ແຂວງລາຍເຈົົາ: ນຳ້ໃຈມິດຕະພາບ ລາວ-ຫວຽດ

00:54 | 15/05/2019

ຍສໝ - ຊາວໜຸ່ມຂອງສອງປະເທດໄດ້ຮ່ວມກັນທົບທວນຄືນຄວາມຫຼັງ ຂອງມິດຕະພາບ ຫວຽດນາມ - ລາວເພື່ອເສີມຂະຫຍາຍກຳລັງແຮງຂອງຊາວຫນຸ່ມ ຫວຽດນາມ - ລາວ ເຂົ້າຮ່ວມໃນວຽກງານພົວພັນປະຊາຊົນ ຢູ່ແຂວງ ລາຍເຈົົາ.

ແຂວງລາຍເຈົົາ: ນຳ້ໃຈມິດຕະພາບ ລາວ-ຫວຽດ

ການແຂ່ງຂັນບານສົ່ງ ແລກປ່ຽນລະຫວ່າງ ນັກຮຽນລາວ ຈາກ ວິທະຍາໄລ ຊຸມຊົນ ຊັ້ນສູງແຂວງ ແລະ ໂຮງຮຽນຊັ້ນກາງ ການແພດ.

ໃນວັນທີ 22 ມີນາ, ສະຫະພັນຊາວຫນຸ່ມແຂວງຮ່ວມມື ກັບ ສະຫະພັນອົງການມິດຕະພາບແຂວງລາຍ ເຈົົາ ໄດ້ຈັດກິດຈະກໍາແລກປ່ຽນກິລາ ກັບ ນັກສຶກສາລາວ ໂອກາດ ຄົບຮອບ 88ປີ ວັນສ້າງຕັ້ງສະຫະພັນຊາວຫນຸ່ມຄອມມູນິດ ໂຮ່ ຈິ໋ ມິງ (26 ມີນາ 1931- 26 ມີນາ 2019)

ໃນການແຂ່ງຂັນ, ບັນດານ້ອງໆນັກຮຽນໄດ້ທົບທວນຄືນຄວາມຫຼັງ ຂອງມິດຕະພາບ ຫວຽດນາມ - ລາວ ໃນໄລຍະການຕໍ່ສູ້ ກໍ່ຄື ໃນສະໄໝທີ່ສະຫງົບສຸກ ເພື່ອຈະພາກພູມໃຈຂື້ນຕື່ມ ກ່ຽວກັບນຳ້ໃຈພິເສດ ລະຫວ່າງ ປະເທດລາວລ້ານຊ້າງ ແລະ ປະເທດເທບມັງກອນ. ກິດຈະກຳໄດ້ດຳເນີນໄປດ້ວຍການເຄື່ອນໄຫວ ແລກປ່ຽນກິລາ: ບານສົ່ງ, ດຶງເຊືອກ, ບານເຕະ ແລະ ການແລກປ່ຽນວັດທະນະທໍາ, ນຳ້ໃຈມິດຕະພາບນັ້ນ ໄດ້ຮັບການເຊື່ອມຕໍ່ໃນຈັງຫວະລໍາວົງ, ໃນບົດເພງ: ຮ່າໂນ້ຍ-ວຽງຈັນ, ນຳ້ໃຈ ຫວຽດ-ລາວ...

ແຂວງລາຍເຈົົາ: ນຳ້ໃຈມິດຕະພາບ ລາວ-ຫວຽດ

ພິທີມອບລາງວັນໃຫ້ແກ່ບັນດາທິມແຂ່ງຂັນໃນກິດຈະກຳຄັ້ງນີ້.

ເລຂາສະຫະພັນຊາວໜຸ່ມແຂວງ ຊຸ່ງ ອາ ໜູ ໃຫ້ຮູ້ວ່າ: ໄວໜຸ່ມແຂວງ ລາຍເຈົົາ ຈະຮັກສາຄວາມສາມັກຄີ ລະຫວ່າງ ສອງປະເທດ, ຍາມໃດກໍ່ມອບຄວາມຈິງໃຈ ແລະ ຕ້ອນຮັບຢ່າງອົບອຸ່ນ ແກ່ປະເທດລາວ ເຖິງບໍ່ວ່າຈະຢູ່ໃນສະພາບການໃດກໍ່ຕາມ.

ສະຫາຍ ຊຸ່ງ ອາ ໜູ ເນັ້ນໜັກວ່າ: ການແລກປ່ຽນຄັ້້ງນີ້ແມ່ນຕ່າວຄືນ ຂອງອ້າຍນ້ອງໃນຊາຍຄາດຽວກັນກັບ ອິນດູຈີນ, ແນ່ນອນສ້າງຄວາມປະທັບໃຈອັນເລິກເຊິ່ງ ກ່ຽວກັບຄວາມສາມັກຄີ, ມິດຕະພາບ ແລະ ມູນເຊື້ອ ລະຫວ່າງ ສອງປະເທດ, ສອງຊົນເຜົ່າ ຫວຽດນາມ - ລາວ ອ້າຍນ້ອງ.

ຜ່ານກິດຈະກໍາດັ່ງກ່າວນີ້ ເປົ້າໝາຍເພື່ອການເຜີຍແຜ່ຢ່າງກວ້າງຂວາງ ໃນສະຫະພັນຊາວໜຸ່ມຫວຽດນາມ, ນັກສຶກສາລາວກ່ຽວກັບສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ຫວຽດນາມ ແລະ ລາວ. ເສີມຂະຫຍາຍກຳລັງແຮງສັງລວມ ຂອງສະມາຊິກຊາວໜຸ່ມ ຂອງອົງການ,ຫ້ອງການ, ພະແນກການ ແລະ ຂະແໜງການທີ່ກ່ຽວຂ້ອງ ແລະ ປະຊາຊົນ, ໂດຍສະເພາະແມ່ນ ຊາວຫນຸ່ມຄົນລຸ້ນໃໝ່ຂອງແຂວງ ເຂົ້າຮ່ວມກິດຈະກໍາພົວພັນຕ່າງປະເທດປະຊາຊົນ

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.