ມອບຂອງຂວັນໃຫ້ກໍາລັງປະກອບອາວຸດ ແລະປະຊາຊົນຢູ່ສອງ ຟາກຊາຍແດນຫວຽດນາມ-ລາວ

11:15 | 10/10/2023

ຍສໝ - ຄ້າຍທະຫານຊາຍແດນ ດ່ານອາເດີດ ໄດ້ເປັນປະທານ ຈັດພິທີເຄົາລົບທຸງ ຢູ່ຫຼັກໝາຍຊາຍແດນທີ 666; ແນະນໍາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບ ຊາຍແດນແຫ່ງຊາດ; ສາຍພົວພັນ, ຄວາມສາມັກຄີທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ-ລາວ

ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ອຽນ​ບ໊າຍ​ ພ້ອມ​ກັບ​ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກຸສົນ​ມອບ​ເສື້ອກັນ​ໜາວ ແລະ ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ນ້ອງ​ນ້ອຍ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ອຽນ​ບ໊າຍ​ ພ້ອມ​ກັບ​ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກຸສົນ​ມອບ​ເສື້ອກັນ​ໜາວ ແລະ ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ນ້ອງ​ນ້ອຍ
ພິທີມອບລາງວັນໝາກຮຸກມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - Azerbaijan ພິທີມອບລາງວັນໝາກຮຸກມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - Azerbaijan

ວັນທີ 8 ຕຸລາ, ຄ້າຍທະຫານຊາຍແດນ ດ່ານອາເດີດ (ທະຫານ ຊາຍແດນແຂວງເທື່ອທຽນ-ເຫວ້) ໄດ້ສົມທົບກັບສະພາກາແດງເມືອງ ອາເລື໊ອຍ ແລະບັນດາກົມກອງ, ບຸກຄົນທີ່ຮ່ວມເດີນທາງໄດ້ຈັດຕັ້ງການໂຄສະນາ, ມອບຂອງຂວັນໃຫ້ກໍາລັງປະກອບອາວຸດ ແລະປະຊາຊົນຢູ່ຕາມບ້ານທີ່ຕິດກັບ ສອງຟາກຊາຍແດນ ຫວຽດນາມ-ລາວ.

ມອບຂອງຂວັນໃຫ້ກໍາລັງປະກອບອາວຸດ ແລະປະຊາຊົນຢູ່ສອງ ຟາກຊາຍແດນຫວຽດນາມ-ລາວ
ໍບັນດາກົມກອງມອບຂອງຂວັນໃຫ້ປ້ອມຕຳຫຼວດຕາວາງ ແລະກອງຮ້ອຍຊາຍແດນ 531 ຂອງລາວ. ພາບ: qdnd.vn

ຢູ່ດ່ານຊາຍແດນອາເດີດ-ຕາວາງ, ຄ້າຍທະຫານຊາຍແດນ ດ່ານອາເດີດ ໄດ້ເປັນປະທານ ຈັດພິທີເຄົາລົບທຸງ ຢູ່ຫຼັກໝາຍຊາຍແດນທີ 666; ແນະນໍາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບ ຊາຍແດນແຫ່ງຊາດ; ສາຍພົວພັນ, ຄວາມສາມັກຄີທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ-ລາວ; ບັນດາລະບຽບການ, ສັນຍາວ່າດ້ວຍກົດລະບຽບຄຸ້ມຄອງ ຊາຍແດນ ແລະດ່ານຊາຍແດນທາງບົກຫວຽດນາມ-ລາວ ໃຫ້ປະຊາຊົນຢູ່ສອງຟາກຊາຍແດນ.

ມອບຂອງຂວັນໃຫ້ກໍາລັງປະກອບອາວຸດ ແລະປະຊາຊົນຢູ່ສອງ ຟາກຊາຍແດນຫວຽດນາມ-ລາວ

ມອບລົດຖີບໃຫ້ນັກຮຽນປະສົບກັບຄວາມຫຍຸ້ງຍາກ, ແຕ່ບຸກບືນໃນການຮ່ຳຮຽນ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ຄ້າຍທະຫານຊາຍແດນ ດ່ານອາເດີດ, ສະພາກາແດງ ເມືອງອາເລືອຍ ແລະບັນດາກົມກອງ, ບຸກຄົນທີ່ຮ່ວມເດີນທາງໄດ້ມອບຂອງຂວັນ 130 ພູດໃຫ້ກອງຮ້ອຍຊາຍແດນ 513, ປ້ອມຕຳຫຼວດຕາວາງ ແລະ ປະຊາຊົນບ້ານກາໂລ (ເມືອງກະລຶມ, ແຂວງເຊກອງ, ລາວ).

ໃນໂອກາດນີ້, ຢູ່ຄ້າຍທະຫາຍຊາຍແດນ ດ່ານຊາຍແດນອາເດີດ, ບັນດາກົມກອງໄດ້ມອບລົດຖີບສອງຄັນໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງ ຍາກ ແຕ່ບຸກບືນໃນການຮ່ຳຮຽນ ແລະມອບຂອງຂວັນ 50 ພູດໃຫ້ຄອບຄົວປະສົບກັບຄວາມຫຍຸ້ງ ຍາກຢູ່ເມືອງອາຕິນ, ຕາແສງ ເລິມເດີດ, ເມືອງອາເລືອຍ, ແຂວງເທື່ອທຽນ ເຫວ້.

ການເຄື່ອນໄຫວແທດຈິງ, ມີຄວາມໝາຍນີ້ໄດ້ປະກອບສ່ວນຍົກສູງຄວາມຮັບຮູ້ ດ້ານກົດໝາຍໃຫ້ປະຊາຊົນຢູ່ສອງຟາກຊາຍແດນຫວຽດນາມ-ລາວ; ຮັດແໜ້ນ ການພົວພັນສາມັກຄີມິດຕະພາບລະຫວ່າງກໍາລັງປະກອບອາວຸດ ແລະປະຊາຊົນຢູ່ສອງຟາກຊາຍແດນໃຫ້ຫຼາຍກວ່າອີກ.

ບູນມີ

ເຫດການ