ລາຍການ "ລະດູບານໃໝ່ຢູ່ເຂດຊາຍແດນ - ສ້າງຄວາມອົບອຸ່ນໃຫ້ປະຊາຊົນ ຊາວບ້ານ"

15:13 | 30/01/2024

ລາຍການ "ລະດູບານໃໝ່ຢູ່ເຂດຊາຍແດນ - ສ້າງຄວາມອົບອຸ່ນໃຫ້ຊາວບ້ານ"

ລາຍການ “ລະດູບານໃໝ່ຢູ່ເສັ້ນຊາຍແດນ ສ້າງຄວາມອົບອຸ່ນໃຈປະຊາຊົນ ບ້ານ”, ເພີ່ມທະວີຄວາມສາມັກຄີລະຫວ່າງທະຫານ ແລະ ປະຊາຊົນ ລາຍການ “ລະດູບານໃໝ່ຢູ່ເສັ້ນຊາຍແດນ ສ້າງຄວາມອົບອຸ່ນໃຈປະຊາຊົນ ບ້ານ”, ເພີ່ມທະວີຄວາມສາມັກຄີລະຫວ່າງທະຫານ ແລະ ປະຊາຊົນ

ຍສໝ - ​ລາຍການ “ລະດູບານໃໝ່ຢູ່ເສັ້ນຊາຍແດນ ສ້າງຄວາມອົບອຸ່ນໃຈປະຊາຊົນ ບ້ານ” ​ໃນ​ໂອກາດ​ບຸນ​ປີໃໝ່ປະຈໍາຊາດປີເຖາະ 2023 ​ເພື່ອເພີ່ມທະວີຄວາມ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ປັບປຸງ​ຄວາມ​ສາມັກຄີ​ສະໜິດຕິດພັນລະຫວ່າງທະຫານ ​ແລະ ປະຊາຊົນ; ...

ລາຍການ “ມານະຈິດ ຫວຽດນາມ ປະກາຍແຈ້ງ” ປີ 2022 ລາຍການ “ມານະຈິດ ຫວຽດນາມ ປະກາຍແຈ້ງ” ປີ 2022

ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ສົມທົບກັບບໍລິສັດ TCP ຫວຽດນາມ ຈຳກັດ ຈັດລາຍການ “ມານະຈິດ ຫວຽດນາມ ປະກາຍແຈ້ງ” ປີ 2022 ເພື່ອແນໃສ່ເຊີດຊູບັນດາແບບຢ່າງຊາວໜຸ່ມພິການທີ່ດີເດັ່ນ.

ລາຍການ "ລະດູບານໃໝ່ຢູ່ເຂດຊາຍແດນ - ສ້າງຄວາມອົບອຸ່ນໃຫ້ປະຊາຊົນ ຊາວບ້ານ ທີ່ໄດ້ຈັດໃນໂອກາດບຸນເຕັດ, ລະດູບານໃໝ່ວຽນມາແມ່ນນ້ຳໃຈ, ຄວາມຮັບຜິດຊອບ, ແມ່ນການແບ່ງປັນຮ່ວມທຸກຮ່ວມສຸກ, ສະແດງຄວາມຮູ້ບຸນຄຸນຂອງພະນັກງານ, ນັກຮົບທະຫານຊາຍແດນ ແລະບັນດາອົງການ, ກົມກອງທີ່ຢູ່ໃນບໍລິເວນ ທີ່ມີຕໍ່ປະຊາຊົນບັນດາຄູ່ບ້ານສອງຟາກຊາຍແດນ ຫວຽດນາມ-ລາວ.

ລາຍການ

ມອບຂອງຂວັນໃຫ້ແກ່ປະຊາຊົນຢູ່ບ້ານເຟືອງ. ພາບ: ຫຶວແທັ່ງ

ວັນທີ 29 ມັງກອນ, ຢູ່ດ່ານຊາຍແດນສາກົນລາວບາວ, ຄ້າຍທະຫານຊາຍແດນດ່ານສາກົນລາວບາວ (ກອງບັນຊາການທະຫານຊາຍແດນແຂວງກວາງຈິ) ໄດ້ສົມທົບກັບບັນດາກົມກອງ ແລະອຳນາດການປົກຄອງທ້ອງຖິ່ນໃນບໍລິເວນ ຈັດຕັ້ງລາຍການ "ລະດູບານໃໝ່ຢູ່ເຂດຊາຍແດນ - ສ້າງຄວາມອົບອຸ່ນໃຫ້ປະຊາຊຊົນ ຊາວບ້ານ" ໃຫ້ປະຊາຊົນສອງຟາກຊາຍແດນຫວຽດນາມ-ລາວ.

ສິ່ງທີ່ໃໝ່ອ່ຽມເມື່ອທຽບກັບຊຸມປີກ່ອນ ນັ້ນແມ່ນປີນີ້ລາຍການໄດ້ຂະຫຍາຍອອກສູ່ 5 ຄູ່ບ້ານຢູ່ເຂດຊາຍແດນຂຶ້ນກັບເມືອງເຊໂປນ, ແຂວງສະຫວັນນະເຂດ ຂອງປະເທດເພື່ອນລາວ, ເພື່ອໃຫ້ປະຊາຊົນຮູ້ສຶກໄດ້ເຖິງບັນຍາກາດບຸນປີໃໝ່ປະຈຳຊາດຫວຽດນາມ.

ລາຍການ

ທ່ານພັນໂທ ຟານແມັ້ງເຈື່ອງ - ເລຂາຄະນະພັກ, ຫົວໜ້າການເມືອງຄ້າຍທະຫານຊາຍແດນ ດ່ານສາກົນລາວບາວ ມອບຂອງຂວັນໃຫ້ແກ່ເດັກນ້ອຍຢູ່ບ້ານແດນສະຫວັນ, ເມືອງເຊໂປນ, ແຂວງສະຫວັນນະເຂດ. ພາບ: ຫຶວແທັ່ງ

ທ່ານພັນເອກ ຟານແມັ້ງເຈື່ອງ - ເລຂາຄະນະພັກ, ຫົວໜ້າການເມືອງຄ້າຍທະຫານດ່ານສາກົນລາວບາວ, ແບ່ງປັນວ່າ: ລາຍການໄດ້ສ້າງບັນຍາກາດເບີກບານມ່ວນຊື່ນ, ລະດົມກຳລັງໃຈບັນດາຄອບຄົວຢູ່ສອງຟາກຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກ, ພວກນ້ອງນັກຮຽນໃນລາຍການ "ຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງຄ້າຍທະຫານຊາຍແດນ" ຕ້ອນຮັບລະດູບານໃໝ່, ຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະໂລງ 2024 ດ້ວຍຄວາມອົບອຸ່ນ, ມ່ວນຊື່ນ, ປະກອບສ່ວນຍົກສູງຊີວິດການເປັນຢູ່ດ້ານວັດຖຸ, ຈິດໃຈໃຫ້ປະຊາຊົນໃນໂອກາດບຸນປີໃໝ່. ພ້ອມທັງສະແດງນ້ຳໃຈ ແລະຄວາມຮັບຜິດຊອບຂອງພະນັກງານ, ນັກຮົບທະຫານຊາຍແດນ ແລະພະນັກງານ, ພາລະກອນບັນດາອົງການ, ກົມກອງໃນບໍລິເວນກັບປະຊາຊົນຢູ່ສອງຟາກຊາຍແດນສອງປະເທດ.

ບູນມີ

ເຫດການ
302 Found

Found

The document has moved here.