ຫວຽດນາມຮຽກຮ້ອງເພີ່ມທະວີການຮ່ວມມືສາກົນ ເພື່ອແກ້ໄຂຄວາມບໍ່ໝັ້ນຄົງດ້ານສະບຽງອາຫານທີ່ເກີດຈາກຄວາມຂັດແຍ່ງ

10:04 | 28/08/2026

ຍສໝ - ວັນທີ 25-26 ສິງຫາ, ຢູ່ສຳນັກງານໃຫຍ່ສະຫະປະຊາຊາດ ທີ່ New York, ຫວຽດນາມຮຽກຮ້ອງໃຫ້ນຳໃຊ້ວິທີການແບບຮອບດ້ານ, ເຄົາລົບກົດໝາຍສາກົນ ແລະ ເພີ່ມທະວີການຮ່ວມມື ເພື່ອແກ້ໄຂສະພາບຄວາມບໍ່ໝັ້ນຄົງດ້ານສະບຽງອາຫານທີ່ເກີດຈາກຄວາມຂັດແຍ່ງ.

ວັນຊາດຫວຽດນາມຢູ່ Sydney: ຂີດໝາຍ 81 ປີແຫ່ງການພັດທະນາ ແລະ ການພົວພັນ ຫວຽດນາມ - ອົດສະຕາລີ ສະຖານທູດລາວປະຈຳຫວຽດນາມ ອວຍພອນວັນຊາດຫວຽດນາມ

ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດວາລະປຶກສາຫາລືເປີດຂັ້ນສູງ ພາຍໃຕ້ຫົວຂໍ້ “ສະບຽງອາຫານພາຍໃຕ້ຫ່າກະສຸນ: ບົດບາດຂອງສະພາຄວາມໝັ້ນຄົງໃນການຫຼຸດຜ່ອນວິກິດການສະບຽງອາຫານທົ່ວໂລກ ແລະ ໃນທ້ອງຖິ່ນ”, ພາຍໃຕ້ການເປັນປະທານຂອງທ່ານ Lars Løkke Rasmussen, ລັດຖະມົນຕີກະຊວງການຕ່າງປະເທດແດນມາກ, ປະເທດປະທານສະພາຄວາມໝັ້ນຄົງໃນເດືອນສິງຫາ 2026.

ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນກອງປະຊຸມມີ ທ່ານ António Guterres, ເລຂາທິການໃຫຍ່ສະຫະປະຊາຊາດ; ທ່ານ Carl Skau, ຮັກສາການຜູ້ອຳນວຍການບໍລິຫານໂຄງການອາຫານໂລກ (WFP); ທ່ານນາງ Perrine Benoist, ຜູ້ອຳນວຍການບໍລິຫານອົງການ Action Against Hunger; ພ້ອມດ້ວຍຜູ້ຕາງໜ້າຂັ້ນສູງຈາກຫຼາຍກວ່າ 80 ປະເທດສະມາຊິກສະຫະປະຊາຊາດ ແລະ ບັນດາອົງການພາກພື້ນ, ສາກົນ.

ທ່ານ ຫງວຽນຫາຍລຶວ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ແທນຖາວອນຫວຽດນາມປະຈຳສະຫະປະຊາຊາດ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນກອງປະຊຸມ.

ທ່ານ António Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ເຕືອນວ່າ ບັນດາລະບົບສະບຽງອາຫານທີ່ຈຳເປັນ ພ້ອມທັງຊີວິດການເປັນຢູ່ຂອງປະຊາຊົນ ພວມຖືກນາບຂູ່ຢ່າງຮ້າຍແຮງຢູ່ຫຼາຍແຫ່ງໃນໂລກ, ຕັ້ງແຕ່ Gaza, Haiti ຈົນເຖິງມຽນມາ, ຊູດັງ ແລະ ອູແກຣນ.

ຫວຽດນາມຮຽກຮ້ອງເພີ່ມທະວີການຮ່ວມມືສາກົນ ເພື່ອແກ້ໄຂຄວາມບໍ່ໝັ້ນຄົງດ້ານສະບຽງອາຫານທີ່ເກີດຈາກຄວາມຂັດແຍ່ງ
ທ່ານ ຫງວຽນຫາຍລຶວ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ແທນຖາວອນຫວຽດນາມປະຈຳສະຫະປະຊາຊາດ ກ່າວຄຳເຫັນທີ່ວາລະປຶກສາຫາລື.

ທ່ານເນັ້ນໜັກວ່າ ສັນຕິພາບແມ່ນການປົກປ້ອງທີ່ດີທີ່ສຸດຈາກສະພາບຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ, ພ້ອມທັງຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງດຳເນີນການແຕ່ຫົວທີ ເພື່ອຕັດວົງຈອນອັນຊົ່ວຮ້າຍລະຫວ່າງຄວາມຂັດແຍ່ງ ແລະ ຄວາມອຶດຫິວ, ປະຕິບັດມະຕິເລກທີ 2417 (2018) ຢ່າງຄົບຖ້ວນ, ຊຶ່ງເປັນເອກະສານທີ່ປະນາມການນຳໃຊ້ຄວາມອຶດຫິວເປັນວິທີການເຮັດສົງຄາມ ແລະ ການຂັດຂວາງການເຂົ້າເຖິງດ້ານມະນຸດສະທຳ.

