| ລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ - ລາວ - ກຳປູເຈຍ ເອກະພາບເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ ກອງທັບຫວຽດນາມ - ລາວ - ກຳປູເຈຍ ປະສານສົມທົບຝຶກຊ້ອມຮັບມືກັບພາຍຸໄຕ້ຝຸ່ນຮຸນແຮງພິເສດ |
ວັນທີ 8 ພະຈິກ, ຢູ່ສູນກອງປະຊຸມ ແລະ ວາງສະແດງຂອງແຂວງກວາງຫງາຍ, ງານມະຫະກຳຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ ປີ 2026 ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍມີຜູ້ແທນຊາວໜຸ່ມຈາກສາມປະເທດເຂົ້າຮ່ວມປະມານ 100 ຄົນ.
ງານມະຫະກຳຄັ້ງນີ້ມີຫົວຂໍ້ “ສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາຢ່າງຍືນຍົງ”, ເປີດໂອກາດໃຫ້ຊາວໜຸ່ມຫວຽດນາມ, ກຳປູເຈຍ ແລະ ລາວ ໄດ້ພົບປະ, ແບ່ງປັນປະສົບການ ພ້ອມທັງຊອກຫາຮູບແບບການຮ່ວມມືທີ່ເປັນຮູບປະທຳລະຫວ່າງບັນດາທ້ອງຖິ່ນຕາມເຂດຊາຍແດນ.
![]() |
| ສະຫາຍ ອູ ຮວ໊ນ, ກຳມະການສຳຮອງສູນກາງພັກ, ຮອງເລຂາປະຈຳຄະນະພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງກວາງຫງາຍ ກ່າວຄຳປາໄສໃນງານມະຫະກຳຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ ປີ 2026. |
ຊາວໜຸ່ມສາມປະເທດສືບທອດມູນເຊື້ອມິດຕະພາບ
ກ່າວຄຳປາໄສເປີດງານ, ທ່ານ ອູ ຮວ໊ນ, ກຳມະການສຳຮອງສູນກາງພັກ, ຮອງເລຂາປະຈຳຄະນະພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງກວາງຫງາຍ ໄດ້ຕີລາຄາວ່າ ງານມະຫະກຳແມ່ນກິດຈະກຳທີ່ມີຄວາມໝາຍສຳຄັນໃນວຽກງານການຕ່າງປະເທດ ແລະ ການແລກປ່ຽນລະຫວ່າງປະຊາຊົນ, ເຊິ່ງຄ່ອຍໆ ກາຍເປັນເຫດການປະເພນີລະຫວ່າງຊາວໜຸ່ມສາມປະເທດ.
ທ່ານໄດ້ຫວນຄືນເຖິງໄລຍະທາງປະຫວັດສາດທີ່ຜູກພັນກັນລະຫວ່າງປະຊາຊົນຫວຽດນາມ, ກຳປູເຈຍ ແລະ ລາວ, ໂດຍມີການຮ່ວມເຄີຍບ່າເຄີຍໄຫຼ່ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ທັງໃນການຕໍ່ສູ້ປົດປ່ອຍຊາດ ກໍຄືການສ້າງສາ ແລະ ປົກປ້ອງປະເທດຊາດ.
ຕາມທ່ານ ອູ ຮວ໊ນ, ຄວາມສາມັກຄີທີ່ບັນດາຄົນຮຸ່ນກ່ອນໄດ້ສ້າງຂຶ້ນ ແມ່ນຊັບສິນທາງຈິດໃຈອັນລ້ຳຄ່າ, ທີ່ຈຳເປັນຕ້ອງສືບຕໍ່ຮັກສາ ແລະ ສົ່ງເສີມໃນສະພາບການໃໝ່.
ນອກຈາກການສືບທອດມູນເຊື້ອແລ້ວ, ຄົນຮຸ່ນໜຸ່ມຍັງມີບົດບາດສຳຄັນຕໍ່ອະນາຄົດຂອງສາຍພົວພັນລະຫວ່າງສາມປະເທດ. ທ່ານປາຖະໜາໃຫ້ຊາວໜຸ່ມຫວຽດນາມ, ກຳປູເຈຍ ແລະ ລາວ ສົ່ງເສີມຄວາມຮູ້, ຄວາມກ້າຫານເດັດດ່ຽວ, ຄວາມຮັບຜິດຊອບ ແລະ ຈິດໃຈປະດິດສ້າງ ເພື່ອກາຍເປັນຂົວເຊື່ອມມິດຕະພາບ, ປະກອບສ່ວນແນະນຳວັດທະນະທຳ, ຜູ້ຄົນ ແລະ ພາບລັກຂອງປະເທດຕົນໃຫ້ແກ່ເພື່ອນມິດສາກົນ.
