ກອງປະຊຸມປຶກສາຫາລືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ການາດາ

08:59 | 02/10/2022

ຕອນເຊົ້າວັນທີ 29 ກັນຍາ, ທີ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມປຶກສາຫາລືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ການາດາ ປີ 2022 ພາຍໃຕ້ການເປັນປະທານຂອງທ່ານພັນເອກພິເສດ ຫວູແທັ່ງວັນ, ຫົວໜ້າກົມພົວພັນຕ່າງປະເທດ (ສັງກັດກະຊວງປ້ອງກັນປະເທດຫວຽດນາມ) ແລະທ່ານ Peter Hammerschmidt ຜູ້ຊ່ວຍວຽກຮອງລັດຖະມົນຕີກະຊວງປ້ອງກັນປະເທດກ່ຽວກັບນະໂຍບາຍ, ກະຊວງປ້ອງກັນປະເທດການາດາ.

ການາດາ ປະທັບໃຈຕໍ່ບັນດາຜົນງານຂອງ ຫວຽດນາມ ການາດາ ປະທັບໃຈຕໍ່ບັນດາຜົນງານຂອງ ຫວຽດນາມ
ໜັງສືພິມທ່ອງທ່ຽວ ການາດາ: ອ່າວຮ້າລອງ - top 5 ຈຸດທ່ອງທ່ຽວທີ່ງາມທີ່ສຸດໃນໂລກປີ 2022 ໜັງສືພິມທ່ອງທ່ຽວ ການາດາ: ອ່າວຮ້າລອງ - top 5 ຈຸດທ່ອງທ່ຽວທີ່ງາມທີ່ສຸດໃນໂລກປີ 2022

ທີ່ກອງປະຊຸມ, ສອງຝ່າຍໄດ້ຢັ້ງຢືນວ່າການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ການາດາ ນັບມື້ນັບສວມບົດບາດສໍາຄັນໃນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ ແລະຍາມໃດການນໍາສອງປະເທດກໍ່ໄດ້ເອົາໃຈໃສ່; ພ້ອມກັນນັ້ນ, ຕີລາຄາສູງບັນດາໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາດທີ່ສອງຝ່າຍບັນລຸໄດ້ນັບແຕ່ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ - ການາດາ ເດືອນ ມິຖຸນາ 2021, ສອດຄ່ອງກັບຂອບເຂດບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ແລະແຜນການຮ່ວມມືດ້ານການປ້ອງກັນຊາດສອງຝ່າຍ 3 ປີໄລຍະ 2021-2023, ບັນລຸໄດ້ບັນດາໝາກຜົນຕັ້ງໜ້າໃນຫຼາຍດ້ານ: ການເຈລະຈາ-ປຶກສາຫາລື, ການບໍາລຸງສ້າງ, ຮັກສາສັນຕິພາບຂອງສະຫະປະຊາຊາດ, ຄວາມໝັ້ນຄົງທາງທະເລ, ອຸດສາຫະກໍາດ້ານປ້ອງກັນຊາດ...

ບັນຍາກາດທີ່ກອງປະຊຸມ. ພາບ: Qdnd.vn
ບັນຍາກາດທີ່ກອງປະຊຸມ. ພາບ: Qdnd.vn

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, 2 ຝ່າຍໄດ້ເຫັນດີເປັນເອກະພາບຄົ້ນຄວ້າການເຄື່ອນໄຫວທີ່ມີຄວາມໝາຍເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ການາດາ (1973-2023); ສືບຕໍ່ຜັນຂະຫຍາຍເອກະສານ ແລະຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ສຸມໃສ່ບັນດາຂົງເຂດທີ່ມີຢູ່ແລ້ວເຊັ່ນ: ແລກປ່ຽນຄະນະຜູ້ແທນ, ເຈລະຈາ-ປຶກສາຫາລື, ບຳລຸງສ້າງ, ຄວາມໝັ້ນຄົງທາງທະເລ, ພ້ອມກັນນັ້ນກໍ່ຄົ້ນຄວ້າບັນດາຂົງເຂດຮ່ວມມືໃຫ້ສອດຄ່ອງກັບຜົນປະໂຫຍດ ແລະຄວາມຕ້ອງການຂອງສອງຝ່າຍ; ສືບຕໍ່ສົມທົບກັນເພື່ອເຊັນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ ໃນໄລຍະທີ່ມີຄວາມສະດວກ; ສືບຕໍ່ປຶກສາຫາລືກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢູ່ເວທີປາໄສຫຼາຍຝ່າຍ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະພັດທະນາລວມຂອງພາກພື້ນ...

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.