ເກັບໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດຕື່ມອີກ 8 ຊຸດ ຢູ່ສວນສາທາລະນະ ເລທິຣຽງ

15:08 | 06/10/2026

ຍສໝ - ວັນທີ 3/10, ກຳລັງຄົ້ນຫາ, ເກັບໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຢູ່ສວນສາທາລະນະ ເລທິຣຽງ (ນະຄອນໂຮ່ຈິມິນ) ໄດ້ຄົ້ນພົບອັດຖິຕື່ມອີກ 8 ຊຸດ ຢູ່ເຂດ B, ເຮັດໃຫ້ຈຳນວນອັດຖິທີ່ເກັບໂຮມໄດ້ນັບແຕ່ວັນທີ 23/6 ຈົນເຖິງສິ້ນສຸດວັນທີ 3/10 ເພີ່ມຂຶ້ນເປັນ 713 ຊຸດ.

ຫາຍຟ່ອງ ຜັນຂະຫຍາຍການຊອກຫາອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຢູ່ເຂດ ໝາຈີ່ ສວນສາທາລະນະ ເລທິຣຽງ: ເຕົ້າໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ 682 ຊຸດ
ເກັບໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດຕື່ມອີກ 8 ຊຸດ ຢູ່ສວນສາທາລະນະ ເລທິຣຽງ
ກຳລັງປະຕິບັດໜ້າທີ່ໄດ້ຄົ້ນພົບ ແລະ ເກັບໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ 8 ຊຸດ ໃນວັນທີ 3/10.

ຕາມທີມເກັບໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ສັງກັດກອງບັນຊາການທະຫານນະຄອນໂຮ່ຈິມິນ, ໃນວັນທີ 3/10, ບັນດາກຳລັງໄດ້ສືບຕໍ່ເປີດກວ້າງຂອບເຂດຄົ້ນຫາຢູ່ເຂດ B, ສວນສາທາລະນະ ເລທິຣຽງ.

ໃນມື້ດຽວ, ດິນຫຼາຍກວ່າ 550 ແມັດກ້ອນ ໄດ້ຮັບການຈັດການ. ກອງບັນຊາການທະຫານນະຄອນໂຮ່ຈິມິນ ໄດ້ລະດົມລົດຂຸດ 3 ຄັນ, ລົດດໍາ 1 ຄັນ ແລະ ລົດບັນທຸກຂະໜາດ 3,5 ໂຕນ 2 ຄັນ ເພື່ອຮັບໃຊ້ການຂຸດ, ຂົນສົ່ງດິນ ແລະ ຮັບປະກັນຄວາມຄືບໜ້າໃນການຄົ້ນຫາ.

ຜ່ານການຜັນຂະຫຍາຍໜ້າທີ່, ກຳລັງເຈົ້າໜ້າທີ່ໄດ້ຄົ້ນພົບ ແລະ ເກັບໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດຕື່ມອີກ 8 ຊຸດ.

ນັບແຕ່ວັນທີ 23/6 ຈົນເຖິງສິ້ນສຸດວັນທີ 3/10, ຈຳນວນອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດທີ່ຄົ້ນພົບ ແລະ ເກັບໂຮມໄດ້ຢູ່ສວນສາທາລະນະ ເລທິຣຽງ ມີທັງໝົດ 713 ຊຸດ, ໃນນັ້ນ 304 ຊຸດມີວັດຖຸປະກອບ.

ໃນຈຳນວນທັງໝົດດັ່ງກ່າວ, 680 ຊຸດ ໄດ້ຮັບການຄົ້ນພົບ ແລະ ເກັບໂຮມແບບແຍກກັນ. ສ່ວນອີກ 33 ຊຸດ ຖືກຄົ້ນພົບຢູ່ 8 ຈຸດຂອງຂຸມຝັງສົບລວມ, ໃນນັ້ນມີ 2 ຈຸດຢູ່ເຂດ A ແລະ 6 ຈຸດຢູ່ເຂດ B.

ພາຍຫຼັງຄົ້ນພົບ, ອັດຖິບັນດາຊຸດໄດ້ຖືກນຳໄປຍັງເຂດເກັບຮັກສາຕົວຢ່າງ, ເພື່ອເກັບຕົວຢ່າງຮັບໃຊ້ບັນດາຂັ້ນຕອນດຳເນີນງານຕໍ່ໄປ.

ວຽກງານຄົ້ນຫາ, ເກັບໂຮມຢູ່ສວນສາທາລະນະ ເລທິຣຽງ ສືບຕໍ່ໄດ້ຮັບການຜັນຂະຫຍາຍ, ໃນນັ້ນ ເຂດ B ແມ່ນເຂດທີ່ພວມສຸມກຳລັງ ແລະ ພາຫະນະ ເພື່ອເປີດກວ້າງຂອບເຂດການຄົ້ນຫາ.

ເລັ່ງລັດການກວດພິສູດ ADN, ສູ້ຊົນສຳເລັດ 18.000 ຕົວຢ່າງອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ໃນເດືອນ 7/2027 ເລັ່ງລັດການກວດພິສູດ ADN, ສູ້ຊົນສຳເລັດ 18.000 ຕົວຢ່າງອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ໃນເດືອນ 7/2027
ຍສໝ - ຕອນບ່າຍວັນທີ 14/9, ທ່ານນາງ ຟ້າມທິແທງຈ່າ, ຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ເລັ່ງຄວາມຄືບໜ້າການເກັບຕົວຢ່າງ ແລະ ກວດພິສູດ ADN ອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ສູ້ຊົນສຳເລັດການເກັບຕົວຢ່າງຢູ່ບັນດາສຸສານກ່ອນວັນທີ 30/11 ແລະ ສຳເລັດການກວດພິສູດ 18.000 ຕົວຢ່າງ ໃນວັນທີ 27/7/2027. ມາຮອດປັດຈຸບັນ, ມີພຽງ 210 ຕົວຢ່າງໄດ້ຮັບການກວດພິສູດ, ສາມາດລະບຸຕົວຕົນໄດ້ຖືກຕ້ອງ 10 ກໍລະນີ.
ຂະບວນການ 500 ວັນ-ຄືນ ຄົ້ນຫາ ແລະ ຮວບຮວມອັດຖິວິລະຊົນໄດ້ 2.803 ຊຸດ ຂະບວນການ 500 ວັນ-ຄືນ ຄົ້ນຫາ ແລະ ຮວບຮວມອັດຖິວິລະຊົນໄດ້ 2.803 ຊຸດ
ຍສໝ - ຮອດວັນທີ 23/9/2026, ບັນດາກຳລັງທີ່ເຂົ້າຮ່ວມຂະບວນການ 500 ວັນ-ຄືນ ໄດ້ຄົ້ນຫາ ແລະ ຮວບຮວມອັດຖິວິລະຊົນ 2.803 ຊຸດ ຢູ່ພາຍໃນປະເທດ, ລາວ ແລະ ກຳປູເຈຍ; ພ້ອມທັງເກັບຕົວຢ່າງຢູ່ຫຼຸມຝັງສົບວິລະຊົນ 199.908 ຫຼຸມ, ບັນລຸ 94,78% ຂອງຄວາມຄືບໜ້າ.

ດວງດີ

ເບິ່ງເພີ່ມເຕີມໃນ: ສິດຂອງມະນຸດ

ເບິ່ງເພີ່ມເຕີມ