ຍສໝ - ແຕ່ວັນທີ 27-29/10, ກຳລັງຄົ້ນຫາ ແລະ ເກັບກູ້ອັດຖິທະຫານເສຍສະຫຼະຂອງແຂວງຕວຽນກວາງ ໄດ້ຄົ້ນພົບ ແລະ ເກັບກູ້ອັດຖິທະຫານເສຍສະຫຼະ 22 ຊຸດ ຢູ່ບໍລິເວນລະດັບຄວາມສູງ 300, ຕາແສງແທງຖຸຍ. ໃນນັ້ນ, ສາມາດລະບຸຕົວຕົນຂອງທະຫານເສຍສະຫຼະໄດ້ 1 ທ່ານ ຈາກວັດຖຸພັນທີ່ຄົ້ນພົບຢູ່ຈຸດເກີດເຫດ.
ຍສໝ - ວັນທີ 27/10, ໜ່ວຍເກັບກູ້ອັດຖິວິລະຊົນ ສັງກັດກອງບັນຊາການທະຫານນະຄອນໂຮ່ຈີມິນ ໄດ້ສືບຕໍ່ຄົ້ນຫາຢູ່ເຂດ B, ສວນສາທາລະນະ ເລ ທິ ຣຽງ, ຄົ້ນພົບ ແລະ ເກັບກູ້ອັດຖິວິລະຊົນເພີ່ມອີກ 4 ຊຸດ. ນັບແຕ່ວັນທີ 23/6 ຫາສິ້ນສຸດວັນທີ 27/10, ຈຳນວນອັດຖິວິລະຊົນທີ່ຄົ້ນພົບຢູ່ບ່ອນນີ້ລວມທັງໝົດແມ່ນ 846 ຊຸດ.
ຍສໝ - ນັບມາຮອດວັນທີ 26/10, ຍຸດທະການ 500 ວັນຄືນ ເພື່ອເລັ່ງລັດການຊອກຫາ, ເກັບກູ້ ແລະ ລະບຸຕົວຕົນອັດຖິວິລະຊົນຜູ້ເສຍສະຫຼະຊີວິດ ໄດ້ເກັບກູ້ອັດຖິ 3.895 ຊຸດ, ບັນລຸ 55,64% ຂອງເປົ້າໝາຍທີ່ວາງໄວ້. ສະເພາະຢູ່ສວນສາທາລະນະ ເລ ທິ ຣຽງ (ນະຄອນໂຮ່ຈີມິນ), ກຳລັງເຈົ້າໜ້າທີ່ໄດ້ຊອກພົບອັດຖິວິລະຊົນ 832 ຊຸດ. ພ້ອມກັນນັ້ນ, ວຽກງານເກັບຕົວຢ່າງ ADN ແລະ ການເກັບກູ້ລະເບີດ, ລູກລະເບີດ ແລະ ວັດຖຸລະເບີດ ຍັງຄົງໄດ້ຮັບການເລັ່ງລັດຢ່າງຕໍ່ເນື່ອງ.
ຍສໝ - ວັນທີ 22/10, ຢູ່ຕາແສງດົ່ງເຮີ້ຍ, ຄະນະຊີ້ນຳການຊອກຫາ, ເກັບກູ້ ແລະ ກຳນົດຕົວຕົນອັດຖິທະຫານເສຍສະຫຼະແຂວງກວ໋າງຈິ ໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2026 ແລະ ສະຫຼຸບເບື້ອງຕົ້ນໄລຍະທີ 1 ຂອງຂະບວນການ 500 ວັນ ແລະ ຄືນ, ໂດຍໄດ້ຮັບຮູ້ຜົນສຳເລັດໃນການຊອກຫາ ແລະ ເກັບກູ້ອັດຖິທະຫານເສຍສະຫຼະ 221 ຊຸດ.
ຍສໝ - ໃນລະຫວ່າງວັນທີ 15 - 17/10, ໜ່ວຍເກັບກູ້ອັດຖິທະຫານເສຍສະຫຼະ ສັງກັດກອງບັນຊາການທະຫານນະຄອນໂຮ່ຈີມິນ ຮ່ວມກັບບັນດາກຳລັງງານທີ່ກ່ຽວຂ້ອງ ໄດ້ຄົ້ນຫາ, ຄົ້ນພົບ ແລະ ເກັບກູ້ອັດຖິທະຫານເສຍສະຫຼະທີ່ຝັງແຍກກັນເປັນລາຍບຸກຄົນເພີ່ມອີກ 33 ຊຸດ ຢູ່ສວນສາທາລະນະ ເລ ທິ ຣຽງ, ໃນນັ້ນມີ 11 ຊຸດທີ່ພົບພ້ອມກັບວັດຖຸທີ່ຫຼົງເຫຼືອຢູ່.
