ນັກສຶກສາ ຫວຽດນາມ - ສ.ເກົາຫຼີ ຮ່ວມແຮງເພື່ອເດັກນ້ອຍ

22:10 | 03/08/2026

ຍສໝ - ວັນທີ 2 ສິງຫາ ຢູ່ຕາແສງ ກຸຍຖັງ (ນະຄອນ ຫາຍຟ່ອງ), ນັກສຶກສາ 70 ຄົນ ຈາກ ຫວຽດນາມ ແລະ ສ.ເກົາຫຼີ ໄດ້ສິ້ນສຸດການເດີນທາງອາສາສະໝັກເປັນເວລາ 7 ວັນ ພາຍໃຕ້ໂຄງການ Hyundai Happy Move 2026 ສຳລັບອາສາສະໝັກເຢົາວະຊົນສາກົນ, ດ້ວຍຫຼາຍກິດຈະກຳເພື່ອປັບປຸງສະພາບແວດລ້ອມການຮຽນ ແລະ ການດູແລເດັກນ້ອຍໃນທ້ອງຖິ່ນ.

ເຊີດຊູ ແລະ ເຜີຍແຜ່ຄຸນຄ່າດ້ານມະນຸດສະທຳ ຂອງແນວຄິດ ໂຮ່ຈີມິນ ຢູ່ ສ.ເກົາຫຼີ ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ - ສ.ເກົາຫຼີ ຈາກການແລກປ່ຽນປະຊາຊົນ

ໂຄງການນີ້ ຈັດໂດຍ Hyundai Motor Group ຮ່ວມກັບ World Vision International ປະຈຳ ຫວຽດນາມ ແຕ່ວັນທີ 27 ກໍລະກົດ ຫາ 2 ສິງຫາ, ດ້ວຍການມີສ່ວນຮ່ວມຂອງນັກສຶກສາ 60 ຄົນຈາກ ສ.ເກົາຫຼີ, ນັກສຶກສາ 10 ຄົນຈາກ ຫວຽດນາມ ພ້ອມດ້ວຍທີ່ປຶກສາ ແລະ ພະນັກງານຂອງສອງອົງການ.

ຕະຫຼອດໄລຍະຈັດໂຄງການ, ບັນດາອາສາສະໝັກ ໄດ້ຮ່ວມມືກັບປະຊາຊົນ, ຄູອາຈານ ແລະ ນັກຮຽນ ປັບປຸງຫ້ອງສະໝຸດ ແລະ ສະໜາມຫຼິ້ນຂອງໂຮງຮຽນປະຖົມແຫ່ງໜຶ່ງ; ປັບປຸງສະໜາມບານເຕະ ແລະ ແຕ້ມຮູບຝາຜະໜັງ, ປະກອບສ່ວນສ້າງສະພາບແວດລ້ອມການຮຽນ ແລະ ການຫຼິ້ນທີ່ເປັນມິດສຳລັບເດັກນ້ອຍ.

ຢູ່ໂຮງຮຽນມັດທະຍົມຕອນຕົ້ນ, ບັນດາອາສາສະໝັກໄດ້ຈັດຫຼາຍກິດຈະກຳການສຶກສາ STEAM, ຜະສານຄວາມຮູ້ດ້ານວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳ, ສິລະປະ ແລະ ຄະນິດສາດ. ຜ່ານບົດຮຽນກ່ຽວກັບພະລັງງານລົມ ແລະ ກິດຈະກຳປະສົບການຕົວຈິງ, ນັກຮຽນໄດ້ຮັບການສົ່ງເສີມໃຫ້ຄົ້ນຄວ້າ, ສ້າງສັນ ແລະ ຄົ້ນພົບຄວາມສາມາດໃໝ່ຂອງຕົນເອງ.

ໂຄງການຍັງໄດ້ຈັດສັນໜຶ່ງວັນ ເພື່ອແນະນຳທັກສະການຮັກສາສຸຂະອະນາໄມໃນຊ່ອງປາກ ໃຫ້ເດັກອະນຸບານ, ພ້ອມທັງຈັດກິດຈະກຳປະດິດຂອງຫຼິ້ນ ແລະ ແລກປ່ຽນ, ຊ່ວຍໃຫ້ເດັກນ້ອຍສ້າງນິໄສການດູແລສຸຂະພາບຕັ້ງແຕ່ໄວເດັກ.

ອາສາສະໝັກ ສ.ເກົາຫຼີ ແລະ ຫວຽດນາມ ເຂົ້າຮ່ວມໂຄງການອາສາສະໝັກເຢົາວະຊົນສາກົນ Hyundai Happy Move 2026.

ນັກສຶກສາ ຫວຽດນາມ - ສ.ເກົາຫຼີ ຮ່ວມແຮງເພື່ອເດັກນ້ອຍ
ອາສາສະໝັກ ສ.ເກົາຫຼີ ແລະ ຫວຽດນາມ ເຂົ້າຮ່ວມໂຄງການອາສາສະໝັກເຢົາວະຊົນສາກົນ Hyundai Happy Move 2026.

