| ຈຳເປັນຕ້ອງສ້າງຊຸດມາດຖານປະເມີນປະສິດທິຜົນວຽກງານການຕ່າງປະເທດປະຊາຊົນ ເພື່ອໃຫ້ປະສິດທິຜົນຍືນຍາວກວ່າອາຍຸໂຄງການ |
ມາຮອດທ້າຍເດືອນ 8/2026, ຫຼາຍກວ່າ 40% ຂອງປະຊາຊົນຢູ່ 34 ແຂວງ, ນະຄອນ ໄດ້ຮັບການກວດສຸຂະພາບເປັນປະຈຳໂດຍບໍ່ເສຍຄ່າ, ໃນນັ້ນ ຫຼາຍທ້ອງຖິ່ນບັນລຸອັດຕາຫຼາຍກວ່າ 50%.
ຜົນສຳເລັດເບື້ອງຕົ້ນນີ້ ປະກອບສ່ວນຫັນເປົ້າໝາຍທີ່ປະຊາຊົນແຕ່ລະຄົນຈະໄດ້ຮັບການກວດສຸຂະພາບເປັນປະຈຳ ຫຼື ກວດຄັດກອງຟຣີຢ່າງໜ້ອຍປີລະ 1 ຄັ້ງ ໃຫ້ກາຍເປັນຈິງ, ຫັນຈຸດສຸມຈາກການປິ່ນປົວເມື່ອເກີດພະຍາດແລ້ວ ໄປສູ່ການເປັນເຈົ້າການປ້ອງກັນ, ກວດພົບແຕ່ຫົວທີ, ຜ່ານນັ້ນ ຍົກສູງຄຸນນະພາບຊີວິດ ແລະ ສຸຂະພາບຂອງປະຊາຊົນ.
ມະຕິເລກທີ 72-NQ/TW ໄດ້ຖືກຄະນະພັກຂອງຫຼາຍທ້ອງຖິ່ນ ຫັນເປັນບັນດາໂຄງການດຳເນີນງານ, ແຜນການ ພ້ອມດ້ວຍໜ້າທີ່, ຄາດໝາຍ ແລະ ຄວາມຮັບຜິດຊອບສະເພາະ. ວິທີການຜັນຂະຫຍາຍກໍນັບມື້ນັບມີຄວາມຄ່ອງຕົວ, ສອດຄ່ອງກັບແຕ່ລະພື້ນທີ່, ກຸ່ມອາຍຸ ແລະ ກຸ່ມເປົ້າໝາຍ, ພ້ອມທັງຕິດພັນການກວດສຸຂະພາບກັບການສ້າງປຶ້ມສຸຂະພາບເອເລັກໂຕຣນິກ.
![]() |
| ປະຊາຊົນຫຼາຍກວ່າ 4.100 ຄົນ ຢູ່ຕາແສງເກາະ ຕາມຫາຍ ໄດ້ຮັບການກວດສຸຂະພາບໂດຍບໍ່ເສຍຄ່າ |
ດ່ານັງ ຜັນຂະຫຍາຍໄລຍະຂົນຂວາຍ 100 ວັນ
ຢູ່ດ່ານັງ, ໂຄງການດຳເນີນງານເລກທີ 30-CTr/TU ຂອງຄະນະປະຈຳຄະນະພັກນະຄອນ ກ່ຽວກັບການຜັນຂະຫຍາຍມະຕິເລກທີ 72-NQ/TW ໄດ້ຮັບການປະຕິບັດຢ່າງຄົບຊຸດ ດ້ວຍ 6 ກຸ່ມໜ້າທີ່ ແລະ ວິທີແກ້ໄຂຈຸດສຸມ.
ພາຍຫຼັງໜຶ່ງປີ, ຫຼາຍໜ້າທີ່ໄດ້ຮັບການນຳພາ, ຊີ້ນຳ ແລະ ຜັນຂະຫຍາຍຈາກຄະນະພັກ ແລະ ອົງການພັກບັນດາຂັ້ນ. ນະຄອນໄດ້ຈັດ 149 ໄລຍະກວດສຸຂະພາບ, ຈັດສັນ 123 ຕື້ດົ່ງ ສຳລັບໄລຍະທີ 1 ຂອງຂະບວນການກວດຄັດກອງຟຣີ; ໂອນມອບ, ສັບຊ້ອນ 93 ສະຖານີສາທາລະນະສຸກຂັ້ນຕາແສງ ແລະ ຈັດວາງແພດ 215 ຄົນ ໃຫ້ປະຈຳຢູ່ບັນດາສະຖານີສາທາລະນະສຸກ.