ທ່ານ Hour Chhunkry, ຜູ້ຕາງໜ້າຊາວໜຸ່ມກຳປູເຈຍ, ປະທານຄະນະກຳມາທິການສຶກສາ, ຊາວໜຸ່ມ ແລະ ກິລາ ສັງກັດສູນກາງສະຫະພັນຊາວໜຸ່ມກຳປູເຈຍ ໄດ້ເນັ້ນໜັກວ່າ ງານມະຫະກຳບໍ່ພຽງແຕ່ເປັນສະຖານທີ່ແລກປ່ຽນວັດທະນະທຳ ແລະ ສິລະປະເທົ່ານັ້ນ, ແຕ່ຍັງສະແດງເຖິງຄວາມສາມັກຄີ ແລະ ສາຍພົວພັນການຮ່ວມມືລະຫວ່າງສາມປະເທດ.
ຕາມທ່ານ, ບັນດາກິດຈະກຳພົບປະເຊັ່ນງານມະຫະກຳຄັ້ງນີ້ ຊ່ວຍໃຫ້ຄົນຮຸ່ນໜຸ່ມສືບຕໍ່ສົ່ງເສີມມູນເຊື້ອມິດຕະພາບທີ່ຄົນຮຸ່ນກ່ອນໄດ້ທະນຸບຳລຸງ, ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນຫວຽດນາມ - ກຳປູເຈຍ - ລາວ.
![]() |
| ພາບລວມການສຳມະນາພາຍໃຕ້ຫົວຂໍ້ “ຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ: ຮ່ວມມືກັນສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາຢ່າງຍືນຍົງ”. |
ສະເໜີສ້າງກອງທຶນຊາວໜຸ່ມອາສາສະໝັກ ແລະ ບັນດາໂຄງການຊ່ວຍເຫຼືອເຂດຊາຍແດນ
ທັນທີພາຍຫຼັງພິທີເປີດງານ, ບັນດາຜູ້ແທນໄດ້ເຂົ້າຮ່ວມການສຳມະນາພາຍໃຕ້ຫົວຂໍ້ “ຊາວໜຸ່ມຫວຽດນາມ - ກຳປູເຈຍ - ລາວ: ຮ່ວມມືກັນສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາຢ່າງຍືນຍົງ”.
ເນື້ອໃນການແລກປ່ຽນໄດ້ສຸມໃສ່ບັນດາຮູບແບບ ແລະ ວິທີແກ້ໄຂເພື່ອສົ່ງເສີມບົດບາດຂອງຊາວໜຸ່ມໃນການແລກປ່ຽນລະຫວ່າງປະຊາຊົນ, ການພັດທະນາຊຸມຊົນ ແລະ ການຂະຫຍາຍການຮ່ວມມືລະຫວ່າງບັນດາທ້ອງຖິ່ນທີ່ມີຊາຍແດນຕິດກັນ.
ຈາກປະສົບການໃນການຈັດກິດຈະກຳຢູ່ຂັ້ນຮາກຖານ, ທ່ານນາງ ຫງວຽນ ທິ ແບ໊ ຮວ່ຽນ, ເລຂາຄະນະຊາວໜຸ່ມຕາແສງອານຝູ, ແຂວງກວາງຫງາຍ ເຫັນວ່າ ບັນດາໂຄງການແລກປ່ຽນຊາວໜຸ່ມ, ການແລກປ່ຽນນັກຮຽນ ແລະ ນັກສຶກສາ, ການອາສາສະໝັກສາກົນ ແລະ ການຊ່ວຍເຫຼືອຊຸມຊົນ ໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ວາງໃຈລະຫວ່າງປະຊາຊົນສາມປະເທດ.