ຍສໝ - ຕອນເຊົ້າວັນທີ 14/10, ທີ່ສວນວັດທະນະທຳ ເລ ທິ ຣຽງ, ຄຸ້ມຮວ່າຮຶງ, ນະຄອນໂຮ່ຈີມິນ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ແລະ ຄະນະກຳມະການແນວໂຮມປິຕຸພູມຫວຽດນາມ ນະຄອນໂຮ່ຈີມິນ ໄດ້ປະສານສົມທົບກັບຄະນະພັກ ແລະ ກອງບັນຊາການເຂດທະຫານທີ 7 ຈັດພິທີເຄົາລົບ, ໄວ້ອາໄລ ແລະ ຝັງອັດຖິວິລະຊົນທະຫານເສຍສະຫຼະ 731 ຊຸດ ທີ່ໄດ້ຄົ້ນຫາ ແລະ ເກັບກູ້ຢູ່ສະຖານທີ່ແຫ່ງນີ້ ຢ່າງສົມກຽດ. ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາການນຳ ແລະ ອະດີດການນຳພັກ, ລັດ ຫຼາຍທ່ານ ...
ຍສໝ - ວັນທີ 3/10, ກຳລັງຄົ້ນຫາ, ເກັບໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຢູ່ສວນສາທາລະນະ ເລທິຣຽງ (ນະຄອນໂຮ່ຈິມິນ) ໄດ້ຄົ້ນພົບອັດຖິຕື່ມອີກ 8 ຊຸດ ຢູ່ເຂດ B, ເຮັດໃຫ້ຈຳນວນອັດຖິທີ່ເກັບໂຮມໄດ້ນັບແຕ່ວັນທີ 23/6 ຈົນເຖິງສິ້ນສຸດວັນທີ 3/10 ເພີ່ມຂຶ້ນເປັນ 713 ຊຸດ.
ຍສໝ - ວັນທີ 30/9, ບັນດາກຳລັງຂຶ້ນກັບກອງເຕົ້າໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຂອງກອງບັນຊາການທະຫານນະຄອນໂຮ່ຈິມິນ ສືບຕໍ່ຂະຫຍາຍຂອບເຂດການຊອກຫາຢູ່ເຂດ B, ສວນສາທາລະນະ ເລທິຣຽງ, ເຕົ້າໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດເພີ່ມອີກ 10 ຊຸດ.
ຍສໝ - ຕອນເຊົ້າວັນທີ 26/9 ທີ່ເຂດ ໝາຈີ່, ບ້ານ ມາຍເຊີນ, ຕາແສງ ຫວິງບ໋າວ, ນະຄອນ ຫາຍຟ່ອງ ໄດ້ຈັດພິທີຖະຫວາຍດອກໄມ້, ຖະຫວາຍທູບທຽນ ແລະ ຜັນຂະຫຍາຍວຽກງານຊອກຫາ, ເຕົ້າໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ສູ້ຊົນສຳເລັດກ່ອນວັນທີ 10/10/2026 ໃນຂອບ “ບັ້ນຮົບ 500 ທັງເວັນທັງຄືນ ຊຸກຍູ້ການຊອກຫາ, ເຕົ້າໂຮມ ແລະ ກຳນົດອັດຕະລັກອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ”.
ຍສໝ - ຮອດວັນທີ 23/9/2026, ບັນດາກຳລັງທີ່ເຂົ້າຮ່ວມຂະບວນການ 500 ວັນ-ຄືນ ໄດ້ຄົ້ນຫາ ແລະ ຮວບຮວມອັດຖິວິລະຊົນ 2.803 ຊຸດ ຢູ່ພາຍໃນປະເທດ, ລາວ ແລະ ກຳປູເຈຍ; ພ້ອມທັງເກັບຕົວຢ່າງຢູ່ຫຼຸມຝັງສົບວິລະຊົນ 199.908 ຫຼຸມ, ບັນລຸ 94,78% ຂອງຄວາມຄືບໜ້າ.
