ປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການ ແລະເຂົ້າຮ່ວມສັບປະດາຂັ້ນສູງ ອາເປັກ 2022

17:03 | 23/11/2022

ຫວ່າງແລ້ວນີ້, ຍົນພິເສດທີ່ໂດຍສານ ທ່ານ ຫງວຽນຊວນຟຸກ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບມາຮອດສະໜາມບິນສາກົນໂນ້ຍບ່າຍ, ນະຄອນຫຼວງຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (ອາເປັກ) ຄັ້ງທີ 29 ຕາມຄຳເຊີນຂອງທ່ານ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ໄທ.

ປະທານປະເທດຫວຽດນາມ ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ທີມຊາດບານເຕະຍິງ ປະທານປະເທດຫວຽດນາມ ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ທີມຊາດບານເຕະຍິງ
ປະທານປະເທດຫວຽດນາມ ຕີລາຄາສູງຈິດໃຈອວ່າຍໜ້າກັບເມືອບ້ານເກີດເມືອງນອນຂອງຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ ປະທານປະເທດຫວຽດນາມ ຕີລາຄາສູງຈິດໃຈອວ່າຍໜ້າກັບເມືອບ້ານເກີດເມືອງນອນຂອງຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ

ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ແລະໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ປຣະຍຸດ ຈັນໂອຊາ ທີ່ສໍານັກງານນາຍົກລັດຖະມົນຕີ ໄທ. ສອງຝ່າຍ ໄດ້ເປັນສັກຂີພິຍານພິທີລົງນາມ ແລະແລກປ່ຽນເອກະສານຮ່ວມມື ແລະເປັນປະທານຮ່ວມກອງປະຊຸມຂ່າວ. ທ່ານປະທານປະເທດ ຫງວຽນຊວນຟຸກ ແລະທ່ານນາຍົກລັດຖະມົນຕີ ໄທ ປຣະຍຸດ ຈັນໂອຊາ ພ້ອມດ້ວຍພັນລະຍາ ໄດ້ຢ້ຽມຊົມຮ້ານວາງສະແດງເຄື່ອງຫັດຖະກຳຂອງ ໄທ ແລະເຂົ້າຮ່ວມງານລ້ຽງ ໂດຍ ທ່ານນາຍົກລັດຖະມົນຕີ ປຣະຍຸດ ຈັນໂອຊາ ແລະພັນລະຍາ ເປັນເຈົ້າພາບຈັດຕັ້ງ.

ພິທີສົ່ງ ທ່ານປະທານປະເທດ ຫງວຽນຊວນຟຸກ ແລະພັນລະຍາ ຢູ່ສະໜາມບິນທະຫານອາກາດ ແຫ່ງ ລາຊະອານາຈັກ ໄທ, ບາງກອກ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນການຢ້ຽມຢາມ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະພັນລະຍາ ໄດ້ມີການພົບປະກັບພະມະຫາກະສັດ Maha Vajiralongkorn ແລະມະເຫສີ ໄທ; ພົບປະກັບທ່ານ ຊວນ ລີກໄພ ປະທານສະພາແຫ່ງຊາດ ໄທ.

ເນື່ອງໃນໂອກາດຢ້ຽມຢາມ ໄທ ຢ່າງເປັນທາງການ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຊ້ເວລາຕ້ອນຮັບປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ແລະພົບປະກັບການນໍາບັນດາວິສາຫະກິດ, ກຸ່ມບໍລິສັດແຖວໜ້າຂອງ ໄທ ທີ່ພວມມີການເຄື່ອນໄຫວລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ຄື: SCG, Amata, CP. ທ່ານປະທານປະເທດ ໄດ້ມີການພົບປະກັບ 350 ວິສາຫະກິດດີເດັ່ນ ຫວຽດນາມ - ໄທ; ເຂົ້າຮ່ວມພິທີເປີດສັບປະດາສິນຄ້າຫວຽດນາມ ຢູ່ ໄທ ແລະໄປຢ້ຽມຢາມ, ພົບປະ ແລະໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ, ສະຖານກົງສູນໃຫຍ່, ແລະຊາວຫວຽດນາມ ອາໄສ ຢູ່ ໄທ.

ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດອາເປັກ ຄັ້ງທີ 29, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມວາລະກອງປະຊຸມວົງແຄບຄັ້ງທີ 1; ເຂົ້າຮ່ວມກອງປະຊຸມປຶກສາຫາລືບໍ່ເປັນທາງການລະຫວ່າງຜູ້ນໍາບັນດາພື້ນຖານເສດຖະກິດ ອາເປັກ ແລະແຂກຖືກເຊີນ; ຮັບປະທານອາຫານທ່ຽງ ແລະເຮັດວຽກກັບຜູ້ນຳບັນດາພື້ນຖານເສດຖະກິດ ອາເປັກ ແລະແຂກຖືກເຊີນ.

ຢູ່ນອກສັບປະດາຂັ້ນສູງ ອາເປັກ 2022, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມີການພົບປະສອງຝ່າຍກັບຜູ້ນຳບັນດາພື້ນຖານເສດຖະກິດສະມາຊິກ ອາເປັກ ຄື: ຈີນ, ອາເມລິກາ, ຟີລິບປິນ, ສິງກະໂປ, ສ.ເກົາຫຼີ, ອົດສະຕາລີ, ການາດາ, ຝຣັ່ງ, ຈີເລ, ເປຣູ ແລະຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນ (IMF).

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.