ຫວຽດນາມ - ສ.ເກົາຫຼີ ເຊື່ອມຕໍ່ຕ່ອງໂສ້ການສະໜອງສິນໃນນ້ຳຢູ່ບູຊານ

22:16 | 05/11/2026

ຍສໝ - ວັນທີ 5 ພະຈິກ, ທີ່ນະຄອນບູຊານ (ສ.ເກົາຫຼີ), ບັນດາວິສາຫະກິດສິນໃນນ້ຳຫວຽດນາມ ແລະ ສ.ເກົາຫຼີ ໄດ້ພົບປະ, ຊອກຫາໂອກາດຮ່ວມມືດ້ານແຫຼ່ງວັດຖຸດິບ, ເຕັກໂນໂລຊີປຸງແຕ່ງຂັ້ນເລິກ, ການຈຳໜ່າຍ ແລະ ການຂະຫຍາຍຕະຫຼາດສົ່ງອອກ.

ສະຫະພັນກຳມະບານຫວຽດນາມ - ສ.ເກົາຫຼີ ເພີ່ມທະວີການຮ່ວມມືປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ຫວຽດນາມ - ສ.ເກົາຫຼີ ຂະຫຍາຍການຮ່ວມມືພັດທະນາ AI

ຕອນບ່າຍວັນທີ 5 ພະຈິກ, ເນື່ອງໃນໂອກາດງານວາງສະແດງສິນໃນນ້ຳ ແລະ ການປະມົງສາກົນບູຊານ (BISFE), ສະຖານກົງສຸນໃຫຍ່ຫວຽດນາມປະຈຳບູຊານ ໄດ້ປະສານສົມທົບກັບສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ (VASEP) ຈັດກອງປະຊຸມ “ເຊື່ອມຕໍ່ການຄ້າສິນໃນນ້ຳຫວຽດນາມ - ສ.ເກົາຫຼີ” ປີ 2026 ພາຍໃຕ້ຫົວຂໍ້ “ຍົກລະດັບຄູ່ຮ່ວມມື ແລະ ຂະຫຍາຍຕະຫຼາດ”.

ຫວຽດນາມ - ສ.ເກົາຫຼີ ເຊື່ອມຕໍ່ຕ່ອງໂສ້ການສະໜອງສິນໃນນ້ຳຢູ່ບູຊານ
ບັນດາຜູ້ແທນຖ່າຍຮູບຮ່ວມກັນເປັນທີ່ລະນຶກໃນກອງປະຊຸມເຊື່ອມຕໍ່ການຄ້າສິນໃນນ້ຳຫວຽດນາມ - ເກົາຫຼີໃຕ້ ປີ 2026.

ກອງປະຊຸມມີທ່ານນາງ ດ່ວານ ເຟືອງ ລານ, ກົງສຸນໃຫຍ່ຫວຽດນາມປະຈຳບູຊານ; ທ່ານ ເລ ວັນ ແອັງ, ຮອງປະທານຄະນະກຳມະການປະຊາຊົນແຂວງກວາງນິງ; ທ່ານ ຫງວຽນ ຮວ່າຍ ນາມ, ເລຂາທິການໃຫຍ່ VASEP; ທ່ານ Jang Ok-jin, ຜູ້ອຳນວຍການບໍລິຫານສະມາຄົມການຄ້າສິນໃນນ້ຳສ.ເກົາຫຼີ (KFTA), ພ້ອມດ້ວຍຜູ້ຕາງໜ້າ 14 ວິສາຫະກິດຫວຽດນາມທີ່ເຂົ້າຮ່ວມ BISFE ແລະ ບັນດາວິສາຫະກິດສ.ເກົາຫຼີ.

ກ່າວເປີດກອງປະຊຸມ, ທ່ານນາງ ດ່ວານ ເຟືອງ ລານ ໄດ້ເນັ້ນໜັກວ່າ ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຫວຽດນາມ - ສ.ເກົາຫຼີ ແມ່ນພື້ນຖານອັນເອື້ອອຳນວຍໃຫ້ບັນດາວິສາຫະກິດສອງປະເທດຂະຫຍາຍການຄ້າ. ປັດຈຸບັນ, ສ.ເກົາຫຼີຢູ່ໃນກຸ່ມ 5 ຕະຫຼາດສົ່ງອອກສິນໃນນ້ຳທີ່ໃຫຍ່ທີ່ສຸດຂອງຫວຽດນາມ, ໃນຂະນະທີ່ຫວຽດນາມເປັນແຫຼ່ງສະໜອງສິນໃນນ້ຳອັນດັບສາມໃຫ້ແກ່ຕະຫຼາດສ.ເກົາຫຼີ.