ຍສໝ - ພາຍຫຼັງໜຶ່ງປີແຫ່ງການຜັນຂະຫຍາຍມະຕິເລກທີ 72-NQ/TW ຂອງກົມການເມືອງ, ແນວທາງກວດສຸຂະພາບເປັນປະຈຳ ແລະ ກວດຄັດກອງສຸຂະພາບຟຣີໃຫ້ປະຊາຊົນ ພວມຖືກຫຼາຍທ້ອງຖິ່ນຫັນເປັນຮູບປະທຳຜ່ານບັນດາໄລຍະຂົນຂວາຍຈຸດສຸມ, ຕິດພັນກັບການສ້າງປຶ້ມສຸຂະພາບເອເລັກໂຕຣນິກ ແລະ ຄ່ອຍໆສ້າງຖານຂໍ້ມູນສຸຂະພາບຂອງປະຊາຊົນທົ່ວປະເທດ.
ຍສໝ - ຕອນບ່າຍວັນທີ 14/9, ທ່ານນາງ ຟ້າມທິແທງຈ່າ, ຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ເລັ່ງຄວາມຄືບໜ້າການເກັບຕົວຢ່າງ ແລະ ກວດພິສູດ ADN ອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ສູ້ຊົນສຳເລັດການເກັບຕົວຢ່າງຢູ່ບັນດາສຸສານກ່ອນວັນທີ 30/11 ແລະ ສຳເລັດການກວດພິສູດ 18.000 ຕົວຢ່າງ ໃນວັນທີ 27/7/2027. ມາຮອດປັດຈຸບັນ, ມີພຽງ 210 ຕົວຢ່າງໄດ້ຮັບການກວດພິສູດ, ສາມາດລະບຸຕົວຕົນໄດ້ຖືກຕ້ອງ 10 ກໍລະນີ.
ຍສໝ - ສະມາຄົມປົກປ້ອງສິດເດັກນ້ອຍນະຄອນເຫວ້ ຫາກໍ່ປະສານກັບອົງການ Children of Vietnam (COV/ສະຫະລັດອາເມລິກາ) ຜັນຂະຫຍາຍໂຄງການ “ສືບຕໍ່ເສີມກຳລັງໃຫ້ນັກຮຽນໄປໂຮງຮຽນ”, ມອບທຶນການສຶກສາໃຫ້ນັກຮຽນ 200 ຄົນທີ່ມີສະພາບຫຍຸ້ງຍາກ ແລະ ຫຍຸ້ງຍາກເປັນພິເສດ ຢູ່ເຂດ ຖ້ວນຮວ໋າ, ຝູຊວັນ, ໝີ້ເທື້ອງ, ຫວີ໋ຢາ ແລະ ໂຮງຮຽນມັດທະຍົມຕອນປາຍ ຟານດັງລິວ.
ຍສໝ - ອົງການວິທະຍາສາດ ແລະ ການສຶກສາ “ພົບປະຫວຽດນາມ” ຫາກໍ່ປະສານງານມອບທຶນການສຶກສາ Vallet ປີ 2026 ໃຫ້ນັກຮຽນ, ນັກສຶກສາ 529 ຄົນ ທີ່ມີຜົນການຮຽນດີເດັ່ນ ຢູ່ເຫວ້, ດ່ານັ້ງ, ຢາລາຍ, ກວາງຫງາຍ ແລະ ດັກລັກ. ທຶນການສຶກສາທີ່ມອບໃນຄັ້ງນີ້ມີມູນຄ່າລວມກວ່າ 10,9 ຕື້ດົ່ງ.
ຍສໝ - ວັນທີ 25-26 ສິງຫາ, ຢູ່ສຳນັກງານໃຫຍ່ສະຫະປະຊາຊາດ ທີ່ New York, ຫວຽດນາມຮຽກຮ້ອງໃຫ້ນຳໃຊ້ວິທີການແບບຮອບດ້ານ, ເຄົາລົບກົດໝາຍສາກົນ ແລະ ເພີ່ມທະວີການຮ່ວມມື ເພື່ອແກ້ໄຂສະພາບຄວາມບໍ່ໝັ້ນຄົງດ້ານສະບຽງອາຫານທີ່ເກີດຈາກຄວາມຂັດແຍ່ງ.
ຍສໝ - ວັນທີ 25 ສິງຫາ ຢູ່ຮ່າໂນ້ຍ, ສະພາກາແດງຫວຽດນາມ ແລະ ສະຫະພັນສະຫະກອນຫວຽດນາມ ໄດ້ລົງນາມໃນໂຄງການປະສານງານໄລຍະ 2026-2031, ແນໃສ່ຊ່ວຍເຫຼືອຜູ້ທີ່ມີສະພາບການຫຍຸ້ງຍາກໃຫ້ພັດທະນາອາຊີບຫາລ້ຽງຊີບ, ສ້າງວຽກເຮັດງານທຳ ແລະ ຍົກສູງລາຍຮັບ ຜ່ານບັນດາຮູບແບບເສດຖະກິດລວມໝູ່ ແລະ ສະຫະກອນ.
