ສານຊົມເຊີຍຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ສົ່ງເຖິງ AIPA-42

15:08 | 25/08/2021

ເນື່ອງໃນໂອກາດ ບຣູໄນ ເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 42 (AIPA-42), ທ່ານ ຫງວຽນຊວນຟຸກ ະທານປະເທດຫວຽດນາມ ໄດ້ສົ່ງສານຊົມເຊີຍເຖິງ AIPA-42. ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນຳເຖິງເພື່ອນຜູ້ອ່ານເນື້ອໃນສານຊົມເຊີຍຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ.

ໄຂກອງປະຊຸມສະມັດຊາໃຫຍ່ AIPA– 42 ໄຂກອງປະຊຸມສະມັດຊາໃຫຍ່ AIPA– 42
ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຜ່ານດ່ານຊາຍແດນລາວກາຍ ເພີ່ມຂຶ້ນ 42% ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຜ່ານດ່ານຊາຍແດນລາວກາຍ ເພີ່ມຂຶ້ນ 42%
ສານຊົມເຊີຍຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ສົ່ງເຖິງ AIPA-42
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ. ພາບ: TTXVN

ຂໍຮຽນທ່ານ Abdul Rahman Taib Pehin Orang Kaya Seri Lela, ປະທານສະພານິຕິບັນຍັດ ບຣູໄນ ດາຣູຊາລາມ, ປະທານສະມັດຊາໃຫຍ່ AIPA ຄັ້ງທີ 42,

ຕາງໜ້າລັດ ແລະປະຊາຊົນຫວຽດນາມ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍມາຍັງທ່ານປະທານ, ປະທານສະພາແຫ່ງຊາດປະເທດຕ່າງໆ, ຫົວໜ້າສະມາຊິກລັດຖະສະພາ, ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 42 ໂດຍສະພານິຕິບັນຍັດ ບຣູໄນ ດາຣູຊາລາມ ຈັດຕັ້ງຜ່ານລະບົບທາງໄກ.

ກອງປະຊຸມ AIPA-42 ໄດ້ຈັດຕັ້ງໃນສະພາບການທີ່ໂລກ ແລະພາກພື້ນພວມຖືກຜົນສະທ້ອນຢ່າງໜັກໜ່ວງຂອງພະຍາດໂຄວິດ-19, ສົ່ງຜົນກະທົບຢ່າງຮ້າຍແຮງເຖິງການພັດທະນາເສດຖະກິດ-ສັງຄົມ ແລະຊີວິດຂອງປະຊາຊົນຢູ່ປະເທດຕ່າງໆ, ພ້ອມກັນນັ້ນແມ່ນສິ່ງທ້າທາຍຕ່າງໆ, ທັງແງ່ມູມຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່, ນາບຂູ່ເຖິງສະພາບແວດລ້ອມສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ພາກພື້ນຂອງພວກເຮົາ. ອາຊຽນ, ຍິ່ງກວ່າເວລາໃດໝົດ, ຄວນສະແດງໃຫ້ເຫັນວິໄສທັດທີ່ຖືກຕ້ອງ, ສີສັນສາມັກຄີ, ສະໜິດຕິດພັນ ແລະຄວາມສາມາດກຸ້ມຕົນເອງຂອງປະຊາຄົມໜ່ຶງເພື່ອຜ່ານຜ່າທຸກຄວາມຫຍຸ້ງຍາກ, ກ້າວໄປຂ້າງໜ້າ. ທຸກບາດກ້າວພັດທະນາຂອງປະຊາຄົມອາຊຽນ ບໍ່ສາມາດຂາດບົດບາດສຳຄັນຂອງຊ່ອງທາງນິຕິບັນຍັດໄດ້, ເຊິ່ງຕາງໜ້າແມ່ນ AIPA ແລະບັນດາສະມາຊິກລັດຖະສະພາ. ຂ້າພະເຈົ້າ ຂໍຊົມເຊີຍວິວັດການຮ່ວມມື ແລະພັດທະນາຢ່າງເຂັ້ມແຂງຂອງ AIPA ໃນຊຸມທົດສະວັດຜ່ານມາ ກໍ່ຄືການປະກອບສ່ວນ, ສະໜັບສະໜູນຢ່າງຕັ້ງໜ້າຂອງບັນດາສະມາຊິກລັດຖະສະພາ AIPA ຕໍ່ກັບລັດຖະບານບັນດາປະເທດສະມາຊິກອາຊຽນ ເພື່ອແນໃສ່ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ, ຊຸກຍູ້ການຮ່ວມມື, ພັດທະນາແບບຍືນຍົງ, ມຸ່ງໄປເຖິງປະຊາຊົນ ແລະຖືປະຊາຊົນເປັນໃຈກາງ.