ນາງ Kim Yunsoo, ອາສາສະໝັກນັກສຶກສາຈາກ ສ.ເກົາຫຼີ ທີ່ເຂົ້າຮ່ວມໂຄງການ ກ່າວວ່າ ມື້ເວລາທີ່ໄດ້ເຮັດວຽກຮ່ວມກັບເດັກນ້ອຍຢູ່ ຫາຍຟ່ອງ ໄດ້ປະທັບໃຈນາງຢ່າງຍິ່ງ.

“ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງຂອງໂຄງການນີ້. ໃນຫຼາຍມື້ຜ່ານມາ, ພວກເຮົາໄດ້ຮ່ວມກັບເດັກນ້ອຍຢູ່ ຫາຍຟ່ອງ ຮຽນຮູ້ກ່ຽວກັບພະລັງງານລົມ ແລະ ປັບປຸງສະໜາມບານເຕະ. ສິ່ງທີ່ປະທັບໃຈຂ້ອຍທີ່ສຸດ ແມ່ນຄວາມໃຝ່ຮຽນຮູ້ ແລະ ຄວາມກະຕືລືລົ້ນຂອງເດັກນ້ອຍທີ່ນີ້,” ນາງ ຄິມ ຢຸນຊູ ກ່າວ.

ນອກຈາກການສ້າງສິ່ງກໍ່ສ້າງ ແລະ ກິດຈະກຳດ້ານການສຶກສາທີ່ເປັນປະໂຫຍດ, ການເດີນທາງອາສາສະໝັກຄັ້ງນີ້ ຍັງເປີດໂອກາດໃຫ້ນັກສຶກສາສອງປະເທດໄດ້ຮຽນຮູ້ວັດທະນະທຳ, ປະເພນີ ແລະ ຊີວິດຂອງຊຸມຊົນ. ອາສາສະໝັກຊາວ ສ.ເກົາຫຼີ ຫຼາຍຄົນ ທີ່ເດີນທາງໄປຕ່າງປະເທດເປັນຄັ້ງທຳອິດ ໄດ້ມີໂອກາດສຳຜັດຄວາມໝາຍຂອງຄວາມຮັບຜິດຊອບໃນຖານະພົນລະເມືອງໂລກ ຜ່ານການດຳລົງຊີວິດ, ເຮັດວຽກ ແລະ ແລກປ່ຽນກັບປະຊາຊົນທ້ອງຖິ່ນ.

ທ່ານ Doseba Sinay, ຜູ້ອຳນວຍການປະຈຳປະເທດຂອງ World Vision International ປະຈຳ ຫວຽດນາມ ກ່າວວ່າ ການປ່ຽນແປງຢ່າງຍືນຍົງ ຈະເກີດຂຶ້ນໄດ້ ກໍຕໍ່ເມື່ອຊຸມຊົນ, ອົງການປົກຄອງທ້ອງຖິ່ນ, ວິສາຫະກິດ ແລະ ບັນດາອາສາສະໝັກ ຮ່ວມແຮງຮ່ວມໃຈ ແລະ ນຳໃຊ້ຈຸດແຂງຂອງແຕ່ລະຝ່າຍ ເພື່ອເປົ້າໝາຍຮ່ວມຄື ຄວາມຜາສຸກຂອງເດັກນ້ອຍ. ຕາມທ່ານ Doseba Sinay, ໂຄງການນີ້ຍັງສະທ້ອນໃຫ້ເຫັນຄວາມມຸ່ງໝັ້ນໃນໄລຍະຍາວຂອງ World Vision ໃນການຮ່ວມເດີນຄຽງຂ້າງເດັກນ້ອຍ ແລະ ຊຸມຊົນທີ່ເປັນກຸ່ມສ່ຽງ ຜ່ານຄວາມຮ່ວມມືທີ່ແໜ້ນແຟ້ນກັບທ້ອງຖິ່ນ.

ທ່ານ Junheang Heo, ຮອງປະທານ ແລະ ຫົວໜ້າພະແນກທຸລະກິດ ຫວຽດນາມ ຂອງ Hyundai Motor Group ຢືນຢັນວ່າ ຫວຽດນາມ ບໍ່ແມ່ນພຽງແຕ່ຕະຫຼາດໜຶ່ງ ແຕ່ຍັງເປັນສະຖານທີ່ທີ່ Hyundai ດຳເນີນການຜະລິດ, ປະກອບທຸລະກິດ ແລະ ເຕີບໂຕຮ່ວມກັບກຸ່ມບໍລິສັດ ແທັງກົງ, ພະນັກງານຫຼາຍພັນຄົນ ແລະ ລູກຄ້າຫຼາຍລ້ານຄົນ. ຕາມທ່ານ, ວິສາຫະກິດທີ່ປະກອບສ່ວນໃຫ້ແກ່ການພັດທະນາຂອງປະເທດ ບໍ່ແມ່ນພຽງແຕ່ຜ່ານການສ້າງວຽກເຮັດງານທຳ ແລະ ຜະລິດຕະພັນເທົ່ານັ້ນ, ແຕ່ຍັງຜ່ານກິດຈະກຳດ້ານການສຶກສາ, ການພັດທະນາຊຸມຊົນ ແລະ ການສືບສານມິດຕະພາບລະຫວ່າງປະເທດ.

