ຫວຽດນາມ ຮ່ວມສົ່ງສຽງເພື່ອໂລກປາດສະຈາກອາວຸດນິວເຄຼຍ

10:55 | 05/08/2026

ຍສໝ - ຈາກນະຄອນ Hiroshima ຂອງຍີ່ປຸ່ນ, ຄະນະຜູ້ແທນຫວຽດນາມໄດ້ຮ່ວມກັບບັນດາຂະບວນການສັນຕິພາບສາກົນ ສົ່ງສຽງຮຽກຮ້ອງໃຫ້ກຳຈັດອາວຸດນິວເຄຼຍ. ຜ່ານການເຂົ້າຮ່ວມກອງປະຊຸມໂລກຕ້ານລະເບີດປະລະມະນູ ແລະ ລະເບີດໄຮໂດຣເຈນ ປີ 2026, ຫວຽດນາມໄດ້ຢືນຢັນຈຸດຢືນອັນແນ່ວແນ່ໃນການສະໜັບສະໜູນການປົດອາວຸດ, ສົ່ງເສີມສັນຕິພາບ ແລະ ຮ່ວມເດີນທາງກັບປະຊາຊົນຍີ່ປຸ່ນ ກໍຄືປະຊາຊົນທົ່ວໂລກ.

ທຶນ FDI ເຂົ້າ ຫວຽດນາມ ເພີ່ມຂຶ້ນແຮງ ບັນລຸກວ່າ 38 ຕື້ໂດລາສະຫະລັດ ການທູດເສດຖະກິດ ເປີດທາງເຂົ້າສູ່ຕ່ອງໂສ້ມູນຄ່າໂລກ

ແຕ່ວັນທີ 2-7 ສິງຫາ 2026, ຄະນະຜູ້ແທນຄະນະກຳມະການສັນຕິພາບຫວຽດນາມ ແລະ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມໂລກຕ້ານລະເບີດປະລະມະນູ ແລະ ລະເບີດໄຮໂດຣເຈນ ປີ 2026 ທີ່ນະຄອນ Hiroshima, ປະເທດຍີ່ປຸ່ນ. ການເຂົ້າຮ່ວມຄັ້ງນີ້ສືບຕໍ່ສະແດງເຖິງຄວາມມຸ່ງໝັ້ນຂອງຫວຽດນາມ ໃນການຮ່ວມເຄື່ອນໄຫວກັບບັນດາອົງການ ແລະ ຂະບວນການສັນຕິພາບສາກົນ ເພື່ອຊຸກຍູ້ເປົ້າໝາຍການປົດອາວຸດນິວເຄຼຍ.

ພາຍໃຕ້ຫົວຂໍ້ “ຮ່ວມກັບບັນດາ Hibakusha ສ້າງໂລກແຫ່ງສັນຕິພາບ, ຄວາມເປັນທຳ ແລະ ປາດສະຈາກອາວຸດນິວເຄຼຍ ເພື່ອອະນາຄົດຂອງມະນຸດ ແລະ ໂລກຂອງພວກເຮົາ”, ກອງປະຊຸມໄດ້ດຳເນີນຂຶ້ນໃນສະພາບການສາກົນທີ່ຍັງມີຄວາມຜັນແປສັບສົນ ແລະ ຄາດຄະເນໄດ້ຍາກ. ການແຂ່ງຂັນທາງຍຸດທະສາດລະຫວ່າງບັນດາມະຫາອຳນາດນັບມື້ນັບຮຸນແຮງ, ຂະນະທີ່ຄວາມຂັດແຍ່ງຢູ່ຫຼາຍພື້ນທີ່ຍັງແກ່ຍາວ, ສົ່ງຜົນກະທົບຕໍ່ສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ຄວາມພະຍາຍາມປົດອາວຸດນິວເຄຼຍ.

ພິເສດ, ການທີ່ກອງປະຊຸມທົບທວນສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ຄັ້ງທີ 11 ສິ້ນສຸດລົງໂດຍບໍ່ບັນລຸຄວາມເຫັນພ້ອມກ່ຽວກັບເອກະສານສະບັບສຸດທ້າຍ ໄດ້ສະທ້ອນບັນດາສິ່ງທ້າທາຍທີ່ກຳລັງເພີ່ມຂຶ້ນ ຕໍ່ຄວາມພະຍາຍາມປົດອາວຸດ ແລະ ສະກັດກັ້ນການແຜ່ຂະຫຍາຍອາວຸດນິວເຄຼຍໃນທົ່ວໂລກ.

ຫວຽດນາມ ຮ່ວມສົ່ງສຽງເພື່ອໂລກປາດສະຈາກອາວຸດນິວເຄຼຍ
ທ່ານນາງ ເຢືອງທິງາ, ຮອງເລຂາໃຫຍ່ ຄະນະກຳມະການສັນຕິພາບ ຫວຽດນາມ ມອບສານຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ແກ່ຄະນະຈັດຕັ້ງກອງປະຊຸມ.