ຜູ້ຕາງໜ້າບັນດາປະເທດ ແລະ ອົງການສາກົນ ຕ່າງສະແດງຄວາມກັງວົນຢ່າງເລິກເຊິ່ງ, ໂດຍເນັ້ນໜັກເຖິງຄວາມຈຳເປັນຕ້ອງປ້ອງກັນຄວາມຂັດແຍ່ງ, ປົກປ້ອງພົນລະເຮືອນ ແລະ ຮັບປະກັນການເຂົ້າເຖິງດ້ານມະນຸດສະທຳຢ່າງປອດໄພ ແລະ ບໍ່ຖືກຂັດຂວາງ.

ກ່າວຄຳເຫັນໃນກອງປະຊຸມ, ທ່ານ ຫງວຽນຫາຍລຶວ ເນັ້ນໜັກເຖິງຄວາມເຊື່ອມໂຍງທີ່ນັບມື້ນັບຈະແຈ້ງລະຫວ່າງຄວາມຂັດແຍ່ງ ແລະ ຄວາມອຶດຫິວ, ໂດຍຄວາມຂັດແຍ່ງແມ່ນສາເຫດຕົ້ນຕໍທີ່ພາໃຫ້ເກີດຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ, ໃນຂະນະທີ່ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ ກໍເປັນໜຶ່ງໃນຮາກເຫງົ້າຂອງຄວາມຂັດແຍ່ງ.

ໃນຖານະປະເທດທີ່ເຄີຍກ້າວຂຶ້ນຈາກຄວາມຫຍຸ້ງຍາກຂອງສົງຄາມ ແລະ ຄວາມທຸກຍາກ ຈົນກາຍເປັນປະເທດທີ່ມີສັນຕິພາບ ແລະ ສົ່ງອອກສະບຽງອາຫານ, ຫວຽດນາມຢືນຢັນຄືນໃໝ່ຄຳໝັ້ນສັນຍາຢ່າງຄົບຖ້ວນຕໍ່ມະຕິເລກທີ 2417 (2018), ພ້ອມທັງຍົກອອກສາມກຸ່ມຂໍ້ສະເໜີແນະ.

ທີໜຶ່ງ, ຕ້ອງມີວິທີການແບບຮອບດ້ານ ເພື່ອແກ້ໄຂເຖິງຮາກເຫງົ້າຂອງບັນດາສາເຫດທີ່ພາໃຫ້ເກີດຄວາມຂັດແຍ່ງ, ໃນນັ້ນມີຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ; ສົ່ງເສີມຢ່າງເຕັມທີ່ບັນດາເຄື່ອງມືເຕືອນໄພລ່ວງໜ້າ ແລະ ປ້ອງກັນຂອງມະຕິເລກທີ 2417; ນຳໃຊ້ລະບົບສະຫະປະຊາຊາດເພື່ອກຳນົດ ແລະ ແກ້ໄຂແຕ່ຫົວທີບັນດາຄວາມສ່ຽງຕໍ່ລະບົບສະບຽງອາຫານ ຕາມທິດ “ປ້ອງກັນດີກວ່າແກ້ໄຂ”.

ທີສອງ, ບັນດາຝ່າຍໃນຄວາມຂັດແຍ່ງຕ້ອງເຄົາລົບກົດໝາຍສາກົນຢ່າງຄົບຖ້ວນ, ໃນນັ້ນມີກົດໝາຍມະນຸດສະທຳສາກົນ; ປົກປ້ອງພົນລະເຮືອນ ແລະ ບັນດາສິ່ງທີ່ຈຳເປັນຕໍ່ການຢູ່ລອດຂອງພົນລະເຮືອນ ຕາມມະຕິເລກທີ 2573 (2021) ຂອງສະພາຄວາມໝັ້ນຄົງ; ຮັບປະກັນການເຂົ້າເຖິງດ້ານມະນຸດສະທຳຢ່າງປອດໄພ, ວ່ອງໄວ ແລະ ບໍ່ຖືກຂັດຂວາງ; ຢຸດຕິການນຳໃຊ້ຄວາມອຶດຫິວເປັນວິທີການເຮັດສົງຄາມ.

ທີສາມ, ຕ້ອງເພີ່ມທະວີການລົງທຶນໃສ່ບັນດາລະບົບສະບຽງອາຫານທີ່ມີຄວາມສາມາດຕ້ານທານ; ເພີ່ມທະວີການຊ່ວຍເຫຼືອດ້ານເຕັກນິກ ແລະ ແບ່ງປັນຄວາມຮູ້ໃຫ້ແກ່ບັນດາປະເທດທີ່ມີຄວາມສ່ຽງສູງ ແລະ ເພິ່ງພາການນຳເຂົ້າສະບຽງອາຫານ; ຍົກເລີກບັນດາມາດຕະການຈຳກັດຝ່າຍດຽວທີ່ຂັດຂວາງຄວາມສາມາດໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງບັນດາປະເທດ.

