| ຫວຽດນາມ - ລາວ ເຫັນດີຂະຫຍາຍການຮ່ວມມືດ້ານລັດຖະສະພາ ແລະ ການຫັນປ່ຽນດິຈິຕອນ ຊາວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ສະເໜີສ້າງຕັ້ງກອງທຶນອາສາສະໝັກຮ່ວມກັນ |
ຕອນເຊົ້າວັນທີ 5 ພະຈິກ, ທີ່ນະຄອນຫຼວງວຽງຈັນ (ລາວ), ສະຫາຍ ຫງວຽນ ຊວນ ຖັ໊ງ, ປະທານສະພາທິດສະດີສູນກາງ ໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ.
ໃນການພົບປະ, ສະຫາຍ ຫງວຽນ ຊວນ ຖັ໊ງ ໄດ້ຂອບໃຈສະຫາຍ ວິໄລ ຫຼ້າຄຳຟອງ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະຜູ້ແທນ; ພ້ອມທັງຝາກຄຳຖາມຂ່າວ ແລະ ຄຳອວຍພອນອັນປະເສີດຈາກການນຳລະດັບສູງຂອງພັກ ແລະ ລັດຫວຽດນາມ ໄປຍັງການນຳພັກ ແລະ ລັດລາວ. ສະຫາຍໄດ້ສະແດງຄວາມຍິນດີທີ່ໄດ້ກັບມາຢ້ຽມຢາມລາວອີກຄັ້ງ, ພ້ອມທັງຊື່ນຊົມຕໍ່ນ້ຳໃຈອັນຈິງໃຈ, ຄວາມຜູກພັນໃກ້ຊິດ ແລະ ການຕ້ອນຮັບຢ່າງສົມກຽດຂອງການນຳ ແລະ ປະຊາຊົນລາວ ທີ່ມີຕໍ່ຄະນະຜູ້ແທນຫວຽດນາມ.
ປະທານສະພາທິດສະດີສູນກາງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດທີ່ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ໃນຂະບວນການສ້າງສາ ແລະ ພັດທະນາປະເທດຊາດ, ໂດຍສະເພາະພາຍຫຼັງການປະຕິບັດພາລະກິດປ່ຽນແປງໃໝ່ມາເປັນເວລາກວ່າ 40 ປີ ແລະ ໃນໄລຍະຕົ້ນຂອງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.
ສະຫາຍຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄວາມສຳຄັນ, ສະໜັບສະໜູນ ແລະ ຕີລາຄາສູງຕໍ່ຄວາມພະຍາຍາມຂອງລາວໃນການຮັກສາສະຖຽນລະພາບທາງການເມືອງ, ພັດທະນາເສດຖະກິດ - ສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ປະຕິບັດບັນດາເປົ້າໝາຍການພັດທະນາປະເທດຊາດ. ຫວຽດນາມຍາມໃດກໍຖືວ່າຜົນສຳເລັດຂອງລາວແມ່ນຄວາມຍິນດີ ແລະ ເປັນແຫຼ່ງກຳລັງໃຈສຳລັບຕົນເອງ, ພ້ອມທັງປາຖະໜາໃຫ້ສອງປະເທດສືບຕໍ່ຄຽງຂ້າງ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຂະບວນການພັດທະນາ.
![]() |
| ສະຫາຍ ຫງວຽນ ຊວນ ຖັ໊ງ, ປະທານສະພາທິດສະດີສູນກາງ ພ້ອມດ້ວຍສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ. |
ເພີ່ມທະວີການແລກປ່ຽນທິດສະດີ ແລະ ແບ່ງປັນປະສົບການພາກປະຕິບັດ
ເມື່ອກ່າວເຖິງສາຍພົວພັນສອງຝ່າຍ, ສະຫາຍ ຫງວຽນ ຊວນ ຖັ໊ງ ໄດ້ເນັ້ນໜັກວ່າ ມິດຕະພາບຫວຽດນາມ - ລາວ ໄດ້ຮັບການສ້າງສາ ແລະ ທະນຸບຳລຸງຈາກການນຳ ແລະ ປະຊາຊົນຫຼາຍຮຸ່ນຄົນຂອງສອງປະເທດ, ກາຍເປັນສາຍພົວພັນແບບຢ່າງທີ່ມີຄວາມຊື່ສັດໝັ້ນຄົງ, ບໍລິສຸດຜຸດຜ່ອງ ແລະ ຫາຍາກໃນສາຍພົວພັນສາກົນ.