ຍສໝ - ວັນທີ 24 ສິງຫາ, ກຳລັງຄົ້ນຫາ ແລະ ເກັບໂຮມອັດຖິວິລະຊົນຢູ່ສວນສາທາລະນະ ເລທິຣຽງ, ນະຄອນໂຮ່ຈີມິນ ໄດ້ຄົ້ນພົບອັດຖິຕື່ມອີກ 26 ຊຸດ ຢູ່ເຂດ B. ຜົນການຄົ້ນຫາຄັ້ງນີ້ເຮັດໃຫ້ຈຳນວນອັດຖິວິລະຊົນທີ່ໄດ້ຮັບການເກັບໂຮມນັບແຕ່ວັນທີ 24 ມິຖຸນາ ເຖິງ 507 ຊຸດ.
ຍສໝ - ວັນທີ 21/8, ຢູ່ບັກນິງ, ກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ (DFAT) ແລະ ວິສາຫະກິດເພື່ອສັງຄົມ KOTO ໄດ້ເປີດຕົວໂຄງການ “Our Turn” ຢ່າງເປັນທາງການ, ເພື່ອເປີດກວ້າງໂອກາດຝຶກວິຊາຊີບ ແລະ ການເຮັດວຽກໃຫ້ແກ່ຜູ້ດ້ອຍໂອກາດໃນຂະແໜງຮ້ານອາຫານ - ໂຮງແຮມ - ການທ່ອງທ່ຽວ ຢູ່ຫວຽດນາມ.
ຍສໝ - ພາຍຫຼັງ 4 ເດືອນແຫ່ງການປະຕິບັດບັ້ນຮົບ 500 ວັນຄືນ ເພື່ອຍູ້ແຮງການຊອກຫາ, ເກັບໂຮມ ແລະ ກຳນົດຕົວຕົນອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ເຄືອຂ່າຍຮັບຂໍ້ມູນຫຼາຍແພລດຟອມໄດ້ຖືກສ້າງຂຶ້ນ, ເຊື່ອມຕໍ່ຍາດພີ່ນ້ອງຂອງນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ນັກຮົບເກົ່າ ແລະ ປະຊາຊົນ ກັບບັນດາອົງການທີ່ມີໜ້າທີ່. ຂໍ້ມູນທີ່ໄດ້ຮັບຖືກຈັດປະເພດ, ປ່ຽນເປັນດິຈິຕອນ, ສັງລວມ, ສ້າງໃຫ້ເປັນມາດຕະຖານ ແລະ ສົ່ງໄປຍັງບັນດາຫົວໜ່ວຍເພື່ອກວດກາ, ສົມທຽບ ແລະ ຢັ້ງຢືນ, ຮັບໃຊ້ວຽກງານຊອກຫາ ແລະ ເກັບໂຮມ.ພາຍຫຼັງ 4 ເດືອນແຫ່ງການປະຕິບັດບັ້ນຮົບ 500 ວັນຄືນ ເພື່ອຍູ້ແຮງການຊອກຫາ, ເກັບໂຮມ ແລະ ກຳນົດຕົວຕົນອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ເຄືອຂ່າຍຮັບຂໍ້ມູນຫຼາຍແພລດຟອມໄດ້ຖືກສ້າງຂຶ້ນ, ເຊື່ອມຕໍ່ຍາດພີ່ນ້ອງຂອງນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ນັກຮົບເກົ່າ ...
ຍສໝ - ຕອນເຊົ້າວັນທີ 16 ສິງຫາ, ໃນຂະນະຂະຫຍາຍພື້ນທີ່ຄົ້ນຫາບໍລິເວນແຜ່ນຈາລຶກລະນຶກວິລະຊົນ ເລທິຣຽງ ຢູ່ສວນສາທາລະນະ ເລທິຣຽງ (ນະຄອນໂຮ່ຈີມິນ), ກຳລັງເຈົ້າໜ້າທີ່ໄດ້ຄົ້ນພົບອັດຖິນັກຮົບເສຍສະຫຼະເພື່ອຊາດຕື່ມອີກຫຼາຍກວ່າ 30 ຊຸດ. ຂະນະດຽວກັນ, ຈຳນວນອັດຖິທີ່ໄດ້ຮັບການຄົ້ນຫາ ແລະ ເຕົ້າໂຮມໃນທົ່ວປະເທດ ມີຫຼາຍກວ່າ 1.700 ຊຸດ.