ເພື່ອສົ່ງເສີມປະສິດທິຜົນ, ທ່ານນາງໄດ້ສະເໜີໃຫ້ຂະຫຍາຍກິດຈະກຳແລກປ່ຽນໄປສູ່ຊາວໜຸ່ມໃນເຂດຊາຍແດນ, ເພີ່ມທະວີການສຶກສາກ່ຽວກັບມູນເຊື້ອມິດຕະພາບ, ຊຸກຍູ້ໃຫ້ຮຽນຮູ້ພາສາຂອງກັນແລະກັນ ແລະ ນຳໃຊ້ເຕັກໂນໂລຊີດິຈິຕອນເພື່ອຮັກສາການເຊື່ອມຕໍ່.
ໃນຂົງເຂດເສດຖະກິດ, ທ່ານນາງ ເຣີ ມາ ເຮີ ຢິ້ວ, ຮອງປະທານຄະນະກຳມະການແນວໂຮມປິຕຸພູມຫວຽດນາມຂັ້ນຕາແສງ, ເລຂາຄະນະຊາວໜຸ່ມຕາແສງດຶກເກີ, ແຂວງຢາລາຍ ໄດ້ເນັ້ນໜັກເຖິງທ່າແຮງໃນການພັດທະນາອາຊີບການຫາລ້ຽງຊີບຢ່າງຍືນຍົງ ຜ່ານການເລີ່ມຕົ້ນທຸລະກິດ, ການປະຍຸກໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ການຫັນປ່ຽນດິຈິຕອນ.
ຕາມທ່ານນາງ, ອົງການຊາວໜຸ່ມຄວນຊ່ວຍເຫຼືອຊາວໜຸ່ມໃຫ້ເຂົ້າເຖິງແຫຼ່ງທຶນ, ຄວາມຮູ້ ແລະ ເຕັກນິກການຜະລິດ; ພ້ອມທັງເຊື່ອມຕໍ່ບັນດາແຫຼ່ງຊັບພະຍາກອນເພື່ອຂະຫຍາຍໂອກາດໃນການເລີ່ມຕົ້ນທຸລະກິດ ແລະ ສ້າງວຽກເຮັດງານທຳ.
ການເພີ່ມທະວີການແລກປ່ຽນ ແລະ ແບ່ງປັນປະສົບການໃນການເລີ່ມຕົ້ນທຸລະກິດລະຫວ່າງຊາວໜຸ່ມສາມປະເທດ ກໍໄດ້ຖືກມອງວ່າເປັນທິດທາງທີ່ຄວນໃຫ້ຄວາມສຳຄັນ ເພື່ອພັດທະນາເສດຖະກິດຢູ່ບັນດາທ້ອງຖິ່ນຕາມເຂດຊາຍແດນ.
ສິ່ງທີ່ໜ້າສົນໃຈແມ່ນ ຜູ້ຕາງໜ້າຊາວໜຸ່ມລາວໄດ້ສະເໜີໃຫ້ສົ່ງເສີມບົດບາດຂອງກຳລັງອາສາສະໝັກໃນບັນດາໂຄງການເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາຊຸມຊົນໃນເຂດຊາຍແດນ.
ບັນດາກິດຈະກຳຮ່ວມມືທີ່ໄດ້ສະເໜີ ສຸມໃສ່ການກໍ່ສ້າງ ແລະ ສ້ອມແປງໂຄງລ່າງພື້ນຖານ; ຊ່ວຍເຫຼືອຜູ້ທີ່ມີສະພາບການຫຍຸ້ງຍາກ ແລະ ບັນດາກຸ່ມຄົນທີ່ມີຄວາມບອບບາງ; ການດູແລສຸຂະພາບຊຸມຊົນ; ການປ້ອງກັນ ແລະ ຮັບມືໄພພິບັດທຳມະຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມ.
ຄຽງຄູ່ກັບກິດຈະກຳອາສາສະໝັກ, ຜູ້ຕາງໜ້າຊາວໜຸ່ມລາວຍັງສະເໜີໃຫ້ເພີ່ມທະວີການຝຶກອາຊີບ, ການຖ່າຍທອດເຕັກນິກ, ການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີເຂົ້າໃນການຜະລິດ; ຊ່ວຍເຫຼືອຊາວໜຸ່ມໃຫ້ເຂົ້າເຖິງແຫຼ່ງທຶນ ແລະ ຕະຫຼາດ ເພື່ອພັດທະນາອາຊີບການຫາລ້ຽງຊີບ ແລະ ສ້າງວຽກເຮັດງານທຳຢູ່ທ້ອງຖິ່ນ.
