ອົງການເດັກນ້ອຍມັງກອນຟ້າ ຊ່ວຍເຫຼືອກໍ່ສ້າງເຮືອນແຫ່ງຄວາມຮັກ 12 ຫຼັງຢູ່ເຫວ້

18:12 | 03/08/2026

ຍສໝ - ສອງຄອບຄົວທີ່ມີຄວາມຫຍຸ້ງຍາກຢູ່ຕາແສງເຮືອງຈ່າ ໄດ້ຮັບທຶນຊ່ວຍເຫຼືອສ້າງເຮືອນ ໃນຂອບເຂດໂຄງການກໍ່ສ້າງ “ເຮືອນແຫ່ງຄວາມຮັກ” 12 ຫຼັງ ຢູ່ນະຄອນເຫວ້.

ເຫວ້ ພັດທະນາອຸດສາຫະກຳວັດທະນະທຳ ເຊື່ອມໂຍງກັບມໍລະດົກ ແລະ ເສດຖະກິດກາງຄືນ ນັກຮຽນທີ່ມີຄວາມຫຍຸ້ງຍາກ 200 ຄົນຢູ່ເຫວ້ ໄດ້ຮັບທຶນການສຶກສາຈາກ Children of Vietnam
ອົງການເດັກນ້ອຍມັງກອນຟ້າ ຊ່ວຍເຫຼືອກໍ່ສ້າງເຮືອນແຫ່ງຄວາມຮັກ 12 ຫຼັງຢູ່ເຫວ້
ສະຫະພັນແມ່ຍິງນະຄອນເຫວ້ ໄດ້ປະສານສົມທົບກັບອົງການເດັກນ້ອຍມັງກອນຟ້າ (Blue Dragon Children's Foundation) ຈັດພິທີວາງສີລາລຶກເລີ່ມກໍ່ສ້າງ “ເຮືອນແຫ່ງຄວາມຮັກ” 2 ຫຼັງ ໃຫ້ແກ່ຄອບຄົວທີ່ມີຄວາມຫຍຸ້ງຍາກຢູ່ຕາແສງເຮືອງຈ່າ. ສອງຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອ ປະກອບມີ ຄອບຄົວທ່ານ ຮວ່າງ ຫວິງ ຟຸກ ຢູ່ໜ່ວຍຊຸມຊົນຟູອົກ 2 ແລະ ຄອບຄົວທ່ານນາງ ເຈ໊ ທິ ເຊືອງ ຢູ່ໜ່ວຍຊຸມຊົນວັນຊາ 2, ໂດຍແຕ່ລະຄອບຄົວໄດ້ຮັບທຶນ 80 ລ້ານດົ່ງ ເພື່ອກໍ່ສ້າງເຮືອນຢູ່ອາໄສ. ນີ້ແມ່ນ 2 ໃນຈຳນວນທັງໝົດ 12 ຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອຈາກໂຄງການໃນປີ 2026. ຄາດວ່າເຮືອນຫຼັງໃໝ່ເຫຼົ່ານີ້ຈະກໍ່ສ້າງສຳເລັດ ແລະ ມອບໃຫ້ຄອບຄົວກ່ອນລະດູຝົນພາຍຸ, ຊ່ວຍໃຫ້ບັນດາຄອບຄົວມີທີ່ຢູ່ອາໄສທີ່ປອດໄພ, ຄ່ອຍໆສ້າງຄວາມໝັ້ນຄົງໃຫ້ແກ່ຊີວິດ ແລະ ມີຄວາມອຸ່ນໃຈໃນການອອກແຮງງານ ແລະ ການຜະລິດ.
ເຫວ້: ຢ້ຽມຢາມ ແລະ ອວຍພອນປີໃໝ່ໃນງານບຸນປີໃໝ່ລາວ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນໃນເຂດຊາຍແດນລາວ ເຫວ້: ຢ້ຽມຢາມ ແລະ ອວຍພອນປີໃໝ່ໃນງານບຸນປີໃໝ່ລາວ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນໃນເຂດຊາຍແດນລາວ
ຍສໝ - ໃນວັນທີ 9 ແລະ 10 ເມສາ, ກອງບັນຊາການທະຫານຊາຍແດນເມືອງເຫວ້ ໄດ້ປະສານງານກັບຄະນະກຳມະການເມືອງເຫວ້ ສາຂາແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງຄະນະຜູ້ແທນໄປຢ້ຽມຢາມ, ອວຍພອນປີໃໝ່, ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນບ້ານຊາຍແດນໃນສອງແຂວງເຊກອງ ແລະ ສາລະວັນ (ລາວ) ໃນໂອກາດບຸນປີໃໝ່ລາວ.
ເຫວ້ ນຳໃຊ້ດິຈິຕອນ ເພື່ອເພີ່ມຄຸນຄ່າການທ່ອງທ່ຽວ ເຫວ້ ນຳໃຊ້ດິຈິຕອນ ເພື່ອເພີ່ມຄຸນຄ່າການທ່ອງທ່ຽວ
ຍສໝ - ນະຄອນເຫວ້ ກຳນົດໃຫ້ການຫັນປ່ຽນດິຈິຕອນເປັນແຮງຂັບເຄື່ອນສຳຄັນ ເພື່ອຍົກສູງປະສົບການຂອງນັກທ່ອງທ່ຽວ, ສົ່ງເສີມຄຸນຄ່າມໍລະດົກ ແລະ ເພີ່ມຄວາມສາມາດແຂ່ງຂັນ. ບັນດາມາດຕະການໃໝ່ໄດ້ຮັບການຫາລືໃນກອງປະຊຸມສຳມະນາກ່ຽວກັບນະວັດຕະກຳ ແລະ ການໂຄສະນາທ່ອງທ່ຽວມໍລະດົກ ທີ່ຈັດຂຶ້ນໃນວັນທີ 11 ມິຖຸນາ.

ດວງດີ

ເບິ່ງເພີ່ມເຕີມໃນ: ສິດຂອງມະນຸດ

ເບິ່ງເພີ່ມເຕີມ