ການຫັນເປັນດິຈິຕອນໃນກະສິກຳ ຕ້ອງອາໄສພະລັງການຮ່ວມມືຈາກຫຼາຍຝ່າຍ

14:12 | 30/07/2026

ຍສໝ - ການຫັນເປັນດິຈິຕອນ ພວມກາຍເປັນແຮງຂັບເຄື່ອນສຳຄັນ ເພື່ອຍົກສູງຜະລິດຕະພາບ, ຄວາມໂປ່ງໃສຂອງຕ່ອງໂສ້ມູນຄ່າ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງສິນຄ້າກະສິກຳຫວຽດນາມ. ຢ່າງໃດກໍຕາມ, ເພື່ອໃຫ້ຂະບວນການນີ້ ບັນລຸຜົນຢ່າງແທ້ຈິງ ບໍ່ພຽງແຕ່ຕ້ອງການເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງຕ້ອງອາໄສການປະສານງານຢ່າງໃກ້ຊິດລະຫວ່າງລັດ, ວິສາຫະກິດ, ອົງການສາກົນ, ສະຖາບັນຄົ້ນຄວ້າ ແລະ ຊາວກະສິກອນ ເພື່ອສ້າງລະບົບນິເວດການຮ່ວມມືຈາກຫຼາຍຝ່າຍ ສຳລັບການພັດທະນາຢ່າງຍືນຍົງ.

ບັ້ນຮົບ 500 ວັນ ແລະ ຄ່ຳຄືນ: ເກັບຕົວຢ່າງ, ຫັນເປັນດິຈິຕອນຂໍ້ມູນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ 1.456 ທ່ານ ກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານໄພພິບັດສະບັບໃໝ່ ມຸ່ງໄປສູ່ການຄຸ້ມຄອງຄວາມສ່ຽງ ແລະ ການຫັນເປັນດິຈິຕອນ

ວັນທີ 28 ກໍລະກົດ ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດກອງປະຊຸມສຳມະນາຫົວຂໍ້ “ການຫັນເປັນດິຈິຕອນໃນກະສິກຳຫວຽດນາມ: ເພີ່ມທະວີການຮ່ວມມືຈາກຫຼາຍຝ່າຍ ເພື່ອການພັດທະນາຢ່າງຍືນຍົງ”. ກອງປະຊຸມສຳມະນາ ໄດ້ລວບລວມຜູ້ຕາງໜ້າຈາກບັນດາອົງການຄຸ້ມຄອງຂອງລັດ, ອົງການສາກົນ, ບັນດາອົງການບໍ່ສັງກັດລັດຕ່າງປະເທດ, ວິສາຫະກິດ ແລະ ທ້ອງຖິ່ນ ເພື່ອແລກປ່ຽນທິດທາງ, ແບ່ງປັນປະສົບການ ແລະ ສະເໜີບັນດາວິທີແກ້ໄຂ ເພື່ອຊຸກຍູ້ການຫັນເປັນດິຈິຕອນໃນຂົງເຂດກະສິກຳ.

ການຫັນເປັນດິຈິຕອນໃນກະສິກຳ ຕ້ອງອາໄສພະລັງການຮ່ວມມືຈາກຫຼາຍຝ່າຍ
ທ່ານ ຫງວຽນງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ກ່າວຄຳປາໄສ. (ພາບ: ມາຍແອງ)

ໃນການກ່າວຄຳປາໄສໄຂກອງປະຊຸມ, ທ່ານ ຫງວຽນງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃຫ້ຮູ້ວ່າ ເຖິງວ່າ ສັດສ່ວນຂອງຂະແໜງກະສິກຳໃນ GDP ໄດ້ຫຼຸດລົງໃນແຕ່ລະປີ, ແຕ່ຂະແໜງກະສິກຳ ຍັງຄົງເປັນ “ເສົາຄ້ຳ” ຂອງເສດຖະກິດ, ມີບົດບາດສຳຄັນໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການພັດທະນາຢ່າງຍືນຍົງ. ໃນສະພາບການໃໝ່, ການຫັນເປັນດິຈິຕອນ ບໍ່ພຽງແຕ່ຊ່ວຍຍົກສູງຜະລິດຕະພາບ ແລະ ຄຸນນະພາບຜະລິດຕະພັນເທົ່ານັ້ນ, ແຕ່ຍັງສ້າງເງື່ອນໄຂໃຫ້ປະຊາຊົນຍັງຄົງຜູກພັນກັບກະສິກຳ, ສົ່ງເສີມຄຸນຄ່າຂອງຜະລິດຕະພັນພິເສດຂອງແຕ່ລະທ້ອງຖິ່ນ ແລະ ຂະຫຍາຍຕະຫຼາດ ທັງພາຍໃນ ແລະ ສາກົນ.

