| ການປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງພາຍໃນຄອບຄົວ: ຄວາມມານະພະຍາຍາມເພື່ອໃຫ້ຫວຽດນາມ ມີຄວາມມະນຸດສະທຳ ແລະ ພົນລະເຮືອນ. ການບໍລິຈາກເລືອດເຊື່ອມຕໍ່ຂົວແຫ່ງການແບ່ງປັນລະຫວ່າງ ຫວຽດນາມ ແລະ ໄທ |
![]() |
| ບັນດາຜູ້ແທນເຂົ້າຮ່ວມປະກອບສ່ວນສະໜັບສະໜູນຂະບວນການ “ບຸນເຕັດແຫ່ງຄວາມເມດຕາ” ປີ 2027. |
ກ່າວຄຳປາໄສໃນພິທີລົງນາມ, ທ່ານນາງ ໂດ້ ທິ ທູ ຖາວ, ປະທານສະພາກາແດງຫວຽດນາມ, ເນັ້ນໜັກເຖິງຄວາມຈຳເປັນໃນການຫັນຈາກການຊ່ວຍເຫຼືອດ້ານມະນຸດສະທຳສະເພາະໜ້າ ໄປສູ່ການປ້ອງກັນຄວາມສ່ຽງຢ່າງເປັນເຈົ້າການ, ຟື້ນຟູຄວາມສາມາດ ແລະ ສ້າງອາຊີບຫາລ້ຽງຊີບທີ່ຍືນຍົງ. ຕາມທ່ານນາງ, ສະພາກາແດງມີຈຸດແຂງໃນການເຂົ້າເຖິງປະຊາຊົນ, ກຳນົດຄວາມຕ້ອງການ ແລະ ລະດົມແຫຼ່ງຊັບພະຍາກອນ, ໃນຂະນະທີ່ສະຫະພັນສະຫະກອນຫວຽດນາມມີປະສົບການໃນການຈັດຕັ້ງການຜະລິດ, ຝຶກອົບຮົມທັກສະ ແລະ ເຊື່ອມໂຍງຕະຫຼາດ. ສອງຝ່າຍມຸ່ງສູ່ການສ້າງຮູບແບບ “ເສດຖະກິດເພື່ອມະນຸດສະທຳ”, ສ້າງເງື່ອນໄຂໃຫ້ຜູ້ທີ່ມີສະພາບການຫຍຸ້ງຍາກໄດ້ເຂົ້າຮ່ວມການຜະລິດໂດຍກົງ, ປັບປຸງລາຍຮັບ ແລະ ຄ່ອຍໆສາມາດເພິ່ງພາຕົນເອງໃນການດຳລົງຊີວິດ.
ຕາມທ່ານ ດິງ ຮົ່ງ ຖາຍ, ຮອງປະທານສະຫະພັນສະຫະກອນຫວຽດນາມ, ໂຄງການຈະສຸມໃສ່ການຄົ້ນຄວ້າ, ທົດລອງ ແລະ ຂະຫຍາຍຮູບແບບການສ້າງອາຊີບເພື່ອມະນຸດສະທຳ ທີ່ເຊື່ອມໂຍງກັບກຸ່ມຮ່ວມມື ແລະ ສະຫະກອນ; ພ້ອມທັງຊຸກຍູ້ການຫັນປ່ຽນດິຈິຕອນ, ການເຊື່ອມໂຍງຕະຫຼາດ, ການລະດົມແຫຼ່ງຊັບພະຍາກອນ ແລະ ການຮ່ວມມືດ້ານມະນຸດສະທຳສາກົນ. ທັງສອງອົງການຍັງຈະປະສານສົມທົບກັນຜັນຂະຫຍາຍບັນດາກິດຈະກຳສະຫວັດດີການສັງຄົມ, ຮູບແບບ “ຕະຫຼາດມະນຸດສະທຳ”, ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸໝາຍເລກ 4 ແລະ ກະກຽມໂຄງການ “ບຸນເຕັດແຫ່ງຄວາມເມດຕາ 2027”.
ສິ່ງທີ່ໜ້າສົນໃຈແມ່ນ ໂຄງການ “ບຸນເຕັດແຫ່ງຄວາມເມດຕາ 2027” ຈະຄ່ອຍໆປ່ຽນຈາກການມອບຂອງຂວັນຕາມຮູບແບບດັ້ງເດີມ ໄປສູ່ຮູບແບບທີ່ໃຫ້ປະຊາຊົນສາມາດເລືອກສິນຄ້າທີ່ເໝາະສົມກັບຄວາມຕ້ອງການຂອງຕົນເອງ, ພ້ອມທັງຊ່ວຍໂຄສະນາ ແລະ ຈຳໜ່າຍສິນຄ້າຂອງບັນດາສະຫະກອນ ແລະ ວິສາຫະກິດຫວຽດນາມ. ໂຄງການປະສານງານດັ່ງກ່າວມີຜົນບັງຄັບໃຊ້ນັບແຕ່ວັນທີ 25 ສິງຫາ 2026 ຈົນເຖິງວັນທີ 31 ທັນວາ 2031.
ຍສໝ - ຕາມບົດລາຍງານທີ່ກອງປະຊຸມແບ່ງປັນຂໍ້ມູນກ່ຽວກັບວຽກງານອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດປີ 2023 ໂດຍພະແນກການຕ່າງປະເທດນະຄອນ ຈັດຕັ້ງໃນຕອນເຊົ້າວັນທີ 27 ກັນຍາ, ໄລຍະ 2019 - 2022, ນະຄອນດ່ານັ່ງ ໄດ້ຂົນຂວາຍ ແລະ ຮັບບ້ວງເງິນຊ່ວຍເຫຼືອ 191 ບ້ວງຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ດ້ວຍຍອດຈຳນວນງົບປະມານທີ່ໝັ້ນໝາຍແມ່ນ 384,1 ຕື້ດົ່ງ ແລະ ໄດ້ເບີກຈ່າຍ 246,2 ຕື້ດົ່ງ, ບັນລຸ 65%. |
ຍສໝ - ນີ້ແມ່ນຊຸດຝຶກອົບຮົມກ່ຽວກັບກົດໝາຍວ່າດ້ວຍມະນຸດສະທຳສາກົນ ເຊິ່ງຖັດມາ ICRC ໄດ້ໜູນຊ່ວຍຫວຽດນາມ ເລີ່ມແຕ່ປີ 2015, ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງກົມຮັກສາສັນຕິພາບຫວຽດນາມ ແລະ ICRC ໃນຂົງເຂດຮັກສາສັນຕິພາບ, ປະກອບຄວາມຮູ້ສຳຄັນກ່ຽວກັບກົດໝາຍວ່າດ້ວຍມະນຸດສະທຳສາກົນໃຫ້ກຳລັງຮັກສາສັນຕິພາບຂອງຫວຽດນາມ. |
ມິງດຶກ
