“Our Turn” ເປີດກວ້າງໂອກາດຝຶກວິຊາຊີບໃຫ້ແກ່ຜູ້ດ້ອຍໂອກາດ

16:51 | 23/08/2026

ຍສໝ - ວັນທີ 21/8, ຢູ່ບັກນິງ, ກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ (DFAT) ແລະ ວິສາຫະກິດເພື່ອສັງຄົມ KOTO ໄດ້ເປີດຕົວໂຄງການ “Our Turn” ຢ່າງເປັນທາງການ, ເພື່ອເປີດກວ້າງໂອກາດຝຶກວິຊາຊີບ ແລະ ການເຮັດວຽກໃຫ້ແກ່ຜູ້ດ້ອຍໂອກາດໃນຂະແໜງຮ້ານອາຫານ - ໂຮງແຮມ - ການທ່ອງທ່ຽວ ຢູ່ຫວຽດນາມ.

ບັນດາສະຖານທີ່ທ່ອງທ່ຽວດຶງດູດນັກທ່ອງທ່ຽວໃນໂອກາດວັນຊາດ 2/9 ລາວມອບຫຼຽນໄຊໃຫ້ 2 ຄະນະ ແລະ 8 ບຸກຄົນຂອງແຂວງດ້ຽນບຽນ

“Our Turn” ແມ່ນໂຄງການເສີມສ້າງສິດອຳນາດທາງເສດຖະກິດແບບຮອບດ້ານ ທີ່ດຳເນີນໃນໄລຍະປີ 2026-2030 ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕາລີ ຜ່ານກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ (DFAT).

ໂຄງການນີ້ຖືກສ້າງຂຶ້ນບົນພື້ນຖານຂອງໄລຍະການຮ່ວມມືກ່ອນໜ້ານີ້ ທີ່ມີຊື່ວ່າ “Her Turn”. ໃນໄລຍະດັ່ງກ່າວ, KOTO ໄດ້ສຸມໃສ່ຮັບແມ່ຍິງຊົນເຜົ່າເຂົ້າຮ່ວມໂຄງການຝຶກວິຊາຊີບຫຼັກ ເຊິ່ງມີໄລຍະເວລາ 24 ເດືອນ, ຈັດຕັ້ງບັນດາຫຼັກສູດຝຶກອົບຮົມໄລຍະສັ້ນແບບສະເພາະດ້ານສຳລັບແມ່ຍິງໃນເຂດຊົນນະບົດ, ພ້ອມທັງພັດທະນາຄວາມສາມາດດ້ານການນຳໃຫ້ແກ່ແມ່ຍິງໃນຂະແໜງບໍລິການໂຮງແຮມ.

“Our Turn” ເປີດກວ້າງໂອກາດຝຶກວິຊາຊີບໃຫ້ແກ່ຜູ້ດ້ອຍໂອກາດ
ທ່ານນາງ Gillian Bird PSM, ເອກອັກຄະລັດຖະທູດອົດສະຕາລີປະຈຳຫວຽດນາມ ແລະ ທ່ານ Jimmy ຟ້າມ AM, ຜູ້ກໍ່ຕັ້ງ ແລະ ຜູ້ອຳນວຍການບໍລິຫານ KOTO ລົງນາມໃນບົດບັນທຶກການຮ່ວມມື ເພື່ອເປີດຕົວໂຄງການ “Our Turn”.

ສືບຕໍ່ຈາກ “Her Turn”, ໂຄງການ “Our Turn” ໄດ້ເປີດກວ້າງຂອບເຂດການຊ່ວຍເຫຼືອ, ໂດຍສືບຕໍ່ສຸມໃສ່ແມ່ຍິງຊົນເຜົ່າ, ພ້ອມທັງດຳເນີນການຮັບສະໝັກແບບມີທິດທາງສຳລັບຄົນພິການ ແລະ ກຸ່ມອື່ນໆ.

ໂຄງການຈະສະໜອງບັນດາຫຼັກສູດຝຶກທັກສະຕາມໂມດູນ, ຊ່ວຍໃຫ້ນັກຮຽນ ແລະ ບຸກຄະລາກອນຈາກກຸ່ມທີ່ມີສະພາບຫຍຸ້ງຍາກ ຍົກສູງຄວາມສາມາດ, ມີໂອກາດກ້າວໜ້າໃນໜ້າທີ່ການງານຫຼາຍຂຶ້ນ ແລະ ຄ່ອຍໆກ້າວຂຶ້ນຮັບຕຳແໜ່ງການນຳໃນຂະແໜງບໍລິການໂຮງແຮມ.