ທ່ານ ຫງວຽນງອກຮຸ່ງ ຍັງໄດ້ຕີລາຄາສູງຕໍ່ບົດບາດຂອງບັນດາອົງການບໍ່ສັງກັດລັດຕ່າງປະເທດ ໃນການສະໜັບສະໜູນການພັດທະນາກະສິກຳຢູ່ ຫວຽດນາມ. ຕາມສະຖິຕິ ແລ້ວ, ປະຈຸບັນ ມີປະມານ 60 ອົງການ ພວມຈັດຕັ້ງບັນດາໂຄງການໃນຂົງເຂດນີ້ ດ້ວຍຍອດມູນຄ່າການຊ່ວຍເຫຼືອປະມານ 45-50 ລ້ານ USD ຕໍ່ປີ ໃນໄລຍະ 5 ປີຜ່ານມາ. ບໍ່ພຽງແຕ່ນຳມາເຊິ່ງແຫຼ່ງທຶນເທົ່ານັ້ນ, ບັນດາອົງການເຫຼົ່ານີ້ ຍັງແບ່ງປັນປະສົບການ, ຮູບແບບ ແລະ ເຊື່ອມຕໍ່ການຮ່ວມມືສາກົນ, ປະກອບສ່ວນຊຸກຍູ້ນະວັດຕະກຳໃນຂົງເຂດກະສິກຳ.

ການຫັນເປັນດິຈິຕອນ ແມ່ນຄວາມຈຳເປັນທີ່ຫຼີກລ້ຽງບໍ່ໄດ້

ໃນການນຳສະເໜີບົດລາຍງານນຳສະເໜີໃນກອງປະຊຸມສຳມະນາ, ທ່ານ ຫວູງອກຕ໊ວນ, ຮອງຫົວໜ້າພະແນກເຕັກໂນໂລຊີດິຈິຕອນ, ກົມການຫັນເປັນດິຈິຕອນ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ) ໃຫ້ຄວາມເຫັນວ່າ ຂະແໜງກະສິກຳ ກຳລັງປະເຊີນກັບຫຼາຍສິ່ງທ້າທາຍໃນເວລາດຽວກັນ ເຊັ່ນ: ການປ່ຽນແປງດິນຟ້າອາກາດທີ່ຮຸນແຮງຂຶ້ນ, ການສະດຸດຂອງຕ່ອງໂສ້ການສະໜອງໂລກ ແລະ ຄວາມຕ້ອງການປັບປ່ຽນຮູບແບບການເຕີບໂຕ.

ບັນດາຕະຫຼາດສົ່ງອອກ ກໍ່ນັບມື້ນັບວາງມາດຕະຖານທີ່ເຂັ້ມງວດຫຼາຍຂຶ້ນ ດ້ານຄຸນນະພາບ, ການຕິດຕາມແຫຼ່ງກຳເນີດ ແລະ ຄວາມໂປ່ງໃສຂອງຂໍ້ມູນ. ໃນສະພາບການດັ່ງກ່າວ, ການນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນ ບໍ່ແມ່ນທາງເລືອກອີກຕໍ່ໄປ, ແຕ່ໄດ້ກາຍເປັນເງື່ອນໄຂບັງຄັບ ເພື່ອຍົກສູງຂີດຄວາມສາມາດແຂ່ງຂັນຂອງສິນຄ້າກະສິກຳຫວຽດນາມ.

