ຄະນະປະຈຳສູນກາງຫວຽດນາມ ຕ້ອນຮັບ ຫວົໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ

00:54 | 15/05/2019

ຍສໝ - ວັນທີ 19 ມີນາ, ຢູ່ ສຳນັກງານ ຄະນະພົວພັນຕ່າງປະເທດ ສູນກາງພັກ, ສະຫາຍ ເຈິ່ນ ກ໋ວກ ເວື້ອງ ກຳມະການກົມການເມືອງ, ເລຂາຄະນະປະຈຳ ໄດ້ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນລາວ ໂດຍ ທ່ານ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ ເປັນຜູ້ນຳພາຄະນະ, ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ

ຄະນະປະຈຳສູນກາງຫວຽດນາມ ຕ້ອນຮັບ ຫວົໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ

ສະຫາຍ ເຈິ່ນ ກ໋ວກ ເວື້ອງ ກຳມະການກົມການເມືອງ, ເລຂາຄະນະປະຈຳສູນກາງ ຕ້ອນຮັບ ຄະນະຜູ້ແທນກອງທັບປະຊາຊົນລາວ.(ພາບ: ເຟືອງຮວາ/ສຳນັກຂ່າວຫວຽດນາມ)

ສະຫາຍ ທອງລອຍ ສີລິວົງ ສະແດງຄວາມຂອບອົກຂອບໃຈ ສະຫາຍ ເຈິ່ນ ກ໋ວກ ເວື້ອງ ທີ່ໃຫ້ກຽດຕ້ອນຮັບ ຢ່າງອົບອຸ່ນ ແລະ ເປັນກັບເອງ;ສະຫາຍໄດ້ສະແດງຄວາມຍິນດີ ຕໍ່ກັບບັນດາຜົນສໍາເລັດ ອັນສໍາຄັນຂອງຫວຽດນາມ ທີ່ຍາດມາໄດ້ ໃນຊຸມປີຜ່ານມາ ແລະ ສະແດງຄວາມເຊື່ອຫມັ້ນວ່າ: ພາຍໃຕ້ການນຳພາໂດຍພັກກອມມູນິດຫວຽດນາມ ປະຊາຊົນຫວຽດນາມຈະໄດ້ຮັບຜົນສໍາເລັດອັນໃຫມ່ແລະ ອັນຍິ່ງໃຫຍ່ໃນຂະບວນການ-ການປັບປຸງໃຫມ່, ປະຕິບັດສໍາເລັດ ບັນດາເປົ້າໝາຍ ຂອງກອງປະຊຸມໃຫຍ່ ຄັ້ງ XXII ວາງອອກ.

ສະຫາຍ ທອງລອຍ ສີລິວົງ ສະແດງຄວາມດີໃຈ ຕໍ່ກັບ ສາຍພົວພັນ, ສາມັກຄີພິເສດ ຫວຽດນາມ - ລາວ ນັບມື້ນັບໄດ້ຮັບການພັດທະນາ ຢ່າງກວ້າງຂວາງເລິກເຊິ່ງ ໃນທຸກຂົງເຂດ; ສະຫາຍສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ກັບ ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນຍິ່ງໃຫຍ່ ທີ່ ຫວຽດນາມມອບໃຫ້ ສປປ ລາວໃນໄລຍະຜ່ານມາ.

ສະຫາຍ ທອງລອຍ ສີລິວົງ ໄດ້ລາຍງານໃຫ້ແກ່ ສະຫາຍ ເຈິ່ນ ກ໋ວກເວື້ອງ ກ່ຽວກັບ ສະພາບການຂອງ ສປປ ລາວໃນໄລຍະມໍ່ໆມານີ້; ຜົນການເຈລະຈາ ລະຫວ່າງ ຄະນະຜູ້ແທນກົມໃຫຍ່ການເມືອງສອງປະເທດ; ສະຫາຍ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດຊາດ ສປປ ລາວ ຈະປະສານສົມທົບຢ່າງແໜ້ນແຟ້ນ ກັບ ກະຊວງປ້ອງກັນປະເທດ ຫວຽດນາມ ປະຕິບັດສັນຍາ ລະຫວ່າງ ຜູ້ນຳຂັ້ນສູງ ຂອງສອງພັກ, ສອງລັດ ແລະ ສອງກະຊວງປ້ອງກັນປະເທດ ຢ່າງມີປະສິດທິຜົນ.

ສະຫາຍ ເຈິ່ນ ກ໋ວກ ເວື້ອງ ຍິນດີຕ້ອນຮັບ ສະຫາຍ ທອງລອຍ ສີລິວົງ ຢ່າງສຸດໃຈ ທີ່ມາຢ້ຽມຢາມແລະ ເຮັດວຽກ ຢູ່ ຫວຽດນາມ; ສະຫາຍ ສະແດງຄວາມຍິນດີ ສະຫາຍ ທອງລອຍ ສີລິວົງ ໄດ້ຮັບການແຕ່ງຕັ້ງເປັນ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ; ສະຫາຍຕີລາຄາສູງຄວາມໝາຍຄວາມສຳຄັນຂອງການຢ້ຽມຢາມນີ້; ສະຫາຍສະແດງຄວາມຍິນດີ ຕໍ່ກັບ ບັນດາໝາກຜົນກໍ່ຄືຜົນງານອັນສຳຄັນທີ່ ສປປ ລາວ ຍາດມາໄດ້ ພາຍຫຼັງສາມປີຈັດຕັ້ງປະຕິບັດ ມະຕິຕົກລົງ ຂອງກອງປະຊຸມ ໃຫຍ່ຄັ້ງທີ Xຂອງພັກ ປະຊາຊົນປະຕິວັດລາວ.

