| ຫຼາຍກວ່າ 39.600 ສາຍໂທເຂົ້າໄດ້ສະໜອງຂໍ້ມູນເບາະແສເພື່ອຊອກຫາອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ເກັບໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດເກືອບ 500 ຊຸດ ຢູ່ສວນສາທາລະນະ ເລທິຣຽງ |
ຕອນບ່າຍວັນທີ 14/9, ສະຫາຍ ຟ້າມທິແທງຈ່າ, ເລຂາສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຄົ້ນຫາ, ເຕົ້າໂຮມ ແລະ ກຳນົດຕົວຕົນອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ໄດ້ເຮັດວຽກກັບອົງການປະຈຳຄະນະຊີ້ນຳ ກ່ຽວກັບວຽກງານກຳນົດຕົວຕົນອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ດ້ວຍວິທີກວດພິສູດ ADN ແລະ ແກ້ໄຂບັນດາຂໍ້ຕິດຂັດໃນຂະບວນການປະຕິບັດ.
ຕາມບົດລາຍງານຂອງກະຊວງພາຍໃນ, ຂະບວນການ 500 ວັນຄືນ ວາງເປົ້າໝາຍສຳເລັດການກວດພິສູດ 18.000 ຕົວຢ່າງອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ໃນນັ້ນ ໃຫ້ບູລິມະສິດຫຼາຍກວ່າ 17.000 ຕົວຢ່າງທີ່ເກັບໄວ້ກ່ອນມະຕິເລກທີ 26/2026/NQ-CP ມີຜົນສັກສິດ. ສະເພາະປີ 2026, ເປົ້າໝາຍແມ່ນກວດພິສູດ 9.000 ຕົວຢ່າງທີ່ໄດ້ຮັບໄວ້ກ່ອນວັນທີ 1/7/2025.
ປັດຈຸບັນ ມີ 4 ກະຊວງ ແລະ ອົງການສູນກາງ ທີ່ມີຫົວໜ່ວຍກວດພິສູດ ADN ອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ປະກອບມີ: ສະຖາບັນນິຕິເວດທະຫານ ຂຶ້ນກັບກະຊວງປ້ອງກັນຊາດ, ສະຖາບັນວິທະຍາສາດອາດຊະຍາກຳ ຂຶ້ນກັບກະຊວງຕຳຫຼວດ, ສະຖາບັນນິຕິເວດແຫ່ງຊາດ ຂຶ້ນກັບກະຊວງສາທາລະນະສຸກ ແລະ ສະຖາບັນຊີວະວິທະຍາ ຂຶ້ນກັບສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ. ແນວໃດກໍຕາມ, ມີພຽງ 3 ຫົວໜ່ວຍ ຂຶ້ນກັບກະຊວງປ້ອງກັນຊາດ, ກະຊວງສາທາລະນະສຸກ ແລະ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ທີ່ເຂົ້າຮ່ວມໂດຍກົງໃນການກວດພິສູດຕົວຢ່າງອັດຖິ.
![]() |
| ທ່ານນາງ ຟ້າມທິແທງຈ່າ, ຮອງນາຍົກລັດຖະມົນຕີ ເຮັດວຽກກັບບັນດາກະຊວງ, ຂະແໜງການ ແລະ ອົງການ ກ່ຽວກັບວຽກງານກວດພິສູດ ADN ເພື່ອຮັບໃຊ້ການກຳນົດຕົວຕົນອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ. |
ຕາມຂໍ້ມູນໃນຊອບແວຄຸ້ມຄອງຂະບວນການ 500 ວັນຄືນ, ມາຮອດປັດຈຸບັນ ມີພຽງ 210 ຕົວຢ່າງໄດ້ຮັບການກວດພິສູດ, ຜ່ານນັ້ນ ສາມາດກຳນົດຕົວຕົນໄດ້ຖືກຕ້ອງ 10 ກໍລະນີ. ໜຶ່ງໃນສາເຫດຫຼັກ ແມ່ນງົບປະມານຮັບໃຊ້ການກວດພິສູດ ຫາກໍ່ໄດ້ຈັດສັນໃຫ້ບັນດາກະຊວງ ແລະ ອົງການ ໃນເດືອນ 8/2026, ໃນຂະນະທີ່ບັນດາຫົວໜ່ວຍຍັງພວມດຳເນີນຂັ້ນຕອນຊື້ສານເຄມີ ແລະ ຊີວະພັນ ເພື່ອຮັບໃຊ້ການກວດວິເຄາະ.
