ນັກຮຽນ, ນັກສຶກສາ 529 ຄົນ ຢູ່ 5 ແຂວງ, ນະຄອນ ໄດ້ຮັບທຶນການສຶກສາ Vallet ປີ 2026

15:00 | 06/09/2026

ຍສໝ - ອົງການວິທະຍາສາດ ແລະ ການສຶກສາ “ພົບປະຫວຽດນາມ” ຫາກໍ່ປະສານງານມອບທຶນການສຶກສາ Vallet ປີ 2026 ໃຫ້ນັກຮຽນ, ນັກສຶກສາ 529 ຄົນ ທີ່ມີຜົນການຮຽນດີເດັ່ນ ຢູ່ເຫວ້, ດ່ານັ້ງ, ຢາລາຍ, ກວາງຫງາຍ ແລະ ດັກລັກ. ທຶນການສຶກສາທີ່ມອບໃນຄັ້ງນີ້ມີມູນຄ່າລວມກວ່າ 10,9 ຕື້ດົ່ງ.

ອິດສະຣາແອນ ຍາມໃດກໍຕ້ອນຮັບນັກຮຽນ, ນັກສຶກສາ ຫວຽດນາມ Tzu Chi ມອບທຶນການສຶກສາ 700 ທຶນ ໃຫ້ແກ່ນັກຮຽນ, ນັກສຶກສາ ຜູ້ທີ່ຫຍຸ້ງຍາກຢູ່ ຫາຍຟອງ

ຢູ່ຢຽດທິເດື່ອງ, ພະລາຊະວັງເກົ່າເຫວ້, ອົງການວິທະຍາສາດ ແລະ ການສຶກສາ “ພົບປະຫວຽດນາມ” ໄດ້ມອບທຶນການສຶກສາ Vallet ປີ 2026 ຈຳນວນ 215 ທຶນ ໃຫ້ນັກຮຽນ, ນັກສຶກສາທີ່ມີຜົນການຮຽນດີເດັ່ນຢູ່ນະຄອນເຫວ້. ໃນນັ້ນ, 152 ທຶນສຳລັບນັກຮຽນ, ມູນຄ່າ 17 ລ້ານດົ່ງ/ທຶນ ແລະ 63 ທຶນສຳລັບນັກສຶກສາ, ມູນຄ່າ 34 ລ້ານດົ່ງ/ທຶນ. ມູນຄ່າທຶນການສຶກສາລວມທີ່ມອບຢູ່ເຫວ້ ມີຫຼາຍກວ່າ 4,7 ຕື້ດົ່ງ.

ນັບແຕ່ປີ 2007, ຄຽງຄູ່ກັບການມອບທຶນການສຶກສາ, ອົງການວິທະຍາສາດ ແລະ ການສຶກສາ “ພົບປະຫວຽດນາມ” ໄດ້ດຳເນີນໂຄງການຄັດເລືອກນັກສຶກສາທີ່ມີຜົນການຮຽນວິຊາຄະນິດສາດດີເດັ່ນ ໄປສຶກສາຢູ່ຝຣັ່ງ. ຮອດປີ 2026, ຜ່ານ 16 ຊຸດທີ່ປະສານງານກັບມະຫາວິທະຍາໄລຄູ, ມະຫາວິທະຍາໄລເຫວ້, ໂຄງການໄດ້ຄັດເລືອກນັກສຶກສາ 247 ຄົນ ໄປສຶກສາຢູ່ຝຣັ່ງ. ໃນທ້າຍເດືອນ 8/2026, ນັກສຶກສາອີກ 32 ຄົນ ໄດ້ເດີນທາງໄປເຂົ້າຮຽນ.