ໃນນັ້ນ, ສາຍພົວພັນທາງການເມືອງ ພ້ອມດ້ວຍຄວາມໄວ້ວາງໃຈ ແລະ ຄວາມຜູກພັນໃກ້ຊິດລະຫວ່າງສອງພັກ ມີບົດບາດເປັນພື້ນຖານ ແລະ ກຳນົດທິດທາງລວມໃຫ້ແກ່ສາຍພົວພັນລະຫວ່າງສອງປະເທດ.
ບົນພື້ນຖານດັ່ງກ່າວ, ສະຫາຍໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ປະຕິບັດບັນດາຂໍ້ຕົກລົງລະດັບສູງຢ່າງມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະລະຫວ່າງການນຳສອງພັກ ແລະ ສອງລັດ; ຮັກສາກົນໄກການຮ່ວມມືດ້ານທິດສະດີ ແລະ ການແບ່ງປັນປະສົບການພາກປະຕິບັດຢ່າງເປັນປະຈຳ.
ພ້ອມກັນນັ້ນ, ສອງປະເທດຄວນຊຸກຍູ້ການປະສານສົມທົບລະຫວ່າງບັນດາອົງການທີ່ປຶກສາ ແລະ ຊ່ວຍວຽກຂອງສອງພັກ ກໍຄືລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ຜ່ານນັ້ນຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມື.
ສຳລັບກອງປະຊຸມສຳມະນາທິດສະດີຄັ້ງທີ XIII ລະຫວ່າງສອງພັກ, ສະຫາຍ ຫງວຽນ ຊວນ ຖັ໊ງ ໃຫ້ຮູ້ວ່າ ນີ້ແມ່ນກອງປະຊຸມສຳມະນາຄັ້ງທຳອິດທີ່ຈັດຂຶ້ນໃນອາຍຸການໃໝ່ຂອງສອງພັກ. ກິດຈະກຳນີ້ມີຄວາມໝາຍສຳຄັນໃນການຫັນຄວາມຮັບຮູ້ຮ່ວມກັນຂອງການນຳລະດັບສູງສອງຝ່າຍໃຫ້ເປັນຮູບປະທຳ ກ່ຽວກັບການເພີ່ມທະວີການຄົ້ນຄວ້າທິດສະດີ ແລະ ການແບ່ງປັນປະສົບການພາກປະຕິບັດໃນວຽກງານການນຳພາ ແລະ ຊີ້ນຳການພັດທະນາປະເທດຊາດ.
ກອງປະຊຸມສຳມະນາປີນີ້ມີຫົວຂໍ້ “ການບຸກທະລຸດ້ານການພັດທະນາ ແລະ ການຊຸກຍູ້ການເຊື່ອມໂຍງສາກົນ, ການເຊື່ອມຕໍ່ທາງຍຸດທະສາດດ້ານເສດຖະກິດ - ສັງຄົມ ໃນສະພາບການໃໝ່: ປະສົບການຂອງຫວຽດນາມ ແລະ ລາວ”.
ຕາມສະຫາຍ ຫງວຽນ ຊວນ ຖັ໊ງ, ກອງປະຊຸມສຳມະນາໄດ້ສ້າງເງື່ອນໄຂໃຫ້ສອງຝ່າຍແລກປ່ຽນ ແລະ ເຮັດໃຫ້ຈະແຈ້ງບັນດາບັນຫາດ້ານທິດສະດີ ແລະ ພາກປະຕິບັດທີ່ເກີດຂຶ້ນໃນຂະບວນການພັດທະນາ; ແບ່ງປັນປະສົບການປ່ຽນແປງໃໝ່ແນວຄິດ, ປັບປຸງລະບົບສະຖາບັນ ແລະ ແກ້ໄຂບັນດາຈຸດຕິດຂັດ.
ບັນດາເນື້ອໃນການແລກປ່ຽນຍັງສຸມໃສ່ການພັດທະນາວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດິຈິຕອນ, ການຍົກສູງຄຸນນະພາບຊັບພະຍາກອນມະນຸດ ແລະ ການເຊື່ອມໂຍງສາກົນ.