ຕາມທ່ານ ຫວູງອກຕ໋ວນ ແລ້ວ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພວມຄ່ອຍໆຫັນປ່ຽນຈາກຮູບແບບການຄຸ້ມຄອງແບບກະຈັດກະຈາຍ ໄປສູ່ການຄຸ້ມຄອງໂດຍອີງໃສ່ຂໍ້ມູນດິຈິຕອນ. ກະຊວງ ໄດ້ສ້າງຂອບໂຄງສ້າງດິຈິຕອນ, ຂອບການຄຸ້ມຄອງຂໍ້ມູນ, ແບ່ງພື້ນທີ່ຂໍ້ມູນອອກເປັນ 27 ຂົງເຂດ ແລະ ປະກາດໃຊ້ 19 ລະບຽບວິຊາການ ສຳລັບບັນດາຖານຂໍ້ມູນສະເພາະດ້ານ. ພ້ອມກັນນັ້ນ, ລະບົບຕິດຕາມແຫຼ່ງກຳເນີດຂອງກະຊວງ ໄດ້ຖືກນຳເຂົ້າທົດລອງນຳໃຊ້ ຕັ້ງແຕ່ເດືອນ 7/2026 ເປັນຕົ້ນມາ, ໃນໄລຍະທຳອິດ ນຳໃຊ້ກັບຕ່ອງໂສ້ການສະໜອງໝາກທຸລຽນເພື່ອສົ່ງອອກ ແລະ ຈະສືບຕໍ່ຂະຫຍາຍໄປສູ່ບັນດາສິນຄ້າຫຼັກອື່ນໆ.

ການຫັນເປັນດິຈິຕອນໃນກະສິກຳ ຕ້ອງອາໄສພະລັງການຮ່ວມມືຈາກຫຼາຍຝ່າຍ
ທ່ານ ຫວູງອກຕ໊ວນ, ຮອງຫົວໜ້າພະແນກເຕັກໂນໂລຊີດິຈິຕອນ, ກົມການຫັນເປັນດິຈິຕອນ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ) ນຳສະເໜີບົດລາຍງານນຳສະເໜີ. (ພາບ: ດິງຮວາ)

ແນວໃດກໍຕາມ, ຂະບວນການຫັນເປັນດິຈິຕອນ ຍັງປະເຊີນກັບຫຼາຍອຸປະສັກ ເຊັ່ນ: ຂໍ້ມູນຍັງກະຈັດກະຈາຍ, ເຕັກໂນໂລຊີຍັງບໍ່ສອດຄ່ອງເປັນລະບົບ, ຄວາມແຕກຕ່າງດ້ານໂຄງລ່າງພື້ນຖານລະຫວ່າງບັນດາທ້ອງຖິ່ນ ແລະ ໂດຍສະເພາະ ຊ່ອງຫວ່າງດິຈິຕອນ ລະຫວ່າງວິສາຫະກິດຂະໜາດໃຫຍ່ ກັບ ສະຫະກອນ ແລະ ຄອບຄົວຊາວກະສິກອນ.

“ຂະໜາດ ແລະ ຄວາມສັບສົນຂອງການປະຕິວັດດິຈິຕອນໃນຂົງເຂດກະສິກຳ ໄດ້ກ້າວລ່ວງເກີນຂີດຄວາມສາມາດຂອງອົງປະກອບໃດໜຶ່ງພຽງລຳພັງ”, ທ່ານ ຫວູງອກຕ໊ວນ ເນັ້ນໜັກ. ຕາມທ່ານ ຫວູງອກຕ໊ວນ ແລ້ວ, ຈຳເປັນຕ້ອງສ້າງຕັ້ງ “ພັນທະມິດການຮ່ວມມືຫຼາຍຝ່າຍ” ດ້ວຍການມີສ່ວນຮ່ວມຂອງລັດ, ວິສາຫະກິດ, ບັນດາສະຖາບັນຄົ້ນຄວ້າ, ອົງການສາກົນ ແລະ ຊາວກະສິກອນ ເພື່ອລະດົມແຫຼ່ງກຳລັງ, ແບ່ງປັນຄວາມຮູ້ ແລະ ຊຸກຍູ້ນະວັດຕະກຳ.

ການຮ່ວມມືສາກົນ ສ້າງແຮງຂັບເຄື່ອນໃຫ້ແກ່ນະວັດຕະກຳ

ແບ່ງປັນປະສົບການຈາກໂຄງການ Aus4Innovation, ທ່ານນາງ ຫງວຽນທິເຮືອງຖາວ, ຜູ້ຄຸ້ມຄອງໂຄງການ Aus4Innovation ຂອງອົງການຄົ້ນຄວ້າວິທະຍາສາດ ແລະ ອຸດສາຫະກຳແຫ່ງປະຊາຄົມອົດສະຕຣາລີ (CSIRO), ໃຫ້ຮູ້ວ່າ ໂຄງການ ກຳລັງສຸມໃສ່ສະໜັບສະໜູນບັນດາວິທີແກ້ໄຂດ້ານການຫັນເປັນດິຈິຕອນ ເພື່ອຮັບໃຊ້ກະສິກຳທີ່ຍືນຍົງ ແລະ ປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ.

