ສຳເລັດກອງປະຊຸມລັດຖະບານສະໄໝວິສາມັນປະຈໍາເດືອນກຸມພາ 2019

00:54 | 14/05/2019

ລັດຖະບານຈຶ່ງໄດ້ດຳເນີນກອງປະຊຸມສະ ໄໝວິສາມັນຢູ່ທີ່ສຳນັກງານນາຍົກລັດຖະມົນຕີ ໃນວັນທີ 11 ກຸມພາ 2019, ພາຍໃຕ້ການ ເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ສຳເລັດກອງປະຊຸມລັດຖະບານສະໄໝວິສາມັນປະຈໍາເດືອນກຸມພາ 2019

ກອງປະຊຸມສະໄໝວິສາມັນໄດ້ໄຂຂຶ້ນໃນເມື່ອວັນທີ 11 ກຸມພາ 2019 ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ

ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ທີ່ວ່າ:ເພີ່ມທະວີປະສິດທິພາບຂອງການຄຸ້ມຄອງ ແລະ ບໍລິຫານລັດ, ພັດທະນາກົດໝາຍໃຫ້ເປັນລະບົບຄົບຊຸດ, ຈະແຈ້ງ, ເປັນເອກະພາບ, ກົມກຽວ ແລະ ໃຫ້ທຸກຄົນເຂົ້າເຖິງການບໍລິການຂອງລັດຢ່າງວ່ອງໄວ, ໂປ່ງໃສ, ເສີມຂະຫຍາຍປະສິດທິຜົນ ແລະ ຄວາມສັກສິດຂອງກົດໝາຍເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມໃຫ້ນັບມື້ນັບກວ້າງຂວາງເຮັດໃຫ້ການຄຸ້ມຄອງພົນລະເມືອງດ້ວຍກົດໝາຍມີຄວາມສັກສິດ ແລະ ປະຊາຊົນໄດ້ໃຊ້ສິດ ແລະ ພັນທະຂອງຕົນຕາມລັດຖະທຳມະນູນ ແລະ ກົດໝາຍໄດ້ກຳນົດໄວ້. ພ້ອມກັນນີ້, ເພື່ອຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍທີ່ສະພາແຫ່ງຊາດຊຸດທີ VIII ໄດ້ຮັບຮອງໃຫ້ ໄດ້ຕາມຄາດໝາຍທີ່ວາງໄວ້. ດັ່ງນັ້ນ, ລັດຖະບານຈຶ່ງໄດ້ດຳເນີນກອງປະຊຸມສະໄໝວິສາມັນຢູ່ທີ່ສຳນັກງານນາຍົກລັດຖະມົນຕີ ໃນວັນທີ 11 ກຸມພາ 2019, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມລັດຖະບານສະໄໝວິສາມັນຄັ້ງນີ້, ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄຳຄິດຄຳເຫັນ ແລະ ພິຈາລະນາຮັບຮອງເອົາການສ້າງແລະ ປັບປຸງຮ່າງກົດໝາຍຈຳນວນ 4 ສະບັບດັ່ງນີ້: ໜຶ່ງ. ຮ່າງກົດໝາຍວ່າດ້ວຍອະຊີວະສຶກສາ (ສະບັບປັບປຸງ); ສອງ. ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ (ສ້າງໃໝ່); ສາມ. ຮ່າງກົດໝາຍວ່າດ້ວຍການຕອບໂຕ້ການທຸ່ມຕະຫຼາດ ແລະ ການອຸດໜູນສິນຄ້ານໍາເຂົ້າ (ສ້າງໃໝ່); ສີ່. ຮ່າງກົດໝາຍວ່າດ້ວຍປ່າໄມ້ (ສະບັບປັບປຸງ). ຕໍ່ກັບເນື້ອໃນຂອງຮ່າງກົດໝາຍເຫຼົ່ານັ້ນ, ກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງແລະຊີ້ນໍາໃຫ້ກະຊວງທີ່ກ່ຽວຂ້ອງນໍາໄປປັບປຸງຕື່ມຕາມຄໍາເຫັນຂອງສະມາຊິກລັດຖະບານ, ໂດຍມີການປະສານສົມທົບກັບກະຊວງຍຸຕິທໍາ ແລະ ລັັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີທີ່ກ່ຽວຂ້ອງເພື່ອເຮັດໃຫ້ເນື້ອໃນຂໍ້ກຳນົດຕ່າງໆເລິກເຊິ່ງ, ຄົບຖ້ວນ, ຊັດເຈນ, ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບການຕົວຈິງ ໂດຍສະເພາະຮ່າງກົດໝາຍທີ່ສ້າງໃໝ່ນັ້ນຕ້ອງເອົາໃຈໃສ່ປັບປຸງຄຳສັບ, ສຳນວນຕ່າງໆໃຫ້ຖືກຕ້ອງກັບພາສາລາວເພື່ອເຂົ້າໃຈງ່າຍກ່ອນຈະນຳສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ຈະມາເຖິງນີ້.

ການນຳເອົາຮ່າງກົດໝາຍມາພິຈາລະນາຢູ່ໃນກອງປະຊຸມວິສາມັນຂອງລັດຖະບານໃນຄັ້ງນີ້ແມ່ນສະແດງໃຫ້ເຫັນວ່າລັດຖະບານໄດ້ເພີ່ມທະວີຄວາມເອົາໃຈໃສ່ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນທີ່ປົກຄອງດ້ວຍກົດໝາຍ. ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳໃຫ້ສະມາຊິກລັດຖະບານຕ້ອງເພີ່ມທະວີຄວາມຮັບຜິດຊອບໃນການກະກຽມເອກະສານທີ່ຈະນໍາເຂົ້າຜ່ານກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນກຸມພາ 2019 ທີ່ຈະມາເຖິງນີ້ໃຫ້ມີເນື້ອໃນຖືກຕ້ອງ, ຄົບຖ້ວນ, ຈະແຈ້ງ, ຮັດກຸມແລະທັນຕາມກໍານົດເວລາ. ໃນໂອກາດນີ້, ລັດຖະບານຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນ, ທະຫານຕຳຫຼວດ, ນັກຮຽນ, ນັກສຶກສາ, ກຳມະກອນ, ນັກທຸລະກິດທັງພາກລັດ ແລະ ເອກະຊົນ, ຊັ້ນຄົນ ແລະ ປະຊາຊົນລາວບັນດາເຜົ່າຈົ່ງຍົກສູງນໍ້າໃຈເປັນເຈົ້າປະເທດຊາດ, ຕັ້ງໜ້າປະຕິບັດສິດ ແລະ ພັນທະຂອງຕົນໃຫ້ຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນໃນທົ່ວວົງສາຄະນະຍາດແຫ່ງຊາດ, ຕັ້ງໜ້າປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.