ນຳເອົາ “ນາງກຽວ” ມາສູ່ມວນຊົນເຢຍລະມັນ ຈາກມຸມມອງໃໝ່

20:39 | 07/06/2021

ຍສໝ - ງານວາງສະແດງ “ນາງກຽວ” ທີ່ສູນວາງສະແດງຂອງກອງທຶນສິລະປະ ລັດ Saxony-Anhalt (ເຢຍລະມັນ), ໂດຍນຳເອົາ “ນາງກຽວ” ມາສູ່ມວນຊົນເຢຍລະມັນ ເຊິ່ງຈະໄດ້ຈັດຂຶ້ນດ້ວຍຮູບການທາງອອນລາຍ ໃນວັນທີ 3 ມິຖຸນາ, ເລີ່ມເປີດຕ້ອນຮັບແຂກທີ່ມາຢ້ຽມຢາມ ແຕ່ວັນທີ 4 ມິຖຸນາ ເຖິງ ວັນທີ 1 ສິງຫາ ປີ 2021.

ປະທານ VUFO ຫງວຽນເຟືອງງາ ໄດ້ມອບຜ້າໃຫ້ແກ່ໂຄງການສິລະປະສາກົນ “ຜ້າຂອງແມ່” ປະທານ VUFO ຫງວຽນເຟືອງງາ ໄດ້ມອບຜ້າໃຫ້ແກ່ໂຄງການສິລະປະສາກົນ “ຜ້າຂອງແມ່”
ລາຍການສະແດງສິລະປະ “ທະເລ, ໝູ່ເກາະ-ຫົວໃຈຫວຽດນາມ” ລາຍການສະແດງສິລະປະ “ທະເລ, ໝູ່ເກາະ-ຫົວໃຈຫວຽດນາມ”

ໃນວັນທີ 1 ມິຖຸນາ, ອົງການວັດທະນະທຳລັດ Saxony-Anhalt ແລະ ກອງທຶນສິລະປະ ລັດ Saxony-Anhalt ຂອງເຢຍລະມັນ ໄດ້ຈັດກອງປະຊຸມຂ່າວ ເພື່ອແນະນຳກ່ຽວກັບງານວາງສະແດງ "ນາງກຽວ" ທີ່ສູນວາງສະແດງກອງທຶນສິນລະປະ ຂອງລັດ Saxony-Anhalt.

ໂດຍເອົາຄວາມຮູ້ສຶກ ແລະ ອາລົມຈິດຈາກ “ເລື່ອງກຽວ” ຂອງນັກກະວີໃຫຍ່ ຫງວຽນຢູ, ນັກສິລະປິນຍິງ ເຢຍລະມັນ Franca Bartholomäi ໄດ້ປະດິດຊຸດຜົນງານສິລະປະດ້ວຍໄມ້ ແລະ ເຈ້ຍ ໂດຍມີຫົວຂໍ້ວ່າ "ນາງກຽວ" (ພາສາເຢຍລະມັນ: Das Mädchen K).

ນຳເອົາ “ນາງກຽວ” ມາສູ່ມວນຊົນເຢຍລະມັນ ຈາກມຸມມອງໃໝ່
ນຳເອົາ “ນາງກຽວ” ມາສູ່ມວນຊົນເຢຍລະມັນ ຈາກມຸມມອງໃໝ່. (ພາບ: TTXVN)

ດ້ວຍສີມືຄ່ອງແຄ້ວ ແລະ ຄວາມຄິດອັນສ້າງສັນດ້ານສິລະປະ, ຜູ້ຂຽນໄດ້ນຳຜູ້ຊົມ ເຂົ້າໄປໃນຄວາມຂັດແຍ້ງກັນທີ່ປິ່ນອ້ອມແອ້ມຕົວລະຄອນນາງກຽວ ແລະ ບັນດາຫົວເລື່ອງຂອງຜົນງານບົດກະວີນິພົນທີ່ຍິ່ງໃຫຍ່ຢ່າງຕໍ່ເນື່ອງ.