ຕາມທ່ານນາງກົງສຸນໃຫຍ່, ບັນດາວິສາຫະກິດຫວຽດນາມໄດ້ເຂົ້າຮ່ວມງານວາງສະແດງສິນໃນນ້ຳສາກົນບູຊານຢ່າງຕໍ່ເນື່ອງມາເປັນເວລາກວ່າ 10 ປີ. ບົນພື້ນຖານນັ້ນ, ສະຖານກົງສຸນໃຫຍ່ຈະສືບຕໍ່ສ້າງເງື່ອນໄຂໃຫ້ວິສາຫະກິດສອງປະເທດເຊື່ອມຕໍ່ ແລະ ຮ່ວມມືດ້ານວັດຖຸດິບ, ເຕັກໂນໂລຊີປຸງແຕ່ງຂັ້ນເລິກ ແລະ ຕ່ອງໂສ້ການສະໜອງ, ພ້ອມທັງຂຸດຄົ້ນບັນດາຕະຫຼາດທີ່ຫວຽດນາມໄດ້ລົງນາມສັນຍາການຄ້າເສລີ.

ຕາງໜ້າ VASEP, ທ່ານ ຫງວຽນ ຮວ່າຍ ນາມ ໄດ້ແນະນຳຄວາມສາມາດດ້ານການຜະລິດ, ປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຂອງຫວຽດນາມ. ພ້ອມກັນນັ້ນ, ທ່ານຍັງໄດ້ໂຄສະນາງານວາງສະແດງສິນໃນນ້ຳສາກົນ VIETFISH, ເຊີນຊວນບັນດາວິສາຫະກິດສ.ເກົາຫຼີເຂົ້າຮ່ວມ ແລະ ຊອກຫາແຫຼ່ງສະໜອງທີ່ມີຄຸນນະພາບ, ປອດໄພ ແລະ ຍືນຍົງ.

ໃນກອງປະຊຸມ, ທ່ານ ເລ ວັນ ແອັງ, ຮອງປະທານຄະນະກຳມະການປະຊາຊົນແຂວງກວາງນິງ ໄດ້ແນະນຳທ່າແຮງດ້ານການລ້ຽງ ແລະ ປຸງແຕ່ງສິນໃນນ້ຳຂອງທ້ອງຖິ່ນ. ດ້ວຍແນວຊາຍຝັ່ງທະເລຍາວກວ່າ 250 ກິໂລແມັດ ພ້ອມລະບົບທ່າເຮືອ, ສະໜາມບິນສາກົນ ແລະ ດ່ານຊາຍແດນສາກົນມ໊ອງກ໊າຍ, ແຂວງກວາງນິງມີເງື່ອນໄຂຫຼາຍດ້ານໃນການດຶງດູດວິສາຫະກິດສ.ເກົາຫຼີເຂົ້າມາລົງທຶນ ແລະ ຮ່ວມມື.

ທາງຝ່າຍສ.ເກົາຫຼີ, ທ່ານ Jang Ok-jin, ຜູ້ອຳນວຍການບໍລິຫານ KFTA ໄດ້ຕີລາຄາສູງຕໍ່ຄວາມສາມາດດ້ານການຜະລິດ ແລະ ປຸງແຕ່ງສິນໃນນ້ຳຂອງຫວຽດນາມ. ຕາມທ່ານ, ຈຸດແຂງດັ່ງກ່າວສາມາດປະສານເຂົ້າກັບເຄືອຂ່າຍຈຳໜ່າຍທີ່ມີປະສິດທິຜົນ ແລະ ຕະຫຼາດອາຫານສະດວກຮັບປະທານທີ່ພວມພັດທະນາຢູ່ສ.ເກົາຫຼີ.

ຈຸດເດັ່ນຂອງລາຍການແມ່ນການເຊື່ອມຕໍ່ທຸລະກິດໂດຍກົງລະຫວ່າງວິສາຫະກິດ (B2B), ໂດຍມີການເຂົ້າຮ່ວມຂອງ Viet Ocean, Kiên Cường, Thuận Phước, Đại Nam, Việt Trương, Huy Nam, Liên Việt Green ແລະ ວິສາຫະກິດອື່ນໆອີກຫຼາຍແຫ່ງ.