ໃນສະພາບການດັ່ງກ່າວ, ກອງປະຊຸມທີ່ Hiroshima ໄດ້ກາຍເປັນເວທີສຳຄັນໃຫ້ບັນດາຂະບວນການສັນຕິພາບ ແລະ ອົງການປະຊາຊົນສາກົນໄດ້ສະແດງຈຸດຢືນຮ່ວມກັນ. ຜ່ານການສົນທະນາ, ການເສີມສ້າງຄວາມໄວ້ວາງໃຈ ແລະ ການລະດົມສຽງສະໜັບສະໜູນຈາກປະຊາຄົມໂລກ, ບັນດາຜູ້ເຂົ້າຮ່ວມໄດ້ຮ່ວມກັນຜັກດັນເປົ້າໝາຍການກຳຈັດອາວຸດນິວເຄຼຍໃຫ້ໝົດສິ້ນ.

ຊຸດກິດຈະກຳຂອງກອງປະຊຸມໄດ້ດຶງດູດຜູ້ແທນສາກົນຫຼາຍຮ້ອຍຄົນ ຈາກບັນດາຂະບວນການສັນຕິພາບ, ອົງການກຳມະບານ, ອົງການແມ່ຍິງ, ຊາວໜຸ່ມ, ອົງການບໍ່ແມ່ນລັດຖະບານ, ອົງການສາກົນ, ບັນດາອົງການຂອງລັດ ແລະ ອົງການປົກຄອງທ້ອງຖິ່ນ. ນອກຈາກນີ້ ຍັງມີຜູ້ແທນຊາວຍີ່ປຸ່ນຫຼາຍພັນຄົນ ຈາກທົ່ວປະເທດເຂົ້າຮ່ວມ.

ໃນພິທີໄຂກອງປະຊຸມຢ່າງເປັນທາງການ, ທ່ານນາງ ເຢືອງທິງາ, ຮອງເລຂາທິການໃຫຍ່ຄະນະກຳມະການສັນຕິພາບຫວຽດນາມ, ໄດ້ມອບສານຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໃຫ້ແກ່ຄະນະຈັດຕັ້ງ. ສານດັ່ງກ່າວໄດ້ຖືກອ່ານຕໍ່ໜ້າບັນດາຜູ້ແທນໃນພິທີໄຂກອງປະຊຸມສາກົນ, ພ້ອມທັງມີການເຜີຍແຜ່ສະບັບແປເປັນພາສາຍີ່ປຸ່ນ ແລະ ພາສາອັງກິດ.

ຫວຽດນາມ ຮ່ວມສົ່ງສຽງເພື່ອໂລກປາດສະຈາກອາວຸດນິວເຄຼຍ
ທ່ານນາງ ເຢືອງທິງາ (ຄົນທີສອງຈາກຂວາ), ຮອງເລຂາໃຫຍ່ ຄະນະກຳມະການສັນຕິພາບ ຫວຽດນາມ, ເຂົ້າຮ່ວມກອງປະຊຸມ.

ໃນສານແຫ່ງຄວາມສາມັກຄີ, ທ່ານ ໂຕເລິມ ໄດ້ສະແດງຄວາມຊົມເຊີຍ ແລະ ນັບຖືຕໍ່ຄວາມພະຍາຍາມຂອງຄະນະຈັດຕັ້ງ ທີ່ໄດ້ສືບຕໍ່ຮົນນະລົງເພື່ອການປົດອາວຸດນິວເຄຼຍມາຕະຫຼອດກວ່າ 7 ທົດສະວັດ, ພ້ອມທັງຊ່ວຍຖ່າຍທອດສຽງຂອງບັນດາ Hibakusha, ຜູ້ລອດຊີວິດຈາກລະເບີດປະລະມະນູ, ໃຫ້ປະຊາຄົມໂລກໄດ້ຮັບຟັງ. ພ້ອມກັນນັ້ນ, ທ່ານໄດ້ຢ້ຳຄືນບົດບາດພື້ນຖານຂອງສົນທິສັນຍາ NPT ແລະ ສົນທິສັນຍາຫ້າມອາວຸດນິວເຄຼຍ (TPNW), ຢືນຢັນຈຸດຢືນອັນໜັກແໜ້ນ ແລະ ການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ສັນຕິພາບໂລກ ແລະ ຄວາມພະຍາຍາມສະກັດກັ້ນການແຜ່ຂະຫຍາຍອາວຸດນິວເຄຼຍ.

ຫວຽດນາມ ຮ່ວມສົ່ງສຽງເພື່ອໂລກປາດສະຈາກອາວຸດນິວເຄຼຍ
ທ່ານນາງ ເຢືອງທິງາ, ຮອງເລຂາໃຫຍ່ ຄະນະກຳມະການສັນຕິພາບ ຫວຽດນາມ ກ່າວຄຳປາໄສໃນພິທີໄຂກອງປະຊຸມ.

