ສາຍພົວພັນຫວຽດນາມ - ລາວ ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ

16:07 | 07/12/2020

ຕອນບ່າຍວັນທີ 6 ທັນວາ ຢູ່ ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ໂດຍທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ນຳຫນ້າ ພວມຢູ່ຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານ ລາວ - ຫວຽດນາມ.

ສາຍພ ວພ ນຫວຽດນາມ ລາວ ນ ບມ ນ ບພ ດທະນາຢ າງເລ ກເຊ ງ ແທດຈ ງ ແລະ ມ ປະສ ດທ ຜ ນໃນທ ກຂ ງເຂດ ນາຍົກລັດຖະມົນຕີສອງປະເທດ ຫວຽດນາມ - ລາວເປັນປະທານກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ
ສາຍພ ວພ ນຫວຽດນາມ ລາວ ນ ບມ ນ ບພ ດທະນາຢ າງເລ ກເຊ ງ ແທດຈ ງ ແລະ ມ ປະສ ດທ ຜ ນໃນທ ກຂ ງເຂດ ຮູບຖ່າຍກວ່າ 100 ແຜ່ນ ແນະນຳເຖິງຜູ້ຊົມສາຍພົວພັນແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ

ທີ່ການຕ້ອນຮັບ, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນວ່າ ສາຍພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ນັບມື້ນັບພັດທະນາທັງລົງກວ້າງ ແລະ ລົງເລິກ ໃນທຸກຂົງເຂດ; ສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ການສະຫນັບສະຫນູນ ແລະ ການຊ່ວຍເຫລືອອັນໃຫຍ່ຫລວງ, ທັນການ ແລະ ມີປະສິດທິຜົນ ຊື່ງຫວຽດນາມ ໄດ້ສະຫງວນໃຫ້ພັກ, ລັດ ແລະ ປະຊາຊົນລາວ ນັບແຕ່ກ່ອນມາຮອດປະຈຸບັນ ນັບທັງເມື່ອຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ.

ສາຍພ ວພ ນຫວຽດນາມ ລາວ ນ ບມ ນ ບພ ດທະນາຢ າງເລ ກເຊ ງ ແທດຈ ງ ແລະ ມ ປະສ ດທ ຜ ນໃນທ ກຂ ງເຂດ
ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ. (ພາບ: TTXVN)

ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢືນຢັນ: ລັດຖະບານ ລາວ ຈະສືບຕໍ່ສົມທົບຢ່າງແຫນ້ນແຟ້ນກັບລັດຖະບານຫວຽດນາມ ຊີ້ນຳບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ແລະ ບັນດາເນື້ອໃນຂໍ້ຕົກລົງທີ່ກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານ ລາວ - ຫວຽດນາມ ໃຫ້ມີປະສິດທິຜົນ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຕີລາຄາສູງການສົມທົບກັນຊີ້ນຳຢ່າງຂ້ຽວຂາດຂອງນາຍົກລັດຖະມົນຕີທັງສອງທ່ານ ກໍ່ຄື ຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນສອງປະເທດໃນການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ແກ້ໄຂຄວາມຫຍຸ້ງຍາກຂໍ້ຕິດຂັດຫລາຍຢ່າງໃນການຮ່ວມມື ເປັນຕົ້ນຄວາມຫຍຸ້ງຍາກໂດຍ ໂລກລະບາດໂຄວິດ 19 ກໍ່ຂຶ້ນ, ສ້າງການຫັນປ່ຽນເປັນຫນ້າຮັບຮູ້ໃນບັນດາຂົງເຂດ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ກໍ່ສະເຫນີ ສອງລັດຖະບານສົມທົບກັນຊີ້ນຳບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ວິສາຫະກິດ ສຸມໃສ່ ຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເປັນເອກະພາບໃນກອງປະຊຸມຄັ້ງນີ້ ເປັນຕົ້ນແມ່ນບັນດາເອກະສານທີ່ໄດ້ລົງນາມ, ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການຄ້າ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ, ວິທະຍາສາດເຕັກນິກ ບົນພື້ນຖານເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ.