ມາຮອດປັດຈຸບັນ, ຫຼາຍກວ່າ 2,1 ລ້ານຄົນ ໄດ້ຮັບການກວດ, ເທົ່າກັບປະມານ 69% ຂອງປະຊາກອນ. ອັດຕາປະຊາຊົນທີ່ມີປຶ້ມສຸຂະພາບເອເລັກໂຕຣນິກໃນ VNeID ບັນລຸ 34%; 100% ຂອງໂຮງໝໍ ໄດ້ຜັນຂະຫຍາຍເອກະສານບັນທຶກການແພດເອເລັກໂຕຣນິກ ແລະ ເຊື່ອມໂຍງຂໍ້ມູນເອເລັກໂຕຣນິກ.
ເພື່ອສຳເລັດບັນດາເປົ້າໝາຍຕາມການຊີ້ນຳຂອງຄະນະພັກນະຄອນ, ດ່ານັງ ພວມປະຕິບັດຂະບວນການຈຸດສຸມ 100 ວັນ ກວດສຸຂະພາບເປັນປະຈຳໃຫ້ປະຊາຊົນ. ຈຸດສຸມແມ່ນກວດກາຄືນບັນດາກໍລະນີທີ່ຍັງບໍ່ໄດ້ກວດ, ຈັດການກວດເພີ່ມເຕີມ ແລະ ອັບເດດຜົນການກວດໃຫ້ຄົບຖ້ວນເຂົ້າລະບົບຂໍ້ມູນ, ສູ້ຊົນສຳເລັດກ່ອນວັນທີ 15/12.
ນະຄອນໄດ້ລະດົມ 25 ໂຮງໝໍ, ສູນການແພດພາກພື້ນ ພ້ອມກັບບັນດາສະຖານການແພດຂອງລັດ, ນອກພາກລັດ ແລະ 93 ສະຖານີສາທາລະນະສຸກຕາແສງ, ເຂດ. ຮູບແບບການກວດຖືກຜັນຂະຫຍາຍທັງຢູ່ກັບທີ່, ແບບເຄື່ອນທີ່ ແລະ ກວດຢູ່ເຮືອນສຳລັບບາງກຸ່ມເປົ້າໝາຍ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າເຖິງບໍລິການ.
ຫາຍຟ່ອງ ເລັ່ງຄວາມໄວໄປສູ່ເປົ້າໝາຍ
ຄຽງຄູ່ກັບດ່ານັງ, ຫາຍຟ່ອງ ກໍກ້າວເຂົ້າສູ່ໄລຍະຈຸດສຸມໃນການຜັນຂະຫຍາຍການກວດສຸຂະພາບປະຊາຊົນທົ່ວນະຄອນ.
ໂຄງການດຳເນີນງານເລກທີ 03-CTr/TU ຂອງຄະນະພັກນະຄອນ ເພື່ອປະຕິບັດມະຕິເລກທີ 72-NQ/TW ໄດ້ກຳນົດ 6 ກຸ່ມໜ້າທີ່ ແລະ ວິທີແກ້ໄຂທີ່ມີລັກສະນະບຸກທະລຸ, ຕິດພັນກັບຂໍ້ກຳນົດໃຫ້ຈະແຈ້ງວ່າໃຜເຮັດ, ເຮັດວຽກຫຍັງ, ຮັບຜິດຊອບຫຍັງ ແລະ ຜົນໄດ້ຮັບເປັນແນວໃດ.
ເພື່ອຕອບສະໜອງປະລິມານວຽກງານຈຳນວນຫຼາຍໃນໄລຍະເວລາສັ້ນ, ນະຄອນໄດ້ລະດົມ 71 ສະຖານການແພດທີ່ມີເງື່ອນໄຂກວດສຸຂະພາບ, ພະນັກງານການແພດຫຼາຍກວ່າ 25.000 ຄົນ, ໃນນັ້ນ ມີແພດເກືອບ 5.700 ຄົນ.
ມາຮອດວັນທີ 16/9, ຫຼາຍກວ່າ 2,7 ລ້ານຄົນ ໄດ້ຮັບການກວດ ແລະ ສ້າງແຟ້ມຄຸ້ມຄອງສຸຂະພາບເອເລັກໂຕຣນິກ, ບັນລຸ 64% ຂອງປະຊາກອນ. ຜົນສຳເລັດນີ້ ສ້າງພື້ນຖານໃຫ້ແກ່ການຄຸ້ມຄອງສຸຂະພາບປະຊາຊົນໃນໄລຍະຍາວ ແລະ ຄ່ອຍໆສ້າງຖານຂໍ້ມູນສຸຂະພາບຂອງປະຊາຊົນທົ່ວນະຄອນ.
