ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ຄັ້ງທີ 12 ກ່ຽວກັບດ້ານສາທາລະນະສຸກ ແລະ ເສດຖະກິດ

14:00 | 28/08/2022

ວາລະປຶກສາຫາລືໂຕະມົນດ້ວຍຫົວຂໍ້ “ລົງທຶນໃສ່ຄວາມໝັ້ນຄົງດ້ານສາທາລະນະສຸກທົ່ວໂລກເພື່ອກະກຽມຮັບມືກັບໂລກລະບາດໃນອະນາຄົດໃຫ້ເປັນຢ່າງດີກວ່າ”.

ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຫວຽດນາມ - ອັງກິດ ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຫວຽດນາມ - ອັງກິດ
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ
ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໂດ້ຊວັນຕວຽນ
ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໂດ້ຊວັນຕວຽນ

ເມື່ອບໍ່ດົນມານີ້, ຢູ່ນະຄອນຫຼວງ ບາງກອກ, ປະເທດ ໄທ, ໄດ້ຈັດກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 12 ກ່ຽວກັບດ້ານສາທາລະນະສຸກ ແລະ ເສດຖະກິດ (HLM12). ທີ່ວາລະປຶກສາຫາລືໂຕະມົນດ້ວຍຫົວຂໍ້ “ລົງທຶນໃສ່ຄວາມໝັ້ນຄົງດ້ານສາທາລະນະສຸກທົ່ວໂລກເພື່ອກະກຽມຮັບມືກັບໂລກລະບາດໃນອະນາຄົດໃຫ້ເປັນຢ່າງດີກວ່າ”, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໂດ້ຊວັນຕວຽນ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ, ໃຫ້ຮູ້ວ່າ ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍເປົ້າໝາຍຄວບຄູ່ແມ່ນ ທັງປ້ອງກັນ, ຕ້ານໂລກລະບາດ ທັງພັດທະນາເສດຖະກິດ - ສັງຄົມ. ຫວຽດນາມ ໄດ້ແບ່ງປັນບົດຮຽນປ້ອງກັນ, ຕ້ານໂລກລະບາດຂອງ ຫວຽດນາມ ທີ່ເວທີປາໄສ ແລະ ກົງກັນຂ້າມ ຫວຽດນາມ ກໍ່ຈະຊອກຮູ້ບົດຮຽນຂອງບັນດາພື້ນຖານເສດຖະກິດສະມາຊິກ ເພື່ອຜັນຂະຫຍາຍໃນໄລຍະຈະມາເຖິງ. ບັນດາຜູ້ແທນໄດ້ປະກອບຄຳເຫັນ, ສ້າງສັນ ແລະ ສະໜັບສະໜູນຖະແຫຼງການ HLM12. ຖະແຫຼງການດັ່ງກ່າວຈະໄດ້ລາຍງານທີ່ກອງປະຊຸມສຸດຍອດ APEC ໃນເດືອນ ພະຈິກ ຈະມາເຖິງນີ້.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.