ຕາມທ່ານນາງ ເຮືອງຖາວ ແລ້ວ, ເຕັກໂນໂລຊີຫຼາຍປະເພດ ເຊັ່ນ: ປັນຍາປະດິດ (AI), ອິນເຕີເນັດຂອງສັບພະສິ່ງ (IoT), ຮູບພາບຈາກດາວທຽມ, ຫຸ່ນຍົນ, ແພລດຟອມຂໍ້ມູນ ຫຼື ແບບຈຳລອງດິຈິຕອນ (Digital Twin) ໄດ້ຖືກນຳໃຊ້ໃນບັນດາໂຄງການ ເພື່ອຍົກສູງຜະລິດຕະພາບພືດ, ຫຼຸດຜ່ອນການປ່ອຍອາຍພິດ, ຕິດຕາມແຫຼ່ງກຳເນີດ ແລະ ສະໜັບສະໜູນການຕັດສິນໃຈໂດຍອີງໃສ່ຂໍ້ມູນ. ບັນດາວິທີແກ້ໄຂເຫຼົ່ານີ້ ບໍ່ພຽງແຕ່ຊ່ວຍຍົກສູງປະສິດທິຜົນການຜະລິດເທົ່ານັ້ນ, ແຕ່ຍັງຂະຫຍາຍໂອກາດໃນການເຂົ້າເຖິງຕະຫຼາດ ໃຫ້ແກ່ຊາວກະສິກອນ.

“ນະວັດຕະກຳ ບໍ່ແມ່ນການນຳເຕັກໂນໂລຊີຈາກຕ່າງປະເທດເຂົ້າມາຫວຽດນາມ, ແຕ່ຕ້ອງເປັນຂະບວນການພັດທະນາຮ່ວມກັນ ລະຫວ່າງຄູ່ຮ່ວມງານສາກົນ ແລະ ຄູ່ຮ່ວມງານຫວຽດນາມ, ໂດຍມີການມີສ່ວນຮ່ວມຂອງຊາວກະສິກອນ ຕັ້ງແຕ່ເລີ່ມຕົ້ນ”, ທ່ານນາງ ຫງວຽນທິເຮືອງຖາວ ແບ່ງປັນ. ທ່ານນາງ ຍັງເນັ້ນໜັກວ່າ ແທນທີ່ຈະຖ່າຍທອດເຕັກໂນໂລຊີແບບທາງດຽວ, ຄວນສຸມໃສ່ການຍົກສູງຂີດຄວາມສາມາດໃຫ້ແກ່ຄູ່ຮ່ວມງານທ້ອງຖິ່ນ ເພື່ອຮັບປະກັນວ່າ ບັນດາຮູບແບບດັ່ງກ່າວ ສາມາດຂະຫຍາຍຜົນ ແລະ ພັດທະນາຢ່າງຍືນຍົງ ຫຼັງຈາກໂຄງການສິ້ນສຸດລົງ.

ການຫັນເປັນດິຈິຕອນໃນກະສິກຳ ຕ້ອງອາໄສພະລັງການຮ່ວມມືຈາກຫຼາຍຝ່າຍ
ທ່ານນາງ ຫງວຽນທິເຮືອງຖາວ, ຜູ້ຄຸ້ມຄອງໂຄງການ Aus4Innovation ຂອງອົງການຄົ້ນຄວ້າວິທະຍາສາດ ແລະ ອຸດສາຫະກຳແຫ່ງປະຊາຄົມອົດສະຕຣາລີ (CSIRO) ນຳສະເໜີບົດປາໄສໃນກອງປະຊຸມສຳມະນາ. (ພາບ: ດິງຮວາ)

ຜູ້ຕາງໜ້າຂອງ HELVETAS ຫວຽດນາມ ໄດ້ແບ່ງປັນຫຼາຍປະສົບການໃນການນຳໃຊ້ລະບົບດິຈິຕອນໃນຕ່ອງໂສ້ມູນຄ່າກະສິກຳ ຜ່ານບັນດາໂຄງການກ່ຽວກັບຊາ, ເຄື່ອງເທດ, ໂກໂກ້ ແລະ ພິກໄທ. ຕາມນັ້ນແລ້ວ, ການຫັນເປັນດິຈິຕອນ ຄວນຖືກເບິ່ງເປັນເຄື່ອງມື ເພື່ອຮັບໃຊ້ການພັດທະນາກະສິກຳສີຂຽວ ແລະ ເສດຖະກິດໝູນວຽນ ຫາກບໍ່ແມ່ນເປົ້າໝາຍສຸດທ້າຍ.

