| ຂະບວນການ 500 ວັນ-ຄືນ ຄົ້ນຫາ ແລະ ຮວບຮວມອັດຖິວິລະຊົນໄດ້ 2.803 ຊຸດ ຫາຍຟ່ອງ ຜັນຂະຫຍາຍການຊອກຫາອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຢູ່ເຂດ ໝາຈີ່ |
![]() |
| ກຳລັງເຂົ້າຮ່ວມຊອກຫາ, ເຕົ້າໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຢູ່ເຂດ B, ສວນສາທາລະນະ ເລທິຣຽງ. |
ໃນວັນດັ່ງກ່າວ, ກຳລັງທີ່ປະຕິບັດໜ້າທີ່ໄດ້ຈັດການດິນຫຼາຍກວ່າ 500 ແມັດກ້ອນ, ພ້ອມທັງຂະຫຍາຍເຂດຊອກຫາຢູ່ເຂດ B. ກອງບັນຊາການທະຫານນະຄອນໂຮ່ຈິມິນ ໄດ້ລະດົມພາຫະນະເພື່ອຮັບໃຊ້ການຂຸດ ແລະ ຂົນຍ້າຍດິນ, ຮັບປະກັນຄວາມຄືບໜ້າໃນການປະຕິບັດໜ້າທີ່.
ຜົນການປະຕິບັດໃນວັນທີ 30/9, ບັນດາກຳລັງໄດ້ຄົ້ນພົບ, ເຕົ້າໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ 10 ຊຸດ ພ້ອມດ້ວຍວັດຖຸທີ່ຕິດພັນ 2 ຊຸດ.
ນັບແຕ່ວັນທີ 23/6 ຫາສິ້ນສຸດວັນທີ 30/9, ມີອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດທັງໝົດ 682 ຊຸດ ໄດ້ຮັບການຄົ້ນພົບ, ເຕົ້າໂຮມຢູ່ສວນສາທາລະນະ ເລທິຣຽງ, ໃນນັ້ນ 301 ຊຸດມີວັດຖຸທີ່ຕິດພັນ.
ຍສໝ - ວັນທີ 24 ສິງຫາ, ກຳລັງເຈົ້າໜ້າທີ່ສືບຕໍ່ຄົ້ນຫາ ແລະ ເກັບໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຢູ່ຈຸດທີສອງ (ເຂດ B) ຂອງສວນສາທາລະນະ ເລທິຣຽງ, ນະຄອນໂຮ່ຈິມິນ, ໂດຍໄດ້ຄົ້ນພົບ ແລະ ເກັບໂຮມອັດຖິນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ 26 ຊຸດ ພ້ອມດ້ວຍວັດຖຸທີ່ຕິດກັບອັດຖິ 10 ຊຸດ. |
ຍສໝ - ຕອນບ່າຍວັນທີ 14/9, ທ່ານນາງ ຟ້າມທິແທງຈ່າ, ຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ເລັ່ງຄວາມຄືບໜ້າການເກັບຕົວຢ່າງ ແລະ ກວດພິສູດ ADN ອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ສູ້ຊົນສຳເລັດການເກັບຕົວຢ່າງຢູ່ບັນດາສຸສານກ່ອນວັນທີ 30/11 ແລະ ສຳເລັດການກວດພິສູດ 18.000 ຕົວຢ່າງ ໃນວັນທີ 27/7/2027. ມາຮອດປັດຈຸບັນ, ມີພຽງ 210 ຕົວຢ່າງໄດ້ຮັບການກວດພິສູດ, ສາມາດລະບຸຕົວຕົນໄດ້ຖືກຕ້ອງ 10 ກໍລະນີ. |
ມິງດຶກ