ໃນຂະນະດຽວກັນ, ຈຳນວນຕົວຢ່າງທີ່ໄດ້ຮັບໄວ້ມີຈຳນວນຫຼາຍຫຼວງ. ຮອດວັນທີ 11/9, ສະຖາບັນນິຕິເວດທະຫານ ໄດ້ຮັບ 35.776 ຕົວຢ່າງອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ; ສະຖາບັນນິຕິເວດແຫ່ງຊາດ ໄດ້ຮັບ 16.636 ຕົວຢ່າງ; ສະຖາບັນຊີວະວິທະຍາ ໄດ້ຮັບ ແລະ ເກັບຮັກສາ 37.610 ຕົວຢ່າງ. ປະລິມານຕົວຢ່າງດັ່ງກ່າວ ຍັງວາງຄວາມຮຽກຮ້ອງດ້ານການອະນຸລັກໄລຍະຍາວ ເມື່ອຫຼາຍຫົວໜ່ວຍຍັງບໍ່ມີສາງເກັບຮັກສາທີ່ຕອບສະໜອງມາດຕະຖານ.
ວຽກງານກຳນົດຕົວຕົນດ້ວຍ ADN ປະສົບກັບຫຼາຍຄວາມຫຍຸ້ງຍາກ ເນື່ອງຈາກອັດຖິສ່ວນໃຫຍ່ຖືກຝັງໄວ້ເປັນເວລາຍາວນານ, ຫຼາຍກໍລະນີຖືກຍ້າຍສະຖານທີ່ຝັງຫຼາຍຄັ້ງ. ສະພາບອາກາດຮ້ອນຊຸ່ມ ເຮັດໃຫ້ ADN ຊຸດໂຊມ, ອັດຕາຕົວຢ່າງທີ່ບໍ່ພຽງພໍສຳລັບການວິເຄາະຍັງຢູ່ໃນລະດັບສູງ. ການເກັບຕົວຢ່າງອ້າງອີງຈາກຍາດພີ່ນ້ອງກໍຍິ່ງຫຍຸ້ງຍາກຂຶ້ນ ເພາະຍາດພີ່ນ້ອງຂອງນັກຮົບຜູ້ເສຍສະລະຊີວິດເພື່ອຊາດຫຼາຍຄົນ ມີອາຍຸສູງ, ສຸຂະພາບອ່ອນແອ ຫຼື ເສຍຊີວິດແລ້ວ.
ເຕັກໂນໂລຊີກວດພິສູດ ADN ໄມໂຕຄອນເດຣຍ ແບບດັ້ງເດີມ ຕາມສາຍແມ່ ໃຊ້ເວລາຫຼາຍ ແລະ ມີອັດຕາການຈັບຄູ່ສຳເລັດທີ່ຍັງຈຳກັດ, ໃນຂະນະທີ່ເຕັກໂນໂລຊີກວດພິສູດຮຸ່ນໃໝ່ ເຖິງແມ່ນໄດ້ທົດລອງຢ່າງມີປະສິດທິຜົນແລ້ວ ແຕ່ຍັງບໍ່ທັນໄດ້ຖ່າຍທອດ ແລະ ຂະຫຍາຍນຳໃຊ້ຢ່າງພ້ອມພຽງ.
ປັດຈຸບັນ ສະຖາບັນນິຕິເວດທະຫານ ພວມດຳເນີນສາຍການກວດວິເຄາະ ADN ໄມໂຕຄອນເດຣຍ ດ້ວຍວິທີ Sanger ດ້ວຍກຳລັງກວດປະມານ 800 ຕົວຢ່າງ/ປີ. ໃນໄລຍະ 2021-2025, ຫົວໜ່ວຍໄດ້ຮັບຕົວຢ່າງເກືອບ 15.000 ຕົວຢ່າງ, ກວດພິສູດເກືອບ 4.000 ຕົວຢ່າງ ແລະ ກຳນົດຕົວຕົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດໄດ້ 558 ທ່ານ.
