Plan International ສະໜັບສະໜູນການຝຶກວິຊາຊີບໃຫ້ຜູ້ພິການທາງສາຍຕາ 20 ຄົນ ຢູ່ຮ່າໂນ້ຍ

14:19 | 11/08/2026

ຍສໝ - ດ້ວຍການສະໜັບສະໜູນຈາກອົງການບໍ່ຂຶ້ນກັບລັດຖະບານສາກົນ Plan International ຫວຽດນາມ, ຜູ້ເຂົ້າຮຽນທີ່ພິການທາງສາຍຕາ 20 ຄົນ ຢູ່ຮ່າໂນ້ຍ ໄດ້ສຳເລັດຫຼັກສູດຝຶກວິຊາຊີບການນວດ ແລະ ກົດຈຸດບຳບັດ. ໃນນັ້ນ, 12 ຄົນ ໄດ້ມີວຽກເຮັດທີ່ໝັ້ນຄົງ ໂດຍມີລາຍຮັບສະເລ່ຍປະມານ 6 ລ້ານດົ່ງຕໍ່ເດືອນ.

VUFO: ເປັນຂົວຕໍ່ຊ່ວຍ Plan International ເຜີຍແຜ່ຄຸນຄ່າໃຫ້ແກ່ເດັກນ້ອຍ ແລະ ຊຸມຊົນ Plan International ຮ່ວມເດີນທາງກັບນັກຮຽນ ຢູ່ເຂດນ້ຳຖ້ວມ ລາຍເຈົາ
Plan International ສະໜັບສະໜູນການຝຶກວິຊາຊີບໃຫ້ຜູ້ພິການທາງສາຍຕາ 20 ຄົນ ຢູ່ຮ່າໂນ້ຍ
ວັນທີ 11 ສິງຫາ, ສູນການສຶກສາວິຊາຊີບ ສັງກັດສະມາຄົມຄົນຕາບອດນະຄອນຮ່າໂນ້ຍ ໄດ້ປະສານສົມທົບກັບວິທະຍາໄລວິຊາຊີບອຸດສາຫະກຳຮ່າໂນ້ຍ ຈັດພິທີປິດຫຼັກສູດ ແລະ ມອບໃບຢັ້ງຢືນການຝຶກອົບຮົມໄລຍະສັ້ນ “ຊ່າງເຕັກນິກການນວດ ແລະ ກົດຈຸດບຳບັດ”. ກິດຈະກຳດັ່ງກ່າວໄດ້ຮັບການສະໜັບສະໜູນຈາກ Plan International ຫວຽດນາມ ພາຍໃຕ້ໂຄງການ “ໝັ້ນໃຈສ້າງອາຊີບ”. ຫຼັງຈາກຜ່ານຂະບວນການຮຽນຮູ້, ຜູ້ເຂົ້າຮຽນທັງ 20 ຄົນ ໄດ້ສຳເລັດຫຼັກສູດຝຶກອົບຮົມດ້ານວິຊາຊີບ ແລະ ທັກສະທາງສັງຄົມ, ໃນນັ້ນ 12 ຄົນ ໄດ້ຊອກຫາວຽກເຮັດທີ່ໝັ້ນຄົງ. ທ່ານ ຫງວຽນ ຈຸງ ຖາຍ, ຮອງຜູ້ອຳນວຍການສູນການສຶກສາວິຊາຊີບ, ເນັ້ນໜັກວ່າ ປະສິດທິຜົນຂອງການຝຶກອົບຮົມຄວນໄດ້ຮັບການປະເມີນຜ່ານຄວາມສາມາດໃນການເພິ່ງພາຕົນເອງຂອງຜູ້ເຂົ້າຮຽນ. ສູນຈະສືບຕໍ່ປະສານສົມທົບກັບບັນດາໜ່ວຍງານຮັບສະໝັກພະນັກງານ ເພື່ອຊ່ວຍເຫຼືອຜູ້ເຂົ້າຮຽນທີ່ຍັງເຫຼືອ ໃຫ້ສາມາດຊອກຫາວຽກເຮັດທີ່ເໝາະສົມ.
Plan International VietNam ໄດ້ລະດົມ 26,3 ຕື້ດົ່ງ ເພື່ອສະໜັບສະໜູນຜູ້ປະສົບໄພນ້ຳຖ້ວມ ຢູ່ພາກກາງຂອງປະເທດຫວຽດນາມ Plan International VietNam ໄດ້ລະດົມ 26,3 ຕື້ດົ່ງ ເພື່ອສະໜັບສະໜູນຜູ້ປະສົບໄພນ້ຳຖ້ວມ ຢູ່ພາກກາງຂອງປະເທດຫວຽດນາມ
ຍສໝ - ປະຈຸບັນນີ້, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ Plan International ໄດ້ມີການສະໜັບສະໜູນບັນດາແຂວງກວາງບິ່ງ ແລະ ກວາງຈີ້ (ພາກກາງຂອງປະເທດຫວຽດນາມ) ຫຼັງຈາກເກີດໄພພິບັດນ້ຳຖ້ວມ.
Plan International ນຳ​​ຫ້ອງ​ຮຽນ​ຖາວອນ​ໃຫ້​ນັກຮຽນ​ທີ່​ດ້ອຍ​ໂອກາດ​ຢູ່​ ກວາງ​ຈີ້ Plan International ນຳ​​ຫ້ອງ​ຮຽນ​ຖາວອນ​ໃຫ້​ນັກຮຽນ​ທີ່​ດ້ອຍ​ໂອກາດ​ຢູ່​ ກວາງ​ຈີ້
ຍສໝ - ວັນ​ທີ 27 ກຸມພາ 2025, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ທ້ວນ ໄດ້​ສົມທົບ​ກັບ​ອົງການ Plan International ຫວຽດນາມ ​ແລະ ວິ​ສາ​ຫະກິດ ຍີ່​ປຸ່ນ ແຫ່ງໜຶ່ງ ເພື່ອຈັດ​ຕັ້ງ​ພິທີ​ເປີດສະຫຼອງຕົວແບບໂຮງ​ຮຽນ​ປະຖົມ ທ້ວນ 1. ຕົວແບບໂຮງ​ຮຽນ​ໃໝ່ ໄດ້ນຳພື້ນທີ່ຮຳຮ່ຽນແຫ່ງໜຶ່ງທີ່​ປອດ​ໄພ ​ແລະ ໝັ້ນຄົງ​ໃຫ້​ແກ່​ນັກຮຽນ​ປະຖົມຢູ່​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຂອງ​ເມືອງ ເຮື໋ອງຮວ໋າ, ແຂວງ ກວາງ​ຈີ້.

ຄຳສີ

ເບິ່ງເພີ່ມເຕີມໃນ: ສິດຂອງມະນຸດ

ເບິ່ງເພີ່ມເຕີມ