ກອງບັນຊາການທະຫານຊາຍແດນ ລົງກວດກາວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບການປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ

14:19 | 14/08/2024

ຍສໝ - ວັນ​ທີ 11 ສິງຫາ, ຄະນະປະຕິບັດງານ​ກອງ​ບັນຊາ​ການ​ທະຫານ​​ຊາຍ​ແດນ ​ໂດຍ​ທ່ານ​ພັນ​ເອກພິເສດ ​ເຈີ່ນ​ນາມ​ຈຸງ, ຮອງຫົວໜ້າ​ເສນາ​ທິການ ທະຫານ​ຊາຍແດນ ​ຫວຽດນາມ ເປັນຫົວໜ້າຄະນະ ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດ, ກວດກາ​ວຽກ​ງານ​ກະກຽມ​ຮັບ​ໃຊ້ການ​​ຈັດ​ຕັ້ງການພົບປະແລກປ່ຽນມິດຕະພາບການປ້ອງ​ກັນ​ປະ​ເທດ​ຊາຍ​ແດນ ຫວຽດນາມ - ລາວ ຄັ້ງທີ 2 ຢູ່ເມືອງ ມົກເຈົາ, ແຂວງ ເຊີນລາ.

ຟົດຟື້ນບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງນາຍທະຫານໜຸ່ມ ຫວຽດນາມ - ລາວ
ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ແລະ ກອງຮ້ອຍທະຫານປ້ອງກັນຊາຍແດນ 217 (ລາວ) ລາດຕະເວນສອງຝ່າຍ ເພື່ອປ້ອງກັນຊາຍແດນ
ກອງບັນຊາການທະຫານຊາຍແດນ ລົງກວດກາວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບການປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ

ທ່ານ​ພັນ​ເອກພິເສດ ​ເຈີ່ນ​ນາມ​ຈຸງ ​ໄດ້​ລົງ​ກວດກາ​ສະໂມສອນ, ​ບ່ອນດຳ​ເນີນ​ການ​ໂອ້ລົມ​ເຈລະຈາ​ລະຫວ່າງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ.

ຄະນະ​ປະຕິບັດງານ​ໄດ້​ລົງ​ສຳ​ຫຼວດ​ບັນດາ​ສະຖານ​ທີ່​ດັ່ງ​ນີ້: ພິທີຕ້ອນຮັບ ​ແລະ ສົ່ງ​ຄະນະ​ຜູ້​ແທນ ​ລາວ ​ແລະ ຄະນະ​ຜູ້​ແທນ ​ຫວຽດນາມ ຢູ່​ດ່ານ​ສາກົນ ລອງເຊີບ; ​ເຂດ​ລາດຕະ​ເວນ​ຮ່ວມ​ຢູ່​ຫຼັກ​ໝາຍທີ 255 ທີ່ຂຶ້ນກັບຂອບເຂດ​ດ່ານ​ສາກົນ ​ລອງເຊີບ; ປູກ​ຕົ້ນ​ໄມ້​ມິດ​ຕະ​ພາບ​ຢູ່​ເຂດ​ດ່ານ​ຊາຍ​ແດນ​ສາ​ກົນ ​ລອງເຊີບ; ສະຖານທີ່ຈັດຕັ້ງການເຝີກຊ້ອມປະສົມ; ສະຖານທີ່ກໍ່ສ້າງກິດຈະການມິດຕະພາບ; ສະຖານ​ທີ່​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ, ​ພົບປະແລກປ່ຽນ​ວັດທະນະທຳ, ສິລະ​ປະ, ງານ​ລ້ຽງ, ທີ່​ພັກ​ໃຫ້​ຜູ້​ແທນ​ຢູ່​ເມືອງ ມົກ​ເຈົາ, ​ແຂວງ ເຊີນ​ລາ; ເສັ້ນທາງເຄື່ອນທີ່ລະຫວ່າງບັນດາສະຖານທີ່ທີ່ຄາດວ່າຈະດຳເນີນກິດຈະກໍາຕ່າງໆ ແລະ ບັນດາເນື້ອໃນທີ່ກ່ຽວຂ້ອງອື່ນໆຈໍານວນຫນຶ່ງ.

ການພົບປະແລກປ່ຽນມິດຕະພາບດ້ານປ້ອງ​ກັນຊາຍ​ແດນ ຫວຽດນາມ - ລາວ ແມ່ນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ແລກປ່ຽນ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ; ປະກອບສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ລັດ, ກອງທັບ ​ແລະ ປະຊາຊົນ ​ຫວຽດນາມ - ລາວ.

