ລູກຫວຽດນາມ ຂອງບ້ານເຊຊັບ

09:48 | 02/12/2023

ລູກຫວຽດນາມ ຂອງບ້ານເຊຊາບ

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ນະຄອນປາກເຊ ອວຍພອນວັນຊາດ ສປປ ລາວ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາ ນະຄອນປາກເຊ ອວຍພອນວັນຊາດ ສປປ ລາວ
ຫວຽດນາມ ແມ່ນຈຸດປາຍທາງທີ່ໄດ້ຮັບການເຂົ້າຄົ້ນຫາ ເເລະ ນິຍົມທີ່ສຸດຂອງນັກທ່ອງທ່ຽວ ສ.ເກົາຫຼີ ຫວຽດນາມ ແມ່ນຈຸດປາຍທາງທີ່ໄດ້ຮັບການເຂົ້າຄົ້ນຫາ ເເລະ ນິຍົມທີ່ສຸດຂອງນັກທ່ອງທ່ຽວ ສ.ເກົາຫຼີ

ທະຫານຊາຍແດນຫວຽດນາມ ບໍ່ພຽງແຕ່ຊ່ວຍເຫຼືອປະຊາຊົນບ້ານເຊຊັບ, ເມືອງກະລຶມ, ແຂວງເຊກອງ (ລາວ) ກວດ, ປິ່ນປົວພະຍາດ, ກໍ່ສ້າງເຮືອນ, ກໍ່ສ້າງເສັ້ນທາງ… ເທົ່ານັ້ນ ຫາກຍັງໜູນຊ່ວຍໃນການທຳມາຫາກິນ ຊ່ວຍໃຫ້ປະຊາຊົນເປັນເຈົ້າຕົນເອງບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກອີກດ້ວຍ. ຍ້ອນຄວາມມານະພະຍາຍາມນັ້ນ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບເປັນປົກກະຕິ, ພໍ່ແມ່ປະຊາຊົນໃນບ້ານກໍ່ເຊື່ອໃຈ ຮັກແພງທະຫານຫວຽດນາມ ຄືດັ່ງພີ່ນ້ອງໃນຄອບຄົວ.

ເຊຊັບ ຢູ່ເຢັນເປັນສຸກ

ສຳລັບປະຊາຊົນບ້ານເຊຊັບ, ເມືອງກະລຶມ, ແຂວງເຊກອງ (ລາວ) ແລ້ວ, ພະນັກງານແພດທະຫານ ຄ້າຍທະຫານຊາຍແດນ ເຍິມ (ກອງບັນຊາການທະຫານຊາຍແດນແຂວງແຂວງເທື່ອທຽນເຫວ້) ກໍ່ຄືດັ່ງແພດໝໍປະຈຳໝູ່ບ້ານ. ເພາະວ່າ ບໍ່ວ່າຝົນ, ຍາມຄ່ຳຄືນ, ພຽງແຕ່ຊາວບ້ານຕ້ອງການ ແມ່ນພະນັກງານແພດທະຫານກໍ່ມີໜ້າຢ່າງທັນທີ ເພື່ອກວດ ແລະ ປິ່ນປົວພະຍາດ. ກໍລະນີຮ້າຍແຮງ ກົມກອງຈະຕິດຕໍ່ ແລະ ນຳສົ່ງໄປປິນປົ່ວຢູ່ສູນສາທາລະນະສຸກເມືອງ ອາເລື໋ອຍ (ເທື່ອທຽນເຫວ້).

ທ່ານ ບົວທອງ ນາຍບ້ານ ເຊຊັບ ໃຫ້ຮູ້ວ່າ: “ໃນຊຸມປີມໍ່ໆມານີ້, ຄົນເຈັບຜູ້ໃດຢູ່ໃນສະພາບສຸກເສີນ ລ້ວນແຕ່ໄດ້ຮັບການໜູນຊ່ວຍ ແລະ ຊ່ວຍເຫຼືອຢ່າງທັນການຈາກທະຫານຊາຍແດນຫວຽດນາມ. ບໍ່ວ່າກາງຄືນ ຫຼື ກາງເວັນ, ບໍ່ຄິດຢ້ານຕໍ່ໂລກລະບາດ. ພ້ອມກັບກຳລັງການແພດ, ພະນັກງານແພດທະຫານ ຍັງໄດ້ຟື້ນຟູສຸຂະພາບ, ຊີວິດ, ເຊິ່ງເປັນຍາດຕິພີ່ນ້ອງ, ເປັນບ່ອນອີງຂອງຊາວບ້ານ. ຍ້ອນເຫດນັ້ນ ຊາວບ້ານມັກເອີ້ນທະຫານຊາຍແດນຫວຽດນາມ ວ່າ ອາໄກ (ລູກຂອງໝູ່ບ້ານ)”.