ນັກສຶກສາ ຫວຽດນາມ - ສ.ເກົາຫຼີ ຮ່ວມແຮງເພື່ອເດັກນ້ອຍ
ຄະນະຈັດຕັ້ງມອບລົດຖີບທີ່ Hyundai ສະໜັບສະໜູນ ໃຫ້ແກ່ເດັກນ້ອຍທີ່ມີສະພາບຫຍຸ້ງຍາກ ຢູ່ນະຄອນ ຫາຍຟ່ອງ.

ພິທີປິດໂຄງການ ມີຜູ້ແທນຈາກອົງການປົກຄອງທ້ອງຖິ່ນ, ບັນດາໂຮງຮຽນ ແລະ ສະມາຊິກຊຸມຊົນເຂົ້າຮ່ວມ. ໃນເຫດການ, ຄະນະຈັດຕັ້ງໄດ້ມອບລົດຖີບທີ່ Hyundai ສະໜັບສະໜູນ ໃຫ້ແກ່ເດັກນ້ອຍທີ່ມີສະພາບຫຍຸ້ງຍາກຢູ່ ຫາຍຟ່ອງ, ພ້ອມທັງຈັດການສະແດງແລກປ່ຽນວັດທະນະທຳ ແລະ ສິລະປະ ເພື່ອຍ້ອງຍໍມິດຕະພາບທີ່ໄດ້ຮ່ວມກັນສ້າງຕະຫຼອດການເຮັດກິດຈະກຳອາສາສະໝັກ.

ນັບແຕ່ເລີ່ມຈັດຂຶ້ນໃນປີ 2008, ໂຄງການອາສາສະໝັກເຢົາວະຊົນສາກົນ Hyundai Happy Move ໄດ້ດຶງດູດນັກສຶກສາຫຼາຍກວ່າ 13.000 ຄົນ ຈາກທົ່ວໂລກເຂົ້າຮ່ວມ. ຜ່ານກິດຈະກຳອາສາສະໝັກຕົວຈິງ, ໂຄງການໄດ້ປະກອບສ່ວນສົ່ງເສີມຈິດໃຈແຫ່ງການຮ່ວມມື, ເພີ່ມພູນຄວາມເຂົ້າໃຈດ້ານວັດທະນະທຳ ແລະ ພັດທະນາຄວາມສາມາດດ້ານການນຳຂອງເຢົາວະຊົນ.

Hyundai Motor Group ແລະ World Vision ຫວັງວ່າ ການຮ່ວມມືລະຫວ່າງສອງຝ່າຍ ພ້ອມທັງມິດຕະພາບ ຫວຽດນາມ - ສ.ເກົາຫຼີ ທີ່ໄດ້ຮັບການສືບສານຜ່ານໂຄງການນີ້ ຈະສືບຕໍ່ພັດທະນາໃນອະນາຄົດ.

ສີສັນ ຫວຽດນາມ ໂດດເດັ່ນຢູ່ ເທດສະການວັດທະນະທຳທົ່ວໂລກ ຊອງນາມ (ສ. ເກົາຫຼີ) ສີສັນ ຫວຽດນາມ ໂດດເດັ່ນຢູ່ ເທດສະການວັດທະນະທຳທົ່ວໂລກ ຊອງນາມ (ສ. ເກົາຫຼີ)
ຍສໝ - ບູດວາງສະແດງຂອງ ຫວຽດນາມ ໂດຍ ສະມາຄົມເຈົ້າສາວ ຫວຽດ ແລະ ນັກສຶກສາຕ່າງປະເທດ ຫວຽດນາມ ຢູ່ທີ່ນະຄອນ ຊອງນາມ ຈັດຕັ້ງຂຶ້ນ, ດຶງດູດແຂກເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.
ຫວຽດນາມ - ສ.ເກົາຫຼີ ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ, ພະລັງງານ ແລະ ເສດຖະກິດດີຈີຕອນ ຫວຽດນາມ - ສ.ເກົາຫຼີ ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ, ພະລັງງານ ແລະ ເສດຖະກິດດີຈີຕອນ
ຍສໝ - ຈຸດເດັ່ນຂອງກອງປະຊຸມສຳມະນາ ແມ່ນພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືຫຼາຍສະບັບ ລະຫວ່າງ ສຳນັກງານທູດພານິດ ຫວຽດນາມ ປະຈຳ ເກົາຫຼີໃຕ້, ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ປະຈຳ ເກົາຫຼີໃຕ້ ກັບ ບັນດາຄູ່ຮ່ວມມື ເກົາຫຼີໃຕ້.

ມິງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