ຜູ້ຕາງໜ້າ HELVETAS ເຫັນວ່າ ຂໍ້ມູນ ຕ້ອງຖືກຖືວ່າເປັນຮາກຖານຂອງຂະບວນການຫັນເປັນດິຈິຕອນ. ການຈັດຕັ້ງປະຕິບັດ ຄວນດຳເນີນເປັນຂັ້ນຕອນ, ເລືອກບັນດາຂັ້ນຕອນທີ່ຈຳເປັນທີ່ສຸດກ່ອນ ແລ້ວຈຶ່ງຂະຫຍາຍຕໍ່ໄປ, ພ້ອມທັງ ຮັບປະກັນການມີສ່ວນຮ່ວມຂອງຊາວກະສິກອນ ຕັ້ງແຕ່ຂັ້ນຕອນອອກແບບ ເພື່ອໃຫ້ບັນດາວິທີແກ້ໄຂ ສອດຄ່ອງກັບສະພາບຕົວຈິງຂອງການຜະລິດ.

ໃນມຸມມອງຂອງທ້ອງຖິ່ນ, ທ່ານ ເຢືອງເຊີນຮ່າ, ຮອງຜູ້ອຳນວຍການກົມກະສິກຳ ແລະ ສິ່ງແວດລ້ອມ ແຂວງໄທງວຽນ ໃຫ້ຮູ້ວ່າ ແຂວງ ພວມຊຸກຍູ້ການສ້າງຖານຂໍ້ມູນກະສິກຳ, ແຜນທີ່ດິຈິຕອນຂອງເຂດປູກຝັງ, ລະບົບຕິດຕາມແຫຼ່ງກຳເນີດ ແລະ ນຳຜະລິດຕະພັນ OCOP ຂຶ້ນສູ່ເວທີການຄ້າອອນລາຍ.

ສຳລັບຕົ້ນຊາ ຊຶ່ງເປັນຜະລິດຕະພັນຫຼັກຂອງທ້ອງຖິ່ນ, ແຂວງໄທຫງວຽນ ວາງເປົ້າໝາຍວ່າ ຮອດປີ 2030 ຈະບັນລຸລາຍຮັບປະມານ 25.000 ຕື້ດົງ, ໃນນັ້ນ 70% ຂອງເນື້ອທີ່ປູກຊາ ຈະໄດ້ຮັບລະຫັດເຂດປູກຝັງ ແລະ ບັນລຸມາດຕະຖານຄຸນນະພາບ ເພື່ອຮັບໃຊ້ການສົ່ງອອກ. ຢ່າງໃດກໍຕາມ, ທ້ອງຖິ່ນ ຍັງກຳລັງປະເຊີນກັບຄວາມຫຍຸ້ງຍາກ ດ້ານງົບປະມານເພື່ອບຳລຸງຮັກສາໂຄງລ່າງພື້ນຖານດິຈິຕອນ, ການຂາດແຄນບຸກຄະລາກອນເຕັກໂນໂລຊີສາລະສົນເທດ ແລະ ກຳລັງແຮງງານໜຸ່ມ ທີ່ນັບມື້ນັບຫ່າງໄກຈາກຂົງເຂດກະສິກຳ.

