ຮູບຖ່າຍກວ່າ 100 ແຜ່ນ ແນະນຳເຖິງຜູ້ຊົມສາຍພົວພັນແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ

19:27 | 01/12/2020

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດແຫ່ງ ສປປ ລາວ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງງານວາງສະແດງຮູບຖ່າຍ “ການພົວພັນມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ” ຂຶ້ນຢູ່ ຮ່າໂນ້ຍ ໃນລະຫວ່າງວັນທີ 01 – 05 ທັນວາ 2020.

ຮ ບຖ າຍກວ າ 100 ແຜ ນ ແນະນຳເຖ ງຜ ຊ ມສາຍພ ວພ ນແບບພ ເສດລະຫວ າງສອງຊາດ ຫວຽດນາມ ລາວ ຫວຽດນາມ ໄດ້ມອບຜ້າບັງປາກຈຳນວນ 30.000 ແຜ່ນ ເພື່ອສະໜັບສະໜູນ ປະເທດລາວ ປ້ອງກັນ ແລະ ຕ້ານ COVID-19
ຮ ບຖ າຍກວ າ 100 ແຜ ນ ແນະນຳເຖ ງຜ ຊ ມສາຍພ ວພ ນແບບພ ເສດລະຫວ າງສອງຊາດ ຫວຽດນາມ ລາວ ອາເມລິກາ ໄດ້ມອບເຄື່ອງຊ່ວຍຫາຍໃຈຈຳນວນ 100 ເຄື່ອງ ທີ່ຫາກໍ່ຜະລິດໃຫ້ ຫວຽດນາມ ເພື່ອໜູນຊ່ວຍເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19
ຮ ບຖ າຍກວ າ 100 ແຜ ນ ແນະນຳເຖ ງຜ ຊ ມສາຍພ ວພ ນແບບພ ເສດລະຫວ າງສອງຊາດ ຫວຽດນາມ ລາວ
ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງງານວາງສະແດງຮູບຖ່າຍ “ການພົວພັນມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ” ຂຶ້ນຢູ່ ຮ່າໂນ້ຍ ໃນລະຫວ່າງວັນທີ 01 – 05 ທັນວາ 2020.

ດ້ວຍຮູບຖ່າຍກວ່າ 100 ແຜ່ນ, ງານວາງສະແດງຄັ້ງນີ້ຢາກແນະນຳເຖິງຜູ້ຊົມສາຍພົວພັນແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ ໃນຕະຫຼອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ຂະບວນວິວັດການແຫ່ງການປ່ຽນແປງໃໝ່ ແລະ ສ້າງສາປະເທດຊາດ, ຢັ້ງຢືນຄວາມຕັດສິນໃຈຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງໃຫ້ສາຍພົວພັນ ຫວຽດນາມ - ລາວ ໝັ້ນຄົງທະໜົງແກ່ນໄປຊົ່ວກາລະນານ. ງານວາງສະແດງກສຸມໃສ່ແນະນຳເຖິງທ່ານຜູ້ຊົມກ່ຽວກັບຊີວິດ ແລະ ພາລະກິດແຫ່ງການປະຕິວັດຂອງປະທານ ໄກສອນ ພົມວິຫານ ເຊິ່ງເປັນເພື່ອນມິດສະຫາຍທີ່ສະໜິດສະໜົມຂອງພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ.