ອົງການວິທະຍາສາດ ແລະ ການສຶກສາ “ພົບປະຫວຽດນາມ” ຍັງໄດ້ດຳເນີນຫຼາຍກິດຈະກຳໜູນຊ່ວຍຊຸມຊົນ, ໃນນັ້ນມີການກໍ່ສ້າງຫໍສະໝຸດ Vallet ຢູ່ໂຮງຮຽນມັດທະຍົມປາຍພອນສະຫວັນ ກວັກຮອກ - ເຫວ້ ແລະ ໂຮງຮຽນມັດທະຍົມປາຍ ຫາຍບ່າຈຶງ. ມາຮອດປັດຈຸບັນ, ຫໍສະໝຸດທັງສອງແຫ່ງໄດ້ຮັບການໜູນຊ່ວຍກວ່າ 4,5 ຕື້ດົ່ງ ພ້ອມດ້ວຍປຶ້ມ 55.000 ຫົວ. ປຶ້ມຈຳນວນໜຶ່ງໃນນັ້ນ ໄດ້ຖືກແບ່ງປັນໃຫ້ບັນດາຫໍສະໝຸດຢູ່ເຂດເລິກ, ເຂດຫ່າງໄກສອກຫຼີກ.

ນັກຮຽນ, ນັກສຶກສາ 529 ຄົນ ຢູ່ 5 ແຂວງ, ນະຄອນ ໄດ້ຮັບທຶນການສຶກສາ Vallet ປີ 2026
ນັກຮຽນ, ນັກສຶກສາຈາກໂຮງຮຽນມັດທະຍົມປາຍຫຼາຍກວ່າ 70 ແຫ່ງ ແລະ ມະຫາວິທະຍາໄລ 6 ແຫ່ງ ຂອງນະຄອນດານັງ ແລະ ບັນດາແຂວງ ຢາລາຍ, ກວາງຫງາຍ, ດັກລັກ ໄດ້ຮັບທຶນການສຶກສາ Vallet ປີ 2026.

ຢູ່ເຂດກຸຍເຍີນນາມ, ແຂວງຢາລາຍ, ອົງການວິທະຍາສາດ ແລະ ການສຶກສາ “ພົບປະຫວຽດນາມ” ສືບຕໍ່ຈັດພິທີມອບທຶນການສຶກສາ Vallet ປີ 2026 ໃຫ້ນັກຮຽນ, ນັກສຶກສາດີເດັ່ນ 314 ຄົນ ຈາກເຂດແຄມທະເລພາກກາງຕອນໃຕ້ ແລະ ໄຕງວຽນ, ດ້ວຍມູນຄ່າລວມເກືອບ 6,2 ຕື້ດົ່ງ.

ນັກຮຽນ, ນັກສຶກສາທີ່ໄດ້ຮັບທຶນ ມາຈາກໂຮງຮຽນມັດທະຍົມປາຍຫຼາຍກວ່າ 70 ແຫ່ງ ແລະ ມະຫາວິທະຍາໄລ 6 ແຫ່ງ ຂອງນະຄອນດ່ານັ້ງ ແລະ ບັນດາແຂວງ ຢາລາຍ, ກວາງຫງາຍ ແລະ ດັກລັກ. ໃນຈຳນວນທຶນການສຶກສາ 314 ທຶນ, ມີ 218 ທຶນມອບໃຫ້ນັກຮຽນມັດທະຍົມປາຍ ແລະ 49 ທຶນສຳລັບນັກສຶກສາມະຫາວິທະຍາໄລທີ່ມີຜົນງານດີເດັ່ນໃນການຮຽນ ແລະ ການຄົ້ນຄວ້າວິທະຍາສາດ. ນັກຮຽນ, ນັກສຶກສາຫຼາຍຄົນ ໄດ້ຮັບລາງວັນຈາກບັນດາການແຂ່ງຂັນລະດັບສາກົນ, ລະດັບຊາດ, ແຂວງ ແລະ ນະຄອນ.

ໂຄງການພ້ອມກັນນັ້ນ ຍັງຈັດສັນທຶນການສຶກສາ 47 ທຶນ ໃຫ້ນັກຮຽນທີ່ມີສະພາບຄອບຄົວຫຍຸ້ງຍາກ ຢູ່ບັນດາເຂດທີ່ເຄີຍຂຶ້ນກັບບິ່ງດິ້ງ ແລະ ຝູອຽນ, ເຊິ່ງໄດ້ຮັບຜົນກະທົບຈາກພາຍຸ ແລະ ນ້ຳຖ້ວມໃນປີ 2025. ທຶນສຳລັບນັກຮຽນແຕ່ລະທຶນມີມູນຄ່າ 17 ລ້ານດົ່ງ, ສ່ວນທຶນສຳລັບນັກສຶກສາແຕ່ລະທຶນມີມູນຄ່າ 34 ລ້ານດົ່ງ.

