VUFO ມອບເງິນຈຳນວນ 30 ລ້ານດົ່ງ ໃຫ້ແນວໂຮມແຫ່ງຊາດຫວຽດນາມ ເພື່ອປ້ອງກັນ ແລະ ຄວບຄຸມ ໂລກພະຍາດ COVID-19

13:09 | 06/04/2020

ຍສໝ​ - ໃນຕອນເຊົ້າ ຂອງວັນທີ 6 ເມສາ, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນເຟືອງຫງາ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມອບເງິນຈຳນວນ 30 ລ້ານດົງ ໃຫ້ຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ ເພື່ອໜູນຊ່ວຍການປ້ອງກັນ, ຄວບຄຸມການພະຍາດ COVID-19.

vufo ມອບເງ ນຈຳນວນ 30 ລ ານດ ງ ໃຫ ແນວໂຮມແຫ ງຊາດຫວຽດນາມ ເພ ອປ ອງກ ນ ແລະ ຄວບຄ ມ ໂລກພະຍາດ covid 19 ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ມອບຫຼຽນກາໃຫ້ທ່ານເອກອັກຄະລັດຖະທູດ Azerbaijan ປະຈຳ ຫວຽດນາມ
vufo ມອບເງ ນຈຳນວນ 30 ລ ານດ ງ ໃຫ ແນວໂຮມແຫ ງຊາດຫວຽດນາມ ເພ ອປ ອງກ ນ ແລະ ຄວບຄ ມ ໂລກພະຍາດ covid 19 VUFO ຕ້ອງແມ່ນສູນລວມຄວາມສາມັກຄີຂອງບັນດາອົງການຈັດຕັ້ງມິດຕະພາບປະຊາຊົນດ້ວຍສະຖານະພາບເປັນອົງການຈັດຕັ້ງແກນນຳ

ໂດຍຕອບສະໜອງຕໍ່ຄຳຮຽກຮ້ອງໃຫ້ທົ່ວປວງຊົນ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈ ໃນການປ້ອງກັນ ແລະ ຄວບຄຸມໂລກລະບາດ ຂອງທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ການປຸກລະດົມ “ທົ່ວປວງຊົນຈົ່ງສະໜັບສະໜູນການປ້ອງກັນ ແລະ ຄວບຄຸມ COVID-19” ໂດຍ ຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ເປີດການບໍລິຈາກ ເພື່ອສະໜັບສະໜູນ ການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ສຳຫຼັບພະນັກງານ ແລະ ກຳມະກອນທຸກຄົນ ໃນສຳນັກງານ.

vufo ມອບເງ ນຈຳນວນ 30 ລ ານດ ງ ໃຫ ແນວໂຮມແຫ ງຊາດຫວຽດນາມ ເພ ອປ ອງກ ນ ແລະ ຄວບຄ ມ ໂລກພະຍາດ covid 19
ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມອບເງິນຈຳນວນ 30 ລ້ານດົງ ໃຫ້ຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ. (ພາບ: thoidai.com.vn)

ໃນໄລຍະເວລາສັ້ນໆ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ລະດົມເງິນດ້ວຍຈຳນວນ 30 ລ້ານດົ່ງ ເພື່ອສະໜັບສະໜູນ ການປ້ອງກັນ ແລະ ຄວບຄຸມພະຍາດ COVID-19.

ທີ່ການຕ້ອນຮັບ, ທ່ານ ຫງວຽນຮຸຍຢຸງ, ຮອງປະທານ ຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງພະນັກງານ VUFO ທີ່ໄດ້ມີສ່ວນຮ່ວມໃນການສະກັດກັ້ນພະຍາດ. ພ້ອມກັນນັ້ນ, ທ່ານ ຫງວຽນຮຸຍຢຸງ ໃຫ້ຄຳໝັ້ນສັນຍາວ່າ ຈໍານວນເງິນທີ່ລະດົມ ໄດ້ຈະໄດ້ນຳໃຊ້ຖືກຕ້ອງ ຕາມຈຸດປະສົງ ແລະ ທັນການ ເພື່ອປະກອບສ່ວນເຂົ້າໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID - 19.

ທ່ານນາງ ຫງວຽນເຟືອງຫງາ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ແບ່ງປັນວ່າ: ປະຈຸບັນ ສະມາຄົມສະມາຊິກຂອງ VUFO ຫຼາຍແຫ່ງ ກໍ່ພວມມີຫຼາຍກິດຈະກຳສະໜັບສະໜູນ ທີ່ມີຄວາມໝາຍ ແລະ ແທດກັບຕົວຈິງ ເຊັ່ນ: ບໍລິຈາກຜ້າອັດປາກ, ນ້ຳຢາຂ້າເຊື້ອແມ່ພະຍາດ... ຮັບເອົາຜ່ານ ສະຖານທູດ ແລະ ສະມາຄົມມິດຕະພາບປະເທດຕ່າງໆ.

vufo ມອບເງ ນຈຳນວນ 30 ລ ານດ ງ ໃຫ ແນວໂຮມແຫ ງຊາດຫວຽດນາມ ເພ ອປ ອງກ ນ ແລະ ຄວບຄ ມ ໂລກພະຍາດ covid 19 ລາວ: ໄດ້ກວດພົບຜູ້ຕິດເຊື້ອ Covid -19 ເພີ່ມອີກ 1 ຄົນ

ຍສໝ - ໃນຕອນແລງວັນທີ 5 ເມສາ 2020, ທີ່ສູນປະຕິບັດງານ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ Covid -19, ຜູ້ຕາງໜ້າ ກະຊວງສາທາລະນະສຸກ ສປປ.ລາວ ໃຫ້ຮູ້ວ່າ ມາຮອດມື້ນີ້ ປະເທດລາວ ໄດ້ກວດພົບຜູ້ຕິດເຊື້ອ Covid -19 ເປັນກໍລະນີທີ 11 ແລ້ວ.

vufo ມອບເງ ນຈຳນວນ 30 ລ ານດ ງ ໃຫ ແນວໂຮມແຫ ງຊາດຫວຽດນາມ ເພ ອປ ອງກ ນ ແລະ ຄວບຄ ມ ໂລກພະຍາດ covid 19 ຫວຽດ​ນາມ ໜູນ​ຊ່ວຍ​ລາວ ​ອຸ​ປະກອນ​ການ​​ແພດ​ເພື່​ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid– 19

ຍສໝ - ໃນຕອນເຊົ້າວັນທີ 4 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ສປປ. ລາວ ເພື່ອຮັບມືກັບການລະບາດຂອງ Covid-19.

vufo ມອບເງ ນຈຳນວນ 30 ລ ານດ ງ ໃຫ ແນວໂຮມແຫ ງຊາດຫວຽດນາມ ເພ ອປ ອງກ ນ ແລະ ຄວບຄ ມ ໂລກພະຍາດ covid 19 ທະນາຄານພັດທະນາອາຊີ ໝັ້ນໝາຍວ່າ ຈະໜູນຊ່ວຍຫວຽດນາມ ຮັບມືກັບໂລກລະບາດ Covid – 19

ຍສໝ - ໃນການແຈ້ງການ ວັນທີ 24 ມີນານີ້, ທະນາຄານພັດທະນາອາຊີ (ADB) ກ່າວວ່າ ຈະກຽມພ້ອມ ແລ້ວ ທີ່ໃຫ້ການສະໜັບສະໜູນ ຢ່າງທັນເວລາ ຕໍ່ລັດຖະບານ ຫວຽດນາມ ເພື່ອຕອບສະໜອງຕໍ່ການລະບາດພະຍາດ Covid-19.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.