ລາວພ້ອມປະສານສົມທົບຄົ້ນຄວ້າ ແລະ ສະຫຼຸບບົດຮຽນຈາກພາກປະຕິບັດ
ກ່າວຄຳປາໄສໃນການຕ້ອນຮັບ, ສະຫາຍ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຍິນດີຕ້ອນຮັບການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນລະດັບສູງສະພາທິດສະດີສູນກາງພັກຄອມມູນິດຫວຽດນາມ.
ສະຫາຍໄດ້ຕີລາຄາສູງຕໍ່ບົດບາດຂອງການຄົ້ນຄວ້າທິດສະດີ ແລະ ການສະຫຼຸບບົດຮຽນຈາກພາກປະຕິບັດ, ພ້ອມທັງເນັ້ນໜັກເຖິງຄວາມຈຳເປັນໃນການນຳເອົາຜົນການຄົ້ນຄວ້າໄປໝູນໃຊ້ໃຫ້ສອດຄ່ອງກັບເງື່ອນໄຂສະເພາະຂອງແຕ່ລະປະເທດ.
ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ປາຖະໜາໃຫ້ສອງຝ່າຍສືບຕໍ່ຂະຫຍາຍການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນປະສົບການ ແລະ ຍົກສູງຄຸນນະພາບການຄົ້ນຄວ້າທິດສະດີ, ການສະຫຼຸບບົດຮຽນຈາກພາກປະຕິບັດ, ໂດຍສະເພາະບັນດາບັນຫາໃໝ່ທີ່ເກີດຂຶ້ນໃນຂະບວນການພັດທະນາ.
ສິ່ງທີ່ໜ້າສົນໃຈແມ່ນ ສະຫາຍ ວິໄລ ຫຼ້າຄຳຟອງ ໄດ້ຢືນຢັນວ່າ ຈະຊີ້ນຳບັນດາອົງການທີ່ກ່ຽວຂ້ອງຂອງລາວໃຫ້ກຽມພ້ອມປະສານສົມທົບຢ່າງໃກ້ຊິດກັບຝ່າຍຫວຽດນາມ ໃນການຜັນຂະຫຍາຍໂຄງການສະຫຼຸບບົດຮຽນ 100 ປີແຫ່ງການນຳພາການປະຕິວັດຫວຽດນາມຂອງພັກ ແລະ ສະຫຼຸບ 40 ປີແຫ່ງການປະຕິບັດແນວທາງສ້າງສາປະເທດຊາດໃນໄລຍະຂ້າມຜ່ານໄປສູ່ສັງຄົມນິຍົມ.
ສະຫາຍຍັງໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ຍົກສູງປະສິດທິຜົນການຮ່ວມມືໃນການຝຶກອົບຮົມ ແລະ ບຳລຸງສ້າງພະນັກງານ, ຜ່ານນັ້ນຊ່ວຍເຫຼືອລາວໃນການປະຕິບັດບັນດາເປົ້າໝາຍຂອງພາລະກິດປ່ຽນແປງໃໝ່ປະເທດຊາດ.
ເມື່ອປະເມີນກ່ຽວກັບກົນໄກກອງປະຊຸມສຳມະນາທິດສະດີລະຫວ່າງສອງພັກ, ສະຫາຍ ວິໄລ ຫຼ້າຄຳຟອງ ໃຫ້ຮູ້ວ່າ ກິດຈະກຳນີ້ໄດ້ຮັບການຮັກສາໃຫ້ຈັດຂຶ້ນເປັນປະຈຳທຸກປີ ແລະ ໄດ້ນຳມາເຊິ່ງຜົນສຳເລັດອັນເປັນຮູບປະທຳຫຼາຍດ້ານ.
ບັນດາເນື້ອໃນການແລກປ່ຽນ ແລະ ຜົນການຄົ້ນຄວ້າໃນແຕ່ລະຄັ້ງຂອງກອງປະຊຸມສຳມະນາ ໄດ້ຖືກເຜີຍແຜ່ຢ່າງກວ້າງຂວາງໄປຍັງບັນດາອົງການພັກຂອງລາວ ນັບແຕ່ສູນກາງຮອດທ້ອງຖິ່ນ, ເພື່ອຮັບໃຊ້ວຽກງານການນຳພາ, ຊີ້ນຳ ແລະ ການກຳນົດນະໂຍບາຍ.