ບັນດາທຶນການສຶກສາ ບໍ່ພຽງແຕ່ໜູນຊ່ວຍດ້ານວັດຖຸເທົ່ານັ້ນ, ຫາກຍັງສ້າງແຮງຈູງໃຈເພີ່ມຕື່ມໃຫ້ນັກຮຽນ, ນັກສຶກສາຜ່ານຜ່າຄວາມຫຍຸ້ງຍາກ, ສືບຕໍ່ເສັ້ນທາງການສຶກສາ ແລະ ໄລ່ຕາມຄວາມຝັນ. ການໜູນຊ່ວຍຢ່າງທັນການ ຊ່ວຍໃຫ້ພວກນ້ອງມີເງື່ອນໄຂເພີ່ມຕື່ມໃນການຮຽນ, ຄົ້ນຄວ້າ, ເຂົ້າເຖິງສະພາບແວດລ້ອມວິທະຍາສາດທີ່ກ້າວໜ້າ ແລະ ບົ່ມເພາະຄວາມປາຖະໜາຢາກປະກອບສ່ວນໃຫ້ສັງຄົມ.

ກ່າວຄຳປາໄສທີ່ພິທີມອບທຶນການສຶກສາ, ທ່ານ ສຈ. ເຈິ່ນແທງເວິນ, ປະທານອົງການວິທະຍາສາດ ແລະ ການສຶກສາ “ພົບປະຫວຽດນາມ” ໄດ້ສະແດງຄວາມດີໃຈທີ່ໂຄງການສືບຕໍ່ຄຽງຄູ່ ແລະ ໃຫ້ກຳລັງໃຈບັນດານັກຮຽນ, ນັກສຶກສາທີ່ມີຄວາມສາມາດ, ຄວາມມຸ່ງມານ ແລະ ຜົນການຮຽນດີເດັ່ນ. ທ່ານຫວັງວ່າ ພວກນ້ອງຈະສືບຕໍ່ພະຍາຍາມຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ສົ່ງເສີມພອນສະຫວັນ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດ.

ນັກຮຽນ, ນັກສຶກສາ 50 ຄົນຈາກ ກ່າເມົາ ໄດ້ຮັບທຶນການສຶກສາ The Corea Peace3000 ນັກຮຽນ, ນັກສຶກສາ 50 ຄົນຈາກ ກ່າເມົາ ໄດ້ຮັບທຶນການສຶກສາ The Corea Peace3000
ຍສໝ - ໃນລະຫວ່າງ 2 ມື້ (17-18 ກຸມພາ), ສະຫະພັນບັນດາອົງການມິດຕະພາບແຂວງ ກ່າເມົາ ສົມທົບກັບອົງການ The Corea Peace3000 ແລະ ສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແຂວງ ກ່າເມົາ ໄດ້ມອບທຶນການສຶກສາ 50 ທຶນໃຫ້ນັກຮຽນ, ນັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນແຂວງ. ນີ້ແມ່ນຊຸດມອບທຶນການສຶກສາທີສອງໃນສົກຮຽນປີ 2024-2025, ເປັນຂອງລາຍການທຶນການສຶກສາ The Corea Peace3000.
ທີ່ເພິ່ງ, ຜູ້ສົ່ງແຮງບັນດານໃຈໃຫ້ແກ່ນັກຮຽນ, ນັກສຶກສາ ລາວ ທີ່ເພິ່ງ, ຜູ້ສົ່ງແຮງບັນດານໃຈໃຫ້ແກ່ນັກຮຽນ, ນັກສຶກສາ ລາວ
ຍສໝ - ​ນັກ​ສຶກສາ ​ລາວ ຍາມ​ໃດ​ກໍ່​ຖື ​ອາຈານ ເກີມທິຫງຽບ, ຄູ​ສອນ​ຢູ່​ວິທະຍາ​ໄລ ອຽນບາຍ ເປັນທີ່ເພິ່ງ, ຜູ້ສົ່ງແຮງ​ບັນດານ​ໃຈ​.

ມິງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