ເລັ່ງລັດການຄົ້ນຫາ ແລະ ກູ້ເອົາອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດຢູ່ ລາວ

14:57 | 29/07/2026

ຍສໝ - ໃນລະດູແລ້ງ ປີ 2025-2026, ບັນດາຄະນະຄົ້ນຫາ ແລະ ກູ້ເອົາອັດຖິ ຂອງຫວຽດນາມ ໄດ້ຄົ້ນຫາ ແລະ ກູ້ເອົາອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຜູ້ເສຍສະລະຊີວິດຢູ່ ລາວ ໃນຊ່ວງສົງຄາມຕ່າງໆ ໄດ້ທັງໝົດ 173 ອັດຖິ.

ຂຸດຄົ້ນກູ້ຊ່ວຍອັດຖິວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດໄດ້ 100 ສະຫາຍ ຢູ່ສວນສາທາລະນະ ເລທິ ຮ່ຽງ ຂະບວນການ 500 ວັນທັງເວັນທັງຄືນ ຄົ້ນຫາອັດຖິວີລະຊົນພົນສະຫຼະເກືອບ 1.500 ອັດຖິ
ເລັ່ງລັດການຄົ້ນຫາ ແລະ ກູ້ເອົາອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດຢູ່ ລາວ
ທ່ານ ພົນໂທ ຫງວຽນວັນເກົາ (ຂວາ), ຮອງລັດຖະມົນຕີກະຊວງປ້ອງກັນຊາດ, ຫົວໜ້າຄະນະວຽກງານພິເສດລັດຖະບານຫວຽດນາມ ແລະ ທ່ານ ພົນໂທ ວົງສອນ ອິນປັນພິມ (ຊ້າຍ), ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຊາດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ, ຫົວໜ້າຄະນະວຽກງານພິເສດລັດຖະບານລາວ ລົງນາມໃນບົດບັນທຶກກອງປະຊຸມ. (ພາບ: ຊວນຄູ)

ວັນທີ 27 ກໍລະກົດ, ຢູ່ນະຄອນໂຮ່ຈີມິນ ໄດ້ຈັດກອງປະຊຸມຄັ້ງທີ 31 ລະຫວ່າງຄະນະວຽກງານພິເສດລັດຖະບານຫວຽດນາມ ແລະ ຄະນະວຽກງານພິເສດລັດຖະບານລາວ ກ່ຽວກັບການສືບຕໍ່ຄົ້ນຫາ, ກູ້ເອົາອັດຖິ ແລະ ສົ່ງອັດຖິກັບຄືນປະເທດ ຂອງນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຜູ້ເສຍສະລະຊີວິດຢູ່ ລາວ ໃນຊ່ວງສົງຄາມຕ່າງໆ ສຳລັບລະດູແລ້ງ 2026-2027.

ຄະນະຜູ້ແທນຂອງຄະນະວຽກງານພິເສດລັດຖະບານຫວຽດນາມ ນຳໂດຍ ພົນໂທ ຫງວຽນວັນເກົາ, ຮອງລັດຖະມົນຕີກະຊວງປ້ອງກັນຊາດ, ຫົວໜ້າຄະນະວຽກງານພິເສດລັດຖະບານຫວຽດນາມ ເປັນຫົວໜ້າຄະນະຜູ້ແທນ.

ຄະນະຜູ້ແທນຂອງຄະນະວຽກງານພິເສດລັດຖະບານລາວ ນຳໂດຍ ພົນໂທ ວົງສອນ ອິນປັນພິມ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຊາດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ, ຫົວໜ້າຄະນະວຽກງານພິເສດລັດຖະບານລາວ ເປັນຫົວໜ້າຄະນະຜູ້ແທນ.

ເລັ່ງລັດການຄົ້ນຫາ ແລະ ກູ້ເອົາອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດຢູ່ ລາວ
ທ່ານ ພົນໂທ ຫງວຽນວັນເກົາ, ຮອງລັດຖະມົນຕີກະຊວງປ້ອງກັນຊາດ, ຫົວໜ້າຄະນະວຽກງານພິເສດລັດຖະບານຫວຽດນາມ ເຂົ້າຮ່ວມກອງປະຊຸມ. (ພາບ: ຊວນຄູ)

ໂດຍແບ່ງປັນສະພາບການພັດທະນາເສດຖະກິດ-ສັງຄົມຂອງ ລາວ ໃນໄລຍະຜ່ານມາ, ພົນໂທ ວົງສອນ ອິນປັນພິມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ຢ່າງສຸດໃຈ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ.