ແບ່ງປັນປະສົບການຂອງພາກພື້ນ, ທ່ານ ຫງວຽນຫາຍລຶວ ໄດ້ຍົກໃຫ້ເຫັນບົດບາດຂອງຂອບວຽກຄວາມໝັ້ນຄົງດ້ານສະບຽງອາຫານແບບຮອບດ້ານຂອງອາຊຽນ (AIFS) ແລະ ຄັງເຂົ້າສານສຳຮອງສຸກເສີນອາຊຽນ+3 (APTERR) ໃນການຍົກສູງຄວາມສາມາດຮັບມືກັບຄວາມບໍ່ໝັ້ນຄົງຂອງຕ່ອງໂສ້ສະໜອງ; ພ້ອມທັງຢືນຢັນການສະໜັບສະໜູນຕໍ່ການຮ່ວມມືໃຕ້ - ໃຕ້ ເພື່ອຍົກສູງຄວາມສາມາດເພິ່ງຕົນເອງດ້ານສະບຽງອາຫານລະຫວ່າງບັນດາປະເທດພວມພັດທະນາ.

ມະຕິເລກທີ 2417 (2018) ໄດ້ຮັບການຮັບຮອງຈາກສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍ 15 ສຽງເຫັນດີ ໃນວັນທີ 24 ພຶດສະພາ 2018, ເປັນເອກະສານສະບັບທຳອິດຂອງສະພາທີ່ຮັບຮູ້ເຖິງຄວາມເຊື່ອມໂຍງພາຍໃນລະຫວ່າງຄວາມອຶດຫິວ ແລະ ຄວາມຂັດແຍ່ງ, ປະນາມການນຳໃຊ້ຄວາມອຶດຫິວເປັນວິທີການເຮັດສົງຄາມ ແລະ ເນັ້ນໜັກວ່າ ການກະທຳດັ່ງກ່າວອາດປະກອບເປັນອາຊະຍາກຳສົງຄາມ.

ມະຕິເລກທີ 2573 (2021) ມີຊື່ວ່າ “ການປົກປ້ອງໂຄງລ່າງທີ່ຈຳເປັນຕໍ່ການຢູ່ລອດຂອງປະຊາຊົນ”, ໄດ້ຮັບການຮັບຮອງຈາກສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍ 15 ສຽງເຫັນດີ ໃນວັນທີ 27 ເມສາ 2021 ຕາມຂໍ້ລິເລີ່ມ ແລະ ບົດບາດນຳພາຂອງຫວຽດນາມ, ເຊິ່ງໃນເວລານັ້ນເປັນກຳມະການບໍ່ຖາວອນ ແລະ ປະທານໝູນວຽນສະພາຄວາມໝັ້ນຄົງສະຫະປະຊາຊາດ. ນີ້ແມ່ນເອກະສານສະບັບທຳອິດຂອງສະພາຄວາມໝັ້ນຄົງກ່ຽວກັບຫົວຂໍ້ນີ້.

ຫວຽດນາມ - ມຽນມາ ມຸ່ງສູ່ເປົ້າໝາຍການຄ້າ 1 ຕື້ USD ຫວຽດນາມ - ມຽນມາ ມຸ່ງສູ່ເປົ້າໝາຍການຄ້າ 1 ຕື້ USD
ຍສໝ - ຫວຽດນາມ ແລະ ມຽນມາ ເຫັນດີສ້າງການຫັນປ່ຽນທີ່ແຮງກວ່າເກົ່າໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ມຸ່ງສູ່ເປົ້າໝາຍຍອດມູນຄ່າການຄ້າສອງຝ່າຍບັນລຸ 1 ຕື້ USD; ພ້ອມທັງເປີດກວ້າງການຮ່ວມມືໄປສູ່ການຫັນປ່ຽນດິຈິຕອນ, ວິທະຍາສາດ - ເຕັກໂນໂລຊີ ແລະ ບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ.
ຊອກຫາແຮງຊຸກຍູ້ໃໝ່ໃຫ້ການພົວພັນ ຫວຽດນາມ - ອິນເດຍ ຊອກຫາແຮງຊຸກຍູ້ໃໝ່ໃຫ້ການພົວພັນ ຫວຽດນາມ - ອິນເດຍ
ຍສໝ - ເສດຖະກິດດິຈິຕອນ, ປັນຍາປະດິດ, ເຄິ່ງຊັກນຳໄຟຟ້າ, ການຫັນປ່ຽນສີຂຽວ, ພະລັງງານທົດແທນ ແລະ ການເຊື່ອມຕໍ່ໂຄງລ່າງ ໄດ້ຖືກກຳນົດເປັນບັນດາແຮງຊຸກຍູ້ໃໝ່ ເພື່ອນຳການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ເພີ່ມທະວີ ຫວຽດນາມ - ອິນເດຍ ເຂົ້າສູ່ລວງເລິກ, ແທດຈິງ ແລະ ຍືນຍົງ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ສິດຂອງມະນຸດ

ເບິ່ງເພີ່ມເຕີມ