ຕົວແທນບັນດາຫົວໜ່ວຍກວດພິສູດ ສະເໜີໃຫ້ຮີບຮ້ອນສ້າງຄວາມເອກະພາບກ່ຽວກັບຂັ້ນຕອນເຕັກໂນໂລຊີໃໝ່ ແລະ ເຊື່ອມຕໍ່ຖານຂໍ້ມູນ ADN ອັດຖິ ກັບຂໍ້ມູນ ADN ຂອງຍາດພີ່ນ້ອງ.
ທ່ານ ຟີ໊ກວ໊ຽດຕ໊ຽນ, ຫົວໜ້າສະຖາບັນຊີວະວິທະຍາ ສະເໜີໃຫ້ສ້າງຊອບແວເຊື່ອມໂຍງລະຫວ່າງສອງລະບົບຂໍ້ມູນ, ພ້ອມທັງປະສານເພີ່ມຂໍ້ມູນຫຼັກຖານຕົວຈິງ ເພື່ອເພີ່ມຄວາມແມ່ນຍຳໃນການປຽບທຽບ. ສະຖາບັນຊີວະວິທະຍາ ຍັງພ້ອມຖ່າຍທອດເຕັກໂນໂລຊີໃໝ່ໃນການສະກັດ ADN ໃຫ້ແກ່ບັນດາຫົວໜ່ວຍກວດພິສູດ.
ສະຫຼຸບການເຮັດວຽກ, ທ່ານນາງ ຟ້າມທິແທງຈ່າ, ຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສືບຕໍ່ເລັ່ງລັດການເກັບຕົວຢ່າງອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນ ຢູ່ບັນດາສຸສານ, ສູ້ຊົນສຳເລັດກ່ອນວັນທີ 30/11. ຄຽງຄູ່ກັບນັ້ນ, ບັນດາກຳລັງສືບຕໍ່ຄົ້ນຫາ, ເຕົ້າໂຮມ ແລະ ນຳອັດຖິທີ່ຄົ້ນພົບມາເກັບຮັກສາ, ອະນຸລັກ ແລະ ກຳນົດຕົວຕົນ. ເປົ້າໝາຍແມ່ນສຳເລັດການກວດພິສູດ ADN ສຳລັບ 18.000 ຕົວຢ່າງ ໃນວັນທີ 27/7/2027.
ທ່ານນາງ ຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງຕຳຫຼວດ ສືບຕໍ່ເລັ່ງລັດການເກັບຕົວຢ່າງຊີວະພັນສາຍພໍ່ ຂອງຍາດພີ່ນ້ອງນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ສູ້ຊົນສຳເລັດໃນປີ 2026; ພ້ອມທັງຮີບຮ້ອນສ້າງໂຄງການສາງອະນຸລັກ ແລະ ເກັບຮັກສາຕົວຢ່າງຊີວະພັນຂອງຍາດພີ່ນ້ອງນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ປະມານ 2 ລ້ານຕົວຢ່າງ, ດ້ວຍຄວາມສາມາດເກັບຮັກສາຕັ້ງແຕ່ 50 ປີຂຶ້ນໄປ.
ກ່ຽວກັບກົນໄກ ແລະ ນະໂຍບາຍ, ທ່ານນາງ ຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ດັດແກ້, ເພີ່ມເຕີມມະຕິເລກທີ 26/2026/NQ-CP ຂອງລັດຖະບານ; ປະກາດໃຊ້ບັນດາມາດຕະຖານເສດຖະກິດ - ເຕັກນິກ, ຂັ້ນຕອນເກັບຕົວຢ່າງອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ແລະ ຊີວະພັນຂອງຍາດພີ່ນ້ອງ ຕາມຂັ້ນຕອນຫຍໍ້, ຊ້າສຸດໃນວັນທີ 30/9. ກະຊວງການເງິນ ໄດ້ຮັບມອບໝາຍໃຫ້ສະເໜີແນະກົນໄກຈັດຊື້ອຸປະກອນ, ສານເຄມີ ແລະ ຊີວະພັນ ເພື່ອຮັບໃຊ້ການກວດພິສູດ ADN.
