ງານວາງສະແດງ “ເສືອໃນສິລະປະບູຮານຫວຽດນາມ”

15:00 | 18/01/2022

ຍສໝ - ຫວ່າງແລ້ວນີ້, ຫໍພິພິທະ​ພັນ​ປະຫວັດສາດ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ ພິທີ​ເປີດ​ງານ​ວາງສະ​ແດງ​ຫົວ​ເລື່ອງ “​ເສືອ​ໃນ​ສິລະ​ປະ​ບູຮານ​ຫວຽດນາມ” ຈະ​ດຳ​ເນີນ​ໃນ​ວັນ​ທີ 18 ມັງກອນ​ນີ້. ນີ້​ແມ່ນ​ເຫດການ ເພື່ອ​ສະ​ເຫຼີ​ມສະຫຼອງປີໃໝ່ 2022, ​ດຳ​ເນີນ ​ໂດຍ​ຫໍພິພິທະ​ພັນ​ປະຫວັດສາດ​ແຫ່ງ​ຊາດ ​ສົມທົບ​ກັບ​ເຂດ​ປູຊະນີຍະສະຖານ​ປະຫວັດສາດວິຫານ​ຮຸງ ​ແລະ ບັນດາ​ຊຸດສະ​ສົມ​ສ່ວນ​ຕົວ​ຈຳນວນ​ໜຶ່ງ.

ນຳເອົາ “ນາງກຽວ” ມາສູ່ມວນຊົນເຢຍລະມັນ ຈາກມຸມມອງໃໝ່ ນຳເອົາ “ນາງກຽວ” ມາສູ່ມວນຊົນເຢຍລະມັນ ຈາກມຸມມອງໃໝ່
ລາຍການສິນລະປະ ລາຍການສິນລະປະ "ສຽງເພງຂອງທະຫານຊາຍແດນຜູ້ອົງອາດ " ຮູ້ບຸນຄຸນວິລະຊົນຜູ້ອາດຫານ

ດ້ວຍ​ກວ່າ 30 ວັດຖຸ​ພັນ ​ແລະ ເອກະສານ, ຮູບ​ພາບ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ, ງານ​ວາງສະ​ແດງ “ເສືອ​ໃນ​ສິລະ​ປະ​ບູຮານ​ຫວຽດນາມ” ​ໄດ້​ແນະນຳ​ໃຫ້​ປະຊາຊົນ​ເຫັນ​ບັນດາ​ເຄື່ອງ​ສິລະ​ປະ​ຮູບ​ເສືອ ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ໃນ​ປະຫວັດສາດ 2.000 ກວ່າ​ປີ​ຂອງ​ວິຈິດ​ສິນ​ຫວຽດນາມ.

ງານວາງສະແດງ “ເສືອໃນສິລະປະບູຮານຫວຽດນາມ”
ງານວາງສະແດງ “ເສືອໃນສິລະປະບູຮານຫວຽດນາມ”.

ງານ​ວາງສະ​ແດງ​ຫົວ​ເລື່ອງ “​ເສືອ​ໃນ​ສິລະ​ປະ​ບູຮານ​ຫວຽດນາມ” ​ໄດ້ເປີດ​ຕ້ອນຮັບ​ແຂກ​ຮອດ​ວັນ​ທີ 31 ສິງຫາ 2022 ຢູ່​ຫໍພິພິທະ​ພັນ​ປະຫວັດສາດ​ແຫ່ງ​ຊາດ (ເຮືອນເລກ​ທີ 1 ​ຈ່າງຕ່ຽນ, ຮ່າ​ໂນ້ຍ), ​ໄດ້​ຊ່ວຍ​ໃຫ້​ປະຊາ​ຊົນ​ຊອກ​ຮູ້, ຮຽນ​ຮູ້ ​ແລະ ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກວ່າ ​ກ່ຽວ​ກັບ​ການ​ເກັບ​ກຳ​ຂໍ້​ມູນ​ຂ່າວສານ, ຄວາມ​ໝາຍ​ຂອງຮູບ​ພາບ​ເສືອ​ ໃນ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທໍາ​ຂອງ​ຫວຽດ​ນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.