ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ພົບປະກັບບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ

22:38 | 21/06/2024

ຍສໝ - ວັນທີ 20 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ໃຫ້ການຕ້ອນຮັບການນໍາສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແລະ ບັນດາອະດີດນັກສຶກສາ ຫວຽດນາມ ທີ່ຮໍ່າຮຽນຢູ່ສະຫະພັນ ລັດເຊຍ.

ເວທີ​ປາ​ໄສ​ແມ່​ຍິງ ຫວຽດນາມ ຢູ່ ​ເອີ​ລົບ ໜູນ​ຊ່ວຍ​ຊາວ ຫວຽດນາມ ​ທີ່ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ​ໄຟ​ໄໝ້​ຢູ່ ​ໂປໂລຍ
ການທູດປະຊາຊົນ - ກຸນແຈຄຳທີ່ຜູກພັນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ພົບປະກັບບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ

ວັນທີ 20 ມິຖຸນາ, ຢູ່ໂຮງລະຄອນໃຫຍ່ (ຮ່າໂນ້ຍ), ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ໄດ້ເຂົ້າຮ່ວມການພົບປະກັບບັນດາການນໍາຂອງສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແລະ ບັນດາອະດີດນັກສຶກສາ ຫວຽດນາມ ທີ່ຮໍ່າຮຽນຢູ່ ລັດເຊຍ.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ພົບປະກັບບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ

ທ່ານ​ປະ​ທານ​ປະ​ເທດ ໂຕ່ເລິມ ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ກັບ​ການ​ນຳ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ລັດ​ເຊຍ ແລະ ບັນດາອະດີດນັກສຶກສາ ​ຫວຽດ​ນາມ ທີ່​ຮ່ຳ​ຮຽນ​ຢູ່ ລັດ​ເຊຍ.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ພົບປະກັບບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ

ການ​ພົບ​ປະ​ຄັ້ງ​ນີ້​ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ແຫ່ງ​ຄວາມ​ສະໜິດສະໜົມ, ​ອົບ​ອຸ່ນ ​ແລະ ເຕັມໄປດ້ວຍນ້ຳໃຈ​ມິດຕະພາບ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ແຂກຮັບເຊີນ​ເກືອບ 400 ທ່ານ ເຊິ່ງເປັນຄົນ​ທີ່ເຄີຍຕິດພັນ, ​​ຮັກ​ແພງ​ປະ​ເທດ​ຊາດ, ປະຊາຊົນ, ວັດທະນະທຳ ລັດ​ເຊຍ.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ພົບປະກັບບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ

ກ່າວ​ຄຳ​ປາໄສ​ທີ່​ການ​ພົບ​ປະ, ທ່ານ​ປະ​ທານ​າທິບໍດີ Vladimir Putin ສະ​ແດງ​ຄວາມ​ປິຕິຊົມຊື່ນທີ່ໄດ້ກັບຄືນມາ​ຢ້ຽມ​ຢາມ​ ຫວຽດ​ນາມ; ​ຮູ້ສຶກ​ຕື້ນຕັນໃຈທີ່ໄດ້​ພົບ​ປະກັບ​ບັນດາເພື່ອນ​ມິດ ​ຫວຽດນາມ ​ແລະ ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ຮັກ​ແພງ​ອັນ​ອົບ​ອຸ່ນ​ຈາກບັນດາ​ລຸ້ນອະດີດນັກສຶກສາ​​ ​ຫວຽດນາມ ທີ່​ຮ່ຳຮຽນ​ຢູ່ ສະຫະພັນ ​ລັດ​ເຊຍ, ​ເພື່ອນ​ມິດ​ທີ່​ສຸດອົກສຸດ​ໃຈ​ຂອງ​ ລັດ​ເຊຍ, ຜູ້​ມີ​ເວລາ​ໃກ້ຊິດຕິດພັນ ​ແລະ ​ເຂົ້າ​ໃຈກ່ຽວກັບ​ປະ​ເທດ​ຊາດ ​ແລະ ປະຊາຊົນ ລັດ​ເຊຍ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ພົບປະກັບບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ

ທ່ານ​ປະທານາທິບໍດີ Vladimir Putin ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ອັນ​ສຳຄັນ​ຂອງ​ບັນດາ​ລຸ້ນອະດີດນັກສຶກສາ ຫວຽດນາມ ຢູ່ສະຫະພັນ​ ລັດ​ເຊຍ ​ໃນ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່ເປັນມູນເຊື້ອ​ໃນ​ຫຼາຍ​ປີຜ່ານມາ. ທ່ານ ໄດ້ສະແດງຄວາມປາດ​ຖະໜາ​ວ່າ ບັນດາ​ລຸ້ນອະດີດນັກສຶກສາ ​ຫວຽດນາມ ຈະ​ສືບ​ຕໍ່​ເປັນ​ຂົວເຊື່ອມ​ຕໍ່​ໃຫ້​ລຸ້ນໜຸ່ມ​ ຫວຽດນາມ ​ໄດ້ເຂົ້າ​ໃຈເລິກເຊິ່ງກວ່າ​ກ່ຽວກັບວັດທະນະທຳ, ປະ​ເທດ​ຊາດ ​ແລະ ປະຊາຊົນ​ ລັດ​ເຊຍ, ປະກອບສ່ວນ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ພົບປະກັບບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ

ທ່ານ​ປະທານາທິບໍດີ​ ສະຫະພັນ​ ລັດ​ເຊຍ Vladimir Putin ​ແລະ ທ່ານ​ປະທານ​ປະ​ເທດ ຫວຽດນາມ ໂຕ່ເລິມ ​ໄດ້​ຮັບ​ຟັງ​ການ​ແບ່ງປັນ​ຂອງ​ບັນດາ​ອະດີດນັກ​ສຶກສາ ​ຫວຽດນາມ ຢູ່ ລັດ​ເຊຍ. ບັນດາ​ອະດີດນັກ​ຮຽນ​ໄດ້​ແບ່ງປັນ​ຄວາມ​ຊົງ​ຈຳ​ອັນ​ເລິກ​ເຊິ່ງ ​ແລະ ຄວາມ​ໃກ້ຊິດຕິດພັນລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ; ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການເອົາໃຈໃສ່ ແລະ ຊີ້ນຳຂອງລັດຖະບານສອງປະເທດ ເພື່ອເຮັດໃຫ້ປະຊາຊົນສອງປະເທດເຂົ້າໃຈກັນຕື່ມອີກ.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ພົບປະກັບບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ

ກ່າວ​ຄຳ​ປາໄສ​ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດ ໂຕ່ເລິມ ຢືນຢັນ​ວ່າ: ຊາວ ​ຫວຽດນາມ​ ຫຼາຍ​ລຸ້ນຄົນ, ​ນັບທັງ​ບັນດາ​ຜູ້​ທີ່​ບໍ່​ເຄີຍ​ໄປຮອດ​ ລັດ​ເຊຍ, ແຕ່ຍາມ​ໃດ​ກໍ່​ຮັກແພງປະເທດ​ຊາດ, ປະຊາຊົນ, ວັດທະນະທຳ, ຈິດ​ວິນ​ຍານ ​ແລະ ພາສາ​ຂອງ ​ລັດ​ເຊຍ ຜ່ານ​ບັນດາ​ປຶ້ມ, ຮູບ​ເງົາ ​ແລະ ​ບັນດາເລື່ອງລາວ​ຂອງຜູ້​ທີ່​ເຄີຍ​ໄດ້​ໄປຮອດ ​ລັດ​ເຊຍ​.

ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເນັ້ນ​ໜັກ​ວ່າ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຢ່າງເລິກເຊິ່ງ ​ແລະ ​ຈົດຈຳ​​ຄວາມ​ສະໜິດຕິດພັນ ​ແລະ ຊື່​ສັດ​ບໍລິສຸດຂອງ​ບັນດາເພື່ອນ​ມິດ ​ລັດ​ເຊຍ.

ນັກສຶກສາລາວ ຢູ່ ກວາງຫງາຍ ຊອກຮູ້ມູນເຊື້ອປະຫວັດສາດ ແລະ ວັດທະນະທຳ ຫວຽດນາມ ນັກສຶກສາລາວ ຢູ່ ກວາງຫງາຍ ຊອກຮູ້ມູນເຊື້ອປະຫວັດສາດ ແລະ ວັດທະນະທຳ ຫວຽດນາມ

ຍສໝ - ວັນທີ 25 ພຶດສະພາ, ພະແນກການຕ່າງປະເທດແຂວງ ກວາງ​ຫງາຍ ໄດ້ຈັດຕັ້ງໂຄງການ Homestay ປີ 2024 ໃຫ້ແກ່ນັກສຶກສາລາວ ທີ່ກຳລັງຮໍ່າຮຽນສຶກສາຢູ່ ກວາງຫງາຍ.

ບຸນເຕັດພື້ນເມືອງບຸນປີໃໝ່ ​ແລະ Chol Chnam Thmay ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຫຼາຍ​ແຂວງ, ນະຄອນ​​ຢູ່ ​ຫວຽດນາມ ບຸນເຕັດພື້ນເມືອງບຸນປີໃໝ່ ​ແລະ Chol Chnam Thmay ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຫຼາຍ​ແຂວງ, ນະຄອນ​​ຢູ່ ​ຫວຽດນາມ

ຍສໝ - ເດືອນເມສາ, ເນື່ອງໃນໂອກາດບຸນເຕັດພື້ນເມືອງ (ລາວ) ແລະ Chol Chnam Thmay (ກຳປູເຈຍ), ມີຫຼາຍຫຼາຍການພົບປະແລກປ່ຽນ, ພົບປະກັບນັກສຶກສາ ລາວ ແລະ ກຳປູເຈຍ ໄດເດຳເນີນຢູ່ບັນດາແຂວງ ໄທງວຽນ, ດົ່ງນາຍ, ແທງຮວ໋າ. ການ​ເຄື່ອນ​ໄຫວປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ການຕິດພັນ, ຄວາມ​ສາມັກຄີ ແລະ ມິດຕະພາບ​ລະຫວ່າງ 3 ...

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.