“Our Turn” ຍັງນຳໃຊ້ຍຸດທະສາດການຂົນຂວາຍແບບເປັນລະບົບ, ແນໃສ່ຊຸກຍູ້ການປັບປຸງນະໂຍບາຍ ແລະ ຍົກສູງຄວາມຫຼາກຫຼາຍ, ຄວາມສະເໝີພາບ ແລະ ການມີສ່ວນຮ່ວມທາງສັງຄົມ (GEDSI) ໃນສະຖານທີ່ເຮັດວຽກ ກໍຄືໃນຂົງເຂດຝຶກວິຊາຊີບ ແລະ ຮ້ານອາຫານ - ໂຮງແຮມ - ການທ່ອງທ່ຽວ ໃນຂອບເຂດທົ່ວປະເທດ.

ກ່າວຄຳເຫັນໃນພິທີເປີດຕົວ, ທ່ານນາງ Gillian Bird PSM, ເອກອັກຄະລັດຖະທູດອົດສະຕາລີປະຈຳຫວຽດນາມ ໃຫ້ຮູ້ວ່າ “Our Turn” ເປັນຂີດໝາຍຂອງໄລຍະການຮ່ວມມື 5 ປີຕໍ່ໄປລະຫວ່າງອົດສະຕາລີ ແລະ KOTO, ພ້ອມທັງເປັນສ່ວນໜຶ່ງໃນສາຍພົວພັນຮ່ວມມືອັນຍາວນານລະຫວ່າງອົດສະຕາລີ ແລະ ຫວຽດນາມ ໃນການພັດທະນາທັກສະວິຊາຊີບ.

ຕາມທ່ານນາງ Gillian Bird, ໂຄງການຈະເປີດກວ້າງໂອກາດໃນການເຂົ້າເຖິງທັກສະ, ວຽກເຮັດງານທຳ ແລະ ອະນາຄົດທີ່ດີກວ່າ ໃຫ້ແກ່ຊາວໜຸ່ມຫວຽດນາມຈາກຫຼາຍສະພາບການທີ່ແຕກຕ່າງກັນ; ພ້ອມທັງສະໜັບສະໜູນຄວາມຫຼາກຫຼາຍໃນການເຂົ້າຮ່ວມ, ການນຳພາ ແລະ ການສ້າງອິດທິພົນໃນຂະແໜງບໍລິການຮ້ານອາຫານ - ໂຮງແຮມ - ການທ່ອງທ່ຽວຂອງຫວຽດນາມ.

ທ່ານນາງເນັ້ນໜັກວ່າ ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຄວາມສະເໝີພາບ ບໍ່ພຽງແຕ່ແມ່ນຄຸນຄ່າທີ່ມຸ່ງໝັ້ນປະຕິບັດ ແຕ່ຍັງແມ່ນທາງເລືອກທີ່ປະກອບສ່ວນສ້າງວິສາຫະກິດ ແລະ ຊຸມຊົນໃຫ້ເຂັ້ມແຂງຍິ່ງຂຶ້ນ. ເມື່ອທຸກຄົນລ້ວນແຕ່ມີໂອກາດປະກອບສ່ວນ, ວິສາຫະກິດຈະພັດທະນາ, ຂະແໜງອາຊີບຈະມີຄວາມຄຶກຄື້ນຫຼາຍຂຶ້ນ ແລະ ເສດຖະກິດຈະເຕີບໂຕ.

“Our Turn” ເປີດກວ້າງໂອກາດຝຶກວິຊາຊີບໃຫ້ແກ່ຜູ້ດ້ອຍໂອກາດ
ໂຄງການ “Our Turn” ມຸ່ງເປີດກວ້າງໂອກາດໃນການເຂົ້າເຖິງທັກສະ ແລະ ວຽກເຮັດງານທຳໃຫ້ແກ່ຊາວໜຸ່ມຫວຽດນາມຈາກຫຼາຍກຸ່ມທີ່ມີສະພາບການແຕກຕ່າງກັນ.