ຂໍ້ສະເໜີທີ່ເປັນຮູບປະທຳປະການໜຶ່ງແມ່ນ ການສຶກສາສ້າງຕັ້ງກອງທຶນຊາວໜຸ່ມອາສາສະໝັກຫວຽດນາມ - ລາວ - ກຳປູເຈຍ, ຜ່ານນັ້ນລະດົມແຫຼ່ງຊັບພະຍາກອນເພື່ອດຳເນີນບັນດາໂຄງການຮ່ວມມືຮ່ວມກັນ, ມຸ່ງສູ່ການພັດທະນາເຂດຊາຍແດນຢ່າງຍືນຍົງ.
ພາຍໃນຂອບເຂດງານມະຫະກຳປີ 2026, ບັນດາຜູ້ແທນຊາວໜຸ່ມສາມປະເທດຍັງມີໂຄງການໄປຢ້ຽມຊົມບັນດາໂຄງການເສດຖະກິດຈຸດສຸມ, ສຶກສາຮຽນຮູ້ບັນດາຮູບແບບການຜະລິດທີ່ເປັນຕົວຢ່າງຂອງທ້ອງຖິ່ນ ແລະ ເຂົ້າຮ່ວມກິດຈະກຳຢ້ຽມຢາມສະຖານທີ່ປະຫວັດສາດເພື່ອຫວນຄືນມູນເຊື້ອ.
ບັນດາກິດຈະກຳທີ່ຄາດວ່າຈະຈັດຂຶ້ນລວມມີ ການປູກຕົ້ນໄມ້ມິດຕະພາບ, ການແລກປ່ຽນວັດທະນະທຳ ແລະ ສິລະປະ, ການສຳຜັດທິວທັດທຳມະຊາດຂອງແຂວງກວາງຫງາຍ ແລະ ການເດີນທາງໄປຍັງຫຼັກໝາຍຊາຍແດນສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ.
ຜ່ານບັນດາໂຄງການເຫຼົ່ານີ້, ຊາວໜຸ່ມສາມປະເທດຈະມີໂອກາດເພີ່ມຂຶ້ນໃນການສຶກສາຮຽນຮູ້ສະພາບຕົວຈິງຂອງການພັດທະນາໃນແຕ່ລະທ້ອງຖິ່ນ, ແລກປ່ຽນປະສົບການ ແລະ ສ້າງສາຍພົວພັນອັນແໜ້ນແຟ້ນ, ປະກອບສ່ວນຮັກສາມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນຫວຽດນາມ, ກຳປູເຈຍ ແລະ ລາວ.
ຍສໝ - ຕອນບ່າຍວັນທີ 22/8, ຢູ່ຮ່າໂນ້ຍ, ທ່ານ ດວ່ານມິງຮ໊ວນ ກຳມະການກົມການເມືອງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ຕາງໜ້າການນຳພັກ, ລັດ ໄດ້ຕ້ອນຮັບຄະນະຜູ້ນຳຮຸ່ນໜຸ່ມຂອງພັກກອມມູນິດຫວຽດນາມ, ພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນກຳປູເຈຍ. ທ່ານໄດ້ເນັ້ນໜັກເຖິງບົດບາດຂອງພະນັກງານຮຸ່ນໜຸ່ມໃນການສືບທອດ, ຮັກສາ ແລະ ເສີມສ້າງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສາມປະເທດ. |
ຍສໝ - ການຢ້ຽມຢາມຢ່າງເປັນທາງການຢູ່ລາວ ແລະ ກຳປູເຈຍ ແຕ່ວັນທີ 8 - 10/10 ຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປີດໂອກາດໃນການຊຸກຍູ້ການເຊື່ອມໂຍງດ້ານການຄ້າ, ການລົງທຶນ, ໂຄງລ່າງພື້ນຖານ ແລະ ການຜະລິດລະຫວ່າງສາມປະເທດ. ການນຳໃຊ້ຈຸດແຂງທີ່ສາມາດເກື້ອກູນກັນຂອງແຕ່ລະເສດຖະກິດ, ການແກ້ໄຂອຸປະສັກໃນການຮ່ວມມື ແລະ ການສ້າງຕ່ອງໂສ້ມູນຄ່າຂ້າມຊາຍແດນ ຄາດວ່າຈະສ້າງແຫຼ່ງກຳລັງເພີ່ມເຕີມໃຫ້ແກ່ການເຕີບໂຕໃນໄລຍະຍາວ. |
ດວງດີ

