ຖະຫວາຍທູບທຽນລະນຶກເຖິງບັນດາວີລະຊົນພົນສະຫຼະ ຢູ່ສຸສານວີລະຊົນພົນສະຫຼະສາກົນ ຫວຽດນາມ - ລາວ

13:36 | 27/07/2026

ຍສໝ - ຄະນະຜູ້ແທນສະຫະພັນແຮງງານຫວຽດນາມ ໄດ້ຖະຫວາຍທູບທຽນ ເພື່ອລະນຶກເຖິງບັນດາວີລະຊົນພົນສະຫຼະ ຢູ່ສຸສານວີລະຊົນພົນສະຫຼະສາກົນ ຫວຽດນາມ - ລາວ.

ເສັ້ນທາງຮູ້ບຸນຄຸນ ຜູ້ທີ່ມີຄຸນງາມຄວາມດີ ຂອງ ສະມາຄົມມິດຕະພາບ ຫວຽດນາມ - ລາວ ສົ່ງເສີມການເຊື່ອມຕໍ່ການທ່ອງທ່ຽວ ຫວຽດນາມ - ລາວ - ກຳປູເຈຍ
ຖະຫວາຍທູບທຽນລະນຶກເຖິງບັນດາວີລະຊົນພົນສະຫຼະ ຢູ່ສຸສານວີລະຊົນພົນສະຫຼະສາກົນ ຫວຽດນາມ - ລາວ
ທ່ານ ຫງວຽນຊວນຮຸ່ງ ຮອງປະທານສະຫະພັນແຮງງານຫວຽດນາມ ແລະ ທ່ານ ຄາວັນຕ໋າມ ປະທານສະຫະພັນແຮງງານແຂວງ ເຫງະອານ ໄດ້ຖະຫວາຍທູບທຽນເພື່ອສະແດງຄວາມກະຕັນຍູຕໍ່ບັນດາວີລະຊົນພົນສະຫຼະ.

ຕອນບ່າຍວັນທີ 26 ກໍລະກົດ, ຄະນະຜູ້ແທນສະຫະພັນແຮງງານຫວຽດນາມ ນຳໂດຍ ທ່ານ ຫງວຽນຊວນຮຸ່ງ ຮອງປະທານສະຫະພັນແຮງງານຫວຽດນາມ ຫົວໜ້າຄະນະ ໄດ້ເດີນທາງໄປຖະຫວາຍດອກໄມ້ ແລະ ຖະຫວາຍທູບທຽນ ເພື່ອລະນຶກເຖິງບັນດາວີລະຊົນພົນສະຫຼະ ຢູ່ສຸສານວີລະຊົນພົນສະຫຼະສາກົນ ຫວຽດນາມ - ລາວ ຕາແສງ ແອັງເຊີນ, ແຂວງ ເຫງະອານ.

ເຂົ້າຮ່ວມຄະນະຍັງມີ ທ່ານ ຄາວັນຕ໋າມ ກຳມະການຄະນະບໍລິຫານສູນກາງສະຫະພັນແຮງງານຫວຽດນາມ, ກຳມະການຄະນະບໍລິຫານພັກແຂວງ, ຮອງປະທານຄະນະແນວໂຮມປະເທດຊາດຫວຽດນາມແຂວງ ແລະ ປະທານສະຫະພັນແຮງງານແຂວງ ເຫງະອານ ພ້ອມດ້ວຍສະມາຊິກຄະນະຜູ້ແທນ.

ທ່າມກາງບັນຍາກາດອັນສັກສິດ ແລະ ສະຫງົບສະຫງ່າ, ບັນດາຜູ້ແທນໄດ້ຖະຫວາຍດອກໄມ້, ຖະຫວາຍທູບທຽນ ແລະ ຢືນສະຫງົບໄວ້ອາໄລ ເພື່ອລະນຶກເຖິງຄຸນງາມຄວາມດີອັນຍິ່ງໃຫຍ່ຂອງບັນດາວີລະຊົນພົນສະຫຼະ ຜູ້ໄດ້ສະຫຼະຊີວິດຢ່າງກ້າຫານເພື່ອພາລະກິດປົດປ່ອຍຊາດ, ເພື່ອເອກະລາດ, ເສລີພາບຂອງປະເທດ ແລະ ພັນທະສາກົນອັນສູງສົ່ງ.