ໂດຍຜ່ານຮູບທີ່ເຮັດດ້ວຍໄມ້ ແລະ ເຈ້ຍຂະໜາດໃຫຍ່ 24 ແຜ່ນ, ຜູ້ຊົມສາມາດຮັບຮູ້ໄດ້ເຖິງມຸມມອງໃໝ່ທີ່ແຕກຕ່າງກັນກ່ຽວກັບ “ເລື່ອງກຽວ” ແລະ ຊະຕາກຳຂອງນາງກຽວ, ພ້ອມກັນນັ້ນ ກໍ່ໄດ້ມີການນຶກຄິດຕຶກຕອງກ່ຽວກັບພາບພົດ ແລະ ບົດບາດຂອງແມ່ຍິງໃນໂລກປະຈຸບັນ.

ງານວາງສະແດງດັ່ງກ່າວ ໂດຍກອງທຶນສິລະປະລັດ Saxony-Anhalt ແລະ ສະຖາບັນ Goethe-Institut Hanoi ຮ່ວມກັນປະຕິບັດ ດ້ວຍການອຸປະຖຳຈາກສະຖານທູດຫວຽດນາມ ປະຈຳ ເຢຍລະມັນ.

ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII ຈະຈັດຂຶ້ນໃນວັນທີ 27 ຕຸລາ 2020 ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII ຈະຈັດຂຶ້ນໃນວັນທີ 27 ຕຸລາ 2020

ການຈັດການແຂ່ງຂັນສິລະປະເພື່ອຄັດເລືອກເອົາທີມສິລະປະເຂົ້າຮ່ວມສະແດງໃນກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII ຈະຈັດຂຶ້ນໃນວັນທີ 27 ຕຸລາ 2020 ເວລາ 8:30 ເປັນຕົ້ນໄປ ທີ່ໂຮງຮຽນ ສິລະປະດົນດີແຫ່ງຊາດ.

ໄຂງານຕະຫຼາດນັດການຄ້າສິນຄ້າສິລະປະຫັດຖະກຳລາວ ຄັ້ງທີ 19 ໄຂງານຕະຫຼາດນັດການຄ້າສິນຄ້າສິລະປະຫັດຖະກຳລາວ ຄັ້ງທີ 19

ວັນທີ 10 ຕຸລາ, ງານຕະຫຼາດນັດການຄ້າສິນຄ້າສິລະປະຫັດຖະກຳລາວ ຄັ້ງທີ 19 ໄດ້ໄຂຂຶ້ນຢູ່ນະຄອນຫຼວງວຽງຈັນ. ເຂົ້າຮ່ວມງານຕະຫຼາດນັດມີຮ້ານສິນຄ້າກວ່າ 200 ຮ້ານທີ່ມາຈາກ 18 ແຂວງ, ນະຄອນໃນທົ່ວປະເທດລາວ.

ຈັດຕັ້ງບັນດາລາຍການສິລະປະ ເພື່ອສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ຈັດຕັ້ງບັນດາລາຍການສິລະປະ ເພື່ອສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ

ຍສໝ - ລາຍ​ການ​ສະ​ແດງ​ສີ​ລະ​ປະ “ຊື່​ຂອງ​ເພິ່ນ​ສ​ວຍ​ງາມ​ທີ່​ສຸດ” ໄດ້​ສົ່ງ​ສານ​ທີ່​ວ່າ ປະ​ທານ​ໂຮ່​ຈີ​ມິນ ​ແມ່ນ​ນັກແນວ​ຄິດ​ທີ່ດີ​ເດັ່ນ, ການ​ນຳ​ທີ່​ມີ​ຄວາມ​ປີ​ຊາ​ສາ​ມາດ, ພ້ອມ​ທັງ​ກໍ່​ແມ່ນ​ຜູ້​ທີ່​ມີ​ຄວາມ​ສະ​ໜິດ​ສະ​ໜົມ​ກັບ ປະ​ຊາ​ຊົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.