ລາວ-ຫວຽດນາມ, ຫວຽດນາມ-ລາວ ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​, ຮ່​ວມ​ສາຍ​ພູຫລວງ, ​ຮ່ວມ​ແມ່​ນ້ຳ, ການ​ພົວ​ພັນ​ສະ​ໜິດ​ສະ​ໜົມ ​ຖານ​ອ້າຍ​ນ້ອງ ​ລະ​ຫວ່າງ​ສອງ​ຊາດ​ ໄດ້​ຮັບ​ການ​ສ້າງ​ຕັ້ງ ແລະ ເພີ່ມ​ພູນ​ຄູນ​ສ້າງ​ ໃນ​ປະ​ຫວັດ​ສາດ ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ ປະ​ເທ​ດ​ຊາດ. ການ​ພົວ​ພັນ​ມູນ​ເຊື້ອ​ອັນ​ດີ​ງາມ, ຄວາມ​ສະ​ໜິດ​ຕິ​ດ​ພັນ​ ຈິດ​ໜຶ່ງ​ໃຈ​ດຽວ​ ລະ​ຫວ່າງ ​ປະ​ຊາ​ຊົນ​ ສອງ​ປະ​ເທດ ລາວ-ຫວຽດ​ນາມ, ຫວຽດນາມ - ລາວ, ໂດຍ​ປະ​ທານ​ໂຮ່​ຈິມິງ ແລະ ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ເປັນ​ຜູ້ກໍ່​ຕັ້ງ, ການນໍາຮຸ່ນ​ຕ່າງໆ ແລະ ປະ​ຊາ​ຊົນ​ສອ​ງ​ປະ​ເທດ ​ເພີ່​ມ​ພູນ​ຄູນ​ສ້າງ. ນີ້​ແມ່ນ​ຊັບ​ສົມ​ບັດ ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ຊາດ, ເໝາະ​ສົມ​ກັບ​ກົດ​ເກນ​ ພັດ​ທະ​ນາ​ລວມ​ ຂອງ​ສອງ​ປະ​ເທດ ​ໃນ​ໄລ​ຍະ​ທາງ​ ແຫ່ງ​ການ​ພັດ​ທະ​ນາ ​ປະ​ເທດ​ຊາດ ​ວັດ​​ທະ​ນາ​ຖາ​ວອນ​, ປະ​ຊາ​ຊົນ​ອີ່ມໜຳ​ສຳ​ລານ ແລະ ມີ​ຄວາມ​ຜາ​ສຸກ.

ຮ ບຖ າຍກວ າ 100 ແຜ ນ ແນະນຳເຖ ງຜ ຊ ມສາຍພ ວພ ນແບບພ ເສດລະຫວ າງສອງຊາດ ຫວຽດນາມ ລາວ
ບັນດາຜູ້ແທານເຂົ້າຮ່ວມງານວາງສະແດງ.

ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ ແລະ​ ຍາດ​ເອົາ​ເອ​ກະ​ລາດ ຂອງ​ແຕ່​ລະ​ປະ​ເທດ, ຄວາມ​ສະ​ໜິ​ດ​ຕິດ​ພັນ​ທີ່​ສະ​ໜິດ​ແໜ້ນ, ການ​ສົມ​ທົບ​ກັນ, ການ​ຊ່ວຍ​ເຫລືອທີ່ບໍ່​ລຳ​ອ​ຽງ, ສຸດ​ອົກ​ສຸດ​ໃຈ ລະ​ຫວ່າງ​ສອງ​ປະ​ເທດ, ສອງ​ຊາດລາວ-ຫວຽດນາມ ໄດ້​ກາຍ​ເປັນ​ກຳ​ລັງ​ແຮງ​ ອັນ​ໃຫຍ່ຫລວງ ແລະ ແມ່ນ​ປັດ​ໄຈ​ສຳ​ຄັນ ປະ​ກອບ​ສ່ວນ​ນຳ​ການ ​ປະ​ຕິ​ວັດ​ສອງ​ປະ​ເທດ​ ໄປ​ສູ່​ໄຊ​ຊະ​ນະ​ສົມ​ບູນ ​ເມື່ອ​ປີ 1975. ໃນ​ໄລ​ຍະ​ໃໝ່, ສອງ​ປະ​ເທດ​ເຫັນ​ ໄດ້​ຄວາມ​ສຳ​ຄັນ​ ຕ້ອງ​ສືບ​ຕໍ່​ພັດ​ທະ​ນາ​ ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ ບົນ​ພື້ນ​ຖານ​ສັນ​ຕິ​ພາບ ແລະ ເອ​ກະ​ລາດ. ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ກາ​ນ​ຮ່ວມ​ມື​ໄດ້​ຮັບ ​ການ​ລົງ​ນາມ​ໃນ​ ປີ 1977 ແມ່ນ​ໜຶ່ງ​ໃນ​ບັນ​ດາ ​ເຫດ​ການ​ປະ​ຫວັດ​ສາດ ​ສຳ​ຄັນ, ແມ່ນ​ພື້ນ​ຖານ​ໃຫ້ ​ແກ່​ການ​ພົວ​ພັນ​ ລະ​ຫວ່າງ​ສອງ​ປະ​ເທດ ​ໃນ​ໄລ​ຍະ​ໃໝ່. ການ​ພົວ​ພັນ​ຮ່ວມ​ມື​ ລະ​ຫວ່າງ​ ສອງ​ປະ​ເທດ​ ໃນ​ທຸກ​ຂົງ​ເຂດ​ສືບ​ຕໍ່​ ໄດ້​ຮັບ​ການ​ປັບ​ປຸງ, ນຳເອົາ​ການ​ພົວ​ພັນ​ຮ່ວມ​ມື​ ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ.