ສອງຝ່າຍໄດ້ຕີລາຄາສູງບັນດາຜົນສຳເລັດທີ່ບັນລຸໄດ້ຕາມເນື້ອໃນຂອງບົດບັນທຶກກອງປະຊຸມຄັ້ງທີ 30. ເຖິງແມ່ນວ່າ ຂໍ້ມູນກ່ຽວກັບສະຖານທີ່ຝັງສົບນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ນັບມື້ນັບຫາໄດ້ຍາກ, ແຕ່ວຽກງານຄົ້ນຫາ ແລະ ກູ້ເອົາອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຜູ້ເສຍສະລະຊີວິດຢູ່ ລາວ ໃນຊ່ວງສົງຄາມຕ່າງໆ ຍັງໄດ້ຮັບການດຳເນີນຢ່າງໃກ້ຊິດ ແລະ ມີປະສິດທິຜົນ.

ໃນລະດູແລ້ງ 2025-2026, ບັນດາຄະນະຄົ້ນຫາ ແລະ ກູ້ເອົາອັດຖິຂອງຫວຽດນາມ ໄດ້ຄົ້ນຫາ ແລະ ກູ້ເອົາອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ໄດ້ທັງໝົດ 173 ອັດຖິ. ຄະນະວຽກງານພິເສດລັດຖະບານ ແລະ ບັນດາຂັ້ນອຳນາດການປົກຄອງຂອງສອງປະເທດ ໄດ້ປະສານງານຢ່າງໃກ້ຊິດເປັນປະຈຳ ແລະ ທັນການແກ້ໄຂຄວາມຫຍຸ້ງຍາກຕ່າງໆ ໃນການຈັດຕັ້ງປະຕິບັດໜ້າທີ່ຄົ້ນຫາ, ກູ້ເອົາອັດຖິ ແລະ ສົ່ງອັດຖິກັບຄືນປະເທດ.

ຝ່າຍລາວ ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນບັນດາຄະນະຄົ້ນຫາ ແລະ ກູ້ເອົາອັດຖິຂອງຫວຽດນາມ ໃນທຸກກິດຈະກຳຢ່າງສະເໝີມາ; ພ້ອມທັງຕັ້ງໜ້າໂຄສະນາ ແລະ ລະດົມທຸກຊົນຊັ້ນປະຊາຊົນ ໃຫ້ສະໜອງຂໍ້ມູນກ່ຽວກັບສະຖານທີ່ຝັງສົບຂອງນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຜູ້ເສຍສະລະຊີວິດຢູ່ ລາວ ໃນຊ່ວງສົງຄາມຕ່າງໆ.

ເລັ່ງລັດການຄົ້ນຫາ ແລະ ກູ້ເອົາອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດຢູ່ ລາວ
ທ່ານ ພົນໂທ ວົງສອນ ອິນປັນພິມ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຊາດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ, ຫົວໜ້າຄະນະວຽກງານພິເສດລັດຖະບານລາວ ເຂົ້າຮ່ວມກອງປະຊຸມ. (ພາບ: ຊວນຄູ)

ສອງຝ່າຍເຫັນດີວ່າ ຄະນະວຽກງານພິເສດລັດຖະບານ ແລະ ບັນດາຂັ້ນອຳນາດການປົກຄອງຂອງສອງປະເທດ ຕ້ອງເພີ່ມທະວີການປະສານງານຢ່າງໃກ້ຊິດກວ່າເກົ່າ, ຊີ້ນຳຍູ້ແຮງວຽກງານໂຄສະນາ ແລະ ລະດົມທຸກຊົນຊັ້ນປະຊາຊົນຂອງສອງປະເທດ ໃຫ້ສະໜອງຂໍ້ມູນກ່ຽວກັບນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ແລະ ສຸສານຂອງນັກຮົບ, ເພື່ອຍົກສູງປະສິດທິຜົນວຽກງານຄົ້ນຫາ, ກູ້ເອົາອັດຖິ ແລະ ສົ່ງອັດຖິກັບຄືນປະເທດໃນໄລຍະຕໍ່ໄປ.

ໃນລະດູແລ້ງ 2026-2027, ສອງຝ່າຍເຫັນດີສືບຕໍ່ປະສານງານ ແລະ ຊີ້ນຳວຽກງານຄົ້ນຫາ, ກູ້ເອົາອັດຖິ ແລະ ສົ່ງອັດຖິກັບຄືນປະເທດ ຂອງນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຜູ້ເສຍສະລະຊີວິດຢູ່ ລາວ ໃນຊ່ວງສົງຄາມຕ່າງໆ. ພ້ອມທັງຍູ້ແຮງວຽກງານໂຄສະນາ ແລະ ລະດົມປະຊາຊົນຂອງສອງປະເທດ ໃຫ້ສະໜອງຂໍ້ມູນກ່ຽວກັບນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ສຸສານຂອງນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຜູ້ເສຍສະລະຊີວິດຢູ່ ລາວ.