ທ່ານ Jimmy ຟ້າມ, ຜູ້ກໍ່ຕັ້ງ KOTO ໃຫ້ຮູ້ວ່າ, ຜ່ານໂຄງການ “Our Turn”, KOTO ຈະນຳຊາວໜຸ່ມຈາກບັນດາຊຸມຊົນດ້ອຍໂອກາດເຂົ້າສູ່ໂຄງການຝຶກວິຊາຊີບຫຼັກ, ພ້ອມທັງສ້າງເສັ້ນທາງການຮຽນຮູ້ທີ່ຍືດຫຍຸ່ນຕາມແຕ່ລະໂມດູນ ສຳລັບຜູ້ທີ່ກຳລັງເຮັດວຽກ, ດູແລຄອບຄົວ ຫຼື ບໍ່ສາມາດຢຸດວຽກ ແລະ ຂາດລາຍຮັບເພື່ອເຂົ້າຮຽນແບບເຕັມເວລາໄດ້.

ຕາມທ່ານ Jimmy ຟ້າມ, ຕະຫຼອດ 27 ປີຜ່ານມາ, KOTO ຍາມໃດກໍມຸ່ງໝັ້ນທີ່ຈະມອບໂອກາດໃຫ້ແກ່ທຸກຄົນ ແລະ ປັດຈຸບັນກໍພ້ອມແລ້ວທີ່ຈະເປີດກວ້າງໂອກາດນັ້ນໄປສູ່ຜູ້ຄົນຈຳນວນຫຼາຍຂຶ້ນ.

ແທນຫວຽດນາມ ສຳຜັດຄວາມສອດຄ່ອງກັນທາງວັດທະນະທຳຢູ່ລາວ ແທນຫວຽດນາມ ສຳຜັດຄວາມສອດຄ່ອງກັນທາງວັດທະນະທຳຢູ່ລາວ
ຍສໝ - ແຕ່ວັນທີ 17-19/8, ຢູ່ສູນວັດທະນະທຳຫວຽດນາມປະຈຳລາວ ທີ່ນະຄອນຫຼວງວຽງຈັນ, ລາຍການວາງສະແດງ ແລະ ສາທິດສະເພາະຫົວຂໍ້ “ການປະຕິບັດຄວາມເຊື່ອເທັນຂອງກຸ່ມພາສາໄຕ - ໄທ” ໄດ້ແນະນຳໃຫ້ສາທາລະນະຊົນລາວຮູ້ຈັກບັນດາຄຸນຄ່າວັດທະນະທຳອັນເປັນເອກະລັກຂອງບັນດາເຜົ່າຢູ່ຫວຽດນາມ, ພ້ອມທັງຍົກໃຫ້ເຫັນຫຼາຍຈຸດຄ້າຍຄືກັນໃນຊີວິດທາງຈິດໃຈຂອງສອງປະເທດ.
ສ້າງຂີດຄວາມສາມາດແຫ່ງຊາດໃນຮູບແບບການພັດທະນາໃໝ່ ສ້າງຂີດຄວາມສາມາດແຫ່ງຊາດໃນຮູບແບບການພັດທະນາໃໝ່
ຍສໝ - ມະຕິເລກທີ 19-NQ/TW ລົງວັນທີ 28/7/2026 ກ່ຽວກັບການປ່ຽນແປງໃໝ່ຮູບແບບການພັດທະນາຫວຽດນາມ, ເຊິ່ງໄດ້ຮັບຮອງຈາກກອງປະຊຸມຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV, ໄດ້ສ້າງຂີດໝາຍການຫັນປ່ຽນທາງຍຸດທະສາດ ຈາກເປົ້າໝາຍການເຕີບໂຕ ໄປສູ່ການປ່ຽນແປງໃໝ່ຮູບແບບການພັດທະນາແຫ່ງຊາດ, ສ້າງພື້ນຖານເພື່ອຫັນຄວາມປາຖະໜາໃຫ້ເປັນຈິງ ຄື ຮອດປີ 2045 ຫວຽດນາມກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ກ້າວເດີນຢ່າງໝັ້ນຄົງຂຶ້ນສູ່ລັດທິສັງຄົມນິຍົມ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