ລະດູບານໃໝ່ເຕັມໄປດ້ວຍນໍ້າໃຈໄມຕີຈິດມິດຕະພາບຢູ່ເຂດຊາຍແດນ ຫວຽດນາມ-ລາວ

17:12 | 21/01/2024

ລະດູບານໃໝ່ເຕັມໄປດ້ວຍນໍ້າໃຈໄມຕີຈິດມິດຕະພາບຢູ່ເຂດຊາຍແດນ ຫວຽດນາມ-ລາວ

ລາຍການ “ລະດູບານໃໝ່ຢູ່ເສັ້ນຊາຍແດນ ສ້າງຄວາມອົບອຸ່ນໃຈປະຊາຊົນ ບ້ານ”, ເພີ່ມທະວີຄວາມສາມັກຄີລະຫວ່າງທະຫານ ແລະ ປະຊາຊົນ ລາຍການ “ລະດູບານໃໝ່ຢູ່ເສັ້ນຊາຍແດນ ສ້າງຄວາມອົບອຸ່ນໃຈປະຊາຊົນ ບ້ານ”, ເພີ່ມທະວີຄວາມສາມັກຄີລະຫວ່າງທະຫານ ແລະ ປະຊາຊົນ
ຄວາມປະທັບໃຈອັນດີງາມທີ່ການໂອ້ລົມສົນທະນາຕົ້ນລະດູບານໃໝ່ “ຫວຽດນາມ 2022” ຢູ່ຝະລັ່ງ ຄວາມປະທັບໃຈອັນດີງາມທີ່ການໂອ້ລົມສົນທະນາຕົ້ນລະດູບານໃໝ່ “ຫວຽດນາມ 2022” ຢູ່ຝະລັ່ງ

ຫວ່າງມໍ່ໆມານີ້, ຄ້າຍທະຫານຊາຍແດນເຮື໊ອງເລິບ ຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງກວາງຈິ ໄດ້ສົມທົບກັບກົມກອງກ່ຽວຂ້ອງ ຈັດຕັ້ງລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ - ຄວາມອົບອຸ່ນຢູ່ໃນໃຈຂອງຊາວບ້ານ” ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ 2024.

ໃນລາຍການມີຫຼາຍການເຄື່ອນໄຫວວັດທະນະທຳທີ່ຟົດຟື້ນມ່ວນຊື່ນ, ເຕັມໄປດ້ວຍຈຸດຄວາມງາມໃນຮີດຄອງປະເພນີຂອງປະຊາຊົນ ຢູ່ເຂດຊາຍແດນ, ຄື: ຫໍ່ເຂົ້າຕົ້ມ, ກໍ່ກອງໄຟຕັ້ງຄ້າຍ, ແຂ່ງຂັນກັນຕຳເຂົ້າໜົມໄຢ່, ລາຍການສະແດງສິລະປະ...

ລະດູບານໃໝ່ເຕັມໄປດ້ວຍນໍ້າໃຈໄມຕີຈິດມິດຕະພາບຢູ່ເຂດຊາຍແດນ ຫວຽດນາມ-ລາວ

ລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ - ຄວາມອົບອຸ່ນຢູ່ໃນໃຈຂອງຊາວບ້ານ” ທີ່ຈັດຢູ່ຕາແສງເຮື໊ອງເລິບ, ເມືອງເຮື໊ອງຮວ໊າ, ແຂວງກວາງຈິ. ພາບ: thanhnien.vn

ທີ່ລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນ 500 ກວ່າພູດ, ຜ້າຫົ່ມ 20 ຜືນ, ເສື້ອກັນໜາວ 50 ຜືນ, ເຂົ້າຕົ້ມ 400 ອັນ ແລະທຸງຊາດ 500 ຜືນ. ໃນນັ້ນໄດ້ມອບຂອງຂວັນ 50 ພູດໃຫ້ແກ່ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ 3 ຄູ່ບ້ານແຮກສ່ຽວຢູ່ເຂດຊາຍແດນຫວຽດນາມ - ລາວ.

ເນື່ອງໃນໂອກາດນີ້, ກໍາລັງປ້ອງກັນຊາຍແດນກໍ່ໄດ້ໄປຢ້ຽມຢາມຖາມຂ່າວ, ມອບຂອງຂວັນ, ອວຍພອນປີໃໝ່ໃຫ້ 8 ຄອບຄົວທີ່ເປັນຍາດຕິພີ່ນ້ອງຂອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເຊິ່ງກົມກອງຮັບຊ່ວຍເຫຼືອ. ພ້ອມກັນນັ້ນ, ກໍ່ຈັດຕັ້ງງານລ້ຽງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ໂດຍມີບັນດາຄອບຄົວທີ່ເຂົ້າຮ່ວມຂະບວນການປົກປັກຮັກສາຊາຍແດນຢ່າງຕັ້ງໜ້າ, ຄອບຄົວທຸກຍາກ ແລະເດັກນ້ອຍໃນລາຍການ “ຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງຂອງຄ້າຍທະຫານຊາຍແດນ”.

ລະດູບານໃໝ່ເຕັມໄປດ້ວຍນໍ້າໃຈໄມຕີຈິດມິດຕະພາບຢູ່ເຂດຊາຍແດນ ຫວຽດນາມ-ລາວ

ລາຍການພົບປະແລກປ່ຽນວັດທະນະທໍາສິປະລະລະຫວ່າງທະຫານຊາຍແດນ ກັບພໍ່ແມ່ປະຊາຊົນ. ພາບ: thanhnien.vn

ທ່ານພັນເອກພິເສດ ໂງຊວັນເທື່ອງ, ຮອງຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນແຂວງກວາງຈິ ໃຫ້ຮູ້ວ່າ: ການເບິ່ງແຍງດູແລຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຢູ່ເຂດຊາຍແດນເພື່ອໃຫ້ເຂົາເຈົ້າຕ້ອນຮັບປີໃໝ່ອັນອົບອຸ່ນ ແມ່ນກິດຈະການເຄື່ອນໄຫວ ແລະວັດທະນະທຳທີ່ດີງາມ, ສ້າງຄວາມສາມັກຄີ, ຮັກແພງກັນຂອງຊາວຫວຽດນາມ. ທ່ານພັນເອກພິເສດ ໂງຊວັນເທື່ອງ ໃຫ້ຮູ້ວ່າ: "ຫຼາຍປີມານີ້, ກອງບັນຊາການທະຫານຊາຍແດນແຂວງກວາງຈິ ໄດ້ປະຕິບັດລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ - ຄວາມອົບອຸ່ນຢູ່ໃນໃຈຂອງຊາວບ້ານ” ເປັນຢ່າງດີ. ເຖິງຢ່າງໃດກໍຕາມ, ໃນປີນີ້ແມ່ນພິເສດກວ່າ, ເພາະວ່ານີ້ແມ່ນຄັ້ງທຳອິດທີ່ພວກຂ້າພະເຈົ້າໄດ້ເຊີນຜູ້ຕາງໜ້າພະນັກງານ ແລະປະຊາຊົນລາວຢູ່ບ້ານກົງກັນຂ້າມມາຮ່ວມຈຳນວນໜຶ່ງ ເພື່ອພ້ອມກັນເບີກບານມ່ວນຊື່ນໄປພ້ອມກັບບຸນປີໃໝ່ປະຈໍາຊາດຂອງຫວຽດນາມ”.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.