ຕໍ່ໜ້າດວງວິນຍານຂອງບັນດາວີລະຊົນພົນສະຫຼະ, ຄະນະຜູ້ແທນໄດ້ສະແດງຄວາມສຳນຶກບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາລູກຫຼານດີເດັ່ນຂອງຊາດ ຜູ້ບໍ່ຫວັ່ນການສະຫຼະເລືອດເນື້ອ ເພື່ອສ້າງສັນສັນຕິພາບ, ເອກະລາດ ແລະ ຊີວິດທີ່ອຸດົມສົມບູນ, ມີຄວາມສຸກດັ່ງໃນປັດຈຸບັນ.

ກິດຈະກຳຖະຫວາຍທູບທຽນໃນຄັ້ງນີ້ ເປັນໂອກາດໃຫ້ພະນັກງານສະຫະພັນແຮງງານຫວຽດນາມ ສືບຕໍ່ສົ່ງເສີມປະເພນີ “ດື່ມນ້ຳຕ້ອງລະນຶກເຖິງແຫຼ່ງນ້ຳ” ແລະ “ຕອບແທນບຸນຄຸນ”; ພ້ອມທັງປູກຝັງໃຫ້ຄົນຮຸ່ນໃໝ່ຕະໜັກເຖິງຄວາມຮັບຜິດຊອບໃນການປົກປັກຮັກສາ, ກໍ່ສ້າງ ແລະ ພັດທະນາປະເທດຊາດ.

ທູບທຽນແຕ່ລະດອກທີ່ຖືກຖະຫວາຍ ລ້ວນເປັນຄຳສະແດງຄວາມກະຕັນຍູຈາກໃຈ ແລະ ເປັນການເຕືອນໃຫ້ບັນດາຮຸ່ນພະນັກງານ, ສະມາຊິກສະຫະພັນ ແລະ ຜູ້ໃຊ້ແຮງງານ ສືບຕໍ່ສາມັກຄີ, ພະຍາຍາມອຸທິດຕົນ ເພື່ອໃຫ້ສົມກັບການສະຫຼະອັນຍິ່ງໃຫຍ່ຂອງບັນດາວີລະຊົນພົນສະຫຼະ.

ພະລັງແຫ່ງຄວາມສາມັກຄີ ແລະ ການພັດທະນາຂອງຄຸມຊົນຄົນຫວຽດນາມ ຢູ່ ລາວ ພະລັງແຫ່ງຄວາມສາມັກຄີ ແລະ ການພັດທະນາຂອງຄຸມຊົນຄົນຫວຽດນາມ ຢູ່ ລາວ
ຍສໝ - ໃນຕອນບ່າຍຂອງວັນທີ 15 ກໍລະກົດ, ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມພົບປະກັບຕົວແທນຄຸມຊົນຄົນຫວຽດນາມ ຢູ່ ລາວ - ເຊິ່ງແມ່ນໜຶ່ງໃນບັນດາຄຸມຊົນທີ່ມີມູນເຊື້ອອັນຍາວນານ, ມີຄວາມສາມັກຄີ, ຜູກພັນກັບບ້ານເກີດເມືອງນອນ ແລະ ມີສ່ວນຮ່ວມຢ່າງຕັ້ງໜ້າເຂົ້າໃນສັງຄົມຂອງປະເທດປະຈໍາການ.
ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື: ຂີດໝາຍອັນພິເສດ ໃນສາຍພົວພັນ ຫວຽດນາມ - ລາວ ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື: ຂີດໝາຍອັນພິເສດ ໃນສາຍພົວພັນ ຫວຽດນາມ - ລາວ
ຍສໝ - ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ໄດ້ເນັ້ນໜັກວ່າ ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ທີ່ໄດ້ລົງນາມກັນໃນປີ 1977 ແມ່ນໄດ້ຊ່ວຍໃຫ້ສອງປະເທດຜ່ານຜ່າທຸກສິ່ງທ້າທາຍ, ທັງເປັນການສ້າງພື້ນຖານອັນໜັກແໜ້ນ ເພື່ອນຳພາສາຍພົວພັນສອງຝ່າຍໃຫ້ໄດ້ຮັບການພັດທະນາເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