| ເລີມດົງບັນລຸເປົ້າໝາຍ “ບັ້ນຮົບ 500 ວັນ ແລະ ຄືນ” ໄວກວ່າກຳນົດ 3 ເດືອນ ຂີດໝາຍຂອງສວນສາທາລະນະ ເລທິຣຽງ ໃນຂະບວນການ 500 ວັນ ແລະ ຄືນ |
![]() |
| ພົບເຫັນອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດເກືອບ 400 ຊຸດຢູ່ສວນສາທາລະນະ ເລທິຣຽງ |
ການຄົ້ນພົບອັດຖິຫຼາຍກວ່າ 30 ຊຸດໃນວັນທີ 16 ສິງຫາ ຖືເປັນຈຳນວນສູງສຸດທີ່ກຳລັງເຈົ້າໜ້າທີ່ຄົ້ນພົບໄດ້ພາຍໃນມື້ດຽວ ນັບແຕ່ເລີ່ມດຳເນີນການຂຸດສຳຫຼວດຢູ່ເຂດແຜ່ນຈາລຶກລະນຶກວິລະຊົນ ເລທິຣຽງ. ນອກຈາກອັດຖິແລ້ວ, ກຳລັງຄົ້ນຫາຍັງໄດ້ພົບວັດຖຸທີ່ຫຼົງເຫຼືອຢູ່ຫຼາຍລາຍການ.
ພາຍຫຼັງປະຕິບັດວຽກງານຢູ່ສວນສາທາລະນະ ເລທິຣຽງ ມາເກືອບ 2 ເດືອນ, ຈຳນວນອັດຖິນັກຮົບເສຍສະຫຼະທີ່ຄົ້ນພົບໄດ້ສະສົມເຖິງເກືອບ 400 ຊຸດ. ຕາມຜົນການຄົ້ນຄວ້າຂອງບັນດາຊ່ຽວຊານ, ຕົວເລກນີ້ໃກ້ຄຽງກັບເຄິ່ງໜຶ່ງຂອງຈຳນວນນັກຮົບເສຍສະຫຼະທີ່ຖືກຝັງໄວ້ໃນບໍລິເວນດັ່ງກ່າວ.
ວຽກງານຂຸດຄົ້ນ ແລະ ເຕົ້າໂຮມອັດຖິຍັງຄົງດຳເນີນຕໍ່ໄປດ້ວຍຄວາມຮອບຄອບ, ລະອຽດຖີ່ຖ້ວນ ແລະ ຈິດໃຈຮັບຜິດຊອບສູງ.
ນັບຮອດວັນທີ 16 ສິງຫາ, ຂະບວນການ “500 ວັນ ແລະ ຄືນ ເລັ່ງລັດການຄົ້ນຫາ, ເຕົ້າໂຮມ ແລະ ກຳນົດອັດຕະລັກອັດຖິນັກຮົບເສຍສະຫຼະເພື່ອຊາດ” ໄດ້ດຳເນີນມາເປັນເວລາ 137 ວັນແລ້ວ. ຜ່ານການປະຕິບັດຂອງບັນດາກຳລັງໃນທົ່ວປະເທດ, ມີການຄົ້ນພົບ ແລະ ເຕົ້າໂຮມອັດຖິໄດ້ຫຼາຍກວ່າ 1.700 ຊຸດ.
ຍສໝ - ບັນດາຄະນະປະຕິບັດງານຂອງ ຄະນະຊີ້ນຳ 515 ແລະ ກອງທັບເຂດ 3 ໄດ້ລົງກວດກາການຜັນຂະຫຍາຍ “ແຜນງານ 500 ວັນ ແລະ ຄືນ” ພາຍໃນການຊອກຫາ, ທ້ອນໂຮມ ແລະ ກຳນົດຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີບເພື່ອຊາດ ຢູ່ຫຼາຍທ້ອງຖິ່ນ; ໃນຂະນະດຽວກັນ ກໍສືບຕໍ່ຄົ້ນພົບ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີບເພື່ອຊາດເພີ່ມເຕີມ ຢູ່ດານັງ ແລະ ກາວບັງ. |
ຍສໝ - ພາຍຫຼັງຜັນຂະຫຍາຍເປັນເວລາຫຼາຍກວ່າສີ່ເດືອນ, “ບັ້ນຮົບ 500 ວັນ ແລະ ຄືນ” ໄດ້ສ້າງບາດກ້າວຫັນປ່ຽນຢ່າງແຂງແຮງ ແລະ ຕັ້ງໜ້າທີ່ສຸດ ເທົ່າທີ່ເຄີຍມີມາ ພາຍໃນວຽກງານຊອກຫາ, ທ້ອນໂຮມ ແລະ ພິສູດເອກະລັກອັດຖິ ຂອງບັນດາທະຫານທີ່ເສຍສະຫຼະຊີວິດເພື່ອຊາດ. |
ມິງດຶກ