ບັນດາວິສາຫະກິດຫວຽດນາມໄດ້ແນະນຳຜະລິດຕະພັນສົ່ງອອກຫຼາຍປະເພດ ເຊັ່ນ ກຸ້ງ, ປາມຶກ, ປາມຶກຍັກ, ລູກຊີ້ນປາ, ຊູຣິມິ (surimi), ປາທະເລ, ອາຫານປຸງແຕ່ງສຳເລັດຮູບ ແລະ ຜະລິດຕະພັນທີ່ມີມູນຄ່າເພີ່ມ, ຜ່ານນັ້ນຊອກຫາຄູ່ຮ່ວມມືນຳເຂົ້າ ແລະ ໂອກາດເຂົ້າຮ່ວມໃນຕ່ອງໂສ້ການສະໜອງຂອງສ.ເກົາຫຼີຢ່າງເລິກເຊິ່ງຍິ່ງຂຶ້ນ.

ໃນປີ 2025, ມູນຄ່າການສົ່ງອອກສິນໃນນ້ຳຂອງຫວຽດນາມບັນລຸ 11,3 ຕື້ໂດລາສະຫະລັດ. ໃນ 9 ເດືອນຕົ້ນປີ 2026, ມູນຄ່າການສົ່ງອອກບັນລຸ 9,1 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 11,4% ທຽບໃສ່ໄລຍະດຽວກັນຂອງປີກ່ອນ. ໃນນັ້ນ, ສ.ເກົາຫຼີນຳເຂົ້າສິນໃນນ້ຳຈາກຫວຽດນາມມູນຄ່າ 723 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 5,1%, ພ້ອມທັງສົ່ງອອກສິນໃນນ້ຳໄປຫວຽດນາມມູນຄ່າ 184 ລ້ານໂດລາສະຫະລັດ.

ສອງປະເທດພວມຄ່ອຍໆສ້າງຕ່ອງໂສ້ການສະໜອງຮ່ວມກັນ, ໃນນັ້ນ ຫວຽດນາມສົ່ງອອກຜະລິດຕະພັນສຳເລັດຮູບໄປສ.ເກົາຫຼີ ແລະ ນຳເຂົ້າວັດຖຸດິບຈາກຕະຫຼາດນີ້ເພື່ອປຸງແຕ່ງ, ຮັບໃຊ້ການບໍລິໂພກພາຍໃນປະເທດ ກໍຄືການສົ່ງອອກໄປຍັງບັນດາຕະຫຼາດອື່ນ.

ການແລກປ່ຽນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ 2026: ສະເຫຼີມສະຫຼອງ 34 ປີ ສາຍພົວພັນການທູດ ຢູ່ ຝູກວັກ ການແລກປ່ຽນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ 2026: ສະເຫຼີມສະຫຼອງ 34 ປີ ສາຍພົວພັນການທູດ ຢູ່ ຝູກວັກ
ຍສໝ - ໃນຕອນຄ່ຳວັນທີ 3 ຕຸລາ, ເຫດການ “ວັນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ປີ 2026” ໄດ້ດຳເນີນໄປຢ່າງເປັນທາງການ ຢູ່ ເຂດພິເສດ ຝູກວັກ. ນີ້ແມ່ນກິດຈະກຳຈຸດສຸມ ໂດຍແຂວງ ອານຢາງ ປະສົມປະສານກັບ ສະຖານທູດ ເກົາຫຼີ ປະຈຳ ຫວຽດນາມ ຈັດຕັ້ງຂຶ້ນ ແນ່ໃສ່ສ້າງຂີດໝາຍແຫ່ງຄວາມຜູກພັນມິດຕະພາບສອງຝ່າຍ ຄົບຮອບ 34 ປີ (1992 - 2026).
ການແລກປ່ຽນປະຊາຊົນປະກອບສ່ວນຮັດແໜ້ນສາຍພົວພັນຫວຽດນາມ - ສ.ເກົາຫຼີ ການແລກປ່ຽນປະຊາຊົນປະກອບສ່ວນຮັດແໜ້ນສາຍພົວພັນຫວຽດນາມ - ສ.ເກົາຫຼີ
ຍສໝ - ວັນທີ 8/10, ທີ່ນະຄອນໂຮ່ຈິມິນ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ ໄດ້ຈັດພິທີລະນຶກວັນຊາດ ສ.ເກົາຫຼີ (3/10), ໂດຍເນັ້ນໜັກບົດບາດຂອງການແລກປ່ຽນປະຊາຊົນໃນການເພີ່ມທະວີມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງສອງປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