ຄະນະວຽກງານພິເສດ ແລະ ກອງບັນຊາການທະຫານຂັ້ນແຂວງຂອງສອງຝ່າຍ ຈະແລກປ່ຽນ ແລະ ຖອດຖອນບົດຮຽນເປັນປະຈຳ, ສຸມໃສ່ຊີ້ນຳຍູ້ແຮງວຽກງານຄົ້ນຫາ ແລະ ກູ້ເອົາອັດຖິນັກຮົບຢູ່ໃນພື້ນທີ່; ເພີ່ມທະວີການປະສານງານໃນການກວດກາ, ປະເມີນຜົນ, ຍ້ອງຍໍ ແລະ ມອບລາງວັນຢ່າງທັນການໃຫ້ແກ່ບັນດາອົງກອນ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ຄົ້ນຫາ ແລະ ກູ້ເອົາອັດຖິນັກຮົບ.

ພ້ອມກັນນັ້ນ, ສອງຝ່າຍຈະຊີ້ນຳອົງການປະຈຳຂອງແຕ່ລະຝ່າຍ ໃຫ້ຕັ້ງໜ້າໃຫ້ຄຳປຶກສາ ແລະ ສະເໜີເນື້ອໃນ ແລະ ມາດຕະການ ເພື່ອຍູ້ແຮງວຽກງານຄົ້ນຫາ ແລະ ກູ້ເອົາອັດຖິນັກຮົບ; ເພີ່ມທະວີການແລກປ່ຽນຄະນະ, ປະສານງານທົບທວນ ແລະ ເກັບກຳຂໍ້ມູນກ່ຽວກັບນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຜູ້ເສຍສະລະຊີວິດຢູ່ ລາວ; ສຳຫຼວດ, ກວດກາ ແລະ ປະເມີນຜົນການປະສານງານຂອງຄະນະວຽກງານພິເສດຂັ້ນທ້ອງຖິ່ນຂອງສອງຝ່າຍ.

ນອກຈາກນັ້ນ, ສອງຝ່າຍຈະປະສານງານຢ່າງໃກ້ຊິດ ແລະ ຊີ້ນຳບັນດາທ້ອງຖິ່ນທີ່ມີອະນຸສາວະລີ “ຄວາມສາມັກຄີພັນທະມິດການສູ້ຮົບ ຫວຽດນາມ-ລາວ” ທີ່ຫາກໍ່ສ້າງໃໝ່ ຫຼື ໄດ້ຮັບການບູລະນະ ໃຫ້ບໍລິຫານ ແລະ ນຳໃຊ້ຕາມລະບຽບການຂອງລັດ ແລະ ຮີດຄອງປະເພນີຂອງປະຊາຊົນລາວ; ຕັ້ງໜ້າໂຄສະນາກ່ຽວກັບຄວາມສາມັກຄີລະຫວ່າງກອງທັບ ແລະ ປະຊາຊົນຂອງສອງປະເທດ ຫວຽດນາມ-ລາວ; ຈັດຕ້ອນຮັບ ແລະ ອຳນວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນພາຍໃນ ແລະ ສາກົນ ທີ່ມາຢ້ຽມຢາມ ແລະ ສັກກາລະອະນຸສາວະລີ ເພື່ອປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ສອງປະຊາຊາດ ຫວຽດນາມ-ລາວ.

ອານຢາງ ຈັດພິທີຕ້ອນຮັບ ແລະ ໄວ້ອາໄລອັດຖິວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ທີ່ກັບຄືນມາຈາກ ກຳປູເຈຍ ອານຢາງ ຈັດພິທີຕ້ອນຮັບ ແລະ ໄວ້ອາໄລອັດຖິວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ທີ່ກັບຄືນມາຈາກ ກຳປູເຈຍ
ຍສໝ - ອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ຮັບການຊອກຫາ ແລະ ຂຸດຄົ້ນກູ້ຊ່ວຍ ໂດຍກອງ K92 ຢູ່ພາຍໃນທ້ອງຖິ່ນດັ່ງກ່າວ ໃນຕະຫຼອດລະດູແລ້ງ ປີ 2025–2026 ເພື່ອສົ່ງກັບຄືນປະເທດຊາດ ແລະ ຈັດພິທີໄວ້ອາໄລ ພ້ອມທັງດຳເນີນພິທີຝັງສົບຢ່າງສົມກຽດ.
ເລັ່ງດ່ວນກວດກາອັດຕະລັກອັດຖິເສຍສະຫຼະຊີວິດເພື່ອຊາດ ດ້ວຍວິທີກວດຊິວະພັນ ຢູ່ ແຂວງ ເລິມດົ່ງ ເລັ່ງດ່ວນກວດກາອັດຕະລັກອັດຖິເສຍສະຫຼະຊີວິດເພື່ອຊາດ ດ້ວຍວິທີກວດຊິວະພັນ ຢູ່ ແຂວງ ເລິມດົ່ງ
ຍສໝ - ແຂວງ ເລິມດົ່ງ ໄດ້ສຳເລັດການເກັບຕົວຢ່າງຊິວະພັນ ຢູ່ 9 ໃນຈຳນວນ 11 ປ່າຊ້າ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