ສະຫາຍ ເຈິ່ນ ກ໋ວກ ເວື້ອງ ສະແດງຄວາມຍິນດີທີ່ໄດ້ເຫັນ ສາຍພົວພັນມິດຕະພາບ ຫວຽດນາມ-ລາວ ນັບມື້ນັບພັດທະນາ, ໃນນັ້ນ ປະກອບສ່ວນຢ່າງຕັ້ງໜ້າຂອງ ກະຊວງປ້ອງກັນປະເທດລາວ; ຂອບໃຈການອຸ້ມຊູຍູ້ໜູນ, ຊ່ວຍເຫຼືອອັນຈິງໃຈ, ມະນຸດສະທຳ ທີ່ປະເທດລາວ ມອບໃຫ້ແກ່ຫວຽດນາມ ແຕ່ອາດີດຈົນມາຮອດປະຈຸບັນ.

ສະຫາຍ ເຈິ່ນ ກ໋ວກ ເວື້ອງ ຢັ້ງຢືນວ່າ: ຫວຽດນາມ ແລະ ລາວ ຈະປະສານສົມທົບຢ່າງສຸດໃຈໃນການ ຮັກສາ, ເສີມສ້າງສາຍພົວພັນພິເສດ ລະຫວ່າງ ຫວຽດນາມ ແລະ ລາວ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວກ້າວສູ່ລວງເລິກ, ເປັນຈິງ ແລະ ປະສິດທິຜົນໃນທຸກຂົງເຂດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຮ່ວມມື, ພັດທະນາ ໃນພູມມິພາກ ແລະ ໃນໂລກ.

ສະຫາຍ ເຈິ່ນ ກ໋ວກ ເວື້ອງ ຕີລາຄາສູງມູນເຊື້ອ, ຜົນສຳເລັດຂອງການຮ່ວມມື ລະຫວ່າງ ກະຊວງປ້ອງກັນປະເທດ ທັງສອງແຕ່ອາດີດມາຮອດປະຈຸບັນ; ສະຫາຍຕີລາຄາສູງ ຜົນສຳເລັດຂອງການເຈລະຈ ລະຫວ່າງ ຄະນະຜູ້ແທນ ກົມໃຫຍ່ການເມືອງສອງປະເທດ; ຢືນຢັນວ່າ: ສາຍພົວພັນຮ່ວມມືລະຫວ່າງສອງປະເທດໃນຂົງເຂດປ້ອງກັນຊາດໃນໄລຍະຜ່ານມາແມ່ນ ໄດ້ຮັບຜົນສໍາເລັດອັນໃຫຍ່, ເໝາະທີ່ຈະເປັນໜຶ່ງໃນແກນຫຼັກ ຂອງສາຍພົວພັນ ຫວຽດນາມ - ລາວ.

ສະຫາຍ ເຈິ່ນ ກ໋ວກ ເວື້ອງ ສະເໜີໃຫ້ທັງສອງກະຊວງປ້ອງກັນເທດ ເອົາໃຈໃສ່ເສີມຂະຫຍາຍ ມູນເຊື້ອ, ຍາມໃດກໍ່ຕ້ອງໄດ້ຍົກສູງຄວາມຕື່ນຕົວ, ປະຕິບັດວຽກງານທາງດ້ານການເມືອງທີ່ໄດ້ຮັບມອບໝາຍ;ປະສານສົມທົບຢ່າງແໜ້ນແຟ້ນ ແລະ ຜັນຂະຫຍາຍອະນຸສັນຍາ ແລະ ແຜນການ-ການຮ່ວມມື ຢ່າງມີປະສິດທິຜົນ, ໃນນັ້ນຕ້ອງໄດ້ເອົາໃຈໃສ່ປະສານສົມທົບຢ່າງແໜ້ນແຟ້ນເພື່ອ ຮັບປະກັນຄວາມສະຫງົບປອດໄພແລະ ຄວາມຫມັ້ນຄົງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ ຊາຍແດນຫວຽດນາມ - ລາວ. ທັງສອງກະຊວງປ້ອງກັນຊາດໂຄສະນາເຜີຍແຜ່ ຢ່າງເລິກເຊິ່ງໃນທົ່ວກອງທັບເຖິງຄວາມໝາຍ ແລະ ຄວາມສຳຄັນຂອງສາຍພົວພັນພິເສດ ລະຫວ່າງ ຫວຽດນາມ-ລາວ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.