ກອງບັນຊາການທະຫານຊາຍແດນ ລົງກວດກາວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບການປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ

ຄະນະປະຕິບັດງານໄດ້ລົງກວດກາສະຖານທີ່ແຈກຢາຍຢາໃນຂອບເຂດການເຄື່ອນໄຫວກວດ ແລະ ປິ່ນປົວພະຍາດໃຫ້ແກ່ປະຊາຊົນສອງຟາກຊາຍແດນ.

ຢູ່​ບັນດາສະຖານທີ່ກວດກາ, ທ່ານ​ພັນ​ເອກພິເສດ ​ເຈີ່ນນາມຈຸງ ​ເນັ້ນ​ໜັກ​ວ່າ ການ​ພົບ​ປະ​ແລກປ່ຽນ​ມິດຕະພາບ​​ດ້ານ​ປ້ອງ​ກັນ​ຊາຍ​ແດນ ຫວຽດນາມ - ລາວ ຄັ້ງ​ທີ 2 ຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ​ແມ່ນ​ເຫດການທາງ​ການ​ເມືອງ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ກຽດ​ອັນ​ໃຫຍ່​ຫຼວງ​ສຳລັບ​ທະຫານ​ຊາຍ​ແດນ ແລະ ແຂວງ ເຊີນ​ລາ./.

ກຽມພ້ອມໃຫ້ການພົບປະແລກປ່ຽນນາຍທະຫານໜຸ່ມທະຫານປ້ອງກັນຊາຍແດນ ຫວຽດນາມ ກັບນາຍທະຫານໜຸ່ມກົມໃຫຍ່ສັນຕິບານ, ກົມໃຫຍ່ຕຳຫຼວດ ລາວ

ກຽມພ້ອມໃຫ້ການພົບປະແລກປ່ຽນນາຍທະຫານໜຸ່ມທະຫານປ້ອງກັນຊາຍແດນ ຫວຽດນາມ ກັບນາຍທະຫານໜຸ່ມກົມໃຫຍ່ສັນຕິບານ, ກົມໃຫຍ່ຕຳຫຼວດ ລາວ

ຍສໝ ​- ໃນລະຫວ່າງ 2 ວັນຂອງວັນທີ 30 ແລະ 31 ພຶດສະພາ, ຄະນະປະຕິບັດງານຂອງກົມການເມືອງທະຫານປ້ອງກັນຊາຍແດນ ໂດຍທ່ານ ພັນເອກ ຫງວຽນແທ່ງຫາຍ, ຮອງຫົວໜ້າກົມການເມືອງ ທະຫານປ້ອງກັນຊາຍແດນ ໄດ້ລົງເຄື່ອນໄຫວສຳຫຼວດ, ວິເຄາະ, ຕີລາຄາແຕ່ລະຈຸດທີ່ຕັ້ງ, ສະຖານທີ່ ຮັບໃຊ້​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ພົບ​ປະ​ແລກປ່ຽນ​ພະນັກງານ​ໜຸ່ມ​ທະຫານ​ປ້ອງ​ກັນ​ຊາຍ​ແດນ ​ຫວຽດນາມ ກັບ​ພະນັກງານ​ໜຸ່ມ​ກົມ​ໃຫຍ່​​ສັນຕິບານ, ກົມ​​ໃຫຍ່ຕຳຫຼວດ​ ​ລາວ, ຢູ່ ...

ທະຫານປ້ອງກັນຊາຍແດນ ກວາງຈີ້ ປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນປະຊາຊົນລະຫວ່າງ ຫວຽດນາມ - ລາວ

ທະຫານປ້ອງກັນຊາຍແດນ ກວາງຈີ້ ປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນປະຊາຊົນລະຫວ່າງ ຫວຽດນາມ - ລາວ

ຍສໝ - ຢູ່​ແຂວງ ກວາງ​ຈີ້, ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງປະເທດ ຫວຽດນາມ - ລາວ, ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ໃນ 5 ປີທີ່​ຜ່ານ​ມາ ​ໄດ້​ຕິດ​ພັນ, ​ຮ່ວມ​ເດີນທາງກັບ​ປະຊາຊົນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດແຄວ້ນ, ຄວາມໝັ້ນຄົງຊາຍ​ແດນ​ຂອງ​ຊາດ.

ມິງດຶກ (ແປຕາມ ttdn.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.