ຮ ບຖ າຍກວ າ 100 ແຜ ນ ແນະນຳເຖ ງຜ ຊ ມສາຍພ ວພ ນແບບພ ເສດລະຫວ າງສອງຊາດ ຫວຽດນາມ ລາວ ຂະ​ແໜງ​ຕຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາ​ການ​ຫັນ​ປ່ຽນ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ

ຍ​ສໝ - ອັດ​ຕາ​ເຕີບ​ໂຕ​​ລະ​ດັບ​​ກາງ ຂອງ​ການ​ຕຳ​ແຜ່ນ​ຕັດ​ຫ​ຍິ​ບ​ຫວຽດ​ນາມ​ໃນ​ໄລ​ຍະ 2010 – 2019 ເພີ່ມ​ຂຶ້ນ 15,8 %, ນຳ​ຫວຽດ​ນາມ​ກາຍ​ເປັນ​ຜູ້​ຜະ​ລິດ​ການ​ຕັດ​ຫ​ຍິບ​ໃຫຍ່​ອັນ​ດັບ​ທີ 2 ໃນ​ທົ່ວ​ໂລກ.

ຮ ບຖ າຍກວ າ 100 ແຜ ນ ແນະນຳເຖ ງຜ ຊ ມສາຍພ ວພ ນແບບພ ເສດລະຫວ າງສອງຊາດ ຫວຽດນາມ ລາວ ເອກອັກຄະລັດຖະທູດກາຕາປະຈຳ ຫວຽດນາມ ໄດ້ມອບຂອງຂວັນມີມູນຄ່າ 100 ລ້ານດົ່ງ ໃຫ້ສູນປົກປ້ອງສັງຄົມ 3, ນະຄອນຫຼວງຮ່າໂນ້ຍ

ຍສໝ - ຕອນເຊົ້າວັນທີ 28 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດກາຕາປະຈຳ ຫວຽດນາມໄດ້ມາຢ້ຽມຢາມ ແລະ ມອບຂອງຂວັນ ທີ່ມີມູນຄ່າ 100 ລ້ານດົ່ງ ໃຫ້ແກ່ສູນປົກປ້ອງສັງຄົມ 3, ເມືອງມຽວຍາ, ໄຕໂໝ, ນາມຕື່ລຽມ, ຮ່າໂນ້ຍ.

ຮ ບຖ າຍກວ າ 100 ແຜ ນ ແນະນຳເຖ ງຜ ຊ ມສາຍພ ວພ ນແບບພ ເສດລະຫວ າງສອງຊາດ ຫວຽດນາມ ລາວ ສະມາຄົມພຸດທະສາສະໜາ ຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ມອບຂອງຂວັນ 100 ພູດ ໃຫ້ປະຊາຊົນແຂວງຕຽນຢາງ

ຍສໝ - ເມື່ອບໍ່ດົນມານີ້, ສູນວັດທະນະທຳພຸດທະສາສະໜາ ຫວຽດນາມ ແລະ ສະມາຄົມພຸດທະສາສະໜາ ຫວຽດນາມ ປະ ຈຳ ສ.ເກົາຫຼີ ໄດ້ມອບຂອງຂວັນ 100 ພູດ ໃຫ້ພໍ່ແມ່ປະຊາຊົນຜູ້ປະສົບສະພາບການຫຍຸ້ງຍາກຢູ່ແຂວງຕຽນຢາງ. ຂອງຂວັນແຕ່ລະພູດລວມມູນຄ່າ 350.000 ດົ່ງລວມມີ: ຜ້າອັດປາກ, ນໍ້າຢາລ້າງມື, ເຂົ້າສານ, ນ້ຳມັນ...

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.