ເປີດຕົວສະມາຄົມມິດຕະພາບຫວຽດນາມ - ລາວ ອະດີດທະຫານອາສາສະໝັກ

14:45 | 31/10/2020

ຍສໝ - ຕອນເຊົ້າວັນທີ 28 ຕຸລາ 2020, ທີ່ຫໍຮັບແຂກຂອງກະຊວງປ້ອງກັນຄວາມສະຫງົບ, ຄະນະທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມ ປະຈຳລາວ, ນະຄອນຫຼວງຮ່າໂນ້ຍ ໄດ້ຈັດກອງປະຊຸມປິດອາຍຸປະຈຳການ 2015-2020 ແລະ ເປີດສະມາຄົມມິດຕະພາບ ຫວຽດນາມ - ລາວ ອະດີດນັກທະຫານອາສາສະໝັກຮ່າໂນ້ຍ.

ເປ ດຕ ວສະມາຄ ມມ ດຕະພາບຫວຽດນາມ ລາວ ອະດ ດທະຫານອາສາສະໝ ກ ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ທີ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງທາຍບິ່ງ ຄັ້ງທີ 2
ເປ ດຕ ວສະມາຄ ມມ ດຕະພາບຫວຽດນາມ ລາວ ອະດ ດທະຫານອາສາສະໝ ກ ທ່ານ ເອກອັກຄະລັດຖະທູດໄທ Tanee Sangrat ຮູ້ສຶກປະທັບໃຈຕໍ່ຄວາມຮັກແພງຂອງຊາວຫວຽດນາມອາໃສຢູ່ໄທທີ່ສະຫງວນໃຫ້ແກ່ປະເທດໄທ

ຄະນະຜູ້ແທນຈຳນວນ 100 ກວ່າທ່ານ ຈາກ 42 ໜ່ວຍງານທີ່ຕາງໜ້າ ໃຫ້ສະມາຊິກເກືອບ 10 ພັນຄົນແມ່ນນາຍພົນ, ນາຍທະຫານ, ນັກຮົບວິຊາຊີບ, ທະຫານ ແລະ ພະນັກງານທີ່ໄດ້ເຂົ້າຮ່ວມກິດຈະກຳຕ່າງໆໃນຂອບເຂດສະໜາມຮົບປະເທດລາວ ຜ່ານສົງຄາມຕໍ່ຕ້ານ ແລະ ໄລຍະການກໍ່ສ້າງປະເທດຊາດພາຍຫຼັງປີ 1975 ເຊິ່ງປະຈຸບັນອາໄສຢູ່ຮ່າໂນ້ຍ ໄດ້ເຂົ້າຮ່ວມຢູ່ກອງປະຊຸມ.

ເປ ດຕ ວສະມາຄ ມມ ດຕະພາບຫວຽດນາມ ລາວ ອະດ ດທະຫານອາສາສະໝ ກ
ເປີດຕົວສະມາຄົມມິດຕະພາບຫວຽດນາມ - ລາວ ອະດີດນັກທະຫານອາສາສະໝັກຮ່າໂນ້ຍ. (ພາບ: thoidai.com.vn)

ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ກອງປະຊຸມ ມີທ່ານນາງ ຫງວຽນທິທູຮ່າ - ເລຂາທິການໃຫຍ່ສະຫະພັນບັນດາອົງການມິດຕະພາບນະຄອນຫຼວງຮ່າໂນ້ຍ; ທ່ານເລກວາງດ້າຍ - ຮອງປະທານສະມາຄົມມິດຕະພາບຫວຽດນາມ - ລາວທີ່ຮ່າໂນ້ຍ.

ກ່າວຄຳປາໄສທີກອງປະຊຸມ, ທ່ານເລກວາງດ້າຍ - ຮອງປະທານສະມາຄົມມິດຕະພາບຫວຽດນາມ - ລາວທີ່ຮ່າໂນ້ຍ ໄດ້ຕາງໜ້າຜູ້ນຳຂອງສະມາຄົມ, ໄດ້ຮັບຮູ້ເຖິງຄວາມພະຍາຍາມ ແລະ ການປະກອບສ່ວນຂອງຄະນະທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມ ປະຈຳລາວ, ສະແດງຄວາມຫວັງວ່າ ຄະນະ ຈະແມ່ນກຳລັງຫຼັກແຫຼ່ງ ທີ່ຮ່ວມເດີນທາງກັບອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງ ໃນການສືບຕໍ່ບຳລຸງສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ ແລະ ລາວ.