ທ່ານນາງ ຮອງນາຍົກລັດຖະມົນຕີ ຍັງເຫັນດີໃຫ້ແບ່ງແຍກແຫຼ່ງກຳລັງຊ່ວຍເຫຼືອຂອງ Vingroup ກັບງົບປະມານແຫ່ງລັດໃຫ້ຈະແຈ້ງ. ຕາມນັ້ນ, Vingroup ສະໜັບສະໜູນ 4 ສາຍການກວດພິສູດ ADN ແລະ ບັນດາຫ້ອງທົດລອງ; ງົບປະມານແຫ່ງລັດ ສຸມໃສ່ລົງທຶນໃນພື້ນຖານວັດຖຸ ແລະ ອຸປະກອນທີ່ຈຳເປັນ ໃຫ້ແກ່ສະຖາບັນນິຕິເວດທະຫານ ແລະ ສະຖາບັນວິທະຍາສາດອາດຊະຍາກຳ. ບັນດາຫົວໜ່ວຍຕ້ອງສຳເລັດແຜນປະສານງານກັບ Vingroup ກ່ອນວັນທີ 25/9, ກະກຽມເພື່ອໃຫ້ໃນເດືອນ 10 ສາມາດຕິດຕັ້ງ, ຮັບມອບ ແລະ ນຳໃຊ້ສາຍການກວດພິສູດໃໝ່.
ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ໄດ້ຮັບມອບໝາຍໃຫ້ເປັນຈຸດປະສານງານ ເພື່ອສັງລວມແຜນການຝຶກອົບຮົມ ແລະ ຖ່າຍທອດເຕັກໂນໂລຊີ. ພ້ອມກັນນັ້ນ, ບັນດາຫົວໜ່ວຍກວດພິສູດ ຕ້ອງເພີ່ມບຸກຄະລາກອນ, ຈັດການຝຶກອົບຮົມ ແລະ ສ້າງຖັນແຖວແກນຫຼັກ ທີ່ມີຄວາມສາມາດກຳແໜ້ນເຕັກໂນໂລຊີຮຸ່ນໃໝ່.
ທ່ານນາງ ຮອງນາຍົກລັດຖະມົນຕີ ມອບໝາຍໃຫ້ກະຊວງຕຳຫຼວດ, ໂດຍກົງແມ່ນກົມຕຳຫຼວດຄຸ້ມຄອງບໍລິຫານກ່ຽວກັບລະບຽບສັງຄົມ, ເປັນປະທານການກວດກາ, ປັບປຸງລະບົບຂໍ້ມູນ ຕາມທິດເຊື່ອມໂຍງ, ເອກະພາບ ແລະ ນຳໃຊ້ຮ່ວມກັນ, ເພື່ອຮັບໃຊ້ການປຽບທຽບ ແລະ ກຳນົດຕົວຕົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ.
ຍສໝ - ການປະສົມປະສານເອກະສານປະຫວັດສາດ, ຂໍ້ມູນຈາກພະຍານ, ວັດຖຸພະຍານ ກັບບັນດາວິທີການທາງວິທະຍາສາດ ແລະ ເຕັກໂນໂລຊີ ໃນການຊອກຫາ, ເກັບກຳ ແລະ ກຳນົດອັດຕະລັກຂອງອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຢູ່ສວນສາທາລະນະ ເລທິຣຽງ ພວມຖືກສະຫຼຸບຖອດຖອນເປັນບົດຮຽນ ເພື່ອຄົ້ນຄວ້າ ແລະ ນຳໄປປະຍຸກໃຊ້ຢູ່ບັນດາເຂດສຸສານລວມທີ່ຍັງຂາດຂໍ້ມູນ. |
ຍສໝ - ຕອນເຊົ້າວັນທີ 16/8, ກຳລັງເຈົ້າໜ້າທີ່ໄດ້ພົບເຫັນອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດຫຼາຍກວ່າ 30 ຊຸດ ໃນຂະນະທີ່ຂະຫຍາຍຂອບເຂດການຄົ້ນຫາຢູ່ບໍລິເວນແຜ່ນຈາລຶກລະນຶກເຖິງວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ເລທິຣຽງ, ສວນສາທາລະນະ ເລທິຣຽງ (ນະຄອນໂຮ່ຈີມິນ). ມາຮອດປັດຈຸບັນ, ອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດຫຼາຍກວ່າ 1.700 ຊຸດ ໄດ້ຮັບການຄົ້ນຫາ ແລະ ເຕົ້າໂຮມໂດຍບັນດາກຳລັງໃນຂອບເຂດທົ່ວປະເທດ. |
ຄຳສີ
