ຫົວພັນ (ລາວ).
ສະຫາຍ ພັນເອກພິເສດ ກາວຮືວເກື່ອງ, ຮອງຜູ້ບັນຊາການທະຫານຊາຍແດນແຂວງ ແທງຮວ໋າ ໃຫ້ຮູ້ວ່າ ເຖິງວ່າ ມູນຄ່າດ້ານວັດຖຸບໍ່ຫຼາຍກໍ່ຕາມ, ແຕ່ນີ້ແມ່ນນ້ຳໃຈຂອງພະນັກງານ, ນັກຮົບທະຫານຊາຍແດນແຂວງ ແທງຮວ໋າ ດ້ວຍຄວາມປາດຖະໜາຢາກໃຫ້ກອງບັນຊາການທະຫານແຂວງ ຫົວພັນ ຜ່ານຜ່າຄວາມຫຍຸ້ງຍາກ, ນຳພາພະນັກງານ, ນັກຮົບປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບທະຫານຊາຍແດນແຂວງ ແທງຮວ໋າ ເພື່ອປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນຂອງສອງແຂວງ ແທງຮວ໋າ ແລະ ຫົວພັນ.
![]() |
| ບັນຍາກາດທີ່ພິທີມອບວັດຖຸໜູນຊ່ວຍໃຫ້ກອງບັນຊາການທະຫານແຂວງຫົວພັນ. ພາບ: qdnd.vn |
ໂດຍໄດ້ຮັບການໜູນຊ່ວຍດ້ານວັດຖຸ, ສະຫາຍ ພັນເອກ ພັນສີ ສອນມີໄຊ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ຫົວພັນ ເນັ້ນໜັກວ່າ: ທະຫານຊາຍແດນແຂວງ ແທງຮວ໋າ ແລະ ກອງບັນຊາການທະຫານແຂວງ ຫົວພັນ ແມ່ນສອງກຳລັງຮ່ວມກັນປົກປັກຮັກສາອະທິປະໄຕຜືນແຜ່ນດິນແຫ່ງຊາດຂອງແຕ່ລະປະເທດ, ໃນໄລຍະຜ່ານມາ, ບັນດາຄ້າຍທະຫານຊາຍແດນຂອງທະຫານຊາຍແດນແຂວງ ແທງຮວ໋າ ໄດ້ສົມທົບກັບກອງຮ້ອຍປົກປັກຮັກສາຊາຍແດນຂອງກອງບັນຊາການທະຫານແຂວງ ຫົວພັນ ລາດຕະເວນສອງຝ່າຍ, ພົບປະກັນຢູ່ເຂດຊາຍແດນ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ກອງບັນຊາການທະຫານຊາຍແດນແຂວງ ແທງຮວ໋າ ໄດ້ຈັດຕັ້ງການຝຶກອົບຮົມວຽກງານປ້ອງກັນຊາຍແດນໃຫ້ພະນັກງານກອງບັນຊາການທະຫານແຂວງ ຫົວພັນ 40 ຄົນ...
ນ້ຳໃຈອັນບໍລິສຸດ, ຈົງຮັກພັກດີຂອງພະນັກງານ, ນັກຮົບທະຫານຊາຍແດນແຂວງ ແທງຮ໋ວາ ແມ່ນແຫຼ່ງລະດົມກຳລັງໃຈ, ເພີ່ມກໍາລັງແຮງເພື່ອໃຫ້ພະນັກງານ, ນັກຮົບກອງບັນຊາການທະຫານແຂວງ ຫົວພັນ ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ ແລະຮ່ວມແຮງຮ່ວມໃຈກັນສ້າງເຂດຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.
ບູນມີ
ຂ່າວທີ່ກ່ຽວຂ້ອງ
ແທງຮ໋ວາ ໄດ້ຮັບການຝຶກອົບຮົມວິຊາສະເພາະໃຫ້ແກ່ນັກສຶກສາຕ່າງປະເທດ 29 ຄົນຈາກແຂວງຫົວພັນ
ງານບຸນປູມເປົ້າອາກາດຮ້ອນຢູ່ແຂວງແທງຮວ໋າ
ແທງຮວ໋າ ຜັນຂະຫຍາຍຮູບແບບການເບິ່ງແຍງດູແລຜູ້ອາຍຸສູງ ໂດຍຍີ່ປຸ່ນ ຊ່ວຍເຫຼືອ
ທ່ານອາດຈະມັກ
ກອງປະຊຸມສາກົນຄັ້ງທີ 5 ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຈະດຳເນີນໃນວັນທີ 4 ທັນວາ
ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອ ແລະ ກອງປະຊຸມໃຫຍ່ແຂ່ງຂັນຜູ້ຮັກຊາດ ໄລຍະ 2025 - 2030
ວາງແຜນການກໍ່ສ້າງການທູດປະຊາຊົນຫວຽດນາມ ໃນໄລຍະໃໝ່
ສະຫະພັນບັນດາອົງການມິດຕະພາບແຂວງ ດົ່ງນາຍ: ເຜີຍແຜ່ມິດຕະພາບຜ່ານບັນດາການແຂ່ງຂັນທີ່ມີລັກສະນະສ້າງສັນ
ຫາຍຟ່ອງ: ເຊື່ອມໂຍງການເຄື່ອນໄຫວການທູດລະຫວ່າງປະຊາຊົນກັບປະຊາຊົນເຂົ້າໃນບັນດາໂຄງການບໍ່ຂຶ້ນກັບລັດຖະບານ
