EVN ໄດ້ເຊັນບົດບັນທຶກ ຊື້ໄຟຟ້າກັບບັນດານັກລົງທຶນໂຄງການໄຟຟ້າປະເທດລາວ

14:00 | 07/12/2020

ຍສໝ - ໃນວັນທີ 6 ທັນວາ 2020 ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດກອງປະຊຸມຄັ້ງທີ 43 ຂອງຄະນະກຳມະການລະຫວ່າງ ລັດຖະບານສອງປະເທດຫວຽດນາມ - ລາວ, ໂດຍພາຍໃຕ້ການເປັນສັກຂີພິຍານ ຂອງທ່ານນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີແຫ່ງ ສປປ.ລາວ ທອງລຸນ ສີສຸລິດ, ທ່ານ ເຈີນດີງເຍີນ - ຜູ້ອຳນວຍການໃຫຍ່ກຸ່ມໄຟຟ້າຫວຽດນາມ (EVN) ໄດ້ເຊັນບົດບັນທຶກກັບບັນດານັກລົງທຶນໂຄງການໄຟຟ້າຕ່າງໆໃນປະເທດລາວ ເພື່ອຂາຍໄຟຟ້າໃຫ້ຫວຽດນາມ.

ເຂື່ອນໄຟຟ້ານໍ້າກົງ 3 ຈະ​ເປີດຜະລິດໄຟຟ້າຈໍາໜ່າຍ ​ກາງປີ 2021
ກຸ່ມນັກລົງທຶນອາເມລິກາ - ສ.ເກົາຫຼີ ຫວັງວ່າໄດ້ລົງທຶນໄລຍະຍາວໃນບັນດາໂຄງການໄຟຟ້າ ອາຍແກັດ LNG ຢູ່ຫວຽດນາມ.

ຕາມນັ້ນແລ້ວ, ກຸ່ມໄຟຟ້າຫວຽດນາມ EVN ໄດ້ລົງນາມບົດບັນທຶກ 3 ສະບັບກັບບັນດາວິສາຫະກິດ, ໃນນັ້ນມີ: ບົດບັນທຶກກັບກຸ່ມບໍລິສັດ Phongsubthavy ວ່າດ້ວຍການພັດທະນາ ກຸ່ມໂຄງການເຂື່ອນໄຟຟ້າ Nam Yeuang ດ້ວຍກຳລັງແຮງຜະລິດ 84 MW, ຄາດວ່າຈະຂາຍກະແສໄຟຟ້າໃຫ້ແກ່ຫວຽດນາມ ແຕ່ປີ 2024-2025; ພັດທະນາໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນ Nam Phan ດ້ວຍກຳລັງແຮງຜະລິດ 300 MW, ຄາດວ່າຈະຂາຍໄຟຟ້າໃຫ້ຫວຽດນາມແຕ່ປີ 2025; ບົດບັນທຶກ ລະຫວ່າງ ບໍລິສັດ EVN ແລະ ບໍລິສັດ Kong sup Hydro ພັດທະນາເຂື່ອນນ້ຳງື່ມ 1 ແລະ ນ້ຳງື່ມ 3 ກ່ຽວກັບການພັດທະນາໂຄງການເຂື່ອນໄຟຟ້ານ້ຳງື່ມ 1 ດ້ວຍກຳລັງແຮງຜະລິດ 124MW, ຄາດວ່າຈະຂາຍກະແສໄຟຟ້າໃຫ້ຫວຽດນາມໃນປີ 2024-2025.

EVN ໄດ້ເຊັນບົດບັນທຶກ ຊື້ໄຟຟ້າກັບບັນດານັກລົງທຶນໂຄງການໄຟຟ້າປະເທດລາວ
ທ່ານ ເຈີນດີງເຍີນ - ຜູ້ອຳນວຍການໃຫຍ່ກຸ່ມໄຟຟ້າຫວຽດນາມ (EVN) ໃນພິທີເຊັນບົດບັນທຶກ. (ພາບ: congthuong.vn)

ນະໂຍບາຍການຊື້ກະແສໄຟຟ້າຈາກເຂື່ອນໄຟຟ້ານ້ຳງື່ມ 1 ແລະ ກຸ່ມໂຄງການເຂື່ອນໄຟຟ້າ Nam Yeuang ທີ່ກ່າວມາຂ້າງເທິງ ແມ່ນໄດ້ຮັບການເຫັນດີຈາກນາຍົກລັດຖະມົນຕີ. ໃນໄລຍະຈະມາເຖິງ, ສອງຝ່າຍຈະຊຸກຍູ້ການເຈລະຈາສັນຍາຊື້ - ຂາຍໄຟຟ້າ ຕາມທິດຊີ້ນຳ ແລະ ການແນະນຳຂອງກະຊວງອຸດສາຫະກຳ ແລະ ການຄ້າ.

ການລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການພັດທະນາໂຄງການເຂື່ອນໄຟຟ້າໃນຄັ້ງນີ້ ແມ່ນບາດກ້າວທີ່ສຳຄັນ ໃນການພົວພັນມິດຕະພາບຫວຽດນາມ - ລາວ, ໂດຍສະເພາະ ແມ່ນການຮ່ວມມືໃນຂົງເຂດພະລັງງານ.

ເຂື່ອນໄຟຟ້ານໍ້າກົງ 3 ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ​ເປີດຜະລິດກະ​ແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ​ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່​ຈະ​ມາ​ເຖິງ

ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ​ເປີດຜະລິດກະ​ແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ​ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່​ຈະ​ມາ​ເຖິງ​ນີ້, ເຊິ່ງກະ​ແສ​ໄຟຟ້າ ທີ່ຜະລິດໄດ້ທັງ​ໝົດ 54 MW (3x18 MW), ຈະສົ່ງ​ຂາຍໃຫ້ ປະ​ເທດຫວຽດນາມ.

ໂຄງການເຂື່ອນໄຟຟ້ານໍ້າກົງ 1 ຄືບໜ້າ 80% ຄາດ ຈະສຳເລັດ 100% ໃນທ້າຍເດືອນກໍລະກົດ 2021

ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳກົງ 1 ໜ້າ​ວຽກ​ໂດຍ​ລວມ ສຳເລັດ​ແລ້ວ 81,9%, ພາຍ ຫລັງ​ເລີມ​ລົງ​ມີ​ກໍ່ສ້າງ ມາ​ແຕ່​ທ້າຍ​ເດືອນ​ຕຸລາ 2017, ປັດຈຸບັນ ພວມດຳເນີນການ ກໍ່ສ້າງສັນເຂື່ອນ, ຕິດຕັ້ງປະຕູທາງນ້ຳລົ້ນ, ຕິດຕັ້ງຈັກ ເບີ 2, ຄອນກິດໄລນິງທໍ່ຫາຍໃຈ, ໂຄງສ້າງປະຕູນໍ້າ ທ້າຍເຮືອນຈັກ, ໂຄງສ້າງສະວິດຢາດ GIS ແລະ ວຽກດຶງສາຍ 115 ກິ​ໂລໂວນ. ຄາດ​ວ່າ ການກໍ່ສ້າງທັງໝົດ ຈະ​ໃຫ້​ສຳ​ເລັດ 100% ​​​ໃນ​ເດືອນ ກໍລະກົດ 2021​ ກະ​ແສ​ໄຟຟ້າ​ທັງ​ໝົດ ຈະ​ສົ່ງ​ຂາຍ​ໃຫ້​ລັດ​​ວິ​ສາ​ຫະກິດ​​ໄຟຟ້າ​ລາວ.

ລາວ: ໃນປີ 2020 ຈະສາມາດສົ່ງອອກພະລັງງານໄດ້ທັງໝົດ 3.575 ລ້ານກິໂລວັດໂມງ, ຮອດປີ 2025 ຈະສາມາດສົ່ງອອກໄດ້ 6.017 ລ້ານກິໂລວັດໂມງ

ມາ​ຮອດ​ປັດຈຸບັນ ສປປ ລາວ ມີ​ແຫ​ລ່ງຜະລິດ​ໄຟຟ້າ​ທັງ​ໝົດ 78 ​ແຫ່ງ, ມີ​ກຳລັງ​ຕິດ​ຕັ້ງ​ທັງ​ໝົດ 9.972 ​ເມັກ​ກາ​ວັດ, ສາມາດ​ຜະລິດ​ພະລັງງານ ​ໄຟຟ້າ​ໄດ້​ເຖິງ 52.211 ລ້ານ​ກິ​ໂລ​ວັດ​ໂມງ​ຕໍ່​ປີ, ​ໃນ​ນີ້​ມີ​ເຂື່ອນ​ໄຟຟ້າ​ນ້ຳຕົກ 67 ​ແຫ່ງ, ​ໂຮງ​ໄຟຟ້າ​ຖ່ານ​ຖີນ 1 ​ແຫ່ງ, ​ໂຮງ​ໄຟຟ້າ​ຊີວະ​ມວນ 4 ​ແຫ່ງ, ​ໂຮງ​ໄຟຟ້າ​ແສງຕາ​ເວັນ 6 ​ແຫ່ງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.