ລາຍການສິນລະປະ "ສຽງເພງຂອງທະຫານຊາຍແດນຜູ້ອົງອາດ " ຮູ້ບຸນຄຸນວິລະຊົນຜູ້ອາດຫານ

11:17 | 23/07/2019

ຍສໝ- ສອງວັນທີ່ຜ່ານມາ, ຢູ່ ນະຄອນຫຼວງຮ່າໂນ້ຍ, ເພື່ອແນໃສ່ສະເຫຼີມສະຫຼອງ ຄົບຮອບ 72 ປີ ວັນຜູ້ເສຍອົງຄະ-ວິລະຊົນ ແລະ 40 ປີ ການຕໍ່ສູ້ເພື່ອປ້ອງກັນຊາຍແດນທາງພາກເຫນືອ ຂອງຊາດ, ສະມາຄົມຜູ້ຊ່ວຍເຫຼືອຄອບຄົວວິລະຊົນຫວຽດນາມ ໄດ້ປະສານສົມທົບກັບ ບໍລິສັດຫຸ້ນສ່ວນ ສື່ສານມວນຊົນ ໂຣ່ງຫວຽດ ຈັດລາຍການສິນລະປະ "ສຽງເພງຂອງທະຫານຊາຍແດນຜູ້ອົງອາດ "

ລາຍການສິນລະປະ

ພາບຄວາມປະທັບໃຈໃນລາຍການຄັ້ງນີ້.

ເຂົ້າຮ່ວມໂຄງການດັ່ງກ່າວມີບັນດາ ສະຫາຍ ເຈືອງ ຮວ່າ ບິ່ງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຄະນະປະຈຳລັດຖະບານ; ສະຫາຍ ພົນໂທ ເລ ຮ່ຽນ ເວິນ, ຮອງຫົວໜ້າກົມໃຫຍ່ການເມືອງທະຫານປະຊາຊົນຫວຽດນາມ; ສະຫາຍ ພົນໂທ ເລ ວັນ ເຮິນ ປະທານສະມາຄົມຜູ້ຊ່ວຍເຫຼືອຄອບຄົວວິລະຊົນຫວຽດນາມ...

ລາຍການສິນລະປະ

ບັນຍາກາດການສະແດງຂອງສິນລະປະກອງທັບປະຊາຊົນຫວຽດນາມ.

ກ່າວຄຳເຫັນໃນງານສິລະປະດັ່ງກ່າວ ສະຫາຍ ພົນໂທ ເລ ວັນ ເຮິນ , ປະທານສະມາຄົມຜູ້ຊ່ວຍເຫຼືອຄອບຄົວວິລະຊົນຫວຽດນາມ ກ່າວວ່າ: ລາຍການສິນລະປະຄັ້ງນີ້ "ສຽງເພງຂອງທະຫານຊາຍແດນຜູ້ອົງອາດ "ເພື່ອແນໃສ່ສະແດງເຖິງຈິດໃຈຮູ້ບຸນຄຸນ ກໍ່ຄື ກະຕັນຍູກະຕະເວທີ ຕໍ່ກັບບັນດາຜູ້ທີ່ອຸທິດຕົນເພື່ອປະເທດຊາດ ແລະ ບ້ານເກີດເມືອງນອນ; ເພື່ອລະນຶກເຖິງ ແລະ ຮູ້ບຸນຄຸນບັນດາວິລະຊົນຜູ້ອົງອາດກ້າຫານ ເສຍສະຫຼະຊີວິດຂອງຕົນ ເພື່ອຄວາມເປັນເອກະລາດ, ເສລີພາບຂອງຊາດ, ໂດຍສະເພາະແມ່ນອົງອາດກ້າຫານຍອມເສຍສະຫຼະຊີວິດດຂອງຕົນ ເພື່ອປົກປັກຮັກສາຊາຍແດນພາກເໜືອ ແລະ ພາກຕາເວັນຕົກສ່ຽງໃຕ້. ນອກຈາກນັ້ນ, ກໍ່ແມ່ນເພື່ອເປັນການສັນລະເສີນບັນດານັກຮົບ, ທະຫານທີ່ກຳລັງຄຳ່ຄືນມືຖືປືນປົກປັກຮັກສາຊາຍແດນ, ໜ່ານນໍ້າ, ໜ່ານຟ້າ ອັນສັກສິດຂອງຊາດ...

ໃນຂອບເຂດລາຍການ, ຮອງນາຍົກຄະນະປະຈຳລັດຖະບານ ເຈືອງ ຮ່ວາ ບິ່ງ, ພົນໂທ ເລ ວັນ ເຮິນ ໄດ້ມອບດອກໄມ້, ຂອງຂວັນ ແລະ ປື້ມເງິນຝາກປະຢັດ ມູນຄ່າ 5 ລ້ານດົ່ງ/ຫົວ ໃຫ້ແກ່ແມ່ວິລະຊົນຫວຽດນາມ.

ໃນງານການສະແດງ, ມີສິນລະປະວັນນະຄະດີ ຫຼາຍລາຍການ, ສະແດງພາບ, ໜັງເອກະສານ ເລົ່າເຖິງນໍ້າໃຈເສຍສະຫຼະ ອັນອົງອາດກ້າຫານ ເພື່ອປົກປັກຮັກສາຄວາມເປັນເອກະລາດຂອງປະຊາຊົນບັນດາເຜົ່າ ໄດ້ຮັບການສະແດງຢ່າງລະອຽດ ແລະ ສົມຈິງ ໂດຍການສະແດງຂອງນັກສິລະປິນ ຂອງຄະນະຟ້ອນ ທະຫານເຂດ 1, ໄດ້ສ້າງຄວາມຊາບຊື້ງໃຈໃຫ້ແກ່ຜູ້ມາຢ້ຽມຊົມ.

(​ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.