| ພົບເຫັນອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດເກືອບ 400 ຊຸດຢູ່ສວນສາທາລະນະ ເລທິຣຽງ ຫຼາຍກວ່າ 39.600 ສາຍໂທເຂົ້າໄດ້ສະໜອງຂໍ້ມູນເບາະແສເພື່ອຊອກຫາອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ |
![]() |
| ກຳລັງເຈົ້າໜ້າທີ່ຄົ້ນຫາ ແລະ ເກັບໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຢູ່ສວນສາທາລະນະ ເລທິຣຽງ, ນະຄອນໂຮ່ຈິມິນ. |
ກິດຈະກຳຄົ້ນຫາ ແລະ ເກັບໂຮມອັດຖິດັ່ງກ່າວ ເປັນສ່ວນໜຶ່ງຂອງແຜນການກວດກາຄືນ, ສຳຫຼວດ ແລະ ຂຸດຄົ້ນອັດຖິບັນດາວິລະຊົນທີ່ເສຍສະລະຊີວິດໃນໄລຍະສົງຄາມ ຢູ່ເຂດນະຄອນໂຮ່ຈີມິນ.
ຕາມບົດລາຍງານດ່ວນຂອງໜ່ວຍເກັບໂຮມອັດຖິວິລະຊົນ ສັງກັດກອງບັນຊາການທະຫານນະຄອນໂຮ່ຈີມິນ, ໃນວັນທີ 24 ສິງຫາ, ກຳລັງເຈົ້າໜ້າທີ່ໄດ້ຂຸດຍ້າຍດິນ ແລະ ຫີນຫຼາຍກວ່າ 900 ແມັດກ້ອນ ພ້ອມທັງຂະຫຍາຍພື້ນທີ່ຄົ້ນຫາຕາມບັນດາຈຸດທີ່ໄດ້ກຳນົດໄວ້.
ເພື່ອຮັບໃຊ້ການຂຸດຄົ້ນ ແລະ ຂົນສົ່ງດິນ, ກອງບັນຊາການທະຫານນະຄອນໄດ້ລະດົມລົດຂຸດ 2 ຄັນ, ລົດດຸດ 1 ຄັນ, ລົດດຳ 1 ຄັນ ແລະ ລົດບັນທຸກຂະໜາດ 3,5 ໂຕນ 2 ຄັນ. ການນຳໃຊ້ເຄື່ອງຈັກໄດ້ດຳເນີນຄຽງຄູ່ກັບການຄົ້ນຫາດ້ວຍແຮງງານຄົນ ເພື່ອຮັບປະກັນຄວາມຊັດເຈນ ແລະ ຄວາມປອດໄພ.
ຜົນການຄົ້ນຫາໃນວັນດັ່ງກ່າວ ໄດ້ຄົ້ນພົບ ແລະ ເກັບໂຮມອັດຖິວິລະຊົນ 26 ຊຸດ ພ້ອມວັດຖຸທີ່ຕິດກັບອັດຖິ 10 ຊຸດ ຢູ່ເຂດ B. ກ່ອນໜ້ານັ້ນ, ໃນໄລຍະແຕ່ວັນທີ 24 ມິຖຸນາ ຫາ 23 ສິງຫາ, ກຳລັງເຈົ້າໜ້າທີ່ໄດ້ເກັບໂຮມອັດຖິທັງໝົດ 481 ຊຸດ, ໃນນັ້ນມີ 250 ຊຸດທີ່ພົບວັດຖຸຕິດກັບອັດຖິ ເຊັ່ນ ເຄື່ອງໃຊ້ສ່ວນຕົວ, ອຸປະກອນທະຫານ ແລະ ເອກະສານປະຈຳຕົວ ເຊິ່ງສາມາດນຳໃຊ້ປະກອບການກວດສອບຕົວຕົນ.
ໃນຈຳນວນອັດຖິ 481 ຊຸດທີ່ຄົ້ນພົບກ່ອນວັນທີ 24 ສິງຫາ, ມີ 448 ຊຸດຖືກພົບແບບແຍກກັນ ແລະ 33 ຊຸດຢູ່ໃນຂຸມຝັງສົບລວມ 8 ຈຸດ, ປະກອບມີ 2 ຈຸດໃນເຂດ A ແລະ 6 ຈຸດໃນເຂດ B. ດັ່ງນັ້ນ, ນັບເຖິງສິ້ນສຸດວັນທີ 24 ສິງຫາ, ຈຳນວນອັດຖິວິລະຊົນທີ່ຄົ້ນພົບ ແລະ ເກັບໂຮມໄດ້ຢູ່ສວນສາທາລະນະ ເລທິຣຽງ ມີທັງໝົດ 507 ຊຸດ.
ສວນສາທາລະນະ ເລທິຣຽງ ເປັນພື້ນທີ່ທີ່ມີຮ່ອງຮອຍທາງປະຫວັດສາດຫຼາຍແຫ່ງ ແລະ ເຄີຍເປັນບ່ອນຝັງສົບທະຫານຈຳນວນຫຼາຍໃນໄລຍະການສູ້ຮົບອັນດຸເດືອດຢູ່ໄຊງ່ອນ. ການຄົ້ນຫາຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກບັນດາພະຍານປະຫວັດສາດ, ປະຊາຊົນທີ່ອາໄສຢູ່ໃນເຂດດັ່ງກ່າວມາດົນນານ ພາຍໃຕ້ການຊີ້ນຳຂອງກອງບັນຊາການທະຫານນະຄອນໂຮ່ຈີມິນ ແລະ ການປະສານງານຂອງບັນດາອົງການທີ່ກ່ຽວຂ້ອງ.
ຍສໝ - ສຸສານບິ່ງທ້ວນມີຈຳນວນຫລຸມຝັງສົບຂອງນັກຮົບວິລະຊົນຫຼາຍທີ່ສຸດໃນແຂວງ, ດ້ວຍເກືອບ 9.000 ຫລຸມຝັງສົບ, ໃນນັ້ນມີຫຼາຍກວ່າ 3.400 ຫລຸມທີ່ຕ້ອງການການເກັບກຳກະດູກເພື່ອລະບຸຕົວຕົນ. |
ຍສໝ - ການປະສົມປະສານເອກະສານປະຫວັດສາດ, ຂໍ້ມູນຈາກພະຍານ, ວັດຖຸພະຍານ ກັບບັນດາວິທີການທາງວິທະຍາສາດ ແລະ ເຕັກໂນໂລຊີ ໃນການຊອກຫາ, ເກັບກຳ ແລະ ກຳນົດອັດຕະລັກຂອງອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຢູ່ສວນສາທາລະນະ ເລທິຣຽງ ພວມຖືກສະຫຼຸບຖອດຖອນເປັນບົດຮຽນ ເພື່ອຄົ້ນຄວ້າ ແລະ ນຳໄປປະຍຸກໃຊ້ຢູ່ບັນດາເຂດສຸສານລວມທີ່ຍັງຂາດຂໍ້ມູນ. |
ມິງດຶກ