ກໍ່ທີ່ກອງປະຊຸມ, ທ່ານເລກວາງດ້າຍ ກໍ່ປະກາດຄວາມຕັດສິນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ລາວ ອະດີດທະຫານອາສາສະໝັກຮ່າໂນ້ຍຮ່າໂນ້ຍ. ຄະນະບໍລິຫານງານ ປະກອບມີສະມາຊິກທັງໝົດ 7 ທ່ານ, ແລະ ພົນໂທ ບູຍມິງຖຶ້ ໄດ້ໄດ້ຮັບຄວາມເຊື່ອຖືເປັນຫົວໜ້າສາຂາສະມາຄົມ.

ເປ ດຕ ວສະມາຄ ມມ ດຕະພາບຫວຽດນາມ ລາວ ອະດ ດທະຫານອາສາສະໝ ກ
ທ່ານນາງຫງວຽນທິທູຮ່າ - ເລຂາທິການໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບນະຄອນຫຼວງຮ່າໂນ້ຍ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາພະນັກງານລັດຖະກອນ ທີ່ມີການປະກອບເຫື່ອແຮງໃນພາລະກິດປະຕິວັດຂອງທັງສອງຊົນຊາດ. (ພາບ: thoidai.com.vn)

ແບ່ງປັນຄວາມຄິດເຫັນຂອງຕົນທີ່ກອງປະຊຸມ, ທ່ານນາງຫງວຽນທິທູຮ່າ - ເລຂາທິການໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບນະຄອນຫຼວງຮ່າໂນ້ຍ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາພະນັກງານລັດຖະກອນ ທີ່ມີການປະກອບເຫື່ອແຮງໃນພາລະກິດປະຕິວັດຂອງທັງສອງຊົນຊາດ, ແລະ ສະແດງຄວາມເຊື່ອໝັ້ນວ່າ ຄະນະຈະເປັນແບບຢ່າງທີ່ສະຫວ່າງໃຫ້ແກ່ລຸ້ນໜຸ່ມຂອງນະຄອນຫຼວງຮ່າໂນ້ຍເວົ້າສະເພາະ ແລະ ຊາວໜຸ່ມທົ່ວປະເທດເພື່ອປະຕິບັດຕາມຮີດຄອງປະເພນີໃນສະພາບການໃໝ່...

ເປ ດຕ ວສະມາຄ ມມ ດຕະພາບຫວຽດນາມ ລາວ ອະດ ດທະຫານອາສາສະໝ ກ ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ທີ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງທາຍບິ່ງ ຄັ້ງທີ 2

ຍສໝ - ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ຈາກ ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ປະທານຄະນະກຳມະການປະຊາຊົນແຂວງ; ມີໝູ່ຄະນະ ແລະ ບຸກຄົນ 6 ຄົນ ໄດ້ຮັບໃບຍ້ອງຍໍຈາກສະຫະພັນອົງການຈັດຕັ້ງມິດຕະພາບແຂວງ.

ເປ ດຕ ວສະມາຄ ມມ ດຕະພາບຫວຽດນາມ ລາວ ອະດ ດທະຫານອາສາສະໝ ກ ມອບຂອງຂວັນ 250 ພູດ ໃຫ້ແກ່ບັນດາທະຫານເສຍອົງຄະ, ຄອບຄົວທີ່ມີຄຸນງາມຄວາມດີ ເຊິ່ງເປັນສະມາຊິກຂອງສະມາຄົມມິດຕະພາບຫວຽດນາມ - ລາວ; ຫວຽດນາມ - ກຳປູເຈຍ

ຍສໝ - ວັນທີ 22 ກໍລະກົດ, ສະມາຄົມກາແດງແຂວງດົ່ງນາຍໄດ້ມອບຂອງຂວັນ 100 ພູດ ໃຫ້ແກ່ບັນດາທະຫານເສຍອົງຄະ, ຄອບຄົວທີ່ມີຄຸນງາມຄວາມດີ ເຊິ່ງເປັນສະມາຊິກຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ ເມືອງວິ້ງກູຍ ແລະ ນະຄອນບຽນຮວ່າ.

ເປ ດຕ ວສະມາຄ ມມ ດຕະພາບຫວຽດນາມ ລາວ ອະດ ດທະຫານອາສາສະໝ ກ ສະມາຄົມມິດຕະພາບຫວຽດນາມ - ລາວ ໃນກໍາລັງຕໍາຫຼວດປະຊາຊົນຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ ລາວ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງ Covid – 19

ຍສໝ - ໃນຕອນບ່າຍຂອງວັນທີ 9 ເມສາ 2020, ຢູ່ ສຳນັກງານໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດພິທີມອບຮັບອຸປະກອນການແພດ ເພື່ອສະໜັບສະໜຸນ ລາວ ປ້ອງກັນ ແລະ ຄວບຄຸມ ໂລກພະຍາດ Covid - 19 ລະຫວ່າງສະມາຄົມມິດຕະພາບຫວຽດນາມ - ລາວ ເປັນຜູ້ຮັບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.