ກອງປະຊຸມປະຈຳປີ ລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມທະຫານຊາຍແດນລາວ

16:53 | 27/10/2023

ພົບປະສອງຝ່າຍປະຈຳປີ ລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມທະຫານຊາຍແດນລາວ

ນັກສຶກສາດີເດັ່ນຂອງຫວຽດນາມ - ລາວ - ກຳປູເຈຍ ຈຳນວນ 250 ຄົນໄດ້ພົບປະແລກປ່ຽນມິດຕະພາບຢູ່ ບາເຣ້ຍ - ຫວຸງເຕົ່າ ນັກສຶກສາດີເດັ່ນຂອງຫວຽດນາມ - ລາວ - ກຳປູເຈຍ ຈຳນວນ 250 ຄົນໄດ້ພົບປະແລກປ່ຽນມິດຕະພາບຢູ່ ບາເຣ້ຍ - ຫວຸງເຕົ່າ
ກອງປະຊຸມສະ ມັດຊາໃຫຍ່ອົງການ ສປຊ ສະໄໝທີ 78: ຄະນະຜູ້ແທນ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ພົບປະກັບຕາງໜ້າ ສປຊ ແລະ ປະເທດເພື່ອນມິດ ກອງປະຊຸມສະ ມັດຊາໃຫຍ່ອົງການ ສປຊ ສະໄໝທີ 78: ຄະນະຜູ້ແທນ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ພົບປະກັບຕາງໜ້າ ສປຊ ແລະ ປະເທດເພື່ອນມິດ

ໃນລະຫວ່າງວັນທີ 23-25 ຕຸລາ, ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນຫວຽດນາມ ນໍາໂດຍພົນຕີ ເລດຶກທ໊າຍ ຫົວໜ້າກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມ, ເຂົ້າຮ່ວມກອງປະຊຸມປະຈໍາປີລະຫວ່າງກົມທະຫານຊາຍແດນລາວ ແລະກອງບັນຊາການທະຫານຊາຍແດນຫວຽດນາມ ຢູ່ນະຄອນ ຫຼວງພະບາງ, ລາວ.

ທີ່ກອງປະຊຸມ, ພົນຈັດຕະວາ ສີພັນ ພຸດທະວົງ ແລະພົນຕີ ເລດຶກທ໊າຍ ໄດ້ຕີລາຄາສູງຕໍ່ໝາກຜົນວຽກງານສົມທົບກັນລະຫວ່າງສອງຝ່າຍໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ; ປະກອບສ່ວນຮັກສາອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ; ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນ, ອົງການຈັດຕັ້ງ, ການເຄື່ອນໄຫວພົວພັນດ້ານການຄ້າ, ການພັດທະນາເສດຖະກິດ, ສ້າງຊາຍແດນສອງປະເທດແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

ກອງປະຊຸມປະຈຳປີ ລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມທະຫານຊາຍແດນລາວ

ບັນຍາກາດທີ່ກອງປະຊຸມ. ພາບ: bienphong.com.vn

ພິເສດ, ໃນປີຜ່ານມາ, ສອງຝ່າຍໄດ້ຊີ້ນໍາຈັດຕັ້ງສໍາເລັດ: ການຝຶກແອບສົມທົບກັນສະກັດກັ້ນການອົບພະຍົບແບບເສລີ ແລະການເຂົ້າ-ອອກເມືອງແບບຜິດກົດໝາຍຜ່ານຊາຍແດນລະຫວ່າງກອງບັນຊາການທະຫານຊາຍແດນແຂວງເຊີນລາ ຂອງຫວຽດນາມ ແລະກອງບັນຊາການທະຫານແຂວງຫຼວງພະບາງ ຂອງລາວ ເມື່ອເດືອນພຶດສະພາ 2023 ຢູ່ແຂວງເຊີນລາ, ຫວຽດນາມ; ລາຍການພົບປະແລກປ່ຽນນາຍທະຫານໜຸ່ມຊາຍແດນລະຫວ່າງກອງບັນຊາການທະຫານຊາຍແດນແຂວງ ເຊີນລາ, ແທັງຮວ໊າ (ຫວຽດນາມ) ກັບກອງບັນຊາການທະຫານ ແຂວງຫົວພັນ, ລາວ; ລາຍການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ-ລາວ ຄັ້ງທີ 2 ຂັ້ນກອງບັນຊາການທະຫານຊາຍແດນ ເດືອນ ມິຖຸນາ 2023 ຢູ່ແຂວງຮ່າຕິງ, ຫວຽດນາມ.

ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງຈະສືບຕໍ່ປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມືຊາຍແດນທີ່ລົງນາມໃນວັນທີ 16 ຕຸລາ 2018 ລະຫວ່າງກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ແລະກົມທະຫານຊາຍແດນ, ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ; ບັນດາເອກະສານນິຕິກໍາທີ່ໄດ້ລົງນາມກ່ຽວກັບຊາຍແດນລະຫວ່າງຫວຽດນາມ ແລະລາວ; ບັນດາຄວາມຮັບຮູ້ລວມທີ່ການນໍາຂັ້ນສູງສອງປະເທດ, ສອງກອງທັບບັນລຸໄດ້ຢ່າງເຂັ້ມງວດ, ມີປະສິດທິຜົນ; ເພີ່ມທະວີການສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ...

ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຈັດຕັ້ງການປ້ອງກັນ, ຕ້ານກົນອຸບາຍ, ເລລ່ຽມແບ່ງແຍກການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ; ສະກັດກັ້ນ, ຕ້ານອາດຊະຍາກໍາ, ຕ້ານການລະເມີດກົດໝາຍຢູ່ເຂດຊາຍແດນ.

ກອງປະຊຸມປະຈຳປີ ລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມທະຫານຊາຍແດນລາວ

ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ. ພາບ:bienphong.com.vn

ສິ້ນສຸດການພົບປະສອງຝ່າຍ, ຫົວໜ້າຄະນະຜູ້ແທນສອງຝ່າຍໄດ້ລົງນາມຮັບປະກັນອະນຸສັນຍາວ່າດ້ວຍການການຮ່ວມມືຊາຍແດນລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດລາວ ເພື່ອເປັນບ່ອນອີງໃຫ້ແກ່ການລາຍງານຕໍ່ລັດຖະມົນຕີ ກະຊວງປ້ອງກັນປະເທດຂອງສອງປະເທດ ຫວຽດນາມ-ລາວ ທີ່ຈະລົງນາມໃນໄລຍະຈະມາເຖິງ; ລົງນາມບົດບັນທຶກກອງປະຊຸມ ປີ 2023 ລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມທະຫານຊາຍແດນລາວ.

ບູນມີ

ເຫດການ
302 Found

Found

The document has moved here.