ສຳລັບກອງປະຊຸມສຳມະນາທິດສະດີຄັ້ງທີ XIII, ສະຫາຍໄດ້ເນັ້ນໜັກວ່າ ນີ້ແມ່ນໂອກາດສຳຄັນໃຫ້ສອງພັກໄດ້ແລກປ່ຽນປະສົບການໃນການສ້າງເສດຖະກິດທີ່ເປັນເອກະລາດ, ກຸ້ມຕົນເອງ ແລະ ແກ້ໄຂບັນດາບັນຫາພາກປະຕິບັດໃນຂະບວນການພັດທະນາປະເທດຊາດ.
ກອງປະຊຸມສຳມະນາໄດ້ດຳເນີນຂຶ້ນໃນໄລຍະທີ່ສອງພັກພວມຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ. ສະຫາຍ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຜົນຂອງກອງປະຊຸມສຳມະນາຈະປະກອບສ່ວນເສີມສ້າງພື້ນຖານທາງແນວຄິດ, ເພີ່ມທະວີຄວາມຜູກພັນລະຫວ່າງສອງພັກ, ພ້ອມທັງສືບຕໍ່ທະນຸບຳລຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເຊື່ອມໂຍງທາງຍຸດທະສາດລາວ - ຫວຽດນາມ.
ໃນໂອກາດນີ້, ສະຫາຍ ຫງວຽນ ຊວນ ຖັ໊ງ ໄດ້ຂອບໃຈພັກ, ລັດ ແລະ ປະຊາຊົນລາວ ທີ່ໄດ້ປະສານສົມທົບ ແລະ ສ້າງເງື່ອນໄຂອັນສະດວກໃຫ້ແກ່ການຈັດກອງປະຊຸມສຳມະນາທິດສະດີຄັ້ງທີ XIII ຢູ່ແຂວງອຸດົມໄຊ.
ສະຫາຍໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ ແລະ ວຽກງານກະກຽມຢ່າງຮອບຄອບຂອງບັນດາອົງການທີ່ກ່ຽວຂ້ອງຂອງລາວ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມສຳມະນາຈະບັນລຸຜົນສຳເລັດອັນດີງາມ, ປະກອບສ່ວນເຮັດໃຫ້ສາຍພົວພັນການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ນັບມື້ນັບເລິກເຊິ່ງຍິ່ງຂຶ້ນ.
ໃນຕອນບ່າຍຫາຄ່ຳຂອງວັນດຽວກັນ, ທີ່ແຂວງອຸດົມໄຊ, ສະຫາຍ ບຸນຄົງ ຫຼ້າຈຽມພອນ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ ໄດ້ຕ້ອນຮັບສະຫາຍ ຫງວຽນ ຊວນ ຖັ໊ງ ແລະ ຄະນະຜູ້ແທນຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຳມະນາທິດສະດີຄັ້ງທີ XIII ລະຫວ່າງສອງພັກຫວຽດນາມ - ລາວ ປີ 2026.
ຍສໝ - ສະຖານທູດຫວຽດນາມປະຈຳລາວ ຮ່ວມກັບກະຊວງປ້ອງກັນຄວາມສະຫງົບລາວ ຈັດກອງປະຊຸມເຜີຍແຜ່ກົດໝາຍກ່ຽວກັບການຄຸ້ມຄອງ ແລະ ເກັບຄືນອາວຸດ, ວັດຖຸລະເບີດ, ແນໃສ່ຍົກສູງຄວາມຮັບຮູ້, ຈິດສຳນຶກໃນການປະຕິບັດກົດໝາຍ ແລະ ຂົນຂວາຍຊຸມຊົນຊາວຫວຽດນາມຢູ່ລາວ ໃຫ້ສະໝັກໃຈມອບອາວຸດ. |
ຍສໝ - ວັນທີ 3 ພະຈິກ ຢູ່ຮ່າໂນ້ຍ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ໄດ້ສະເໜີໃຫ້ອົງການແນວໂຮມຂອງສອງປະເທດເພີ່ມທະວີການແລກປ່ຽນປະສົບການໃນວຽກງານຂົນຂວາຍປະຊາຊົນ, ສ້າງຄວາມສາມັກຄີອັນເປັນປຶກແຜ່ນຂອງທົ່ວປວງຊົນໃນຊາດ ແລະ ປະສານສົມທົບກັນຈັດບັນດາກິດຈະກຳໃນປີແຫ່ງຄວາມສາມັກຄີມິດຕະພາບລາວ - ຫວຽດນາມ 2027. |
ຄຳສີ