ສາຍພ ວພ ນຫວຽດນາມ ລາວ ນ ບມ ນ ບພ ດທະນາຢ າງເລ ກເຊ ງ ແທດຈ ງ ແລະ ມ ປະສ ດທ ຜ ນໃນທ ກຂ ງເຂດ EVN ໄດ້ເຊັນບົດບັນທຶກ ຊື້ໄຟຟ້າກັບບັນດານັກລົງທຶນໂຄງການໄຟຟ້າປະເທດລາວ

ຍສໝ - ໃນວັນທີ 6 ທັນວາ 2020 ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດກອງປະຊຸມຄັ້ງທີ 43 ຂອງຄະນະກຳມະການລະຫວ່າງ ລັດຖະບານສອງປະເທດຫວຽດນາມ - ລາວ, ໂດຍພາຍໃຕ້ການເປັນສັກຂີພິຍານ ຂອງທ່ານນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີແຫ່ງ ສປປ.ລາວ ທອງລຸນ ສີສຸລິດ, ທ່ານ ເຈີນດີງເຍີນ - ...

ສາຍພ ວພ ນຫວຽດນາມ ລາວ ນ ບມ ນ ບພ ດທະນາຢ າງເລ ກເຊ ງ ແທດຈ ງ ແລະ ມ ປະສ ດທ ຜ ນໃນທ ກຂ ງເຂດ ການຮ່ວມມືຊາຍແດນລະຫວ່າງ ສອງປະເທດ ຫວຽດນາມ - ລາວ ໄດ້ຮັບຄວາມ ສົນໃຈ ຢ່າງເລິກເຊິ່ງຈາກພັກ ແລະລັດຖະບານຂອງສອງປະເທດ

ສປປ ລາວ ແລະ ສສ ຫວຽດນາມ ມີເສັ້ນຊາຍແດນຍາວ 2.300 ກມ, ຕິດກັບ 10 ແຂວງຂອງສອງປະເທດ. ແຕ່ປີ 1978 ເຖິງປີ 1987, ລາວ ແລະ ຫວຽດນາມ ໄດ້ປະສານສົມທົບເພື່ອສຳເລັດການປັກຫຼັກໝາຍຊາຍແດນທັງໝົດໃນພາກສະໜາມ, ຫຼັງຈາກຫຼາຍປີຜ່ານມາ, ແຕ່ຊາຍແດນຍັງມີຂໍ້ຈຳກັດຈຳນວນໜຶ່ງ ເຊິ່ງກໍ່ໃຫ້ເກີດຄວາມຫຍຸ້ງຍາກໃນການເຮັດວຽກ ແລະ ການຄຸ້ມຄອງຊາຍແດນ.

ສາຍພ ວພ ນຫວຽດນາມ ລາວ ນ ບມ ນ ບພ ດທະນາຢ າງເລ ກເຊ ງ ແທດຈ ງ ແລະ ມ ປະສ ດທ ຜ ນໃນທ ກຂ ງເຂດ ເປີດຕົວສະມາຄົມມິດຕະພາບຫວຽດນາມ - ລາວ ອະດີດທະຫານອາສາສະໝັກ

ຍສໝ - ຕອນເຊົ້າວັນທີ 28 ຕຸລາ 2020, ທີ່ຫໍຮັບແຂກຂອງກະຊວງປ້ອງກັນຄວາມສະຫງົບ, ຄະນະທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມ ປະຈຳລາວ, ນະຄອນຫຼວງຮ່າໂນ້ຍ ໄດ້ຈັດກອງປະຊຸມປິດອາຍຸປະຈຳການ 2015-2020 ແລະ ເປີດສະມາຄົມມິດຕະພາບ ຫວຽດນາມ - ລາວ ອະດີດນັກທະຫານອາສາສະໝັກຮ່າໂນ້ຍ.

vovworld.vn

ເຫດການ
302 Found

Found

The document has moved here.