ປັດຈຸບັນ, ຫາຍຟ່ອງ ພວມຜັນຂະຫຍາຍໄລຍະຈຸດສຸມ “90 ວັນເລັ່ງຄວາມໄວ - ໄປຮອດເປົ້າໝາຍກວດສຸຂະພາບປະຊາຊົນທົ່ວນະຄອນ ປີ 2026”. ໃນຈຳນວນປະມານ 4,2 ລ້ານຄົນທີ່ຢູ່ໃນຂອບເຂດກວດກາ, ຍັງເຫຼືອປະມານ 1,5 ລ້ານຄົນ ທີ່ຕ້ອງໄດ້ຈັດການກວດ ຫຼື ອັບເດດຂໍ້ມູນ.
ນະຄອນສູ້ຊົນສຳເລັດເປົ້າໝາຍກ່ອນວັນທີ 25/10. ຕາມການຕີລາຄາຂອງຂະແໜງສາທາລະນະສຸກຫາຍຟ່ອງ, ຄວາມຄືບໜ້າໃນການຜັນຂະຫຍາຍ ໂດຍພື້ນຖານແມ່ນສອດຄ່ອງກັບແຜນການທີ່ວາງອອກ.
ບັນດາຜົນສຳເລັດເບື້ອງຕົ້ນພາຍຫຼັງໜຶ່ງປີແຫ່ງການປະຕິບັດ ສະແດງໃຫ້ເຫັນວ່າ ມະຕິເລກທີ 72-NQ/TW ພວມຄ່ອຍໆຖືກຫັນເປັນຮູບປະທຳໃນຊີວິດຕົວຈິງ. ປີ 2026 ແມ່ນປີທຳອິດທີ່ຜັນຂະຫຍາຍການກວດສຸຂະພາບເປັນປະຈຳຟຣີໃຫ້ປະຊາຊົນຢ່າງໜ້ອຍປີລະ 1 ຄັ້ງ, ໃນຂະນະທີ່ ເວລາທີ່ເຫຼືອເພື່ອສຳເລັດບັນດາເປົ້າໝາຍມີບໍ່ຫຼາຍ.
ຄຽງຄູ່ກັບຂໍ້ກຳນົດໃຫ້ເລັ່ງຄວາມໄວ, ການຜັນຂະຫຍາຍຕ້ອງຖືຄຸນນະພາບເປັນອັນດັບໜຶ່ງ, ຫຼີກເວັ້ນການແລ່ນຕາມຈຳນວນ ຫຼື ປະຕິບັດແບບຕາມກະແສ.
ນີ້ແມ່ນໜ້າທີ່ຂອງທັງລະບົບການເມືອງ, ກ່ອນອື່ນໝົດ ແມ່ນຄະນະພັກ, ອົງການພັກ ແລະ ອຳນາດການປົກຄອງທ້ອງຖິ່ນ ໃນການນຳພາ, ຊີ້ນຳ, ກວດກາ ແລະ ຕິດຕາມ, ແນໃສ່ຮັບປະກັນໃຫ້ປະຊາຊົນໄດ້ຮັບການເບິ່ງແຍງສຸຂະພາບດີຂຶ້ນ, ເປັນເຈົ້າການປ້ອງກັນພະຍາດ, ປະກອບສ່ວນຍົກສູງຄຸນນະພາບຊີວິດ ແລະ ຊຸກຍູ້ການພັດທະນາປະເທດ.
ຍສໝ - ຕາມທ່ານນາງ ຫວູງາ, ຜູ້ອຳນວຍການດຳເນີນງານບັນດາໂຄງການຂອງອົງການ World Vision International ປະຈຳຫວຽດນາມ, ການຫັນປ່ຽນດິຈິຕອນໃນຂົງເຂດການຕ່າງປະເທດປະຊາຊົນ ບໍ່ພຽງແຕ່ຊ່ວຍຍົກສູງປະສິດທິຜົນການບໍລິຫານ, ການປະສານງານ ແລະ ການແບ່ງປັນຂໍ້ມູນກັບບັນດາອົງການສາກົນເທົ່ານັ້ນ, ແຕ່ຍັງເປີດອອກບັນດາຂົງເຂດຮ່ວມມືໃໝ່, ນັບແຕ່ການຍົກສູງທັກສະດິຈິຕອນ ຈົນເຖິງການຊ່ວຍເຫຼືອຜູ້ໄດ້ຮັບຜົນປະໂຫຍດໃນພື້ນທີ່ໄຊເບີ. |
ຍສໝ - ຄະນະກຳມະການຕ່າງປະເທດນະຄອນ Saint Petersburg (ສະຫະພັນຣັດເຊຍ) ຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຖືວ່ານີ້ແມ່ນສັນຍະລັກຂອງຄວາມສາມັກຄີອັນແໜ້ນແຟ້ນລະຫວ່າງປະຊາຊົນສອງປະເທດ. ໃນສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຄະນະກຳມະການ ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຈະເປັນຂີດໝາຍເປີດໄລຍະພັດທະນາໃໝ່ຂອງສະຫະພັນ. |
ຄຳສີ