ຍສໝ - ການປະສົມປະສານເອກະສານປະຫວັດສາດ, ຂໍ້ມູນຈາກພະຍານ, ວັດຖຸພະຍານ ກັບບັນດາວິທີການທາງວິທະຍາສາດ ແລະ ເຕັກໂນໂລຊີ ໃນການຊອກຫາ, ເກັບກຳ ແລະ ກຳນົດອັດຕະລັກຂອງອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຢູ່ສວນສາທາລະນະ ເລທິຣຽງ ພວມຖືກສະຫຼຸບຖອດຖອນເປັນບົດຮຽນ ເພື່ອຄົ້ນຄວ້າ ແລະ ນຳໄປປະຍຸກໃຊ້ຢູ່ບັນດາເຂດສຸສານລວມທີ່ຍັງຂາດຂໍ້ມູນ.
ຍສໝ - ດ້ວຍການສະໜັບສະໜູນຈາກອົງການບໍ່ຂຶ້ນກັບລັດຖະບານສາກົນ Plan International ຫວຽດນາມ, ຜູ້ເຂົ້າຮຽນທີ່ພິການທາງສາຍຕາ 20 ຄົນ ຢູ່ຮ່າໂນ້ຍ ໄດ້ສຳເລັດຫຼັກສູດຝຶກວິຊາຊີບການນວດ ແລະ ກົດຈຸດບຳບັດ. ໃນນັ້ນ, 12 ຄົນ ໄດ້ມີວຽກເຮັດທີ່ໝັ້ນຄົງ ໂດຍມີລາຍຮັບສະເລ່ຍປະມານ 6 ລ້ານດົ່ງຕໍ່ເດືອນ.
ຍສໝ - ຈາກນະຄອນ Hiroshima ຂອງຍີ່ປຸ່ນ, ຄະນະຜູ້ແທນຫວຽດນາມໄດ້ຮ່ວມກັບບັນດາຂະບວນການສັນຕິພາບສາກົນ ສົ່ງສຽງຮຽກຮ້ອງໃຫ້ກຳຈັດອາວຸດນິວເຄຼຍ. ຜ່ານການເຂົ້າຮ່ວມກອງປະຊຸມໂລກຕ້ານລະເບີດປະລະມະນູ ແລະ ລະເບີດໄຮໂດຣເຈນ ປີ 2026, ຫວຽດນາມໄດ້ຢືນຢັນຈຸດຢືນອັນແນ່ວແນ່ໃນການສະໜັບສະໜູນການປົດອາວຸດ, ສົ່ງເສີມສັນຕິພາບ ແລະ ຮ່ວມເດີນທາງກັບປະຊາຊົນຍີ່ປຸ່ນ ກໍຄືປະຊາຊົນທົ່ວໂລກ.
ຍສໝ - ວັນທີ 2 ສິງຫາ, ທີ່ຕາແສງ ກຸຍຖັງ (ນະຄອນຫາຍຟ່ອງ), ນັກສຶກສາຫວຽດນາມ ແລະ ສ.ເກົາຫຼີ ຈຳນວນ 70 ຄົນ ໄດ້ສິ້ນສຸດການເດີນທາງອາສາສະໝັກ 7 ວັນ ພາຍໃຕ້ໂຄງການ Hyundai Happy Move 2026. ຜ່ານຫຼາຍກິດຈະກຳທີ່ເປັນປະໂຫຍດ, ບັນດາອາສາສະໝັກໄດ້ຮ່ວມກັນປັບປຸງສະພາບແວດລ້ອມການຮຽນຮູ້, ສົ່ງເສີມການດູແລເດັກນ້ອຍ ແລະ ເສີມສ້າງນ້ຳໃຈມິດຕະພາບລະຫວ່າງຊາວໜຸ່ມສອງປະເທດ.
ຍສໝ - ສອງຄອບຄົວທີ່ມີຄວາມຫຍຸ້ງຍາກຢູ່ຕາແສງເຮືອງຈ່າ ໄດ້ຮັບທຶນຊ່ວຍເຫຼືອສ້າງເຮືອນ ໃນຂອບເຂດໂຄງການກໍ່ສ້າງ “ເຮືອນແຫ່ງຄວາມຮັກ” 12 ຫຼັງ ຢູ່ນະຄອນເຫວ້.