ນອກຈາກສານຂອງທ່ານ ໂຕເລິມ ແລ້ວ, ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຍັງໄດ້ສົ່ງສານເຖິງກອງປະຊຸມ. ເນື້ອໃນສານໄດ້ສະແດງຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງຂອງປະຊາຊົນຫວຽດນາມ ຕໍ່ຄວາມສູນເສຍທີ່ບັນດາ Hibakusha ຊາວຍີ່ປຸ່ນໄດ້ປະສົບ. ພ້ອມກັນນັ້ນ, ທ່ານຢືນຢັນຄວາມມຸ່ງໝັ້ນໃນການຮ່ວມເດີນທາງກັບບັນດາອົງການສັນຕິພາບສາກົນ ເພື່ອສ້າງໂລກທີ່ປາດສະຈາກອາວຸດນິວເຄຼຍ ແລະ ສືບຕໍ່ເຜີຍແຜ່ວັດທະນະທຳແຫ່ງສັນຕິພາບໄປສູ່ຄົນຮຸ່ນໃໝ່.

ໃນກອງປະຊຸມປີນີ້, ຄະນະຜູ້ແທນຫວຽດນາມໄດ້ເຂົ້າຮ່ວມດ້ວຍຫຼາຍບົດບາດສຳຄັນ. ນອກຈາກການເປັນຜູ້ບັນຍາຍ ແລະ ຮ່ວມເປັນປະທານດຳເນີນກອງປະຊຸມສາກົນແລ້ວ, ຄະນະຍັງໄດ້ກ່າວຄຳປາໄສໃນພິທີໄຂກອງປະຊຸມໃຫຍ່, ເຂົ້າຮ່ວມຄະນະຍ່ອຍຮ່າງເອກະສານ ເພື່ອກະກຽມຖະແຫຼງການຮ່ວມຂອງກອງປະຊຸມ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນບັນດາກິດຈະກຳ.

ການເຂົ້າຮ່ວມ ແລະ ບັນດາການປະກອບສ່ວນຂອງຄະນະຜູ້ແທນຄະນະກຳມະການສັນຕິພາບຫວຽດນາມ ໄດ້ສະແດງຈິດໃຈສາມັກຄີສາກົນ ແລະ ຄວາມມຸ່ງໝັ້ນອັນແນ່ວແນ່ຂອງປະຊາຊົນຫວຽດນາມ ໃນການຢືນຄຽງຂ້າງບັນດາຂະບວນການສັນຕິພາບທົ່ວໂລກ, ຮ່ວມກັນຜັກດັນຄວາມພະຍາຍາມປົດອາວຸດນິວເຄຼຍ ແລະ ສ້າງອະນາຄົດທີ່ສັນຕິສຸກສຳລັບມວນມະນຸດ.

ແຂວງ ຫວິງລອງ ເສີມສ້າງການຮ່ວມມືກັບ ສິງກະໂປ ແລະ ຍີ່ປຸ່ນ ແຂວງ ຫວິງລອງ ເສີມສ້າງການຮ່ວມມືກັບ ສິງກະໂປ ແລະ ຍີ່ປຸ່ນ
ຍສໝ - ໃນ 6 ເດືອນຕົ້ນປີ 2026, ວຽກງານການຕ່າງປະເທດຂອງແຂວງ ຫວິງລອງ ໄດ້ຮັບການຜັນຂະຫຍາຍຕາມທິດທາງທີ່ເປັນຮູບປະທຳ, ຕິດພັນກັບເປົ້າໝາຍຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ. ຜ່ານບັນດາການເດີນທາງໄປປະຕິບັດວຽກຢູ່ ສິງກະໂປ, ຍີ່ປຸ່ນ, ກຳປູເຈຍ ແລະ ການຕ້ອນຮັບບັນດາຄະນະສາກົນທີ່ມາເຮັດວຽກ, ແຂວງໄດ້ຂະຫຍາຍສາຍພົວພັນການຕ່າງປະເທດ ແລະ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ເຊັ່ນ ກະສິກຳເຕັກໂນໂລຊີສູງ, ການຄ້າ, ການລົງທຶນ, ເຕັກໂນໂລຊີ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ.
ໂຮ້ຍອ່ານ ກຽມພ້ອມຈັດງານເທດສະການໂຄມໄຟສາກົນ ຄັ້ງທຳອິດ ໂຮ້ຍອ່ານ ກຽມພ້ອມຈັດງານເທດສະການໂຄມໄຟສາກົນ ຄັ້ງທຳອິດ
ຍສໝ - ງານເທດສະການ ຈະຈັດຂຶ້ນຢູ່ຫຼາຍສະຖານທີ່ ພາຍໃນເຂດເມືອງເກົ່າ, ເຊັ່ນ: ລານກວ້າງແມ່່ນ້ຳຮວາຍ, ສວນຮູບປັ້ນອ່ານໂຮ້ຍ, ຕາມແຄມແມ່່ນ້ຳຮວາຍ ແລະ ບັນດາເສັ້ນທາງໃຈກາງເມືອງ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