ທະຫານຊາຍແດນ ຫວຽດນາມ -ລາວ ການລາດຕະເວນສອງຝ່າຍ

16:41 | 17/11/2023

ທະຫານຊາຍແດນ ຫວຽດນາມ -ລາວ ການລາດຕະເວນສອງຝ່າຍ

ທະຫານຊາຍແດນ ແຂວງ ດ້ຽນບຽນ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ທະຫານຊາຍແດນແຂວງ ຜົ້ງສາລີ ສປປ.ລາວ ເພື່ອຕ້ານ ໂລກລະບາດ COVID-19 ທະຫານຊາຍແດນ ແຂວງ ດ້ຽນບຽນ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ທະຫານຊາຍແດນແຂວງ ຜົ້ງສາລີ ສປປ.ລາວ ເພື່ອຕ້ານ ໂລກລະບາດ COVID-19
ທະຫານຊາຍແດນ ແທງຮວາ ມອບອຸປະກອນການແພດໃຫ້ ແຂວງຫົວພັນ (ລາວ) ເພື່ອປ້ອງກັນພະຍາດ Covid-19 ທະຫານຊາຍແດນ ແທງຮວາ ມອບອຸປະກອນການແພດໃຫ້ ແຂວງຫົວພັນ (ລາວ) ເພື່ອປ້ອງກັນພະຍາດ Covid-19

ວັນທີ 16 ພະຈິກ, ຄ້າຍທະຫານຊາຍແດນ ດັກປຣີງ (ນາມຢາງ) ແລະກອງຮ້ອຍທະຫານຊາຍແດນ 533 - ກອງບັນຊາການທະຫານແຂວງເຊກອງ (ລາວ) ໄດ້ຈັດການພົບປະເຈລະຈາກ່ຽວກັບລາດຕະເວນສອງ ຝ່າຍ ແລະລົງນາມເຫັນດີເປັນເອກະພາບຕໍ່ເນື້ອໃນສົມທົບກັນໃນໄລຍະ ຈະມາເຖິງ.

ທະຫານຊາຍແດນ ຫວຽດນາມ -ລາວ ການລາດຕະເວນສອງຝ່າຍ

ຄ້າຍທະຫານຊາຍແດນ ດັກປຣີງ ແລະກອງຮ້ອຍທະຫານຊາຍແດນ 533 ລົງນາມເຫັນດີເປັນເອກະພາບຕໍ່ເນື້ອໃນສົມທົບກັນໃນໄລຍະຈະມາເຖິງ. ພາບ: ວັນວິງ

ໃນໄລຍະຜ່ານມາ, ຄ້າຍທະຫານຊາຍແດນ ດັກປຣີງ ແລະກອງຮ້ອຍທະຫານຊາຍແດນ 533 ໄດ້ແລກປ່ຽນຂໍ້ມູນຂ່າວສານເປັນປະຈໍາ, ເປັນເຈົ້າການກໍາແໜ້ນສະພາບຊາຍແດນ, ກວດພົບ ແລະແກ້ໄຂບັນດາກໍລະນີທີ່ກ່ຽວຂ້ອງເຖິງອະທິປະໄຕຜືນແຜ່ນດິນ ແລະ ຄວາມໝັ້ນຄົງຢູ່ເຂດຊາຍແດນ. ຜ່ານນັ້ນປະກອບສ່ວນປັບປຸງ ແລະສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ. 2 ຝ່າຍກໍ່ຮັກສາບັນດາການເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນເຊິ່ງກັນ ແລະ ກັນ, ຮັກສາ ແລະ ເພີ່ມທະວີການພົວພັນສາມັກຄີ, ມິດຕະພາບແບບພິເສດ.

ທະຫານຊາຍແດນ ຫວຽດນາມ -ລາວ ການລາດຕະເວນສອງຝ່າຍ

ຜູ້ຕາງໜ້າກອງບັນຊາການທະຫານຊາຍແດນ ດັກປຣີງ (ຂວາ) ມອບຂອງຂວັນໃຫ້ກອງຮ້ອຍທະຫານຊາຍແດນ 533. ພາບ: ວັນວິງ

ນັບແຕ່ຕົ້ນປີ 2023 ມາຮອດປະຈຸບັນ, ສອງກົມກອງໄດ້ຈັດຕັ້ງ 3 ຄັ້ງ/3 ກອງລາດຕະເວນສອງຝ່າຍ ເພື່ອປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນດ້ວຍພະນັກງານ, ນັກຮົບ 36 ຄົນເຂົ້າຮ່ວມ. ຄ້າຍທະຫານຊາຍແດນ ດັກປຣີງ ກໍ່ໄດ້ຈັດຕັ້ງການລາດຕະເວນເອກະລາດ 6 ຄັ້ງ/ 9 ກຸ່ມ/ ພະນັກງານ, ນັກຮົບ 48 ຄົນເຂົ້າຮ່ວມການບຸກເບີກເສັ້ນທາງຊາຍແດນ, ຫຼັກໝາຍຊາຍແດນ ແລະ ລາດຕະເວນເຂດຕິດກັບຄ້າຍທະຫານຊາຍແດນ ຊົງແທງ (ກອນຕຸມ).

ທີ່ການພົບປະເຈລະຈາ, ຄ້າຍທະຫານຊາຍແດນ ດັກປຣີງ ແລະກອງຮ້ອຍທະຫານຊາຍແດນ 533 ລົງນາມເຫັນດີເປັນເອກະພາບຕໍ່ເວລາລາດຕາເວນສອງຝ່າຍ ແລະ ບັນດາເນື້ອໃນສົມທົບກັນໃນໄລຍະຈະມາເຖິງ.

ບູນມີ

ເຫດການ