ການຫັນເປັນດິຈິຕອນໃນກະສິກຳ ຕ້ອງອາໄສພະລັງການຮ່ວມມືຈາກຫຼາຍຝ່າຍ
ບັນດາຜູ້ແທນ ຮ່ວມອະພິປາຍໃນກອງປະຊຸມສຳມະນາ. (ພາບ: ດິງຮວາ)

ໃນກອງປະຊຸມສຳມະນາ, ບັນດາຜູ້ແທນ ໄດ້ເຫັນດີຮ່ວມກັນວ່າ ການຫັນເປັນດິຈິຕອນໃນຂົງເຂດກະສິກຳ ບໍ່ແມ່ນພຽງແຕ່ເລື່ອງການນຳໃຊ້ເຕັກໂນໂລຊີເທົ່ານັ້ນ, ແຕ່ເປັນຂະບວນການປັບປຸງຮູບແບບການຄຸ້ມຄອງ, ການຜະລິດ ແລະ ການເຊື່ອມໂຍງຕະຫຼາດ. ເພື່ອສ້າງພື້ນຖານກະສິກຳອັດສະລິຍະ, ໂປ່ງໃສ ແລະ ພັດທະນາຢ່າງຍືນຍົງ, ຈຳເປັນຕ້ອງສືບຕໍ່ຊຸກຍູ້ການຮ່ວມມືຈາກຫຼາຍຝ່າຍ, ລະດົມ ແລະ ນຳໃຊ້ແຫຼ່ງກຳລັງຈາກລັດ, ວິສາຫະກິດ, ອົງການສາກົນ, ບັນດາສະຖາບັນຄົ້ນຄວ້າ ແລະ ຊາວກະສິກອນ ຢ່າງມີປະສິດທິຜົນ ເພື່ອຮ່ວມກັນສ້າງລະບົບນິເວດກະສິກຳດິຈິຕອນ ໃນໄລຍະໃໝ່.

ອົງການ Oxfam ໜູນຊ່ວຍຂໍ້ລິເລີ່ມຫັນເປັນສີຂຽວທີ່ນຳພາໂດຍແມ່ຍິງ ອົງການ Oxfam ໜູນຊ່ວຍຂໍ້ລິເລີ່ມຫັນເປັນສີຂຽວທີ່ນຳພາໂດຍແມ່ຍິງ
ຍສໝ - ວັນທີ 22 ເມສາ, ຢູ່ຮ່າໂນ້ຍ, ອົງການ Oxfam ໄດ້ຈັດຕັ້ງການສຳມະນາ “ເລີ່ມຕົ້ນ ແລະ ແບ່ງປັນຂໍ້ມູນກ່ຽວກັບການຮຽກຮ້ອງມອບບັດສະເໜີຂໍອຸປະຖຳຄັ້ງທຳອິດ, ໂຄງການໜູນຊ່ວຍບັນດາຂໍ້ລິເລີ່ມກ່ຽວກັບການຫັນເປັນສີຂຽວທີ່​ນຳພາໂດຍແມ່ຍິງ (PWG)”. ການສຳມະນາໄດ້​ສະໜອງ​ຂໍ້​ມູນ, ມາດຖານ ​ແລະ ວິທີ​ຂຽນ​ຂໍ້​ສະ​ເໜີ​ ​ເພື່ອ​ເຊື່ອມ​ຕໍ່​ບັນດາ​ຂໍ້​ລິ​ເລີ່​ມການ​ຫັນປ່ຽນ​ສີຂຽວ​ທີ່​ນຳພາ​ໂດຍ​ແມ່ຍິງ ດ້ວຍ​ແຫຼ່ງກຳລັງ​ໜູນ​ຈາກ Oxfam.
ການຫັນເປັນດິຈິຕອນໃນຂະແໜງປຶ້ມ, ເປີດແນວຄິດໃນຍຸກສະໄໝດິຈິຕອນ ການຫັນເປັນດິຈິຕອນໃນຂະແໜງປຶ້ມ, ເປີດແນວຄິດໃນຍຸກສະໄໝດິຈິຕອນ
ຍສໝ​​ - ໃນເວທີສົນທະນາ “ການຫັນເປັນດິຈິຕອນຂະແໜງປຶ້ມ”, ບັນດາຊ່ຽວຊານ ແລະ ວິທະຍາກອນໄດ້ເນັ້ນໜັກວ່າ, ໃນບໍລິບົດທີ່ເຕັກໂນໂລຢີສືບຕໍ່ພັດທະນາຢ່າງວ່ອງໄວ, ຄວາມສາມາດໃນການປັບຕົວ ແລະ ການເປັນເຈົ້າການໃນການປ່ຽນແປງໃໝ່ (ນະວັດຕະກຳ) ຈະແມ່ນປັດໄຈຕັດສິນເພື່ອໃຫ້ຂະແໜງປຶ້ມຊອກຫາທິດທາງການພັດທະນາທີ່ຍືນຍົງໃນຕໍ່ໜ້າ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