ຍສໝ - ການຫັນເປັນດິຈິຕອນ ພວມກາຍເປັນແຮງຂັບເຄື່ອນສຳຄັນ ເພື່ອຍົກສູງຜະລິດຕະພາບ, ຄວາມໂປ່ງໃສຂອງຕ່ອງໂສ້ມູນຄ່າ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງສິນຄ້າກະສິກຳຫວຽດນາມ. ຢ່າງໃດກໍຕາມ, ເພື່ອໃຫ້ຂະບວນການນີ້ ບັນລຸຜົນຢ່າງແທ້ຈິງ ບໍ່ພຽງແຕ່ຕ້ອງການເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງຕ້ອງອາໄສການປະສານງານຢ່າງໃກ້ຊິດລະຫວ່າງລັດ, ວິສາຫະກິດ, ອົງການສາກົນ, ສະຖາບັນຄົ້ນຄວ້າ ແລະ ຊາວກະສິກອນ ເພື່ອສ້າງລະບົບນິເວດການຮ່ວມມືຈາກຫຼາຍຝ່າຍ ສຳລັບການພັດທະນາຢ່າງຍືນຍົງ.
ຍສໝ - ໃນລະດູແລ້ງ ປີ 2025-2026, ບັນດາຄະນະຄົ້ນຫາ ແລະ ກູ້ເອົາອັດຖິ ຂອງຫວຽດນາມ ໄດ້ຄົ້ນຫາ ແລະ ກູ້ເອົາອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຜູ້ເສຍສະລະຊີວິດຢູ່ ລາວ ໃນຊ່ວງສົງຄາມຕ່າງໆ ໄດ້ທັງໝົດ 173 ອັດຖິ.
ຍສໝ - ເນື່ອງໃນໂອກາດຄົບຮອບ 79 ປີ ວັນທະຫານຜູ້ບາດເຈັບ-ນັກຮົບຜູ້ເສຍສະລະຊີວິດເພື່ອຊາດ (27/7/1947-27/7/2026), ໃນຕອນເຊົ້າຂອງວັນທີ 26 ກໍລະກົດ, ຄະນະຜູ້ແທນຄະນະກຳມະການບໍລິຫານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ ແລະ ລັດຖະບານ ໄດ້ ຖະຫວາຍທູບທຽນ, ລະນຶກຄຸນບັນດານັກຮົບຜູ້ເສຍສະລະຊີວິດເພື່ອຊາດຢູ່ອະນຸສາວະລີລະນຶກບັນດາວີລະຊົນພົນສະຫຼະ ຖະໜົນ ບັກເຊີນ (ນະຄອນຮ່າໂນ້ຍ), ວາງພວງມາລາ ແລະ ເຂົ້າຄາລະວະສຸສານປະທານ ໂຮ່ຈີມິນ.
ຍສໝ - ໃນໄລຍະຜ່ານມາ, ຂະບວນການ 500 ວັນຄືນ ໄດ້ສຸມໃສ່ປະຕິບັດບັນດາໜ້າທີ່ຢ່າງສອດຄ່ອງ ທັງວຽກງານຄົ້ນຫາ ແລະ ເກັບກູ້ອັດຖິວີລະຊົນພົນສະຫຼະ; ການເກັບກຳ, ຮັກສາ ແລະ ກວດພິສູດ ADN; ການສ້າງຖານຂໍ້ມູນເພື່ອກວດສອບ ແລະ ປຽບທຽບຂໍ້ມູນ; ພ້ອມທັງດຳເນີນວຽກງານເກັບກູ້ລະເບີດ ແລະ ວັດຖຸລະເບີດ ຢູ່ບັນດາພື້ນທີ່ທີ່ຍັງມີຮ່ອງຮອຍສົງຄາມຈຳນວນຫຼາຍ ແລະ ບໍລິເວນທີ່ສົງໄສວ່າມີຫຼຸມຝັງສົບຂອງວີລະຊົນພົນສະຫຼະ.
ຍສໝ - ຄະນະຜູ້ແທນສະຫະພັນແຮງງານຫວຽດນາມ ໄດ້ຖະຫວາຍທູບທຽນ ເພື່ອລະນຶກເຖິງບັນດາວີລະຊົນພົນສະຫຼະ ຢູ່ສຸສານວີລະຊົນພົນສະຫຼະສາກົນ ຫວຽດນາມ - ລາວ.