ດ້ວຍຈິດໃຈດັ່ງກ່າວ, ຂ້າພະເຈົ້າຕີລາຄາສູງຕໍ່ຫົວຂໍ້ຂອງກອງປະຊຸມ AIPA ປີນີ້ແມ່ນ “ພັດທະນາການພົວພັນຮ່ວມມືລັດຖະສະພາໃນຂົງເຂດເຕັກນິກດີຈີຕອນກວມລວມມຸ່ງໄປເຖິງປະຊາຄົມອາຊຽນ ປີ 2025”. ຫົວຂໍ້ມີລັກສະນະສະຖານະການສູງ, ວາງອອກຄວາມຮຽກຮ້ອງຕ້ອງການທີ່ແທດຈິງຂອງການຮ່ວມມືໃນລັດຖະສະພາອາຊຽນ, ເສີມຂະຫຍາຍບົດບາດຂອງຊ່ອງທາງນິຕິບັນຍັດ ຮ່ວມເດີນທາງພ້ອມກັບຊ່ອງທາງບໍລິຫານໃນການຍູ້ແຮງກິດຈະການຫັນປ່ຽນດີຈີຕອນ, ກໍ່ສ້າງພື້ນຖານເສດຖະກິດດີຈີຕອນ, ຮັດແຄບໄລຍະຫ່າງດີຈີຕອນ ແລະຂາດຄວາມສະເໝີພາບດີຈີຕອນ, ມຸ່ງໄປສູ່ເຕັກນິກດີຈີຕອນກວມລວມໃນປະຊາຄົມອາຊຽນ. ໃນໄລຍະທີ່ຫຍຸ້ງຍາກ, ເກີດສິ່ງທ້າທາຍຄືໃນປະຈຸບັນ, ຂ້າພະເຈົ້າຂໍເນັ້ນໜັກເປັນພິເສດເຖິງຄວາມສຳຄັນຂອງຊ່ອງທາງນິຕິບັນຍັດບັນດາປະເທດອາຊຽນ, ຜ່ານ AIPA ແລະບັນດາສະມາຊິກລັດຖະສະພາ ກໍ່ຄືເປັນເສົາຄ້ຳສົມທົບ ແລະຊ່ວຍຊູກັນຢ່າງມີປະສິດທິຜົນໃຫ້ແກ່ຄວາມມານະພະຍາຍາມຂອງບັນດາລັດຖະບານປັບປຸງກຳລັງແຮງສັງລວມຂອງອາຊຽນ ຜ່ານຜ່າພາຍຸລົມແດງ, ສືບຕໍ່ປະຕິບັດເປົ້າໝາຍກໍ່ສ້າງປະຊາຄົມໃຫ້ປະສົບຜົນສຳເລັດ.

ດ້ວຍຄວາມໄວ້ເນື້ອເຊື່ອໃຈດັ່ງກ່າວ, ຂ້າພະເຈົ້າຢືນຢັນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບໃນຂອບເຂດຮ່ວມມືຫຼາຍຝ່າຍ, ທັງແງ່ມູມບໍລິຫານ ແລະນິຕິບັນຍັດ. ຂ້າພະເຈົ້າເຊື່ອໝັ້ນວ່າ ສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ປະກອບສ່ວນຈົນສຸດຄວາມສາມາດຂອງຕົນໃຫ້ແກ່ວິວັດການຮ່ວມມື ແລະພັດທະນາຂອງ AIPA, ສ້າງຄວາມເຕີບໃຫຍ່ເຂັ້ມແຂງ ແລະຍືນຍົງຄົງຕົວຂອງປະຊາຄົມອາຊຽນ, ຊາຍຄາລວມຂອງປະຊາຊົນບັນດາເຜົ່າອ້າຍນ້ອງ 650 ລ້ານຄົນ ໃນພາກພື້ນຂອງພວກເຮົາ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງແນວແນ່ວ່າ ພາຍໃຕ້ການເປັນປະທານຂອງທ່ານປະທານ, ການກະກຽມຢ່າງຮອບຄອບຖີ່ຖ້ວນຂອງສະພານິຕິບັນຍັດ ບຣູໄນ ດາຣູຊາລາມ, ພ້ອມກັບການສົມທົບກັນຢ່າງແໜ້ນແຟ້ນຂອງບັນດາສະມາຊິກລັດຖະສະພາ AIPA, ຄະນະເລຂາ AIPA, ສະມັດຊາໃຫຍ່ AIPA ຄັ້ງທີ 42 ຈະປະສົບຜົນສໍາເລັດຢ່າງຈົບງາມ.

ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍ ແລະພອນໄຊອັນປະເສີດມາຍັງທ່ານປະທານ ແລະຜູ້ແທນທຸກຄົນ.

la.qdnd.vn

ເຫດການ
302 Found

Found

The document has moved here.