ລູກຫວຽດນາມ ຂອງບ້ານເຊຊັບ

ນັກຮົບຄ້າຍທະຫານຊາຍແດນ ເຍິມ ນໍາສົ່ງຄົນເຈັບຈາກບ້ານ ເຊຊັບ ໄປຫ້ອງສຸກເສີນ ຢູ່ສູນສາທາລະນະສຸກ ເມືອງອາເລື໋ອຍ. ພາບ: ຫງອກບິ່ງ

ບໍ່ພຽງແຕ່ກວດ ແລະ ປິ່ນປົວພະຍາດເພື່ອຊ່ວຍເຫຼືອປະຊາຊົນເທົ່ານັ້ນ, ທຸກການເຄື່ອນໄຫວຊີວິດສັງຄົມຢູ່ເຊຊັບ ກໍມີການເຂົ້າຮ່ວມ ແລະ ຊ່ວຍເຫຼືອຂອງບັນດາທະຫານຊາຍແດນເຍິມ ອີກດ້ວຍ.

ບ້ານເຊຊັບ ມີ 47 ຄອບຄົວ, ມີປະຊາຊົນ 247 ຄົນ. ກ່ອນໜ້ານີ້, ມີຫຼາຍສິບຄອບຄົວຢູ່ບ້ານເຊຊັບດຳດຳລົງຊີວິດດ້ວຍການປູກຝັງແບບເຄື່ອນທີ່ຢູ່ລຽບຕາມເຂດຊາຍແດນ, ການດຳລົງຊີວິດທີ່ບໍ່ໝັ້ນຄົງຂອງເຂົາເຈົ້າແມ່ນອີງໃສ່ຜົນລະປູກທີ່ເກັບມາຈາກພູດອຍ ແລະ ປ່າໄມ້ເປັນຫຼັກ.

ດ້ວຍຄວາມປາດຖະໜາຢາກໜູນຊ່ວຍປະຊາຊົນ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນ-ເຫ້ວ ແລະ ກໍາລັງປ້ອງກັນຊາຍແດນຂອງແຂວງເຊກອງ ໄດ້ເປັນເສນາທິການໃຫ້ບັນດາອົງການທີ່ມີສິດອໍານາດຂອງ 2 ປະເທດເລືອກທີ່ດິນ ແລະ ສ້າງໝູ່ບ້ານເພື່ອຊ່ວຍປະຊາຊົນຫັນຊີວິດການເປັນຢູ່ໃຫ້ເປັນປົກກະຕິ. ໂດຍໄດ້ຮັບຄວາມເຫັນດີເຫັນພ້ອມຈາກອົງການເຈົ້າໜ້າທີ່ສອງປະເທດຫວຽດນາມ ແລະ ລາວ, ຄ້າຍທະຫານຊາຍແດນເຍິມ ໄດ້ສ້າງແຜນການຢ່າງລະອຽດ ແລະ ໜູນຊ່ວຍປະຊາຊົນຢູ່ບັນດາກຸ່ມບ້ານຢູ່ເຊຊັບໂດຍກົງໃນການສ້າງຊີວິດໃໝ່.

ທະຫານຊາຍແດນບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ຂ້າມພູຜາປ່າໄມ້ ຖືອຸປກອນໄປຊ່ວຍປະຊາຊົນ ເຊຊັບ ກໍ່ສ້າງບ້ານເຮືອນ. ນັບແຕ່ນັ້ນມາ, ເຮືອນໄມ້ທີ່ກວ້າງຂວາງ ແລະ ໝັ້ນຄົງໄດ້ຮັບການກໍ່ສ້າງເປັນເທື່ອລະກ້າວ.

ພາຍຫຼັງກໍ່ສ້າງມາເປັນເວລາ 10 ກວ່າປີ, ຊີວິດການເປັນຢູ່ ຢູ່ເຊຊັບໄດ້ມີການປ່ຽນແປງຫຼາຍຢ່າງ. ປະຊາຊົນມີເຮືອນຊານທີ່ແໜ້ນໜາ, ມີລະບົບໄຟຟ້າ, ນ້ຳສະອາດ, ມີເສັ້ນທາງປູຢາງເພື່ອການເດີນທາງທີ່ສະດວກ. ຊາວບ້ານກໍ່ມີໂຮງຮຽນທີ່ແໜ້ນໜາ ສົມທົບກັບເຮືອນຊຸມຊົນ ເພື່ອຊ່ວຍໃຫ້ເດັກນ້ອຍໄປໂຮງຮຽນໄດ້ສະດວກ, ປະຊາຊົນມີສະຖານທີ່ແລກປ່ຽນ ແລະ ເຄື່ອນໄຫວວັດທະນະທໍາ.

ຊ່ວຍເຫຼືອໃນການທຳມາຫາກິນເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ

ບໍ່ພຽງແຕ່ກໍ່ສ້າງເຮືອນຢູ່ເພື່ອຊ່ວຍເຫຼືອປະຊາຊົນເຊຊັບມີບ່ອນຢູ່ທີ່ໝັ້ນຄົງເທົ່ານັ້ນ, ຫາກທະຫານຊາຍແດນຫວຽດນາມ ຍັງໄດ້ຊ່ວຍເຫຼືອໃນການທຳມາຫາກິນ ຊ່ວຍປະຊາຊົນຢູ່ໝູ່ບ້ານເຊຊັບບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ. ໃນຊຸມຫຼາຍປີມານີ້, ນັກຮົບຄ້າຍທະຫານກັນຊາຍແດນເຍິມ ແລະ ສູນບໍລິການກະສິກຳ ເມືອງອາເລື໋ອຍ, ແຂວງເທື່ອທຽນເຫ້ວ ໄດ້ມອບແນວພັນສັດ, ແນະນໍາພໍ່ແມ່ປະຊາຊົນກ່ຽວກັບເຕັກນິກລ້ຽງສັດ, ປູກພືດ, ພັດທະນາເສດຖະກິດ ເປັນປະຈໍາ.

