![]() |
| ຕາມປະຕູຂໍ້ມູນອິເລັກໂຕຣນິກຂອງນະຄອນເຫວ້, ທຶນການສຶກສາ “ສືບຕໍ່ເສີມກຳລັງໃຫ້ນັກຮຽນໄປໂຮງຮຽນ” ຈຳນວນ 200 ທຶນ, ແຕ່ລະທຶນມູນຄ່າ 1 ລ້ານດົ່ງ ພ້ອມດ້ວຍຂອງຂວັນຫຼາຍລາຍການ ໄດ້ຖືກມອບໃຫ້ແກ່ນັກຮຽນທີ່ມີສະພາບຫຍຸ້ງຍາກ ແລະ ຫຍຸ້ງຍາກເປັນພິເສດໃນພື້ນທີ່. ການຊ່ວຍເຫຼືອໄດ້ດຳເນີນໃນຊ່ວງຕົ້ນສົກຮຽນໃໝ່, ປະກອບສ່ວນຊ່ວຍໃຫ້ພວກນ້ອງສາມາດແບ່ງເບົາຄ່າໃຊ້ຈ່າຍບາງສ່ວນໃນການຮ່ຳຮຽນ, ຊື້ປຶ້ມ, ສົມຸດ ແລະ ອຸປະກອນທີ່ຈຳເປັນ. ລາຍຊື່ນັກຮຽນທີ່ໄດ້ຮັບຜົນປະໂຫຍດ ໄດ້ຮັບການກວດກາ ແລະ ຄັດເລືອກໂດຍສະມາຄົມປົກປ້ອງສິດເດັກນ້ອຍນະຄອນເຫວ້ ປະສານກັບບັນດາທ້ອງຖິ່ນ ແລະ ຫົວໜ່ວຍກ່ຽວຂ້ອງ. ຕາມສະມາຄົມ, ໂຄງການ “ສືບຕໍ່ເສີມກຳລັງໃຫ້ນັກຮຽນໄປໂຮງຮຽນ” ໄດ້ຖືກຜັນຂະຫຍາຍໃນໄລຍະ 2026-2031, ແນໃສ່ຮ່ວມເດີນທາງໄລຍະຍາວກັບເດັກນ້ອຍທີ່ມີສະພາບຫຍຸ້ງຍາກ, ໂດຍສະເພາະ ເດັກນ້ອຍທີ່ສ່ຽງຕ້ອງຢຸດຮຽນຍ້ອນຂໍ້ຈຳກັດດ້ານເສດຖະກິດ. ສະມາຄົມຍັງປາຖະໜາສືບຕໍ່ໄດ້ຮັບການຮ່ວມເດີນທາງຈາກບັນດາອົງການ, ບຸກຄົນ, ວິສາຫະກິດ ແລະ ຜູ້ໃຈບຸນ ເພື່ອຂະຫຍາຍແຫຼ່ງກຳລັງໃນການຊ່ວຍເຫຼືອເດັກນ້ອຍ. Children of Vietnam ແມ່ນອົງການ NGO ຂອງສະຫະລັດອາເມລິກາ, ສ້າງຕັ້ງຂຶ້ນໃນປີ 1998, ຜັນຂະຫຍາຍບັນດາໂຄງການຊ່ວຍເຫຼືອດ້ານການສຶກສາ, ສາທາລະນະສຸກ, ໂພຊະນາການ, ນ້ຳສະອາດ ແລະ ສຸຂະອະນາໄມ ໃຫ້ແກ່ເດັກນ້ອຍຫວຽດນາມ; ມາຮອດປັດຈຸບັນ ມີເດັກນ້ອຍ, ນັກຮຽນ ແລະ ນັກສຶກສາຫຼາຍໝື່ນຄົນ ໄດ້ຮັບຜົນປະໂຫຍດຈາກບັນດາໂຄງການຂອງອົງການ. |
ຍສໝ - ຕະຫຼອດໄລຍະກວ່າ 40 ປີຜ່ານມາ, ຜ່ານພາລະກິດ “ປ່ຽນໃໝ່”, ຫວຽດນາມໄດ້ບັນລຸອັດຕາການເຕີບໂຕທາງເສດຖະກິດຢ່າງວ່ອງໄວ ແລະ ຢືນຢັນຖານະເປັນໜຶ່ງໃນບັນດາເສດຖະກິດເກີດໃໝ່ຂອງອາຊີ. ໃນຖານະເປັນນັກທຸລະກິດ FDI ທີ່ໄດ້ຮ່ວມເດີນທາງໄປກັບຂະບວນການນັ້ນ, ຂ້າພະເຈົ້າຮູ້ສຶກພາກພູມໃຈຢ່າງຍິ່ງ. |
ຍສໝ - ເກືອບໜຶ່ງປີກ່ອນ, ພວກເຮົາ, ນັກຂ່າວວາລະສານ ຍຸກສະໄໝ ມີໂອກາດໄດ້ພົບກັບທ່ານ Alisher Mukhamedov, ປະທານສະມາຄົມມິດຕະພາບ ອຸສເບກິສະຖານ - ຫວຽດນາມ. ໃນການສົນທະນາຄັ້ງນັ້ນ, ທ່ານໄດ້ແບ່ງປັນຫຼາຍເລື່ອງກ່ຽວກັບອຸສເບກິສະຖານ, ກ່ຽວກັບຄວາມຮັກແພງທີ່ທ່ານມີຕໍ່ຫວຽດນາມ. ເມື່ອຫວນຄິດເຖິງບັນດາເລື່ອງລາວທີ່ຍັງເວົ້າບໍ່ຈົບໃນຄັ້ງນັ້ນ, ພວກເຮົາຈຶ່ງສົ່ງຈົດໝາຍຖາມຂ່າວຄາວໄປຫາທ່ານ. ບໍ່ກີ່ມື້ຕໍ່ມາ, ທ່ານໄດ້ເລົ່າວ່າ: |
ຄຳສີ
