ເປີດສະໄໝກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 8 ຂອງ​ສູນ​ກາງ​ພັກ​ຊຸດ​ທີ 13

19:48 | 09/10/2023

ຍສໝ - ພາຍຫຼັງເຮັດວຽກມາເປັນເວລາ 7 ວັນ (2-8 ຕຸລາ), ຕອນເຊົ້າວັນທີ 8 ຄຸລາ ທີ່ສຳນັກງານສູນກາງພັກ, ກອງປະຊຸມຄັ້ງ ທີ 8 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ດຳເນີນວາລະອັດກອງປະຊຸມໂດຍພາຍໃຕ້ ການເປັນປະທານຂອງທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ.

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍທິແອັງຊັວນ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ ອາ​ຊຽນ ຄັ້ງ​ທີ 16 ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍທິແອັງຊັວນ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ ອາ​ຊຽນ ຄັ້ງ​ທີ 16
ກອງ​ປະ​ຊຸມທົ່ວປະເທດປະ​ຕິ​ບັດ​ກົດ​ໝາຍ ແລະ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ກອງ​ປະ​ຊຸມທົ່ວປະເທດປະ​ຕິ​ບັດ​ກົດ​ໝາຍ ແລະ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV

ກ່າວຄຳເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ: ກອງປະຊຸມເຫັນດີຢ່າງສູງຖືວ່າ: ເຖິງວ່າສະພາບການໂລກ ແລະ ພາຍໃນປະເທດປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຜິດປົກກະຕິ, ສົບສົນຫຼາຍເມື່ອທຽບໃສ່ການຄາດຄະເນ, ຫວຽດນາມ ໄດ້ບັນລຸຫຼາຍ ໝາກຜົນສຳຄັນໃນຫຼາຍຂົງເຂດ. ບົນພື້ນຖານນັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກ ບັນດາວຽກງານຕ້ອງຜັນຂະຫຍາຍ ໃນຊຸມເດືອນຍັງເຫຼືອຂອງປີນີ້ ແລະ ປີ 2024:

ພວກເຮົາຄວນສືບຕໍ່ຜັນຂະຫຍາຍຢ່າງຂ້ຽວຂາດ, ມີປະສິດທິຜົນ ບັນດາແຜນນະໂຍບາຍ, ນະໂຍບາຍ ແລະ ເປົ້າໝາຍ, ໜ້າທີ່ ໂດຍສູນກາງປຶກສາຫາລື ຢ່າງລະອຽດ ແລະ ເປັນເອກະພາບວາງ ອອກໃນບົດສະຫລຸບຂອງກອງປະຊຸມຄັ້ງນີ້. ສຸມໃສ່ບຸລິມະສິດຊຸກຍູ້, ຍົກສູງຄຸນນະພາບການເຕີບໂຕ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ຊາວຜູ້ອອກແຮງງານ ບົນພື້ນຖານຮັກສາເສດຖະກິດມະຫາ ພາກໃຫ້ເປັນປົກກະຕິ, ຮັບປະກັນຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ຮັບປະກັນຊີວິດສັງຄົມ. ສືບຕໍ່ຕິດຕາມສະພາບການສາກົນ ແລະ ພາຍໃນປະເທດຢ່າງໃກ້ຊິດ ເພື່ອມີບັນດານະໂຍບາຍຊີ້ຂາດທີ່ເໝາະສົມ, ມີປະສິດທິຜົນ, ສູ້ຊົນບັນລຸບັນດາເປົ້າໝາຍ, ຄາດໝາຍຕົ້ນຕໍໃນລະດັບສູງສຸດຂອງປີ 2023 ແລະ ທັງອາຍຸການຊຸດທີ XIII.

ເປີດສະໄໝກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 8 ຂອງ​ສູນ​ກາງ​ພັກ​ຊຸດ​ທີ 13
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທ່ີພິທີ. ພາບ : TPO

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ ຄະນະບໍລິຫານງານສູນກາງພັກ ໄດ້ເຫັນດີເປັນ ເອກະພາບ ປະກາດໃຊ້ມະຕິກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບນະໂຍບາຍສັງຄົມ ດ້ວຍຫຼາຍເນື້ອໃນໄດ້ສືບທອດ, ປ່ຽນແປງໃໝ່, ເພີ່ມເຕີມ, ພັດທະນາສຳຄັນ ເມື່ອທຽບໃສ່ ມະຕິສູນກາງພັກຄັ້ງທີ 5 ຊຸດທີ XI (ປີ 2012).

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ຮຽກຮ້ອງວ່າ ພາຍຫຼັງກອງປະຊຸມຄັ້ງນີ້, ກົມການເມືອງສູນກາງພັກ ຈະພິຈາລະນາແຜນຊັບຊ້ອນບຸກຄະລາກອນຂອງຄະນະບໍລິຫານງານສູນກາງພັກ ອາຍຸການ 2026 – 2031, ໃຊ້ເປັນພື້ນຖານເພື່ອບຳລຸງສ້າງ, ຝຶກອົບຮົມ ແລະ ຕິດຕາມ, ກວດກາເປັນປະຈຳສຳລັບບັນດາພະນັກງານ ໄດ້ຖືກນຳເຂົ້າແຜນຊັບຊ້ອນ; ຄົ້ນພົບຢ່າງທັນການ, ແນະນຳເພີ່ມເຕີມໃນແຜນຊັບຂ້ອນເພື່ອລາຍງານກົມການເມືອງ ຍື່ນສະເໜີຕໍ່ສູນກາງພັກ ພິຈາລະນາ ໃນກອງປະຊຸມ ຄັ້ງຕໍ່ໆໄປ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.