ລູກຫວຽດນາມ ຂອງບ້ານເຊຊັບ

ສູນບໍລິການກະສິກຳ ເມືອງອາເລື໋ອຍ ແລະ ຄ້າຍທະຫານຊາຍແດນເຍິມ ໄດ້ມອບໄກ່ພັນໃຫ້ປະຊາຊົນບ້ານເຊຊັບ. ພາບ: ຫວໍຕ໊ຽນ

ທ່ານ ຄຳໄພ, ຊາວບ້ານ ເຊຊັັບ ໃຫ້ຮູ້ວ່າ: “ຝູງໄກ່ຂອງຄອບຄົວເກືອບ 20 ໂຕ ເຕີບໃຫຍ່ໄວ. ຫຼາຍກວ່າເຄິ່ງຫນຶ່ງໃນຝູງໄກ່ ໄດ້ໃຫ້ໄຂ່ແລ້ວ. ຕົ້ນໄມ້ກິນໝາກເຕີບໃຫຍ່ໄວ, ໂດຍສະເພາະແມ່ນຕົ້ນກ້ວຍ ກໍ່ອອກໝາກແລ້ວ.”

ຕາມບັນດາພະນັກງານ ແລະ ນັກຮົບຄ້າຍທະຫານຊາຍແດນເຍິມ ແລ້ວ, ເພື່ອສ້າງວຽກງານທຳມາຫາກິນໃຫ້ປະຊາຊົນນັບຮ້ອຍຄົນຂອງບ້ານເຊຊັບທ່າມກາງປ່າໄມ້ນັ້ນ ກໍ່ບໍ່ແມ່ນເລື່ອງງ່າຍ. ແຕ່ດ້ວຍຄວາມເປັນຈິດໜື່ງໃຈດຽວ, ຄວາມຕັດສິນໃຈຂອງທະຫານຊາຍແດນສອງຟາກຊາຍແດນ ແລະ ປະຊາຊົນທ້ອງຖິ່ນ, ປະຊາຊົນເຊຊັບ ໄດ້ຄ່ອຍໆປັບຕົວເຂົ້າກັບການປູກຝັງ ແລະ ລ້ຽງສັດເທື່ອລະກ້າວ.

ປະຈຸບັນ ຊາວບ້ານໄດ້ຮູ້ຖາກຖາງທີ່ດິນພູ ເພື່ອປູກເຂົ້າໄຮ່, ພັດທະນາການລ້ຽງສັດ ເພື່ອເປັນເຈົ້າການແຫຼ່ງສະບຽງອາຫານຢູ່ກັບທີ່. ໂດຍສະເພາະ ແມ່ນການຮູ້ຄ້າຂາຍ ແລະ ການຄ້າຂາຍກັບພາຍນອກ, ແລກປ່ຽນອາຫານເອົາເຄື່ອງໃຊ້ໃນຄົວເຮືອນທີ່ຈໍາເປັນ.

ຄຽງຂ້າງນັ້ນ, ນັກຮຽນໃນຢູ່ເຊຊັບ ເປັນຈຳນວນຫຼວງຫຼາຍ ກໍ່ໄດ້ຮັບການຊ່ວຍເຫຼືອຈາກທະຫານຊາຍແດນຫວຽດນາມ ເພື່ອໃຫ້ນ້ອງໆໄດ້ໄປໂຮງຮຽນ, ບືນຕົວຂຶ້ນເປັນເຈົ້າຄວາມຮູ້.

ສໍາລັບນັກຮົບ, ການໜູນຊ່ວຍປະຊາຊົນແມ່ນຄວາມຮັບຜິດຊອບປະກອບສ່ວນເພີ່ມທະວີຄວາມສາມັກຄີລະຫວ່າງອໍານາດການປົກຄອງ ແລະ ປະຊາຊົນສອງຟາກຊາຍແດນ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ. ນັ້ນກໍ່ແມ່ນນໍ້າໃຈທີ່ສຸດຈິດສຸດໃຈ ແລະ ຄວາມເຂົ້າໃຈກັນລະຫວ່າງພະນັກງານ, ນັກຮົບທີ່ມີຕໍ່ປະຊາຊົນບັນດາເຜົ່າລາວອ້າຍນ້ອງ. ດັ່ງຄໍາເວົ້າຂອງລຸງໂຮ່ ທີ່ວ່າ “ຊ່ວຍເຫຼືອເພື່ອນແມ່ນຊ່ວຍເຫຼືອຕົນເອງ”.

ບູນມີ

ເຫດການ
302 Found

Found

The document has moved here.